ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທ​ຣຳ ເປີດ​ຕົວ ແຜນ​ການ​ສັນ​ຕິ​ພາບ ໃນ​ເຂດ​ຕາ​ເວັນ​ອອກ​ກາງ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຮ່ວມ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາຮູ ໃນ​ຫ້ອງ​ກ້ຳ​ຕາ​ເວັນ​ອອກ ​ຂອງ ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 28 ມັງ​ກອນ, 2020.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຮ່ວມ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາຮູ ໃນ​ຫ້ອງ​ກ້ຳ​ຕາ​ເວັນ​ອອກ ​ຂອງ ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 28 ມັງ​ກອນ, 2020.

ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ນຳ​ເອົາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃໝ່ ​ມາ​ສູ່​ເຂດ​ຕາ​ເວັນ​ອອກ​ກາງ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເປີດ​ຕົວ​ແຜນ​ການ​ສັນ​ຕິ​ພາບ​ຂອງ​ທ່ານ ​ສຳ​ລັບ​ພາກ​ພື້ນ​ດັ່ງ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ໂດຍ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ຢືນ​ຢູ່​ຄຽງ​ຂ້າງ​ທ່ານ.

ທ່ານ ທ​ຣຳ ໄດ້​ກ່າວ​ຢູ່​ໃນ​ຫ້ອງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ​ວ່າ “ວິ​ໄສ​ທັດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ສະ​ເໜີ​ໂອ​ກາດ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ທັງ​ສອງ​ຝ່າຍ, ເປັນ​ການ​ແກ້​ໄຂ​ບັນ​ຫາ​ຂອງ​ສອງ​ປະ​ເທດ​ທີ່​ມີ​ຄວາມ​ເປັນ​ຈິງ ທີ່​ຈະ​ແກ້​ໄຂ​ບັນ​ຫາ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ປະ​ເທດ ປາ​ແລັ​ສ​ໄຕ​ນ໌ ເພື່ອ​ຄວາມ​ປອດ​ໄພ​ຂອງ ອິ​ສ​ຣາ​ແອ​ລ.

ຜູ້​ທີ່ບໍ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຢ່າງ​ເຫັນ​ໄດ້​ຊັດ ​ແມ່ນ​ບັນ​ດາ​ຕົວ​ແທນ​ຂອງ ປາ​ແລັ​ສ​ໄຕ​ນ໌, ຜູ້​ທີ່​ໄດ້​ປະ​ຕິ​ເສດ​ແຜນ​ການ​ສັນ​ຕິ​ພາບ ແມ່ນ​ກະ​ທັ້ງ​ກ່ອນ​ໄດ້​ເຫັນ​ຂໍ້​ສະ​ເໜີ​ຍາວ 80 ໜ້າ​ນັ້ນ, ແລະ ຜູ້​ທີ່ບໍ່​ໄດ້​ຖືກ​ລວມ​ຢູ່​ໃນ​ການ​ເຈ​ລະ​ຈາ​ ກ່ຽວ​ກັບ ແຜນ​ການ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັ​ສ​ໄຕ​ນ໌ ທ່ານ ມາກ​ມູດ ອັບ​ບາ​ສ ໄດ້​ກ່າວ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ເຖິງ​ທ່ານ ທ​ຣຳ ໂດຍ​ກົງອອກ​ໂທ​ລະ​ພາບ ຈ​າກ​ເມືອງ ຣາ​ມາ​ລ​ລາ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫຼື ​ເວັ​ສ​ແບັ້ງ ​ວ່າ “ນະ​ຄອນ ເຈ​ຣູ​ຊາ​ແລັມ ບໍ່​ໄດ້​ມີ​ໄວ້​ຂາຍ. ສິ​ດ​ທິ​ທຸກ​ຢ່າງ​ຂອງ​ພວກ​ເຮົາ​ແມ່ນບໍ່​ໄດ້​ມີ​ໄວ້​ຂາຍ ແລະ ບໍ່​ໄດ້​ມີ​ໄວ້​ໃຫ້​ຕໍ່​ລອງ. ແລະ ຂໍ້​ຕົກ​ລົງ, ການ​ສົມ​ຮູ້​ຮ່ວມ​ຄິດ​ຂອງ​ເຈົ້າ ຈະ​ບໍ່​ຖືກ​ຮັບ​ຜ່ານ.”

ທ່ານ ທ​ຣຳ ພິ​ຈາ​ລະ​ນາ​ການ​ປະ​ຕິ​ເສດ​ຕັ້ງ​ແຕ່​ຕອນ​ທຳ​ອິດ​ທີ່​ວ່າ​ນັ້ນ​ເປັນ​ອຸ​ປະ​ສັກ​ຊົ່ວ​ຄາວ ແລະ ໄດ້​ບອກ​ຜູ້​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຫ້ອງ​ກ້ຳ​ຕາ​ເວັນ​ອອກວ່າ ທ່ານ​ໄດ້​ສົ່ງ​ຈົດ​ໝາຍ​ຫາ​ທ່ານ ອັບ​ບາ​ສ, ບອກ​ທ່ານ​ວ່າ ຖ້າ​ທ່ານ​ເລືອກ “ເສັ້ນ​ທາງ​ສູ່​ສັນ​ຕິ​ພາບ, ອາ​ເມ​ຣິ​ກາ ແລະ ປະ​ເທດ​ອື່ນໆ, ກໍ​ຈະໄປ​ຢູ່​ທີ່​ນັ້ນ. ພວກ​ເຮົາ​ຈະ​ໄປ​ຢູ່​ທີ່​ນັ້ນ ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃນຫຼາຍ​ທິດ​ທາງ​ທີ່​ແຕກ​ຕ່າງ​ກັນ.”

ທ່ານ ທ​ຣຳ ໄດ້​ສັນ​ຍາ​ວ່າ ການຍອມ​ຮັບ​ແຜນ​ການ​ດັ່ງ​ກ່າວ ​ຈະ​ນຳ​ໄປ​ສູ່​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ມູນ​ຄ່າ 50 ຕື້​ໂດ​ລາ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ປາ​ແລັ​ສ​ໄຕ​ນ໌ ເຖິງ​ນຶ່ງ​ລ້ານ​ໜ້າ​ວຽກ​ໃນ​ເວ​ລາ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ, ແລະ ຂະ​ຫຍາຍ ຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ​ຂອງ​ຊາວ ປາ​ແລັ​ສ​ໄຕ​ນ໌ ເຖິງ​ສອງ​ເທົ່າ​ ຫຼື ສາມ​ເທົ່າ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເວົ້າ​ວ່າ “ມັນ​ເຖິງ​ເວ​ລາ​ແລ້ວ​ສຳ​ລັບ​ຊາວ​ມຸ​ສ​ລິມ​ທີ່​ຈະ​ແກ້​ໄຂ​ຄວາມ​ຜິດ​ພາດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໃນ​ປີ 1948 ເມື່ອ​ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ໂຈມ​ຕີ, ແທນ​ທີ່​ຈະ​ຮັບ​ຮູ້, ປະ​ເທດ​ໃໝ່​ ອິ​ສ​ຣາ​ແອ​ລ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG