ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ມີ​ການ​ໂຈມ​ຕີ ດ້ວຍລະ​ເບີດ ສະຫຼະ​ຊີບ ໃກ້​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ປະ​ເທດ ຕູ​ນີ​ເຊຍ


ແຜນ​ທີ່​ປະ​ເທດ ຕູ​ນີ​ເຊຍ.
ແຜນ​ທີ່​ປະ​ເທດ ຕູ​ນີ​ເຊຍ.

​ກະ​ຊວງ​ພາຍ​ໃນ​ຕູ​ນີ​ເຊຍ ກ່າວ​ວ່າ ມື​ລະ​ເບີດ​ສະຫຼະ​ຊີບ​ສອງ​ຄົນ​ໄດ້​ລະ​ເບີດ​ຕົນ​ເອງຢູ່​ໃກ້​ກັບ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ປະ​ເທດ ຕູ​ນີ​ເຊຍ ໃນ​ວັນ​ສຸກມື້ນີ້, ເຮັດ​ໃຫ້​ຕຳຫຼວດ​ຄົນ​ນຶ່ງ​ ເສຍ​ຊີ​ວິດ​ ແລະ ບາດ​ເຈັບສີ່​ຄົນ, ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ສະ​ມາ​ຊິກ​ສະ​ພາ ທ່ານ ຢອ​ສ​ຣີ ດາ​ລີ, ເຊິ່ງ​ເປັນຫົວ​ໜ້າ​ກອງ​ກຳ​ລັງ​ຕິດ​ອາ​ວຸດ ແລະ ຄະ​ນະ​ກຳ​ມາ​ທິ​ການ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ຢືນ​ຢັນ​ລາຍ​ງານ​ຂອງ​ຜູ້​ເຫັນ​ເຫດ​ການ​ວ່າ ​ມື​ລະ​ເບີດ​ໄດ້​ຂີ່​ລົດ​ຈັກ. ທ່ານ ດາ​ລີ ໄດ້​ກ່າວ​ໃນ​ການ​ສຳ​ພາດ​ກັບ​ວິ​ທະ​ຍຸ ໂມ​ຊາ​ອິກ ວ່າ​ພວກ​ເຂົາ​ໄດ້​ລະ​ເບີດ​ຕົນ​ເອງ ເວ​ລາ​ທີ່​ຕຳຫຼວດ​ລາດ​ຕະ​ເວນ​ໄດ້​ຢຸດ​ພວກ​ເຂົາ ເພື່ອ​ຖາມ​ວ່າ​ພວກ​ເຂົາ​ຈະ​ໄປ​ໃສ.

ທ່ານ ໂຊ​ຟຽນ ແຊ​ລ​ລິ​ຕີ, ໂຄ​ສົກຫ້ອງ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ ສະ​ພາ​ນິ​ຕິ​ບັນ​ຍັດ ໄດ້​ກ່າວ​ວ່າ ລົດ​ຈັກ​ຂອງ​ມື​ລະ​ເບີດ​ແມ່ນ “ເຕັມ​ໄປ​ດ້ວຍ​ລະ​ເບີດ.” ທ່ານ​ໄດ້​ອະ​ທິ​ບາຍ​ໃນ​ວິ​ທະ​ຍຸ ໂມ​ຊາ​ອິກ ກ່ຽວ​ກັບ ເຫດ​ການ​ທີ່​ເປັນ​ຕາ​ຢ້ານ​ນັ້ນ​ວ່າ ຊິ້ນ​ສ່ວນ​ສົບ​ຂອງ​ພວກ​ນັກ​ໂຈມ​ຕີ​ໄດ້​ຟົ້ງ​ໄປ​ໄລ​ຍະໄກ.

ຕຳຫຼວດຫຼາຍ​ຄົນ​ໄດ້​ຫຸ້ມ​ລ້ອມ​ສະ​ຖານ​ທູດ​ຢູ່​ເຂດນອກ​ຂອງ​ນະ​ຄອນຫຼວງ ຕູ​ນີສ, ຫຼັງ​ຈາກ​ການ​ລະ​ເບີດ. ນັກ​ແມ້ນ​ປືນ ແມ່ນ​ສາ​ມາດ​ແນມ​ເຫັນ​ໄດ້​ ຢູ່​ເທິງຫຼັງ​ຄາ​ຂອງ​ຕຶກ​ທີ່​ຢູ່​ໃກ້​ຄຽງ ແລະ ຖະ​ໜົນ​ທີ່​ສຳ​ຄັນ​ໄດ້​ຖືກ​ປິດ. ໜ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ​ແມ່ນ​ໄດ້​ຖືກ​ແຈ້ງ​ໃຫ້​ມີ​ສະ​ຕິ​ລະ​ວັງ​ຕົວ​ສູງ​ສຸດ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ພາຍ​ໃນ.

ໂຄ​ສົກ​ກະ​ຊວງ, ທ່ານ ຄາ​ເລັດ ລາ​ຢູ​ນີ ໄດ້​ກ່າວ​ວ່າ ນຶ່ງ​ໃນ​ເຈົ້າ​ໜ້າ​ທີ່ຫ້າ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ລະ​ເບີດ​ ໄດ້​ເສຍ​ຊີ​ວິດຫຼັງ​ຈາກ​ການ​ຜ່າ​ຕັດ. ພົນ​ລະ​ເຮືອນ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ.

Two suicide bombers blew themselves up near the U.S. Embassy in Tunisia on Friday, killing one police officer and wounding four others, the Interior Ministry said.

Lawmaker Yosri Dali, head of the armed forces and security commission, confirmed eyewitness reports that the bombers were on a motorcycle. Dali said in an interview with Radio Mosaique that they blew themselves up when a police patrol stopped them to ask where they were going.

Sofiane Selliti, spokesman for the judiciary's counter-terrorism office said the attackers' motorcycle was ``packed with explosives.'' He described on Radio Mosaique a horrific scene, saying the attackers' body parts fragments were flung a considerable distance.

Hundreds of police swarmed around the embassy on the outskirts of Tunis, the Tunisian capital, after the bombings. Sharpshooters could be seen on the roofs of nearby buildings and major streets were blocked. Security units were placed on maximum alert, the Interior Ministry said.

A ministry spokesman, Khaled Lahyouni, said one of the five officers injured in the blast had died after surgery. A civilian was slightly injured.

XS
SM
MD
LG