ຕົວເລກກໍລະນີຂອງຄົນເປັນພະຍາດວັນນະໂຣກ ຫລື ປອດແຫ້ງໄດ້ເພີ່ມຂຶ້ນຈາກຈຳນວນຂອງປີ 2019 ຫາ 2021, ເຊິ່ງປີ້ນກັບຄວາມຄືບໜ້າທີ່ມີມາໄດ້ ຫຼາຍປີ ຊຶ່ງມີຜົນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ໄດ້ລົບ ກວນການເຂົ້າເຖິງການປິ່ນປົວ ແລະການກວດພະຍາດ, ອີງຕາມອົງການອະນາໄມໂລກທີ່ກ່າວໃນວັນພະຫັດກ່ອນໆນັ້ນ. Lena Maassen ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
"ເປັນຄັ້ງທຳອິດໃນຮອບເກືອບສອງທົດສະວັດ ທີ່ອົງການອະນາໄມໂລກ ລາຍງານວ່າ ມີການເພີ່ມຂຶ້ນຂອງຈຳນວນຄົນທີ່ລົ້ມປ່ວຍຍ້ອນພະຍາດວັນນະໂຣກ ຫລື TB ແລະວັນນະໂຣກທີ່ດື້ຢາ ຄຽງຄູ່ກັນໄປກັບການເພີ່ມຂຶ້ນ ຂອງຜູ້ເສຍຊີວິດທີ່ກ່ຽວຂ້ອງກັບວັນນະໂລກ," ນັ້ນຄືຄຳເວົ້າຂອງທ່ານນາງເທເລຊາ ກະແຊວາ (Tereza Kasaeva) ຜູ້ອຳນວຍການໂຄງການ TB ໂລກ ຂອງອົງ ການສາທາລະນະສຸກຂອງສະຫະປະຊາຊາດ.
ບົດລາຍງານຂອງອົງການອະນາໄມໂລກທີ່ເຜີຍແຜ່ອອກໃນວັນພະຫັດກ່ອນໆນັ້ນ ເວົ້າວ່າ ມີຫຼາຍກວ່າ 10 ລ້ານຄົນທີ່ເປັນພະຍາດວັນນະໂຣກ ຫລືປອດແຫ້ງ ໃນປີ 2021 ຊຶ່ງເພີ່ມຂຶ້ນ 4.5 ເປີເຊັນ ຈາກຈຳນວນຂອງປີ 2020. ປະມານ 450,000 ກໍລະນີ ແມ່ນກ່ຽວພັນກັບຜູ້ຕິດເຊື້ອວັນນະໂຣກສາຍພັນຕ້ານຢາ ຊຶ່ງເພີ່ມຂຶ້ນ 3 ເປີເຊັນ ຈາກປີ 2020 ຫາ 2021. ເກືອບທັງໝົດ ຂອງຈຳນວນກໍລະນີຄົນເປັນພະຍາດນີ້ ໄດ້ຖືກລາຍງານຢູ່ໃນອິນເດຍ, ອິນໂດເນເຊຍ, ມຽນມາ ແລະຟີລິບປິນ.
ອົງການອະນາໄມໂລກ ຫລື WHO ກ່າວວ່າ ການລະບາດທົ່ວໂລກຂອງພະຍາດໂຄວິດ-19 “ສືບຕໍ່ສົ່ງຜົນກະທົບຕໍ່ການເຂົ້າເຖິງການວິນິໄສ ແລະ ປິ່ນປົວພະຍາດວັນນະໂລກ”. ຂໍ້ຈຳກັດກ່ຽວກັບໂຄວິດ-19 ເຊັ່ນ: ການປິດບ້ານ ປິດເມືອງ ແລະການຮັກສາໄລຍະໃຫ້ຫ່າງກັນ ໄດ້ສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອທີ່ໄດ້ຮັບການວິນິໄສ ແລະ ໄດ້ຮັບການປິ່ນປົວທີ່ຈຳເປັນໜ້ອຍລົງ. ໂດຍມີການກວດ ພົບ ແລະປິ່ນປົວພະຍາດວັນນະໂຣກໜ້ອຍລົງ, ມີຄົນເຈັບຫຼາຍຄົນຂຶ້ນ ທີ່ໄດ້ແຜ່ເຊື້ອພະຍາດນີ້ໄປສູ່ຜູ້ອື່ນໂດຍບໍ່ຮູ້ຕົວ.
