ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານທ່ານ ທຣຳ ປະເຊີນກັບ ການວິພາກວິຈານ ແລະ ຄຳຖາມຫຼາຍຂຶ້ນ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຊ້າຍ, ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ເດີນທາງຮອດສະຖານທີ່ຈັດກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ແຮລຊິງກິ, ປະເທດ ຟິນແລນ. 16 ກໍລະກົດ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຊ້າຍ, ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ເດີນທາງຮອດສະຖານທີ່ຈັດກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ແຮລຊິງກິ, ປະເທດ ຟິນແລນ. 16 ກໍລະກົດ, 2018.

ສຳລັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ້ນ, ການເດີິນທາງໄປຕ່າງປະ
ເທດ ເມື່ອບໍ່ດົນມານີ້ຂອງທ່ານ ແມ່ນໄດ້ກໍ່ໃຫ້ເກີດການວິພາກວິຈານທັງໃນປະເທດ
ແລະ ຕ່າງປະເທດ. ໃນກອງປະຊຸມສຸດຍອດທີ່ນະຄອນຫຼວງ ແຮລຊິງກິ ປະເທດ ຟິນ
ແລນ ນັ້ນ, ທ່ານ ທຣຳ ປາກົດວ່າ ຈະມີຄວາມເຊື່ອຖືຕໍ່ປະທານາທິບໍດີ ຣັດເຊຍ ທ່ານ
ວລາດິເມຍ ປູຕິນ ຫຼາຍກວ່າປະຊາຄົມສືບລັບ ສະຫະລັດ. ແລະ ອີກຄັ້ງນຶ່ງທ່ານໄດ້
ຮຽກຮ້ອງ ໃຫ້ບັນດາສະມາຊິກອົງການ ເນໂຕ (NATO) ເພີ່ມການປະກອບສ່ວນດ້ານ
ການເງິນຂອງເຂົາເຈົ້າຕໍ່ກຸ່ມພັນ ທະມິດດັ່ງກ່າວ. ໃນລາຍການ Plugged In ກັບນາງ
ເກຣຕາ ແວນ ຊັສເຕີເຣັນ ນັ້ນ, ບັນດາຜູ້ຊ່ຽວຊານໄດ້ໄຕ່ຕອງວ່າ ວິທີການທີ່ເປັນບັນ
ຫາຂອງທ່ານ ທຣຳ ແມ່ນບໍ່ມີປະສິດທິຜົນ ຫຼື ສ້າງຄວາມເສຍຫາຍ. ນັກຂ່າວຂອງວີໂອ
ເອ ໂຣເບີດ ຣາຟາແອລລີ ໄດ້ໃຫ້ການອະທິບາຍໃນລາຍງານນີ້, ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ກ່ອນທີ່ທ່ານຈະອອກເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດກັບປະທານາທິບໍດີ
ຣັດເຊຍ ທ່ານ ວລາດິເມຍ ປູຕິນ ນັ້ນ, ທ່ານ ດໍໂນລ ທຣຳ ໄດ້ສັນຍາວ່າ ຈະເວົ້າຢ່າງ
ໜັກແໜ້ນ ເມື່ອເວົ້າເຖິງການກ່າວຫາ ກ່ຽວກັບ ຣັດເຊຍ ແຊກແຊງເຂົ້າໃນການເລືອກ
ຕັ້ງປະທານາ ທິບໍດີ ສະຫະລັດ ໃນປີ 2016. ແຕ່ຫຼັງຈາກການສົນທະນາກັນດັ່ງກ່າວ
ນັ້ນ, ທ່ານ ທຣຳ ກໍໄດ້ເຮັດໃຫ້ຫຼາຍຄົນຕົກໃຈ ເມື່ອຖືກຖາມວ່າ ທ່ານເຊື່ອລາຍງານ
ຂອງອົງການສືບລັບ ສະຫະລັດ ທີ່ຊີ້ມືໄປໃສ່ວັງ ເຄຣັມລິນ ໂດຍກົງ ຫຼືບໍ່.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຄົນຂອງຂ້າພະເຈົ້າໄດ້ມາຫາຂ້າພະເຈົ້າ, ທ່ານ
ແດນ ໂຄທສ໌ (ຜູ້ອຳນວຍການອົງການສືບລັບແຫ່ງຊາດ ສະຫະລັດ) ໄດ້ມາຫາຂ້າພະ
ເຈົ້າ, ແລະ ຄົນອື່ນໆນຳ. ເຂົາເຈົ້າໄດ້ເວົ້າວ່າ ເຂົາເຈົ້າຄິດວ່າ ມັນແມ່ນຣັດເຊຍ. ຂ້າ
ພະເຈົ້າໄດ້ຢູ່ກັບປະທານາທິບໍດີ ປູຕິນ. ທ່ານຫາກໍເວົ້າວ່າ ມັນບໍ່ແມ່ນຣັດເຊຍ. ຂ້າພະ
ເຈົ້າຈະເວົ້າແນວນີ້, ຂ້າພະເຈົ້າບໍ່ເຫັນມີເຫດຜົນໃດໆວ່າ ມັນຕ້ອງເປັນແນວນັ້ນ.”

ຫຼັງຈາກການວິພາກວິຈານຈາກສອງພັກການເມືອງທີ່ສຳຄັນ ກ່ຽວກັບຄຳປາໄສດັ່ງ
ກ່າວໄດ້ຖືກເຜີຍແຜ່ອອກໄປຢ່າງກວ້າງຂວາງໃນສະຫະລັດ ນັ້ນ, ທ່ານ ທຣຳ ກໍໄດ້
ກ່າວວ່າ ທ່ານໄດ້ເວົ້າຜິດ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ເວົ້າຄຳວ່າ “ຈະ” ແທນທີ່ຄຳ
ວ່າ “ຈະບໍ່.” ປະໂຫຍກດັ່ງກ່າວຄວນເປັນ “ຂ້າພະເຈົ້າບໍ່ເຫັນວ່າຈະມີເຫດຜົນອື່ນວ່າ
ຂ້າພະເຈົ້າຈະບໍ່, ຫຼື ເປັນຫຍັງມັນຈະບໍ່ແມ່ນ ຣັດເຊຍ.”

ໃນລາຍການ “Plugged In ກັບນາງ ເກຣຕາ ແວນ ຊັສເຕີເຣັນ” ນັ້ນ, ນັກຂ່າວວີໂອ
ເອປະຈຳທຳນຽບຂາວ ສຕີຟ ເຮີແມັນ ໄດ້ກ່າວວ່າ ຄຳອະທິບາຍດັ່ງກ່າວນັ້ນ ແມ່ນຍາກ
ທີ່ຈະເຮັດໃຫ້ລັດຖະສະພາ ເຊື່ອ.

ນັກຂ່າວວີໂອເອ ສຕີຟ ເຮີແມັນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ການໃຫ້ຄວາມກະຈ່າງ
ແຈ້ງ ບາງເທື່ອກັບພວກນັກຂ່າວໂທລະພາບ Fox ຜູ້ທີ່ໄດ້ສະໜັບສະໜູນທ່ານປະທາ
ນາທິບໍດີຢ່າງແຂງຂັນ ແລະ ບາງເທື່ອອະດີດປະທານສະພາຕໍ່າ ທ່ານ ນູທ໌ ກິງກຣິຈ໌
ນັ້ນ, ເຂົາເຈົ້າຄົງອາດພໍໃຈກັບການອະທິບາຍນີ້. ພວກເຮົາຍັງເຫັນວ່າ ສະມາຊິກພັກ
ຣີພັບບລີກັນຄົນອື່ນໆ ແມ່ນຂ້ອນຂ້າງຈະເປັນຫ່ວງ, ແລະ ແນ່ນອນພັກເດໂມແຄຣັດ
ແມ່ນບໍ່ໄດ້ເຊື່ອເລີຍ ກັບການອະທິບາຍນີ້.”

ໃນວັນທີ 18 ກໍລະກົດ ທີ່ທຳນຽບຂາວ, ທ່ານປະທານາທິບໍດີໄດ້ຢືນຢັນອີກຄັ້ງນຶ່ງວ່າ
ທ່ານໄດ້ໃຊ້ທ່າທີອັນໜັກແໜ້ນກັບ ຣັດເຊຍ.”

ທ່ານ ເຈມສ໌ ຣອບບິນ ຈາກສະພານະໂຍບາຍຕ່າງປະເທດ ອາເມຣິກັນ ໄດ້ກ່າວວ່າ
ມັນມີຄວາມສຳຄັນທີ່ທ່ານ ທຣຳ “ໄດ້ຕ່າວປີ້ນ” ຄຳເວົ້າຂອງທ່ານ ກ່ຽວກັບ ທ່ານ ປູຕິນ
ໃນນະຄອນຫຼວງ ແຮລຊິງກິ, ແຕ່ທ່ານໄດ້ເວົ້າຕື່ມວ່າ:

ທ່ານ ເຈມສ໌ ຣອບບິນສ໌ ໄດ້ເວົ້າວ່າ “ບໍ່ວ່າພວກເຮົາຈະໄດ້ເຫັນສາຍພົວພັນລະຫວ່າງ
ສະຫະລັດ ກັບ ຣັດເຊຍ ໄດ້ພັດທະນາດີຂຶ້ນກໍຕາມ. ບໍ່ວ່າບັນຫາຄືແຫຼມ ໄຄຣເມຍ,
ຢູເຄຣນ, ການສະໜັບສະໜູນ ອີຣ່ານ, ຊີເຣຍ, ຈະມີຄວາມສຳຄັນໃນການປະຊຸມຕາມ
ມາຫຼັງຈາກນັ້ນ, ມັນຈະເປັນການກຳນົດ ຜົນກະທົບໄລຍະຍາວແທ້ໆ. ແຕ່ໃນໄລຍະ
ສັ້ນນັ້ນ, ພວກເຮົາຄົງຈະຕ້ອງໄດ້ຜ່ານຜ່າ ສະຖານະການທາງການເມືອງທີ່ຫຍຸ້ງຍາກ
ນີ້.”

ແຫຼ່ງທີ່ມາຂອງຄວາມເຄັ່ງຕຶງອີກອັນນຶ່ງໃນການເດີນທາງນັ້ນ ແມ່ນ ການກ່າວຢືນຢັດ
ຂອງທ່ານ ທຣຳ ໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈ້ຽມ ວ່າ ສະມາຊິກອົງ
ການ ເນໂຕ ຕ້ອງໄດ້ຂຶ້ນຄ່າໃຊ້ຈ່າຍທາງທະຫານຂອງເຂົາເຈົ້າເປັນສອງເທົ່າ. ທ່ານ
ດາລີບໍ ໂຣຮາກ ຈາກສະຖາບັນວິສາຫະກິດ ອາເມຣິກັນ ໄດ້ເວົ້າວ່າ ການປະພຶດຂອງ
ທ່ານ ທຣຳ ຕໍ່ພັນທະມິດອາດເຮັດໃຫ້ຄວາມປອດໄພ ຂອງບັນດາປະ ເທດສະມາຊິກ
ອ່ອນແອລົງ.

ທ່ານ ດາລີບໍ ໂຣຮາກ ກ່າວວ່າ “ຂ້າພະເຈົ້າຄິດວ່າເລື່ອງທີ່ໃຫຍ່ທີ່ສຸດຢູ່ໜີ້ ກໍແມ່ນອະ
ນາຄົດຂອງອົງການ ເນໂຕ ແລະ ຄວາມໜ້າເຊື່ອຖືຂອງພັນທະມິດ, ເຊິ່ງຂ້າພະເຈົ້າຄິດ
ວ່າ ໄດ້ຊຸດໂຊມລົງຢ່າງຊ້າໆ ແລະເທື່ອ ລະເລັກລະນ້ອຍໂດຍປະທານາທິບໍດີຄົນນີ້.”

ລຸນຫຼັງຄຳເຫັນຕ່າງໆຂອງທ່ານ ທຣຳ ໃນນະຄອນຫຼວງ ບຣັສໂຊລສ໌ ນັ້ນ, ບັນດາຜູ້ນຳ
ອົງການ ເນໂຕ ກໍໄດ້ປະກາດວ່າ ສະມາຊິກທັງຫຼາຍຈະໃຫ້ເງິນປະກອບສ່ວນເພີ່ມເຕີມ.

For U.S. President Donald Trump, a recent overseas trip sparked criticism at home and abroad. At a summit in Helsinki, Finland, Trump appeared to place more faith in Russian President Vladimir Putin than in the U.S. intelligence community. And he once again demanded that NATO members boost their financial contributions to the alliance, much to the chagrin of America's European allies. On VOA's "Plugged In With Greta Van Susteren," experts pondered if Mr. Trump's unconventional approach is effective or causing harm. VOA's Robert Raffaele explains.

Before he left for a summit with Russian President Vladimir Putin, Donald Trump promised tough talk when it came to allegations of Russian meddling in the 2016 U.S. presidential election. But after those talks, Mr. Trump stunned many when asked if he believed U.S. intelligence reports pointing directly to the Kremlin.

"My people came to me, Dan Coats (U.S. Director of National Intelligence ) came to me, and some others. They said they think it's Russia. I have President Putin. He just said it's not Russia. I will say this, I don't see any reason why it would be."

After widespread, bipartisancriticism of that remark in the U.S.,Mr. Trump said he misspoke.

"I said the word "would" instead of "wouldn't."The sentence should have been, 'I don't see any reason why I wouldn't, or why it wouldn't be Russia."

On VOA's "Plugged in With Greta Van Susteren,"VOA's White House correspondent Steve Herman said that clarification is a hard sell on Capitol Hill.

"I think that the clarification perhaps with some of the Fox News commentators who have been very strongly supportive of the president, and maybe former House Speaker Newt Gingrich, they might be satisfied by this explanation. We're still seeing that other Republicans are quite concerned, and of course Democrats are not being at all persuaded by this."

On July 18 at the White House, the president again insisted he is being tough on Russia.

"We're doing very well, probably as well as anybody has ever done with Russia. And there's been no president, ever, as tough as I have been on Russia."

James Robbins of the American Foreign Policy Council says it was important that Trump "walked back" his Helsinki comment about Putin, but added:

"Whether we see an improved relationship (between the U.S. andRussia). Whether issues like Crimea, Ukraine, support for Iran, Syria, come to the fore in the follow-on meetings, that will really determine the long-term impact. But in the short term, we're going to have to wade through this morass of politics."

Another source of tension on the trip was Mr. Trump's insistence in Brussels that NATO members double their military spending. Dalibor Rohac of the American Enterprise Institute says Mr. Trump's attitude toward the alliance could weaken the security of member nations.

"I think the biggest story here is the future of NATO and the credibility of the alliance, which I think is being undermined slowly and by bits and pieces by this president."

Following Mr. Trump's comments in Brussels, NATO leaders announced members would contribute more money.

XS
SM
MD
LG