ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາເວົ້າວ່າ ສຫລ ຈະເອົາຊູດານ ອອກຈາກບັນຊີຜູ້ສະໜັບສະໜູນ ລັດທິກໍ່ການຮ້າຍ


ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາຢືນຢູ່ລະບຽງ Truman ຂອງທໍານຽບຂາວ ພາຍຫລັງໄດ້ອອກຈາກໂຮງໝໍ ຢູ່ສູນ Walter Reed Medical Center ເພື່ອປົວພະຍາດໂຄວິດ-19 ແລ້ວ ໃນວັນທີ 5 ຕຸລາ 2020.
ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາຢືນຢູ່ລະບຽງ Truman ຂອງທໍານຽບຂາວ ພາຍຫລັງໄດ້ອອກຈາກໂຮງໝໍ ຢູ່ສູນ Walter Reed Medical Center ເພື່ອປົວພະຍາດໂຄວິດ-19 ແລ້ວ ໃນວັນທີ 5 ຕຸລາ 2020.

ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ກ່າວວ່າ ສະຫະລັດ ຈະເອົາຊູດານອອກຈາກບັນຊີລາຍຊື່ຜູ້ສະໜັບສະໜູນລັດທິກໍ່ການຮ້າຍຂອງຕົນຫຼັງຈາກປະເທດດັ່ງກ່າວປະຕິບັດຕາມຂໍ້ຕົກລົງທີ່ຈະຈ່າຍເງິນຫຼາຍຮ້ອຍລ້ານໂດລາໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກການກໍ່ການຮ້າຍຂອງສະຫະລັດ ແລະຄອບຄົວຂອງພວກເຂົາເຈົ້າ.

ທ່ານທຣໍາໄດ້ກ່າວຢູ່ໃນທວີດເຕີໃນວັນຈັນວານນີ້ວ່າ: “ຂ່າວດີທີ່ສຸດ! ລັດຖະບານ ໃໝ່ຂອງຊູດານ, ທີ່ມີຄວາມຄືບໜ້າຫຼາຍ, ໄດ້ຕົກລົງທີ່ຈະຈ່າຍເງິນຈຳນວນ 335 ລ້ານໂດລາໃຫ້ແກ່ຜູ້ປະສົບເຄາະຮ້າຍຂອງສະຫະລັດຈາກການກໍ່ການຮ້າຍ ແລະຄອບຄົວຂອງພວກເຂົາເຈົ້າ. ເມື່ອໃດໄດ້ມີເງິນເຂົ້າມາແລ້ວ, ຂ້າພະເຈົ້າຈະເອົາຊູແດນອອກຈາກບັນຊີລາຍຊື່ຂອງຜູ້ສະໜັບສະໜູນລັດທິກໍ່ການຮ້າຍ. ໃນທີ່ສຸດ, ກໍມີຄວາມຍຸຕິທຳສຳລັບປະຊາຊົນອາເມຣິກັນ ແລະເປັນບາດກ້າວອັນໃຫຍ່ຫຼວງສຳລັບຊູດານ!"

ການເຄື່ອນໄຫວດັ່ງກ່າວຈະຊ່ວຍໃຫ້ຊູດານໄດ້ຮັບເງິນກູ້ຢືມ ແລະການຊ່ວຍເຫຼືອຈາກສາກົນທີ່ຈຳເປັນເພື່ອຊຸກຍູ້ເສດຖະກິດຂອງປະເທດ.

ມັນຍັງອາດສາມາດຈະປູທາງໃຫ້ແກ່ຊູດານໃນການສ້າງການພົວພັນທາງການທູດກັບອິສຣາແອລ, ຍ້ອນວ່າລັດຖະບານທ່ານທຣໍາຊອກຫາຂໍ້ຕົກລົງໃນນາມເປັນຄົນກາງເພື່ອເຮັດໃຫ້ບັນດາປະເທດອາຣັບຮັບຮູ້ອິສຣາແອລ. ລັດຖະບານດັ່ງກ່າວໄດ້ອຳນວຍຄວາມສະດວກໃຫ້ແກ່ຂໍ້ຕົກລົງເຊັ່ນນັ້ນ ກັບສະຫະລັດອາຣັບເອມີເຣສ ແລະບາຫ໌ເຣນມາແລ້ວ.

ນາຍົກລັດຖະມົນຕີຊູດານ, ທ່ານອັບດາລາ ແຮມດອກ (Abdalla Hamdok) ໄດ້ຂອບໃຈທ່ານທຣໍາຢູ່ໃນທວີດເຕີໃນວັນຈັນວານນີ້, ໂດຍກ່າວວ່າ ການຖືກຈັດວ່າເປັນຜູ້ສະໜັບສະໜູນ ການກໍ່ການຮ້າຍໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ຊູດານ. ທ່ານກ່າວຕື່ມອີກວ່າ ປະຊາຊົນຊູດານບໍ່ເຄີຍສະໜັບສະໜູນການກໍ່ການຮ້າຍ, ແລະການ ເຄື່ອນໄຫວຂອງສະຫະລັດແມ່ນເປັນການສະໜັບສະໜູນຢ່າງແຂງຂັນແກ່ການຫັນປ່ຽນປະເທດໄປສູ່ປະຊາທິປະໄຕ.

ເງິນຈຳນວນ 335 ລ້ານໂດລາ ທີ່ຊູດານໄດ້ຕົກລົງທີ່ຈະຈ່າຍໃຫ້ແກ່ຊາວອາເມຣິກັນແມ່ນສຳລັບຜູ້ປະສົບເຄາະຮ້າຍຈາກການໂຈມຕີຂອງເຄືອຂ່າຍອາລ-ຄາຍດາ (al-Qaida) ຕໍ່ສະຖານທູດສະຫະລັດໃນປະເທດເຄັນຢາ ແລະ ແທນຊາເນຍໃນປີ 1998 ແລະ ສຳລັບການວາງລະເບີດໃສ່ກໍາປັ່ນ USS Cole ໃນປີ 2000 ຢູ່ທ່າເຮືອແຫ່ງນຶ່ງຂອງເຢເມນ. ສານຂອງສະຫະລັດພົບວ່າ ຊູດານເປັນຜູ້ສົມຮູ້ຮ່ວມຄິດໃນການໂຈມຕີເຫຼົ່ານັ້ນ.

ຜູ້ປະສົບເຄາະຮ້າຍຈາກການກໍ່ການຮ້າຍຂອງຊູດານ, ກຸ່ມສະໜັບສະໜູນແກ່ຜູ້ປະສົບເຄາະຮ້າຍຈາກການວາງລະເບີດສະຖານທູດສະຫະລັດໃນປີ 1998, ກ່າວໃນວັນຈັນວານນີ້ວ່າ ຜູ້ປະສົບເຄາະຮ້າຍສ່ວນໃຫຍ່ໄດ້ອອກຖະແຫຼງການສະບັບນຶ່ງ ໂດຍກ່າວປະຕິເສດຕໍ່ຂໍ້ສະເໜີໃນການຊໍາລະເງິນດັ່ງກ່າວຂອງຊູດານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG