ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເລືອກຕັ້ງສະມາຊິກລັດສະພາສະຫະລັດ ອາດຈະປັບປ່ຽນຮູບແບບ ຂອງການອະພິປາຍໃໝ່ ໃນວໍຊິງຕັນ


ຄົນຍ່າງຜູ້ນຶ່ງ ຍ່າງຜ່ານ ທຸງຊາດ ສະຫະລັດ ຢູ່ທີ່ສະໜາມຫຼວງ ຫຼື National Mall ແລະຜ່ານຕຶກລັດຖະສະພາສະຫະລັດ, U.S. Capitol Building ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພະຈິກ 2022, ນຶ່ງວັນກ່ອນໜ້າ ການເລືອກຕັ້ງກາງສະໄໝ ທີ່ຈະກຳນົດ ການຄວບຄຸມຂອງລັດຖະສະພາສະຫະລັດ.
ຄົນຍ່າງຜູ້ນຶ່ງ ຍ່າງຜ່ານ ທຸງຊາດ ສະຫະລັດ ຢູ່ທີ່ສະໜາມຫຼວງ ຫຼື National Mall ແລະຜ່ານຕຶກລັດຖະສະພາສະຫະລັດ, U.S. Capitol Building ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພະຈິກ 2022, ນຶ່ງວັນກ່ອນໜ້າ ການເລືອກຕັ້ງກາງສະໄໝ ທີ່ຈະກຳນົດ ການຄວບຄຸມຂອງລັດຖະສະພາສະຫະລັດ.

ວັນອັງຄານມື້ນີ້ ແມ່ນວັນເລືອກຕັ້ງໃນສະຫະລັດ ໂດຍມີຊາວອາເມຣິກັນຫຼາຍລ້ານຄົນພາກັນໄປປ່ອນບັດເລືອກຕັ້ງ ໃນການເລືອກເອົາສະມາຊິກສະພາ ທີ່ ຈະບົ່ງບອກເຖິງຮູບຮ່າງແບບຄ້າວໆຂອງລັດຖະສະພາ ແລະຈະກຳນົດບັນຍາ ກາດສຳລັບການອະພິປາຍທາງການເມືອງຂອງວໍຊິງຕັນ ໃນລະຫວ່າງຊ່ວງເຄິ່ງຫຼັງວາລະສີ່ປີຂອງການດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານໂຈ ໄບເດັນ ​ທີ່ສັງກັດພັກເດໂມແຄຣັດ.

ໝົດທຸກບ່ອນນັ່ງໃນສະພາຕ່ຳ 435 ຕຳແໜ່ງ ແມ່ນຈະຖືກເລືອກໃໝ່ ແລະ 35 ບ່ອນນັ່ງໃນ 100 ບ່ອນຂອງສະພາສູງນຳດ້ວຍ. ປະຊາຊົນຫຼາຍກວ່າ 42 ລ້ານຄົນ ໄດ້ໄປປ່ອນບັດຂອງພວກເຂົາເຈົ້າແລ້ວ ດ້ວຍຕົນເອງ ກ່ອນກຳນົດ ຫຼື ໄດ້ລົງຄະແນນສຽງ ສົ່ງຜ່ານທາງໄປສະນີ. ພວກນັກວິເຄາະບາງສ່ວນ ຊີ້ແນະວ່າ ຄະແນນສຽງທັງໝົດໃນການແຂ່ງຂັນທົ່ວປະເທດ ອາດຈະສູງເກີນກວ່າ 115 ລ້ານສຽງ ທີ່ໄດ້ຖືກນັບ ໃນການເລືອກຕັ້ງກາງສະໄໝ ປີ 2018.

ພັກເດໂມແຄຣັດ ດຽວນີ້ ໄດ້ຄວບຄຸມທັງສອງສະພາ ຢ່າງວຸດວິດ ແຕ່ຄະແນນສຽງກ່ອນການເລືອກຕັ້ງ ສະແດງໃຫ້ເຫັນວ່າ ພັກຣີພັບບລີກັນ ເປັນໄປໄດ້ສູງທີ່ຈະເຂົ້າຄວບຄຸມທັງ ສະພາຕ່ຳ ແລະສະພາສູງ, ຊຶ່ງຜົນທີ່ອອກມາໃນເມື່ອກ່ອນ ໄດ້ນຳໄປສູ່ສະພາບການເມືອງ ທີ່ຕິດຄັດກັນຍາວນານ ເມື່ອພັກການເມືອງນຶ່ງຄວບຄຸມລັດຖະສະພາ ຫຼື ຢ່າງໜ້ອຍໃນສະພາໃດນຶ່ງ ແລະອີກພັກການເມືອງນຶ່ງຄວບຄຸມທຳນຽບຂາວ.

ເວັບໄຊສຳຄັນນຶ່ງທາງການເມືອງຂອງສະຫະລັດ ທີ່ຢັ່ງຫາງສຽງຄົນໃນການລົງຄະແນນສຽງຄື FiveThirtyEight.com ດຽວນີ້ ໃຫ້ໂອກາດພັກຣີພັບບລີກັນທີ່ຈະຊະນະສະພາສູງ 55 ເປີເຊັນ ແລະ ມີຄວາມເປັນໄດ້ສູງທີ່ຈະເອົາຊະນະພັກເດໂມແຄຣັດ ໃນສະພາຕ່ຳ ເຖິງ 83 ເປີເຊັນ. ເວັບໄຊນີ້ ໄດ້ຄາດຄະເນວ່າ ພັກຣີພັບບລີກັນ ຈະໄດ້ບ່ອນນັ່ງຕື່ມ 13 ບ່ອນໃນສະພາຕ່ຳ ໂດຍມີບ່ອນນັ່ງທັງໝົດ 225 ຕໍ່ 210 ບ່ອນ ແລະ ຈະໄດ້ນຶ່ງບ່ອນໃນສະພາສູງ ໂດຍໄດ້ປຽບ 51 ຕໍ່ 49 ບ່ອນນັ່ງ ເມື່ອມາເຖິງເດືອນມັງກອນ ປີ 2023.

ອີກເວັບໄຊນຶ່ງ ຄື RealClearPolitics.com ເປັນເວັບໄຊທີ່ໂອ້ອວດຫຼາຍກວ່າ ເຖິງໂອກາດຂອງພັກຣີພັບບລີກັນ ໄດ້ຄາດຄະເນວ່າ ພັກນີ້ ຈະໄດ້ບ່ອນນັ່ງໃນສະພາສູງ ສາມບ່ອນ ແລະ 14 ​ຫາ 48 ບ່ອນນັ່ງ ເພີ້ມ​ໃສ່​ບ່ອນ​ນັ່ງທີ່ມີຢູ່ແລ້ວ.

ການຢັ່ງຫາງສຽງເມື່ອບໍ່ດົນມານີ້ ຂອງສູນກາງຄົ້ນຄວ້າພິວ ບົ່ງບອກວ່າ ຫຼາຍກວ່າສາມສ່ວນສີ ຂອງພວກມີສິດອອກສຽງຂອງສະຫະລັດ ທີ່ໄດ້ຖືກສຳຫຼວດນັ້ນ ໄດ້ກ່າວວ່າ ເສດຖະກິດເປັນເລື້ອງພວກເຂົາເປັນຫ່ວງສູງສຸດໃນການເລືອກຕັ້ງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG