ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ໃຫ້ຄວາມເຫັນ ໃນແງ່ດີ ກ່ຽວກັບ ຂໍ້ຕົກລົງການຄ້າ ກັບ ຈີນ


ປະ​ທາ​ນາ​ທິ​ບໍ​ດີ ທຣຳ ກຳ​ລັງ​ເວົ້າຢູ່​ໃນ​ກອງ​ປະ​ຊຸມ​ສອງ​ຝ​່າຍ​ກັບ ປະ​ທາ​ນາ​ທິ​ບໍ​ດີ Abdel Fattah al-Sissi ຂອງ​ອີ​ຈິບ (ຊ້າຍ) ຢູ່ກອງ​ປະ​ຊຸມ​ສຸດຍອດ​ G-7 ໃນ​ເມືອງ Biarritz, ຂອງ​ຝ​ຣັ່ງ ໃນວັນ​ຈັນ, ວັນ​ທີ 26 ສິງ​ຫາ, 2019
ປະ​ທາ​ນາ​ທິ​ບໍ​ດີ ທຣຳ ກຳ​ລັງ​ເວົ້າຢູ່​ໃນ​ກອງ​ປະ​ຊຸມ​ສອງ​ຝ​່າຍ​ກັບ ປະ​ທາ​ນາ​ທິ​ບໍ​ດີ Abdel Fattah al-Sissi ຂອງ​ອີ​ຈິບ (ຊ້າຍ) ຢູ່ກອງ​ປະ​ຊຸມ​ສຸດຍອດ​ G-7 ໃນ​ເມືອງ Biarritz, ຂອງ​ຝ​ຣັ່ງ ໃນວັນ​ຈັນ, ວັນ​ທີ 26 ສິງ​ຫາ, 2019

ໃນ​ວັນ​ຈັນວານນີ້​ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ ທ່ານດໍໂນລ ທຣຳ ໄດ້​ບອກ​ໃຫ້​ຮູ້​ເຖິງ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ ວ່າ ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າກັບ​ຈີນ​ ຈະສາ​ມາດ​ບັນ​ລຸໄດ້ ເພື່ອ​ເຮັດ​ໃຫ້​ສົງ​ຄາມການຂຶ້ນພາສີ ຕໍ່​ກັນ​ແລະ​ກັນ ​ລະ​ຫວ່າງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ສອງ​ປະ​ເທດນີ້ ​ສິ້ນ​ສຸດ​ລົງໄດ້.

ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່ກອງ​ປະ​ຊຸມສຸດຍອດ ຈີ 7 (G7) ໃນ​ຝ​ຣັ່ງ​ ວ່າ ຈີນ ໄດ້​ໂທ​ລະ​ສັບ​ຫາ​ຜູ​ຕາງ​ໜ້າ​ດ້ານ​ການ​ຄ້າ​ຂັ້ນ​ສູງ​ຂອງ​ສະ​ຫະ​ລັດ “ແລະໄດ້ກ່າວວ່າ ໃຫ້ກັບຄືນມາເຈລະຈາກັນສະ.”
ທ່ານ​ເວົ້າ​ວ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີວ ເຮີ (Liu He), ຫົວ​ໜ້າ​ນັກ​ເຈ​ລະ​ຈາ​ການ​ຄ້າ​ຂອງ​ຈີນ "ຢາກ​ເຮັດ​ຂໍ້​ຕົກ​ລົງ​ແລ້ວ, ອັນ​ນັ້ນ​ສະ​ແດງ​ໃຫ້​ຮູ້ໝົດແລ້ວ​ວ່າ ມັນ​ເປັນ​ແນວ​ໃດ. ຈີນ​ຢາກ​ເຮັດຂໍ້​ຕົກ​ລົງກັນແລ້ວ."

ແຕ່​ຢ່າງ​ໃດ​ກໍ​ຕາມ, ຜູ້​ນຳ​ຂອງ​ສະ​ຫະ​ລັດ​ທ່ານນີ້​ກໍ​ໄດ້​ເວົ້າ​ເພີ້ມ​ຢ່າງວ່ອງ​ໄວ​ວ່າ "ອັນ​ນີ້ ຈະ​ຕ້ອງ​ເປັນ​ການ​ຕົກ​ລົງ​ທີ່​ດີກວ່າ​ໃຫ້​ແກ່ພວກ​ເຮົາ​." ທ່ານ​ຍັງໄດ້ ອ້າງອີກວ່າ ເງິນ​ເກີນ​ດຸນການ​ຄ້າ​ທີ່ຈີນ​ໄດ້ຮັບ​ມາຈາກສະ​ຫະ​ລັດເປັນ​ເວ​ລາ​ຫລາຍ​ປີໃນ​ຈຳ​ນວນ 419 ຕື້​ໂດ​ລານັ້ນ ເປັນ​ມູນ​ຄ່າ​ສິນ​ຄ້າ​ທີ່​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຫລາຍກວ່າ ສິນ​ຄ້າ​ອາ​ເມ​ຣິ​ກັນ ທີ່​ຈີນ​ຊື້ໄປ​ໃນ​ປີ 2018.

ທ່ານ​ທ​ຣຳ​ປະ​ກາດ​ວ່າ "ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ໃຫ້​ການ​ຄ້າ​ຂອງ​ພວກ​ເຮົາ​ດຸນ​ກັນ ຢ່າງ​ໜ້ອຍກໍຢູ່​ໃນ​ລະ​ດັບ​ໃດ​ນຶ່ງ.”

ທ່ານ​ເວົ້າ​ວ່າ ທ່ານ​ໄດ້​ເກັບພາ​ສີ​ຕໍ່​ສິນ​ຄ້າ​ຂາ​ເຂົ້າ​ຈາກ​ຈີນໃນ​ມູນ​ຄ່າ 250 ຕື້​ໂດ​ລາ ແລະ​ມີແຜນ​ທີ່​ຈະ​ເກັບ​ພາ​ສີ​ເພີ້ມ​ອີກ​ຕໍ່​ສິນ​ຄ້າຕ່າງໆ ທີ່​ມີ​ມູນ​ຄ່າ 300 ຕື້ ​ໂດ​ລາ ນັ້ນ ໄດ້ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ແລ້ວ ແມ່ນ​ແຕ່​ວ່າ ຈີນ​ຈະ​ໄດ້​ເກັບ​ພາ​ສີຕໍ່​ສິນ​ຄ້າ​ສົ່ງ​ອອກ​ຂອງ​ອາ​ເມ​ຣິ​ກາ​ໃນ​ມູນ​ຄ່າ 75 ຕື້​ໂດ​ລາ ​ກໍ​ຕາມ.

ທ່ານ​ກ່າວ​ດັ່ງ​ນີ້ “ຈີນ​ໄດ້​ຖືກ​ກະ​ທົບ​ຢ່າງແຮງ​ຢູ່​ໃນ​ຫລາຍ​ເດືອນ​ຜ່ານ​ມານີ້.” “ ເຂົາ​ເຈົ້າ​ຢາກ​ໃຫ້​ມີຂໍ້​ຕົກ​ລົງກັນຫລາຍ… ຢາກໃຫ້​ມີຢ່າງ​ແຮງ. ​ເຂົາ​ເຈົ້າ ຈະ​ບໍ່​ສາ​ມາດ​ແຂ່ງ​ຂັນ​ໄດ້. ຂ້າ​ພະ​ເຈົ້າາ​ຄິດວ່າ ພວກ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ​ແລ້ວ" ນອກ​ຈາກ​ ເປີດການ​ເຈ​ລະ​ຈາ​ກັນ​ຄືນ​ອີກ, ທີ່​ມີ​ກຳ​ນົດ​ວ່າ​ຈະ​ເລີ້ມ​ຕົ້ນ​ຂຶ້ນ​ໃນເດືອນ​ໜ້ານີ້.

ທ່ານ​ທ​ຣຳ​ມັກ​ຈະ​ສັນ​ລະ​ເສີນ​ປະ​ທານ​ປະ​ເທດ​ສີ ຈິ້ນ​ຜິງ​ ຂອງ​ຈີນ​ວ່າ​ເປັນ​ໝູ່​ເພື່ອນ​ຂອງ​ຕົນ ແລະ​ເປັນ​ຜູ້​ນຳ​ທີ່​ມີ​ຄວາມ​ສາ​ມາດ​ຫລາຍ. ແຕ່​ວ່າ ໃນ​ອາ​ທິດ​ແລ້ວນີ້, ໃນ​ຂະ​ນະ​ທີ່​ການ​ເກັບ​ພາ​ສີ​ສິນ​ຄ້າ​ຕໍ່​ກັນ​ແກ່​ຍາວ​ໄປ, ທ່ານ​ທ​ຣຳ ຖາມ​ວ່າ ແມ່ນ​ທ່ານ ສີ ບໍ ຫລື​ທ່ານ ເຈ​ໂຣ​ມ ໂພ​ແວລ (Jerome Powell), ປະ​ທານ​ຂອງ​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ, ທະ​ນາ​ຄານ​ແຫ່ງ​ລັດ ຫລື Federal Reserve ກັນ​ແທ້​ທີ່ "ເປັນ​ສັດ​ຕູ​ທີ່​ໃຫຍ່ກວ່າ" ທີ່ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ໂລກ ເດືອດ​ຮ້ອນ ແລະເຮັດ​ໃຫ້​ຜົນ​ໄດ້​ຮັບ​ທາງ​ເສດ​ຖະ​ກິດ​ຂອ​ງ​ສະ​ຫະ​ລັດ​ຖື​ກ​ປັ່ນ​ປ່ວນໄປ. ທ່ານ ທ​ຣຳ ມັກ​ໂຈມ​ຕີ​ທ່ານ ໂພ​ແວ​ລ ວ່າ ບໍ່​ຕັດ​ອັດ​ຕາ​ດອກ​ເບ້ຍ​ທີ່​ເປັນ​ຂີດ​ໝາຍສຳ​ຄັນ​ນັ້ນ​ລົງໄວພໍ ເພື່​ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສະ​ຫະ​ລັດ​ຂະ​ຫຍາຍ​ໂຕ.

ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ຂະ​ນະ​ທີ່ຢູ່ກອງ​ປະ​ຊຸດ​ສຸດຍອດ ຈີ 7 (G7) ສິ້ນ​ສຸດ​ລົງ​ຢູ່​ໃນ​ນະ​ຄອນ ບີອາ​ຣິ​ສ (Biarritz) ຂອງ​ຝ​ຣັ່ງທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ມະ​ຫາ​ສະ​ໝຸດ​ແອັດ​ລັງ​ຕິກ ນັ້ນ ທ່ານ​ທ​ຣຳ​ໄດ້​ກ່າວ​ປົກ​ປ້ອງຄວາມ​ເວົ້າຂອງ​ທ່ານ​ກ່ຽວ​ກັບທ່ານ ສີ ທີ່​ເປັນ​ຄູ່ຕຳ​ແໜ່ງ​ຂອງ​ທ່ານນັ້ນ.

ທ່ານ​ຍິກ​ໄລ່​ຂຶ້ນ​ໃນ​ຂະ​ນ​ທີ່ກ່າວ​ວ່າ: “ເສຍ​ໃຈ​ນຳ​ເດີ້, ມັນ​ເປັນ​ວິ​ທີ​ທີ່​ຂ້າ​ພະ​ເຈົ້າ​ເຈ​ລະ​ຈາ... ມັນໃຊ້​ໄດ້​ດີ​ຫລາຍມາ​ເປັນ​ເວ​ລາ​ຫລາຍ​ປີ​ແລ້ວ ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ​ມັນ​ຍິ່ງ​ໃຊ້​ການໄດ້​ດີກວ່າ​ສຳ​ລັບ​ປະ​ເທດ."

ປະ​ທາ​ນາ​ທິ​ບໍ​ດີ ເອມ​ມາ​ນູ​ແອ​ລ ມາ​ຄ​ຣົງ (Emmanuel Macron) ຂອງ​ຝ​ຣັ່ງ​ເວົ້າ​ວ່າ "ຄວາມ​ປາດ​ຖະ​ໜາ​ອັນ​ເລິກ​ເຊິ່ງຂອງ​ຂ້າ​ພະ​ເຈົ້າ" ກໍ​ຄື​ໃຫ້​ມີ​ຂໍ້​ຕົກ​ລົງ​ການ​ຄ້າ​ນຳ​ກັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ. "ສິ່ງ​ທີ່ບໍ່​ດີ​ສຳ​ລັບ​ເສດ​ຖະ​ກິດ​ຂອງ​ໂລກ​ກໍ​ຄື ຄວາມບໍ່​ແນ່ນອນ ແລະ ຖ້າ​ມີ​ຂໍ້​ຕົກ​ລົງ​ກັນ​ໄດ້​ໄວ​ເທົ່າ​ໃດ ຄວາມບໍ່​ແນ່ນອນ​ກໍ​ຈະຫລຸດ​ໜ້ອງ​ລົງ​ໄດ້​ໄວເທົ່າ​ນັ້ນ.”
ທ່ານ​ທ​ຣຳ​ກ່າວ​ອີກວ່າ ການ​ເປີດ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ຄືນ​ອີກລະ​ຫວ່າງ ສະ​ຫະ​ລັດ​ກັບ​ຈີນ ຈະ "ເປັນ​ຄວາມ​ກ້າວ​ໜ້າ​ທີ່​ເປັນ​ໄປ​ໃນ​ແງ່​ດີ​ຫລາຍ​ສຳ​ລັບ​ໂລກ."

ທ່ານ​ກ່າວ​ດັ່ງ​ນີ້ "ພວກ​ເຂົາ​ເຈົ້າ​ຢາກ​ເຮັດ​ໃຫ້​ບາງ​ສິ່ງ​ບາງ​ຢ່າງ​ຈົ​ລລົງ. ບັດ​ນີ້, ມັນ​ອາດ​ຈະ​ບໍ່​ຈົບ​ລົງ​ໄດ້ ແຕ່​ວ່າ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ເຂົາ​ເຈົ້າ​ຢາກ​ເຮັດ​ຂໍ້​ຕົກ​ລົງ​ຫລາຍ​ອີ່​ຫລີ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່ານັ້ນ​ເປັນ​ບາດ​ກ້າວ​ທີ່​ເປັນ​ໄປ​ໃນ​ແງ່​ດີ​ຫລາຍ."

​ທ່ານ​ທ​ຣຳບໍ່​ໄດ້​ໃຫ້​ຄຳ​ຄິດ​ເຫັນແຕ່​ຢ່າງ​ໃດ​ກ່ຽວ​ກັບ​ວ່າ ທ່ານ​ໄດ້​ຕິດ​ຕໍ່​ລົມ​ກັນ​ກັບ​ທ່ານ​ສີ ໂດຍ​ກົງ​ຫລືບໍ່ ແຕ່ທ່ານ​ກໍ​ໄດ້ກ່າວ​ສັນ​ລະ​ເສີນ​ທ່ານ​ຄັ້ງ​ແລ້ວ ຄັ້ງ​ເລົ່າ​ວ່າ ທ່ານ ເປັນ "ຜູ້​ນຳ​ທີ່​ຍິ່ງ​ໃຫຍ່."

ຄຳ​ເຫັນ​ຂອງ​ທ່ານ​ແມ່ນ​ຕາ​ມ​ມາ​ດ້ວຍ​ຄຳ​ເຫັນ​ຂອງ​ທ່ານ ຫລີວ ທີ່​ກ່າວ​ໃນ​ວັນ​ຈັນ​ວານນີ້ ວ່າ ຈີນ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ທຳ​ການ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດ ເພື່ອ​ເຮັດ​ໃຫ້​ການ​ຕໍ່​ສູ້​ກັນ​ທາງ​ການ​ຄ້າ​ສິ້ນ​ສຸດ​ລົງ ແລະ​ເວົ້າ​ວ່າ ຈີນຄັດ​ຄ້ານ​ຕໍ່ "ການ​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂອງ​ສົງ​ຄາມ​ການ​ຄ້າ​ຂຶ້ນ​ໄປ."

ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຕະ​ຫລາດ​ຮຸ້ນ​ຢູ່​ໃນ​ຍີ່​ປຸ່ນ, ຈີນ, ແລະ​ຮົງ​ກົງ ຜ່ອນ​ຄາຍ​ຄວາ​ປັ່ນ​ປ່ວນ ທີ່​ຕ່າງ​ກໍ​ໄດ້​ເຮັດ​ການ​ຄ້າ​ໃນ​ລະ​ດັບ​ຕໍ່າໃນ​ວັນ​ຈັນ​ວານນີ້​ນັ້ນ​ລົງໄປ​ໄດ້​ໜ້ອຍ​ນຶ່ງ. ແຕ່​ວ່າ ເມື່ອ​ມີ​ການ​ຄ້າ​ຂາຍ​ກັນ​ດຳ​ເນີນ​ໄປ ​ດັດ​ຊະ​ນີຕະ​ຫລາດ​ຮຸ້​ນສະ​ຫະ​ລັດພຸ້ງ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິ​ດ​ຢູ່​ຂ້າງ​ລຸ່ມນີ້:

U.S. President Donald Trump voiced new optimism Monday that a trade deal could be reached with China to end the tit-for-tat tariff war between the world's two biggest economies.

Trump told reporters at the G7 summit in France that China had called top U.S. trade representatives "and said let's get back to the table."

He said the fact that Vice Premier Liu He, China's top trade negotiator, "wants to make a deal, that says it all. China wants to make a deal."

But the U.S. leader quickly added, "This has to be a deal that's better for us." He again cited the wide trade surplus China has enjoyed for years over the U.S., $419 billion more in exports to the United States than in American goods it bought in 2018.

"We have to balance our trading to at least some extent," Trump declared.

He said that tariffs he has imposed on $250 billion worth of Chinese imports and plans for taxes on another $300 billion worth of goods have hurt China's economy, even as China has imposed levies on $75 billion worth of American exports.

"China has taken a very hard hit over the last several months," he said. "They very much want to make a deal... very badly. They're not going to be able to compete. I don't think they have a choice" but to resume negotiations, which have been set to start again next month.

Trump has often praised Chinese President Xi Jinping as his friend and an able leader. But last week, as the reciprocal tariff wars unfolded, Trump questioned whether Xi, or Jerome Powell, the chair of the U.S. central bank, the Federal Reserve, was the "bigger enemy" in roiling the world economy and unsettling U.S. economic fortunes. Trump has often attacked Powell for not cutting the Fed's benchmark interest rate fast enough to boost the U.S. economy.

At a news conference as the G7 summit ended in the Atlantic coastal town in Biarritz, Trump defended his whipsaw descriptions of Xi.

Trump shrugged, saying, "Sorry, it's the way I negotiate...it's done very well for me over the years and it's doing better for the country."

French President Emmanuel Macron said that "my deep wish" is for a trade agreement between the U.S. and China. "What's bad for the world economy is uncertainty and the quicker an agreement is arrived at, the quicker that uncertainty will dissipate," he said.

Trump said a resumption in U.S.-China trade talks would be "a very positive development for the world."

"They want to get something done. Now, maybe it won't get done, but this is the first time I've seen them where they really do want to make a deal, and I think that's a very positive step."

Trump declined to comment about whether he had been directly in touch with Xi, but he repeatedly praised him, calling him a "great leader."

His comments followed those by Liu, who said Monday that China is willing to negotiate with the United States to end the ongoing trade battle, and that China opposes "the escalation of the trade war."

The developments did little to soothe major stock markets in Japan, China and Hong Kong, which all traded down Monday. But as the trading day went on, U.S. stock indexes advanced sharply.

The U.S.-China tariff war has roiled world stock markets for weeks, with wild gyrations in market performance, depending on the tariff announcements coming out of Washington and Beijing and then regaining ground when some hopeful signs surface that the two sides might yet reach a trade agreement in the coming months.

XS
SM
MD
LG