ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຕູນີເຊຍ ປົດນາຍົກລັດຖະມົນຕີ ອອກຈາກຕຳແໜ່ງ ແລະ ຢຸດສະພາແຫ່ງຊາດ


ຜູ້ປະທ້ວງປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດໃນລະຫວ່າງການປະທ້ວງຢູ່ນະຄອນຫຼວງ ຕູນີສ, ປະເທດ ຕູນີເຊຍ, 25 ກໍລະກົດ, 2021.
ຜູ້ປະທ້ວງປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດໃນລະຫວ່າງການປະທ້ວງຢູ່ນະຄອນຫຼວງ ຕູນີສ, ປະເທດ ຕູນີເຊຍ, 25 ກໍລະກົດ, 2021.

ປະທານາທິບໍດີຂອງປະເທດ ຕູນີເຊຍ ໄດ້ຍຸບລັດຖະບານ ແລະ ຢຸດສະພາແຫ່ງຊາດໃນວັນອາທິດວານນີ້, ຈົນກໍ່ໃຫ້ເກີດຝູງຄົນອອກມາເຕົ້າໂຮມກັນໃນບັນດາຕົວເມືອງທີ່ສຳຄັນ ເພື່ອສະໜັບສະໜູນການເຄື່ອນໄຫວທີ່ໄດ້ເຮັດໃຫ້ເປັນວິກິດການດ້ານການເມືອງຢ່າງຮຸນແຮງ ແລະ ວ່າຄູ່ແຂ່ງຂອງທ່ານໄດ້ຮຽກຮ້ອງໃຫ້ກໍ່ລັດຖະປະຫານ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ປະທານາທິບໍດີ ເຄສ ຊາອີດ ໄດ້ກ່າວວ່າທ່ານຈະຄອງອຳນາດບໍລິຫານດ້ວຍການຊ່ວຍເຫຼືອຂອງນາຍົກລັດຖະມົນຕີຄົນໃໝ່, ໃນສິ່ງທ້າທາຍທີ່ໃຫຍ່ທີ່ສຸດໃນຂະນະນີ້ ຕໍ່ລະບົບປະຊາທິປະໄຕຂອງ ຕູນີເຊຍ ທີ່ໄດ້ຖືກນຳສະເໜີໃນການປະຕິວັດປີ 2011.

ຝູງປະຊາຊົນໄດ້ພາກັນອອກໄປເຕົ້າໂຮມກັນຢູ່ນະຄອນຫຼວງ ແລະ ຕົວເມືອງອື່ນໆ, ຮ້ອງເຊຍ ແລະ ບີບແກລົດໃນພາບທີ່ພາໃຫ້ຄິດເຫັນການປະຕິວັດ, ເຊິ່ງໄດ້ກະຕຸ້ນໃຫ້ເກີດການປະທ້ວງລຸກຮື້ຕໍ່ຕ້ານລັດຖະບານ ຫຼື Arab Spring ທີ່ໄດ້ສ້າງຄວາມວຸ້ນວາຍໃນເຂດຕາເວັນອອກກາງ.

ແນວໃດກໍຕາມ, ຂະໜາດຂອງການສະໜັບສະໜູນສຳລັບການເຄື່ອນໄຫວຂອງທ່ານ ຊາອີດ ຕໍ່ລັດຖະບານທີ່ແຕກຫັກໄດ້ງ່າຍ ແລະ ສະພາແຫ່ງຊາດທີ່ມີຄວາມແຕກແຍກກັນນັ້ນແມ່ນບໍ່ຊັດ ເຈນ, ແລະ ທ່ານໄດ້ເຕືອນຕໍ່ການຕອບໂຕ້ທີ່ໃຊ້ຄວາມຮຸນແຮງໃດໆ.

ທ່ານໄດ້ກ່າວໃນຖະແຫຼງການສະບັບນຶ່ງທີ່ຖືກປະກາດອອກທາງໂທລະພາບວ່າ “ຂ້າພະເຈົ້າຂໍເຕືອນຄົນຜູ້ທີ່ຄິດຈະໃຊ້ອາວຸດ ແລະ ຜູ້ໃດກໍ່ຕາມທີ່ຍິງລູກປືນນັດນຶ່ງອອກມາ, ກອງກຳລັງຕິດອາວຸດກໍຈະຕອບໂຕ້ດ້ວຍລູກປືນ.”

ຫຼາຍຊົ່ວໂມງຫຼັງຈາກຖະແຫຼງການນັ້ນ, ລົດທະຫານໄດ້ຫຸ້ມລ້ອມຕຶກສະພາແຫ່ງຊາດໃນຂະນະທີ່ປະຊາຊົນທີ່ຢູ່ໃກ້ຄຽງໄດ້ຮ້ອງເຊຍ ແລະ ຮ້ອງເພງຊາດ, ອີງຕາມການກ່າວຂອງພະຍານສອງຄົນ.

ຫຼາຍປີຂອງສະພາບການທີ່ບໍ່ໄປບໍ່ມາ, ການສໍ້ລາດບັງຫຼວງ, ການບໍລິການລັດຖະບານທີ່ຫຼຸດລົງ ແລະ ການຫວ່າງງານທີ່ເພີ່ມຂຶ້ນໄດ້ເຮັດໃຫ້ປະຊາຊົນ ຕູນີເຊຍ ຫຼາຍຄົນບໍ່ພໍໃຈຕໍ່ລະບົບການເມືອງຂອງເຂົາເຈົ້າກ່ອນທີ່ໂຣກລະບາດ COVID-19 ຈະທົບຕໍ່ເສດຖະກິດຂອງເຂົາເຈົ້າໃນປີກາຍນີ້ ແລະ ອັດຕາການຕິດແປດໄວຣັສໂຄໂຣນາແມ່ນໄດ້ເພີ່ມຂຶ້ນໃນລະດູຮ້ອນນີ້.

ການປະທ້ວງ, ທີ່ຖືກຮ້ຽກຮ້ອງຈັດຂຶ້ນໂດຍນັກເຄື່ອນໄຫວສື່ສັງຄົມ ແຕ່ບໍ່ໄດ້ຮັບການສະໜັບສະ ໜູນໂດຍພັກການເມືອງໃຫຍ່ໃດນັ້ນ, ໄດ້ເກີດຂຶ້ນໃນວັນອາທິດວານນີ້ດ້ວຍຄວາມໂມໂຫສ່ວນຫຼາຍໄດ້ເພັ່ງເລັງໃສ່ພັກອິສລາມຫົວປານກາງ ເອັນນາດາ, ເຊິ່ງແມ່ນພັກທີ່ໃຫຍ່ທີ່ສຸດໃນສະພາແຫ່ງ ຊາດ.

ພັກ ເອັນນາດາ, ທີ່ຖືກຫ້າມກ່ອນການປະຕິວັດນນັ້ນ, ໄດ້ເປັນພັກທີ່ປະສົບຄວາມສຳເລັດຢ່າງສະ ໝໍ່າສະເໝີທີ່ສຸດ ນັບຕັ້ງແຕ່ປີ 2011 ມາ ແລະ ເປັນສະມາຊິກຂອງລັດຖະບານປະສົມຕິດຕໍ່ກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG