ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຳ ເປີດ​ເຜີຍ ແຜນ​ການ​ສັນ​ຕິ​ພາບ ພາກ​ຕາ​ເວັນ​ອອກ​ກາງ ໂດຍ​ການ 'ແກ້​ໄຂ ແບບ​ມີ​ ສອງ​ປະ​ເທດ ຕົວ​ຈິງ'


Trump Unveils Middle East Plan
please wait

No media source currently available

0:00 0:03:15 0:00

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ເປີດ​ເຜີຍ​ແຜນ​ການ​ສັນ​ຕິ​ພາບ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໂດຍ​ມີ​ນາ​ຍົກ​ລັດ​ຖະ​ມົນຕີ​ອິ​ສ​ຣາ​ແອ​ລ ຢືນ​ຢູ່​ຄຽງ​ຂ້າງ​ທ່ານ. ແຜນ​ການ​ສັນ​ຕິ​ພາບ​ດັ່ງ​ກ່າວ ແມ່ນ​ຮວມ​ທັງການ​ແບ່ງ​ແຜນ​ທີ່​ໃໝ່ ຂອງເຂດ ເວັດ​ແບັງ ຫຼື​ພາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍແດັນ ໂດຍ​ໃຫ້ອິ​ສ​ຣາ​ແອ​ລ​ເປັນ​ຝ່າຍໄດ້​ປຽບ ໃນ​ຂະ​ນະ​ທີ່ສະ​ເໜີ​ໃຫ້​ເສັ້ນ​ທາງ​ໄປ​ສູ່​ການ ເປັນ​ປະ​ເທດ​ຢ່າງມີ​ເງື່ອນ​ໄຂ​ສຳ​ລັບ​ຊາວ​ປາ​ແລ​ສ​ໄຕ​ນ໌. ​ແຕ່​ແນວ​ໃດ​ກໍ​ຕາມ ຝ່າຍ ​ປາ​ແລ​ສ​ໄຕ​ນ໌ໄດ້​ປະ​ຕິ​ເສດ​ຕໍ່​ແຜນ​ການນີ້ແລະ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດອາ​ຣັບ ​ທີ່​ເປັນ​ເພື່ອນ​ບ້ານ ທຳ​ການຄັດ​ຄ້ານ. ນັກ​ຂ່າວ​ຂອງວີ​ໂອ​ເອປະ​ຈຳ​ທຳນຽບ​ຂາວ Patsy Wikakuswara ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ໄພ​ສານຈະ​ນຳເອົາລາຍລະອຽດ​ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພວກ​ຊາວ​ປາ​ແລ​ສ​ໄຕ​ນ໌ ໃນ​ເຂດ​ກາ​ຊາ ພາ​ກັນ​ຈູດ​ເຜົາ​ຮູບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ໃນ​ຂະ​ນະ​ທີ່​ບຸກ​ຄົນ​ທັງ​ສອງ ພົບ​ປະ​ກັນ​ຢູ່​ທີ່​ທຳ​ນຽບ​ຂາວ ບ່ອນ​ທີ່​ທ່ານທ​ຣຳ​ໄດ້​ປະ​ກາດ​ວິ​ໄສ​ທັດ​ຂອງ​ທ່ານ ເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ ລະ​ຫວ່ງ​ອິ​ສ​ຣາ​ແອ​ລ​ກັບ​ປາ​ແລ​ສ​ໄຕ​ນ໌.

ແຜນ​ການ​ດັ່ງ​ກ່າວ​ຮັບ​ຮູ້​ອະ​ທິ​ປະ​ໄຕ​ຂອງ​ອິ​ສ​ຣາ​ແອ​ລ​ເໜືອ​ນະ​ຄອນ​ເຈ​ຣູ​ຊາ​ແລັມ ແລະ​ໄດ້​ແຕ້ມ​ແຜນ​ທີ່​ເຂດ​ຊາຍ​ເວ​ັດ ​ແບັງ ຫຼື​ພາກຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດັນຄືນ​ໃໝ່. ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ:

“ພວກ​ເຮົາ​ຈະ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ກັບ​ອິ​ສ​ຣາ​ແອ​ລ ເພື່ອ​ຫັນ​ປ່ຽນແຜນ​ທີ່​ໃນ​ຈິນ​ຕະ​ນາ​ການ​ໃຫ້​ເປັນ​ລາຍ​ລະ​ອຽດ​ຫຼາຍ​ຂຶ້ນ​ແລະ​ວັດ​ແທກ​ການ​ປ່ຽນ​ແປງ​ເພື່ອວ່າໃຫ້​ການ​ຮັບ​ຮູ້ນັ້ນ ​ສາ​ມາດ​ບັນ​ລຸ​ໄດ້​ໃນ​ທັນ​ທີ.”

ແຜນ​ການ​ສັນ​ຕິ​ພາບ​ດັ່ງ​ກ່າວນີ້ ບໍ່​ໄດ້​ປະ​ຖິ້ມ​ການ​ແກ້​ໄຂ​ແບບ​ມີສອງ​ປະ​ເທດ ຊຶ່ງ ຮຽກ​ຮ້ອງ​ໃຫ້​ມີ​ການ​ສ້າງ​ຕັ້ງ​ ປະ​ເທດ​ປາ​ແລ​ສ​ໄຕ​ນ໌​ຂຶ້ນ​ໃນ​ອະ​ນາ​ຄົດ ໂດຍ​ມີ​ເຈ​ຣູ​ຊາ​ແລັມ​ຕາ​ເວັນ​ອອກ​ເປັນ​ເມືອງ​ຫຼວງ.

ທ່ານ​ທ​ຣຳ​ກ່າວ​ວ່າ ມັນ​ຈະ​ເພີ້ມ​ດິນ​ແດນ​ປາ​ແລ​ສ​ໄຕ​ນ໌ ​ຂຶ້ນ​ເປັນ​ສອງ​ເທົ່າ ເພື່ອ​ເປັນ​ການ​ແລກ​ປ່ຽນ ​ກັບ​ອະ​ທິ​ປະ​ໄຕ​ ຂອງ​ອິ​ສ​ຣາ​ແອ​ລ ເໜືອ​ບ່ອນ​ຕັ້ງ​ຖິ່ນ​ຖານ ​ໃນເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ແລະ​ການ​ໂຈະ​ການ​ກໍ​ສ້າງ​ຢູ່​ບ່ອນ​ຕັ້ງ​ຖິ່ນ​ຖານເປັນ​ເວ​ລາ 4 ປີ. ທ່ານ​ທໍ​ມັ​ສ ສວາດ​ສ໌ ອາ​ຈານ​ສອນ​ເລື້ອງ​ຄວາມ​ສຳພັນ​ຂອງ​ສະ​ຫະ​ລັດກັບ​ຕ່າງ​ປະ​ເທດ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແວນ​ເດີ​ບິ​ລ​ທ໌ ກ່າວກ່ຽວ​ກັບ​ເລື້ອງນີ້​ວ່າ:

“ການ​ບໍ່​ຍອມ​ຮັບ​ເອົາ​ຈະ​ໝາຍ​ຄວາມ​ວ່າ​ບາງ​ທີ ອາດ​ເປັນ​ການ​ສືບ​ຕໍ່​ສູນ​ເສຍ​ດິນ​ແດນ​ໃນ​ການ​ຕັ້ງ​ຖິ່ນ​ຖານ. ມັນ​ບໍ່​ໄດ້​ເບິ່ງ​ຄື​ວ່າ ຝ່າຍ​ປາ​ແລ​ສ​ໄຕ​ນ໌ ມີ​ທາງ​ອອກແບບ​ສ້າງ​ສັນ. ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ອີກ​ຕໍ່​ໄປ​ແລ້ວ ການ​ສະ​ໜັບ​ສະ​ໜຸນ​ຢ່າງແຂງ​ຂັນ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ການ​ເງິນຈາກ​ປະ​ເທດ​ອາ​ຣັບ​ທີ່​ສຳ​ຄັນໆ​ຫຼາຍໆປະ​ເທດ. ດັ່ງ​ນັ້ນ ໃນ​ທາງ​ນຶ່ງ ແມ່ນ​ແລ້ວ ມັນ​ເບິ່ງ​ຄື​ວ່າ ຈະ​ຮັບ​ເອົາ​ຫຼື​ບໍ່​ຮັບ​ເອົາແລະ​ມັນ​ອາດ​ຈະ​ເປັນ​ການ​ຕົກ​ລົງ​ທີ່​ດີ​ທີ່​ສຸດ ທີ່​ພວກ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ.”

ກ່ອນນຳ​ສະ​ເໜີ​ແຜນ​ການ​ດັ່ງ​ກ່າວນີ້ ທ່ານ​ທ​ຣຳ​ໄດ້​ຮັບ​ຮູ້​ການ​ປະ​ກາດ​ຮວມ​ເອົາ​ເຂດ​ພູ​ພຽງ​ໂກ​ລານ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ຕົນ​ ໂດຍ​ອິ​ສ​ຣາ​ແອ​ລ ແລະ​ການຍ້າຍ​ສະ​ຖານ​ທູດ​ສະ​ຫະ​ລັດ ຈາກ​ນະ​ຄອນ​ແທ​ລ ອາ​ວີບ ໄປ​ຍັງ​ເຈ​ຣູ​ຊາ​ແລັມ. ຝ່າຍ​ປາ​ແລ​ສ​ໄຕ​ນ໌ ບໍ່​ໄດ້​ມີ​ສ່ວນ​ພົວ​ພັນ​ໃນ​ແຜນ​ການ​ດັ່ງ​ກ່າວ ແລະ​ໄດ້​ປະ​ຕິ​ເສດຢ່າງວ່ອງ​ໄວ​ກ່ຽວ​ກັບ​ເລື້ອງນີ້. ທ່ານ​ຮາ​ລາ ອາ​ໝັດ ຈາກ​ກຸ່ມ​ຕາ​ໜ່າງ​ນະ​ໂຍ​ບາຍ​ປາ​ແລ​ສ​ໄຕ​ນ໌ ອາ​ລ-ຊາ​ບາ​ກາ ກ່າວ​ວ່າ:

“ໂດຍ​ພື້ນ​ຖານ​ແລ້ວ ມັນ​ເຮັດ​ໃຫ້​ເປັນ​ໄປ​ບໍ່​ໄດ້​ທີ່​ຊາວ​ປາ​ແລ​ສ​ໄຕ​ນ໌ ທີ່​ຈະ​ສາ​ມາດ​ຊີ້​ຊະ​ຕາ​ກຳ​ຂອງ​ຕົນ​ເອງແລະ​ມັນ​ໄດ້​ປະ​ ກົດ​ໝາຍ​ສາ​ກົນ​ແລະ​ສິດ​ທິ​ມະ​ນຸດ​ສາ​ກົນໄວ້​ຢູ່​ທາງ​ຂ້າງ​ຢ່າງ​ສິ້ນ​ເຊີງ. ມັນ​ເຮັດ​ໃຫ້​ການ​ຕັ້ງ​ຖິ່ນ​ຖານ​ຖືກ​ຕ້ອງ​ຕາມ​ກົດ​ໝາຍແລະ​ມັນ​ເຮັດ​ໃຫ້​ສະ​ພາບ​ການ ທີ່​ຖືກ​ປະ​ນາມ​ໂດຍ​ທຸກໆ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດທີ່​ສຳ​ຄັນໆ ຖືກ​ຕ້ອງ ແລະ​ມັນ​ບໍ່​ໄດ້ສອດ​ຄ່ອງ​ກັບ​ສັນ​ຕິ​ພາບ.”

ແຜນ​ການ​ດັ່ງ​ກ່າວ ​ອາດ​ນຳ​ພາ​ໄປ​ສູ່​ການ​ປະ​ກາດ​ ຮວມ​ເອົາເຂດຮ່ອມ​ພູ​ຈໍແດັນ ​ຂອງ​ເວັດແບັງ ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ອິ​ສ​ຣາ​ແອ​ລ ຕາມ​ທີ່​ທ່ານ​ເນ​ຕັນ​ຢາ​ຮູໄດ້​ປະ​ກາດ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ. ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ:

“ມີ​ຫຼາຍ​ແຜນ​ການ​ໂພດ​ທີ່​ພະ​ຍາ​ຍາມ​ກົດ​ດັນ​ໃຫ້​ອິ​ສ​ຣາ​ແອ​ລ​ຖອນ​ອອກ​ຈາກ​ດິນແດນ​ທີ່​ສຳ​ຄັນໆ​ເຊັ່ນ​ຮ່ອມ​ພູ​ຈໍ​ແດັນ. ແຕ່​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ຮັບ​ຮູ້​ວ່າອິ​ສ​ຣາ​ແອ​ລ​ຕ້ອງ​ມີ​ອະ​ທິ​ປະ​ໄຕ​ເໜືອ​ຮ່ອມ​ພູ​ຈໍ​ແດັນ ແລະ​ເຂດ​ອື່ນໆ ແລະ​ດິນແດນ​ຍຸດ​ທະ​ສາດ​ອື່ນໆ​ຂອງ​ເຂດ​ຈູ​ເດ​ອາ​ແລະ​ຊາ​ມາ​ເຣຍ.”

