ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ​ໄດ້ເປີດ​ເຜີຍ ການທົບ​ທວນຄືນ ​ລະບົບ​ປ້ອງ​ກັນ ​ລູກ​ສອນ​ໄຟ


Trump Unveils Latest Missile Defense Review
please wait

No media source currently available

0:00 0:01:57 0:00

ທ່ານ ທຣຳເປີດ​ເຜີຍ ການທົບ​ທວນຄືນ ​ລະບົບ​ປ້ອງ​ກັນ ​ລູກ​ສອນ​ໄຟ

ປະທານາທິບໍດີ ດໍໂນລ ທຣຳ ຈະເປີດເຜີຍ ການເບິ່ງຄືນລະບົບປ້ອງກັນລູກສອນໄຟ
ທາງທະຫານທີ່ໄດ້ເລື່ອນເວລາມາດົນນານ ໃນວັນພະຫັດນີ້ ຊຶ່ງການຮື້ຟື້ນຄືນໃໝ່ ນະ
ໂຍບາຍຕໍ່ຕ້ານລູກສອນໄຟ ແມ່ນໄດ້ມີມາ ຕັ້ງແຕ່ປີ 2010 ນັ້ນ. ນັກຂ່າວວີໂອເອປະ
ຈຳທຳນຽບຫ້າແຈ ຄາລາ ແບັບ ມີລາຍລະອຽດກ່ຽວກັບລູກສອນໄຟປ້ອງກັນດັ່ງກ່າວ ລວມທັງເລື້ອງທີ່ວ່າ ອະວະກາດຈະເປັນແນວໜ້າແແບບໃດໃນອະນາຄົດ ໃນການຢຸດ
ຢັ້ງການໂຈມຕີຕ່າງໆ ດັ່ງ ສາລີ ຈະນຳລາຍງານເລື້ອງນີ້ມາສະເໜີທ່ານ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ໄປທຳນຽບຫ້າແຈ ແພນຕາກອນ ເພື່ອສະເໜີແຜນ
ການປ້ອງກັນລູກສອນໄຟ ທີ່ເພິ່ນເວົ້າວ່າ “ຈະລໍ້າໜ້າພວກຄູ່ຕໍ້ສູ້ທັງຫຼາຍຂອງອາເມຣິ
ກັນ” ໂດຍກ່າວວ່າ “ເປົ້າໝາຍຂອງພວກເຮົາ ແມ່ນງ່າຍໆ ຄືເພື່ອໃຫ້ແນ່ໃຈວ່າ ພວກ
ເຮົາຈະສາມາດຈັບໄດ້ແລະທຳລາຍໄດ້ ລູກສອນໄຟທຸກລູກ ທີ່ຍິງມາ ສະຫະລັດ ບໍ່ວ່າ
ຈະຍິງໃສ່ຢູ່ບ່ອນໃດກໍຕາມ ເມື່ອໃດກໍຕາມ ແລະຫົນແຫ່ງໃດກໍຕາມ.”

ນະໂຍບາຍຕໍ່ຕ້ານລູກສອນໄຟ ແມ່ນສູມໃສ່ໄພຂົ່ມຂູ່ ມາຈາກພວກຄູ່ແຂ່ງທີ່ຢູ່ໃກ້ ຄື
ຈີນແລະຣັດເຊຍ ຕະຫຼອດທັງພວກປະເທດທີ່ບໍ່ມີສິນທຳ ແລະຫຼັກການ ເຊັ່ນເກົາຫຼີ
ເໜືອ ແລະອີຣ່ານນັ້ນນຳ ດັ່ງທ່ານ ແພຕຣິກ Shanahan ລັດຖະມົນຕີປ້ອງກັນປະ
ເທດຊົ່ວຄາວເວົ້າວ່າ “ເວົ້າເຖິງພວກຄູ່ແຂ່ງຂອງພວກເຮົາ ພວກເຮົາຮູ້ວ່າ ພວກທ່ານກຳ
ລັງເຮັດຫຽັງຢູ່ ແລະພວກເຮົາກໍພວມເອົາບົດບາດຢູ່.”

ມັນໄດ້ມີເພີ່ມ ເຄື່ອງສະກັດກັ້ນຢູ່ເທິງໜ້າດິນ 20 ແຫ່ງ ຢູ່ໃນດິນແດນ ເພື່ອຕ້ານ ລູກ
ສອນໄຟທີ່ຍິງມາ. ມີເທັກໂນໂລຈີໄຮເປີໂຊນິກ ທີ່ໄດ້ເພີ່ມການພັດທະນາຂຶ້ນ ທີ່ໄປໄວ
ກວ່າຄວາມໄວຂອງສຽງຫ້າເທົ່າ.

ທັງຍັງຊອກຫາທາງເຂົ້າໄປທຳການປ້ອງກັນຢູ່ໃນອະວະກາດ ເພື່ອຈັບແລະທຳລາຍ
ລູກສອນໄຟທີ່ສັດຕູຍິງມາ ໄດ້ໄວກວ່າເກົ່າ.

ແນວຄິດດ່ັງກ່າວ ແມ່ນຄ້າຍກັບວ່າ ເປັນແຜນຍຸດທະສາດລິເລີ້ມປ້ອງກັນຂອງອະດີດ
ປະທານາທິບໍດີ Ronald Reagan ທີ່ຮູ້ກັນວ່າ Star Wars ຫຼືສົງຄາມດວງດາວໃນ
ສະໄໝຊຸມປີ 1980 ນັ້ນ.

ການທົບທວນຄືນ ລະບົບປ້ອງກັນລູກສອນໄຟ ໄດ້ມີຂຶ້ນໃນທ່າມກາງລາຍງານທີ່ວ່າ ພວກເຈົ້າໜ້າທີ່ເກົາຫຼີເໜືອ ຈະມາຢ້ຽມຢາມວໍຊິງຕັນ ໃນອາທິດນີ້ ເພື່ອຫາລືກັນ ເຖິງກອງປະຊຸມສຸດຍອດຄັ້ງທີສອງ ທີ່ອາດມີຂຶ້ນໄດ້ ລະຫວ່າງທ່ານ ທຣຳ ກັບຜູ້ນຳ
ເກົາຫຼີເໜືອ ທ່ານກິມ ຈົງ ອຶນ.

ທ່ານ ທຣຳ ພວມຊອກຫາວິທີສ້າງຄວາມແນ່ໃຈໃຫ້ແກ່ພວກນັກວິຈານທັງຫຼາຍວ່າ ວຽກງານຕົ້ນຕໍຂອງເພິ່ນກໍຄື ປ້ອງກັນປະເທດ ສະຫະລັດໂດຍເວົ້າວ່າ ພວກເຮົາມີ
ພັນທະທີ່ຈະຈັດຕັ້ງໂຄງການປ້ອງກັນລູກສອນໄຟ ຊຶ່ງຈະສາມາດປົກປ້ອງທຸກໆຫົວ
ເມືອງໃນສະຫະລັດ ແລະພວກເຮົາຈະບໍ່ຍອມຈັກເທື່ອ ທີ່ຈະເຈລະຈາຖອຍໜີ ຈາກ
ສິດທິດັ່ງກ່າວ. ການທົບທວນຄືນ ລະບົບປ້ອງກັນລູກສອນໄຟ ໄດ້ຮຽກຮ້ອງໃຫ້ມີ
ຄວາມສາມາດຂອງຂົງເຂດເພີ້ມຂຶ້ນຢູ່ໃນທົ່ວໂລກຊຶ່ງອາດສ້າງຄວາມໂມໂຫໃຫ້ແກ່
ພວກນັກເຈລະຈາເກົາຫຼີເໜືອ ຜູ້ຊຶ່ງແນມເຫັນວ່າ ລະບົບຕໍ່ຕ້ານລູກສອນໄຟຢູ່ໃນ
ແຫຼມເກົາຫຼີ ເປັນການ “ເກາະຜິດ”.


President Donald Trump unveiled the military's long-delayed Missile Defense Review Thursday, the first overhaul of U.S. missile defense policy since 2010. VOA Pentagon correspondent Carla Babb has the missile defense details, including how space could be the next frontier in stopping attacks.

President Donald Trump came to the Pentagon to present a missile defense plan he said would "outpace" American adversaries.

President Donald Trump
"Our goal is simple, to ensure that we can detect and destroy any missile launched against the United States anywhere, anytime, anyplace."

The missile defense policy focuses on threats from near-peer competitors China and Russia, along with threats from rogue states North Korea and Iran.

Acting Secretary of Defense Patrick Shanahan
"To our competitors, we see what you are doing and we are taking action."

It adds 20 more ground-based interceptors on the homeland to shoot down incoming missiles,

Increased development of hypersonic technology that moves faster than five times the speed of sound,

And it orders a look into space-based missile defenses to detect and destroy launched enemy missiles sooner…

1980s footage saying "Strategic Defense Initiative...an idea
reminiscent of former President Ronald Reagan's Strategic Defense Initiative, also known as the "Star Wars" initiative, in the 1980s.

The Missile Defense Review comes amid reports that North Korean officials are in Washington this week to discuss a potential second summit between Trump and North Korean leader Kim Jong Un.

Trump sought to reassure critics Thursday by saying his primary job as president is to defend the United States.

President Donald Trump
"We are committed to establishing a missile defense program that can shield every city in the United States, and we will never negotiate away our right to do this."

The Missile Defense Review's call for increased regional capability across the globe will likely anger North Korean negotiators, who see American anti-missile systems on the Korean peninsula as a "provocation."

XS
SM
MD
LG