ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ທຣຳ ໃຊ້ສິດຢັບຢັ້ງ ຮ່າງກົດໝາຍງົບປະມານ ດ້ານການປ້ອງກັນປະເທດ


ປະທານາທິບໍດີ ດໍໂນລ ທຣຳ ແລະສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ກຳລັງຈະຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ຢູ່ທີ່ຖານທັບອາກາດ ແອນດຣູສ໌, ໃນລັດແມຣີແລນ, ວັນທີ 23 ທັນວາ 2020.
ປະທານາທິບໍດີ ດໍໂນລ ທຣຳ ແລະສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ກຳລັງຈະຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ຢູ່ທີ່ຖານທັບອາກາດ ແອນດຣູສ໌, ໃນລັດແມຣີແລນ, ວັນທີ 23 ທັນວາ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນພຸດທີ່ຜ່ານມາ ໄດ້ໃຊ້ສິດ ຢັບຢັ້ງຮ່າງກົດໝາຍນະໂຍບານດ້ານການປ້ອງກັນປະຈຳປີ ໂດຍຄັດຄ້ານຕໍ່ຊຸດງົບປະມານໃຊ້ຈ່າຍນີ້ ຊຶ່ງໄດ້ຮັບການສະໜັບສະໜຸນຈາກທັງສອງພັກການເມືອງໃນລັດຖະສະພາຢ່າງຫຼວງຫຼາຍ ແລະໄດ້ເອີ້ນມາດຕະການດັ່ງກ່າວວ່າ ເປັນ “ຂອງຂວັນ” ໃຫ້ແກ່ຈີນ ແລະຣັດເຊຍ.

ກົດໝາຍວ່າດ້ວຍສິດອຳນາດດ້ານການປ້ອງກັນແຫ່ງຊາດຫຼືເອີ້ນຫຍໍ້ວ່າ NDAA ໄດ້ອະນຸມັດງົບປະມານມູນຄ່າ 740 ຕື້ໂດລາ ໃນໂຄງການຕ່າງໆດ້ານການທະຫານ ແລະຈະຂຶ້ນເງິນເດືອນໃຫ້ແກ່ບັນດາສະມາຊິກທະຫານທຸກເຫຼົ່າທັບ 3 ເປີເຊັນ. ກົດໝາຍ NDAA ນີ້ ຍັງຊີ້ນໍານະໂຍບາຍ ຂອງທໍານຽບຫ້າແຈ ກ່ຽວກັບເລື້ອງຕ່າງໆ ເຊັ່ນວ່າ ລະດັບຂອງກຳລັງທະຫານ ລະບົບອາວຸດຍຸດໂທປະ ກອນ ແລະເລື້ອງທີ່ກ່ຽວພັນກັບບຸຄະລາກອນ ເປັນຕົ້ນ.

ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ເອີ້ນການໃຊ້ສິດຢັບຢັ້ງ ຫຼື ວີໂຕ້ ຂອງທ່ານທຣຳ ວ່າ ເປັນ “ການກະກຳທີ່ຂາດຫົວຄິດທີ່ໜ້າເຫຼືອເຊື່ອ ທີ່ຈະເປັນໄພຕໍ່ກຳລັງທະຫານຂອງພວກເຮົາ.”

ທ່ານນາງເພໂລຊີ ໄດ້ກ່າວໃນຖະແຫລງການວ່າ “ທ່ານທຣຳ ໃຊ້ເວລາສຸດທ້າຍໃນຕຳແໜ່ງຂອງເພິ່ນເພື່ອສ້າງຄວາມວຸ້ນວາຍ ທີ່ປະກອບດ້ວຍ ການປະຕິເສດທີ່ຈະຂຶ້ນເງິນເດືອນໃຫ້ແກ່ພວກສະມາຊິກທະຫານທັງຫຼາຍ ທີ່ຕິດຄ້າງມາເປັນເວລາຍາວນານ ແລະຄ່າໃຊ້ຈ່າຍສຳລັບໜ້າທີ່ທີ່ເປັນອັນຕະລາຍ ຄອບຄົວຂອງພວກເຮົາທັງຫຼາຍ ໄດ້ຈ່າຍໃຫ້ຄອບຄົວທີ່ຂໍລາພັກ ການເບິ່ງແຍງລູກນ້ອຍ ດ້ານທີ່ຢູ່ອາ ໄສ ແລະການປົກປ້ອງສຸຂະພາບ ແລະຈ່າຍຄ່າສະຫວັດດີການໃຫ້ແກ່ພວກທະ ຫານນັກລົບເກົ່າທັງຫຼາຍຂອງພວກເຮົາ ທີ່ພວກເຂົາຕ້ອງການແລະສົມຄວນໄດ້ຮັບ.” ທ່ານນາງໄດ້ກ່າວຖະແຫລງຕື່ມອີກວ່າ “ການວີໂຕ້ຂອງທ່ານປະທານາທິ ບໍດີ ຍັງຂັດຂວາງກີດກັນປະເທດຊາດ ແລະບັນດາພັນທະມິດຂອງພວກເຮົາ ອັນເປັນເຄື່ອງມືເພື່ອປົກປ້ອງຄວາມໝັ້ນຄົງຂອງໂລກ ລວມທັງເພື່ອຄວາມໝັ້ນຄົງທາງດ້ານໄຊເບີ້ນຳດ້ວຍ.”

ທ່ານທຣຳ ໄດ້ຂົ່ມຂູ່ມາຍາວນານແລ້ວທີ່ຈະໃຊ້ສິດວີໂຕ້ຮ່າງກົດໝາຍດັ່ງກ່າວ ຖ້າຫາກມັນບໍ່ລວມທັງການຍົກເລີກວັກທີ 230 ຂອງກົດໝາຍວ່າດ້ວຍຄວາມເໝາະສົມໃນການສື່ສານ ປີ 1996, ເຊິ່ງຈະປົກປ້ອງບັນດາບໍລິສັດສື່ມວນຊົນຈາກຄວາມຮັບຜິດຊອບ ທີ່ບໍ່ມີຕໍ່ບໍລິສັດສື່ມວນຊົນສ່ວນຫຼາຍ.

ສະມາຊິກສະພາສູງ ທ່ານເຈມສ໌ ອິນຮັອບຟ໌ ສັງກັດພັກຣີພັບບລີກັນ ຜູ້ທີ່ເປັນປະທານຄະນະກຳມະການກອງທັບຂອງສະພາສູງ ໄດ້ສະແດງການສະໜັບສະໜຸນແກ່ຮ່າງກົດໝາຍ NDAA ໃນຂະນະດຽວກັນ ທ່ານກ່າວວ່າ ລັດຖະສະພາຄວນຮັບມືກັບການຍົກເລີກ ວັກທີ 230 ຕ່າງຫາກ.

ທ່ານອິນຮັອບ ໄດ້ກ່າວໃນຖະແຫລງການເມື່ອວັນພຸດຜ່ານມາວ່າ “NDAA ນັ້ນ ໄດ້ກາຍເປັນກົດໝາຍໃນທຸກໆປີເປັນເວລາ 59 ປີລຽນຕິດ ຍ້ອນວ່າ ມັນເປັນເລື້ອງທີ່ສຳຄັນຍິ່ງທີ່ສຸດຕໍ່ຄວາມໝັ້ນຄົງແຫ່ງຊາດແລະກຳລັງທະຫານຂອງພວກ ເຮົາ. ປີນີ້ ກໍຕ້ອງເປັນຂໍ້ຍົກເວັ້ນ.” ທ່ານໄດ້ກ່າວຖະແຫລງອີກວ່າ “ພວກຜູ້ຊາຍແລະແມ່ຍິງຂອງພວກເຮົາ ຜູ້ທີ່ອາສາສະໝັກເພື່ອໃສ່ຊຸດທະຫານນັ້ນ ບໍ່ຄວນຖືກປະຕິເສດໃນສິ່ງທີ່ພວກເຂົາຕ້ອງການ-ແຕ່ຢ່າງໃດເລີຍ. ຮ່າງກົດໝາຍ NDAA ຍຶດໝັ້ນຜົນທີ່ໄດ້ຮັບມາທັງໝົດ ໃນກອງທັບຂອງພວກເຮົາ ກໍຍ້ອນການນຳພາຂອງປະທານາທິບໍດີ ທຣຳ ແລະສົ່ງສັນຍານທີ່ໜັກແໜ້ນຂອງການສະໜັບສະໜຸນຕໍ່ບັນດາສະມາຊິກກອງທັບຂອງພວກເຮົາ ແລະຄອບຄົວຂອງພວກເຂົາເຈົ້າ.”

U.S. President Donald Trump Wednesday vetoed the annual defense policy bill, objecting to the package, which had broad bipartisan support in Congress, and calling the measure a “gift” to China and Russia.

The National Defense Authorization Act would have authorized $740 billion in military programs and given 3% pay raises to members of the military. The NDAA also guides Pentagon policy on issues such as troops levels, weapons systems and personnel matters.

House Speaker Nancy Pelosi called Trump’s veto “an act of staggering recklessness that harms our troops.”

FILE - House Speaker Nancy Pelosi and Senate Minority Leader Chuck Schumer, left, meet with reporters on Capitol Hill in Washington.

“Trump is using his final hours in office to sow chaos, including by denying our servicemembers a long-overdue pay raise and hazard duty pay; our families paid family leave, child care, housing and health protections; and our veterans the benefits that they need and deserve,” Pelosi said in a statement. “The President’s veto also deprives our country and allies of tools to protect global security – including for cyber-security.”

Trump had long threatened to veto the bill if it did not include a repeal of Section 230 of the 1996 Communications Decency Act, which provides liability protections for social media companies.

Senator James Inhofe, a Republican who chairs the Senate Armed Services Committee, expressed support for the NDAA, while saying Congress should handle Section 230 repeal separately.

FILE - Senator James Inhofe (R-OK) Chairman of the Senate Armed Services Committee.

“The NDAA has become law every year for 59 years straight because it’s absolutely vital to our national security and our troops. This year must not be an exception,” Inhofe said in a statement Wednesday. “Our men and women who volunteer to wear the uniform shouldn’t be denied what they need— ever. This NDAA cements all the remarkable gains our military has made thanks to President Trump’s leadership and sends a strong message of support to our service members and their families.”

XS
SM
MD
LG