ທັງ​ທ່ານ​ທ​ຣຳ ແລະ​ທ່ານ​ເນ​ຕັນ​ຢາ​ຮູ ແມ່ນ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ເລືອກ​ຕັ້ງ. ພວກ​ຕ້ອງ​ຕິ​ໄດ້​ຕັ້ງ​ຄຳ​ຖາມ​ ກ່ຽວ​ກັບ​ໂອ​ກາດ​ເວ​ລາ ​ຂອງ​ແຜນ​ການ​ດັ່ງ​ກ່າວນີ້. ທ່ານ​ຮາ​ລາ ອາ​ໝັດ ກ່າວ​ຕື່ມ​ວ່າ:

“ມັນ​ເປັນ​ແຜນ​ການ​ເພື່ອ​ຮຽກ​ຮ້ອງ​ຕໍ່​ຂະ​ບວນ​ການ​ຕັ້ງ​ຖິ່ນ​ຖານ​ນິ​ຍົມ​ຂວາ​ຂອງ​ອິ​ສ​ຣາ​ແອ​ລ ຕະ​ຫຼອດ​ທັງ​ກຸ່ມ​ສາ​ສະ​ໜາ​ເອ​ວັງ​ເຈີ​ຣີ​ກາ​ລໃນ​ສະ​ຫະ​ລັດ ແລະ​ແນ່ນອນມັນ​ບໍ່​ຄື​ແຜນ​ການ​ສັນ​ຕິ​ພາບ​ເລີຍ.”

ທ່ານ​ເນ​ຕັນ​ຢາ​ຮູ​ພວມ​ປະ​ເຊີນ​ກັບ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ໃນ​ປະ​ເທດ ໃນ​ຂະ​ນະ​ທີ່​ສະ​ພາ​ສູງ​ສະ​ຫະ​ລັດ ພວມ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງວ່າ​ ຈະ
ປົດ​ທ່ານ​ອອກ​ຈາກ​ອຳ​ນາດ​ຫຼື​ບໍ່. ທ່ານສວາດ​ສ໌ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ທ່ານ​ພະ​ຍາ​ຍາມ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ ມີ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ຈິງ​ຈັງເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແລະ​ຊຸກ​ຍູ້​ໃຫ້​ມີ​ການ​ຕົກ​ລົງ​ກັນຢູ່​ໃນ​ພາກ​ຕາ​ເວັນ​ອອ​ກ​ກາງ ແລະ​ນີ້ ໃນ​ຄວາມ​ເປັນ​ຈິງ​ແລ້ວ​ແມ່ນ​ການ​ໂຕ້​ແຍ້ງ​ທີ່​ບໍ່​ໃຫ້​ຕັດ​ສິນ​ລົງ​ໂທດ ແລະ​ປົດ​ຕຳ​ແໜ່ງ​ທ່ານ ​ໃນ​ຖາ​ນະ​ປະ​ທາ​ນາ​ທິ​ບໍ​ດີ ​ເວລານີ້ ຊຶ່ງ​ທ່ານ​ພວມ​ດຳ​ເນີນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ​ຢູ່.”

ນັບ​ແຕ່​ໄດ້​ມີ​ການ​ເຊັນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ອ​ອ​ສ​ໂລ ໃນ​ປີ 1993 ເປັນ​ຕົ້ນ​ມາ ປະທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ໄດ້​ພະ​ຍາ​ຍາມ​ແຕ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ເພື່ອ​ຈະ​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໄດ້​ເປີດ​ເຜີຍ​ພາກ​ສ່ວນ​ທີ່​ກ່າວ​ເຖິງເລື້ອງ​ເສດ​ຖະ​ກິດ​ຂອງ​ແຜນ​ການ​ສັນ​ຕິ​ພາບຊຶ່ງ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ກໍ​ໄດ້​ປະ​ຕິ​ເສດເຊັ່ນ​ດຽວ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG