ບັນດາເຈົ້າໜ້າທີ່ຄຸ້ມຄອງໄພພິບັດຂອງອິນໂດເນເຊຍ ກ່າວວ່າ ຈຳນວນຜູ້ເສຍຊີວິດ
ຈາກຄື້ນຍັກສຸນາມິ ໃນວັນເສົາຜ່ານມານີ້ ທີ່ໄດ້ພັດຖະຫລົ່ມເຂດແຄມຝັ່ງຕາເວັນຕົກ
ຂອງເກາະຈາວາ ມາເຖິງເວລານີ້ ແມ່ນຢູ່ທີ່ 429 ຄົນແລ້ວ.
ພວກພະນັກງານກູ້ໄພ ໄດ້ຫັນມານຳໃຊ້ພວກໝາດົມກິ່ນ ແລະເຮືອບິນບໍ່ມີຄົນຂັບ ຫຼື
ໂດຣນ ເພື່ອຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ ຈາກຄື້ນຍັກສຸນາມິ ຊຶ່ງໄດ້ສ້າງ
ຄວາມເສຍຫາຍຢ່າງໜັກ ໃນຫຼາຍໆຊຸມຊົນຢູ່ ເກາະສຸມາດຕຣາ ແລະເກາະຈາວາ ທີ່
ຕັ້ງຢູ່ລະຫວ່າງຊ່ອງແຄບ ຊຸນດາ. ຕຶກອາຄານຫຼາຍກວ່າ 1,000 ຫຼັງ ໄດ້ຮັບຄວາມເສຍ
ຫາຍ ຫຼື ຖືກທຳລາຍ ລວມທັງເຮືອນຊານຫຼາຍ 100 ຫຼັງນຳດ້ວຍ. ມີປະຊາຊົນຫຼາຍ
ກວ່າ 1,400 ຄົນ ໄດ້ຮັບບາດເຈັບ ແລະ ອີກຢ່າງໜ້ອຍ 128 ຄົນ ຍັງຫາຍສາບສູນຢູ່.
ພາບສະໄລດ໌ ຄວາມເສຍຫາຍ ຈາກຄື້ນຍັກສຸນາມິ
ອົງການອຸຕຸນິຍົມວິທະຍາ, ພູມອາກາດວິທະຍາ ແລະ ຟີສິກກ່ຽວກັບພື້ນໂລກ ຫຼືເອີ້ນ
ຫຍໍ້ວ່າ BMKG ໄດ້ລາຍງານວ່າ ການປະທຸຂຶ້ນຂອງພູໄຟ ຄຣາກາໂທ ໃນຕອນປະມານ
9 ໂມງແລງ ຕາມເວລາໃນທ້ອງຖິ່ນ ຂອງວັນເສົາທີ່ຜ່ານມານີ້, ແລະ ຄື້ນຍັກສຸນາມິ ກໍໄດ້
ພັດຂຶ້ນຝັ່ງບໍ່ດົນຫຼັງຈາກນັ້ນ ໃນຕອນປະມານ 9 ໂມງເຄິ່ງ.
“ສາເຫດທີ່ກໍ່ໃຫ້ເກີດຄື້ນສຸນາມິ ແມ່ນຍ້ອນການປະສົມປະສານກັນ ດ້ວຍດິນເຈື່ອນ
ຢູ່ໃຕ້ທະເລ ຫຼັງຈາກການປະທຸຂຶ້ນຂອງພູໄຟອານັກ ຄຣາກາໂທ ແລະ ຄື້ນທະເລ
ທີ່ມີສາເຫດມາຈາກເດືອນເພັງ” ອີງຕາມອົງການ BMKG ທີ່ໄດ້ກ່າວໄປນັ້ນ, ແນວໃດ
ກໍຕາມ ອົງການທໍລະນີວິທະຍາ ອິນໂດເນເຊຍ ກໍໄດ້ ກ່າວວ່າ ເຂົາເຈົ້າບໍ່ສາມາດຢືນຢັນ
ໄດ້ວ່າ ຄື້ນສຸນາມິ ໄດ້ເກີດຂຶ້ນຍ້ອນການປະທຸຂຶ້ນຂອງພູໄຟ ຄຣາກາໂທ ຫຼືບໍ່, ໃນເມື່ອ
ພູດັ່ງກ່າວ ໄດ້ປະທຸຂຶ້ນ ຕະຫຼອດມາ ນັບຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ ດ້ວຍຄວາມແຮງ
ທີ່ວ່າໃຫຍ່ກວ່ານີ້ ແລະ ບໍ່ເຄີຍເຮັດໃຫ້ເກີດຄື້ນຍັກສຸນາມິ ມາກ່ອນເລີຍ.
ຫົວໜ້າອົງການທໍລະນີວິທະຍາ ທ່ານ ຣູດີ ຊູເຮັນດາ ໄດ້ກ່າວຕໍ່ວີໂອເອ ພະແນກ
ອິນໂດເນເຊຍວ່າ ເຂົາເຈົ້າກຳລັງສືບສວນສອບສວນວ່າ ແມ່ນຫຍັງທີ່ ເປັນສາເຫດ
ຂອງຄື້ນຍັກສຸນາມິ.