ດັ່ງນັ້ນ, ຄວາມຄືບໜ້າທີ່ມີມາໄດ້ຫຼາຍກວ່ານຶ່ງທົດສະວັດໄດ້ສູນເສຍໄປ, ອີງຕາມ ດຣ. ແມລ ສປິກເຈລແມນ (Mel Spigelman), ປະທານຂອງອົງການ ພັນທະມິດ TB ທີ່ບໍ່ຫວັງຜົນກໍາໄລ.
ພະຍາດວັນນະໂຣກ ແມ່ນເກີດມາຈາກເຊື້ອແບັກທີເຣຍທີ່ທໍາຮ້າຍປອດ. ພະຍາດດັ່ງກ່າວ ສ່ວນຫຼາຍແມ່ນແຜ່ຜາຍໄປຜ່ານທາງອາກາດ ແລະ ຫຼັງຈາກເກີດພະຍາດໂຄວິດ-19 ແລ້ວ ວັນນະໂຣກເປັນພະຍາດຕິດຕໍ່ ທີ່ອັນຕະລາຍຮ້າຍແຮງຫຼາຍທີ່ສຸດໃນໂລກ. ໃນຂັ້ນຕົ້ນ ມັນມີຜົນກະທົບຕໍ່ຜູ້ໃຫຍ່, ໂດຍສະເພາະ ຜູ້ທີ່ຂາດສານອາຫານ ຫຼືຂາດພູມຕ້ານທານໃນປະເທດທີ່ກໍາລັງພັດທະນາ. ຫຼາຍກວ່າ 95 ເປີເຊັນ ຂອງກໍລະນີຄົນເປັນພະຍາດນີ້ ແມ່ນຢູ່ໃນປະເທດທີ່ ກໍາລັງພັດທະນາ.
ການຫຼຸດລົງຂອງເສດຖະກິດໂລກໃນລະຫວ່າງການແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ ເຮັດໃຫ້ບັນຫານີ້ຮ້າຍແຮງຂຶ້ນ, ຍ້ອນວ່າຄອບຄົວປະເຊີນກັບຄ່າໃຊ້ຈ່າຍທີ່ບໍ່ສາມາດຈ່າຍໄດ້ ເນື່ອງຈາກການປິ່ນປົວຂອງພວກເຂົາ, ໂດຍສະເພາະໃນປະເທດທີ່ກໍາລັງພັດທະນາ.
ດຣ. ແຮນນາ ສເປັນເຊີ (Hannah Spencer) ໃນອົງການທ່ານໝໍ ບໍ່ມີພົມ ແດນ ຫລື Doctors Without Borders ໃນປະເທດອາຟຣິກາໃຕ້ ໄດ້ສະເໜີໃຫ້ຫຼຸດລາຄາການປິ່ນປົວວັນນະໂຣກໃຫ້ຢູ່ໃນລະດັບຕໍ່າກວ່າ 500 ໂດລາ ເພື່ອ ຊ່ວຍຄົນເຈັບທີ່ມີລາຍໄດ້ຕໍ່າ. ອົງການ WHO ຍັງໄດ້ສະເໜີວ່າ ປະເທດຕ່າງໆ ຄວນຈ່າຍຄ່າວິນິໄສ ແລະການປິ່ນປົວພະຍາດວັນນະໂຣກຫຼາຍຂຶ້ນ.
ທ່ານເຕດຣົສ ແອດດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ຜູ້ອຳນວຍການໃຫຍ່ຂອງອົງການ WHO ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນພະຫັດກ່ອນໜ້ານີ້ວ່າ "ຖ້າການລະບາດ ຂອງພະຍາດໂຄວິດ-19 ໄດ້ສອນຫຍັງໃຫ້ພວກເຮົາຮູ້ ກໍຄົງຈະມັນແມ່ນຄວາມສາມັກຄີ, ຄວາມຕັດສິນໃຈອັນເດັດດ່ຽວ, ນະວັດຕະກໍາ ແລະການນໍາໃຊ້ເຄື່ອງມືຢ່າງມີ ຄວາມສະເຫມີພາບ ແມ່ນເຮັດໃຫ້ພວກເຮົາສາມາດເອົາຊະນະໄພຂົ່ມຂູ່ຕໍ່ສຸຂະ ພາບທີ່ຮ້າຍແຮງໄດ້." ທ່ານກ່າວຕໍ່ໄປວ່າ "ໃຫ້ເຮົາເອົາບົດຮຽນເຫຼົ່ານັ້ນໄປໃຊ້ກັບວັນນະໂຣກ. ມັນເຖິງເວລາແລ້ວທີ່ຈະຢຸດນັກສັງຫານຊີວິດທີ່ມີມາຢ່າງ ຍາວ ນານອັນນີ້ແລ້ວ."
ຂໍ້ມູນບາງຢ່າງໃນບົດລາຍງານນີ້ແມ່ນມາຈາກອົງການຂ່າວເອພີ, ຣອຍເຕີສ໌ (Reuters) ແລະເອເອັຟພີ (Agent France-Presse).
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:
Tuberculosis case numbers increased from 2019 to 2021, reversing years of progress as the COVID-19 pandemic disrupted access to treatment and testing, the World Health Organization said Thursday.
"For the first time in nearly two decades, WHO is reporting an increase in the number of people falling ill with TB and the drug-resistant tuberculosis, alongside an increase in TB related deaths," said Tereza Kasaeva, director of the U.N. health agency's global TB program.
A WHO report released Thursday stated that more than 10 million people got tuberculosis in 2021, a 4.5% increase from 2020. Roughly 450,000 cases involved individuals infected with the drug-resistant TB strain, a 3% increase from 2020 to 2021. Most of these cases were reported in India, Indonesia, Myanmar and the Philippines.
The COVID-19 pandemic "continues to have a damaging impact on access to TB diagnosis and treatment," WHO said. COVID-19 restrictions, such as lockdowns and physical distancing, resulted in fewer people being diagnosed and getting the necessary treatment. With fewer people being diagnosed and treated for TB, more patients unknowingly spread the disease to others. As a result, more than a decade of progress was lost, said Dr. Mel Spigelman, president of the nonprofit TB Alliance.
Tuberculosis is caused by bacteria that attack the lungs. The disease is mainly spread through the air and, after COVID-19, tuberculosis is the world's deadliest infectious disease. It primarily affects adults, particularly those who are malnourished or immunocompromised, in developing countries. More than 95% of cases are in developing countries.
The downturn of the global economy during the pandemic worsened the problem, as families faced unbearable costs due to their treatment, especially in developing countries.
Dr. Hannah Spencer, with Doctors Without Borders in South Africa, suggested lowering the prices of tuberculosis treatment to no more than $500 to help low-income patients. WHO also suggested that more countries should cover the cost of TB diagnosis and treatment.
"If the pandemic has taught us anything, it's that with solidarity, determination, innovation and the equitable use of tools, we can overcome severe health threats," WHO Director-General Tedros Adhanom Ghebreyesus said in a news release Thursday. "Let's apply those lessons to tuberculosis. It is time to put a stop to this long-time killer."
Some information in this report came from The Associated Press, Reuters and Agence France-Presse.