ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້ຄວາມ ຂອງ ທ. ທຣຳ ໃນທວີດເຕີ້ ກ່ຽວກັບ ສະມາຊິກສະພາ ທີ່ບໍ່ແມ່ນຄົນຜິວຂາວ ກໍ່ໃຫ້ເກີດ ຄວາມຂົມຂື່ນ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສຸດຍອດ ກ່ຽວກັບ ສື່ສັງຄົມ ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ, ວັນທີ 11 ກໍລະກົດ 2019.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສຸດຍອດ ກ່ຽວກັບ ສື່ສັງຄົມ ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ, ວັນທີ 11 ກໍລະກົດ 2019.

ໃນການຂຽນຂໍ້ຄວາມລົງທວີດເຕີ້ ໃນຕອນເຊົ້າວັນອາທິດວານນີ້ ຫຼາຍຮອບຕິດຕໍ່ກັນ
ກໍໄດ້ຖືກມອງເຫັນກັນຢ່າງວ່ອງໄວ ໂດຍພວກນັກວິຈານວ່າ ເປັນການຈຳແນກເຊື້ອຊາດ
ແລະການສະແດງຄວາມກຽດຊັງເຊື້ອຊາດອື່ນ ຊຶ່ງ ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ກໍ່ເລື້ອງນອງນັນເກາະຜິດຂຶ້ນໃໝ່ ດ້ວຍການເວົ້າສຽດສີໃສ່ ບັນດາ
ສະມາຊິກສະພາຕ່ຳຄົນໃໝ່ຫຼາຍທ່ານ.

ທ່ານທຣຳ ໃນທວີດເຕີ້ ໄດ້ແນເປົ້າໝາຍໃສ່ ພວກສະມາຊິກສະພາແມ່ຍິງຫົວກ້າວໜ້າ
ຈາກພັກເດໂມແຄຣັດ ໂດຍບອກພວກເຂົາເຈົ້າ ໃຫ້ “ກັບຄືນໄປ” ແລະຊ່ອຍແກ້ໄຂ
ພວກປະເທດ ທີ່ “ເຕັມໄປດ້ວຍອາຊະຍາກຳ” ຊຶ່ງພວກເຂົາເຈົ້າມາຈາກນັ້ນ.

ໃນສີ່ທ່ານທີ່ປາກົດວ່າ ຕົກເປັນເປົ້າໝາຍນັ້ນ ພຽງນຶ່ງທ່ານ ທີ່ເປັນສະມາຊິກສະພາຕ່ຳ
ຈາກລັດມິນເນັສໂຊຕາ ທ່ານນາງ ອີລຮານ ໂອມາຣ ຜູ້ທີ່ເກີດຢູ່ໃນປະເທດໂຊມາເລຍ.
ສ່ວນອີກ 3 ທ່ານ ແມ່ນເກີດຢູ່ໃນອາເມຣິກາ ໂດຍມີ ທ່ານນາງ ອາຢານາ ແພຣັສລີ
ທີ່ເປັນຜູ້ແທນຈາກລັດແມສສະຊູເຊັດສ໌ ຜູ້ທີ່ເກີດຢູ່ໃນນະຄອນຊິນຊິນເນຕີ ລັດໂອໄຮໂອ
ທ່ານນາງ ອາແລັກແຊນເດີ ໂອຄາຊີໂອ-ຄໍຣເຕັຊ ແມ່ນເກີດຢູ່ໃນລັດນິວຢອກ ຜູ້ທີ່ເປັນ
ຜູ້ແທນ ເຂດພາກຕາເວັນອອກຂອງເມືອງບຣອງຊ໌ ແລະ ພາກສ່ວນເຂດເໜືອຫາກາງ
ຂອງເມືອງຄວິນ ແລະທ່ານນາງ ຣາຊີດ ທາເລບ ຈາກລັດມິຊິກແກນ ຜູ້ທີ່ເກີດຢູ່ໃນ
ນະຄອນດີທລອຍ.

ທຳນຽບຂາວ ບໍ່ໄດ້ໃຫ້ຄຳຕອບໃດ ຕໍ່ການຮ້ອງຂໍຈາກວີໂອເອ ກ່ຽວກັບວ່າ ທ່ານປະທາ
ນາທິບໍດີ ຮູ້ຢູ່ບໍ່ ກ່ອນທີ່ວ່າ ທ່ານຈະສົ່ງຂໍ້ຄວາມລົງທວີດເຕີນັ້ນ 3 ໃນ 4 ທ່ານທີ່ກ່າວ
ເຖິງ ແມ່ນເປັນພົນລະເມືອງສະຫະລັດ ດ້ວຍການກຳເນີດຢູ່ໃນປະເທດ.

ກຸ່ມຫົວກ້າວໜ້າດັ່ງກ່າວ ໄດ້ໂຕ້ແຍ້ງກັບປະທານສະພາຕ່ຳຈາກພັກເດໂມແຄຣັດ ທ່ານ
ນາງ ແນນຊີ ເພໂລຊີ ກ່ຽວກັບນະໂຍບາຍຄົນເຂົ້າເມືອງ ແລະ ບັນຫາອື່ນໆ. ຂໍ້ຂັດແຍ້ງ
ດັ່ງກ່າວ ໄດ້ດຶງດູດເອົາຄວາມສົນໃຈຈາກທ່ານທຣຳ ເມື່ອສອງສາມມື້ມໍ່ໆມານີ້ ແມ່ນ
ກະທັງ ກະຕຸ້ນໃຫ້ທ່ານ ເອີ່ຍປາກສະໜັບສະໜຸນທ່ານນາງ ເພໂລຊີ ຢ່າງເປີດເຜີຍ ທີ່ບໍ່
ເຄີຍມີມາກ່ອນ ຢ່າງນ້ອຍເມື່ອມັນເປັນເລື້ອງ ກ່ຽວກັບວ່າ ທ່ານນາງພະຍາຍາມຈະຄວບ
ຄຸມບັນດາຜູ້ທີ່ຫາກໍຖືກເລືອກໃໝ່ໆ ທັງສີ່ທ່ານນັ້ນ.

ຂໍ້ຄວາມທວີດຂອງທ່ານທຣຳ ກ່ຽວກັບພວກສະມາຊິກສະພາຕ່ຳແມ່ຍິງນ້ອງໃໝ່ສຽງ
ສ່ວນນ້ອຍ ຊຶ່ງຮູ້ຈັກກັນດີ ຄື ‘ທີມ ຫຼື squad’ ໄດ້ປາກົດອອກມາ ປະມານ 20 ນາທີ
ຫຼັງຈາກ ມີລາຍງານກ່ຽວກັບພວກເຂົາເຈົ້າ ຢູ່ໃນ ຊ່ອງໂທລະພາບ Fox News.
ທ່ານປະທານາທິບໍດີ ໂດຍສ່ວນໃຫຍ່ ຈະສະແດງປະຕິກິລິຍາ ຢ່າງວ່ອງໄວ ໃນສື່
ສັງຄົມ ຕໍ່ສິ່ງທີ່ທ່ານເຫັນໃນໂທລະພາບຊ່ອງຂອງ Fox.

In a series of Sunday morning tweets quickly deemed racist and xenophobic by critics, U.S. President Donald Trump has provoked fresh controversy with taunts at several new members of Congress.

Trump on Twitter, targeted Progressive Democratic Congresswomen, telling them to "go back" and help fix the "crime infested" countries from which they came.

[[https://twitter.com/realDonaldTrump/status/1150381394234941448 ]]

Of the four apparently targeted, only oneMinnesota Congresswoman Ilhan Omar, a native of Somaliais foreign born. The other three are native Americans: Ayana Pressley (who is a representative from Massachusetts) was born in Cincinnati, Ohio, Alexandria Ocasio-Cortez is a native New Yorker (and represents the eastern part of the Bronx and a portion of north-central Queens), and Rashid Tlaib, of Michigan, was born in Detroit.

The White House has not responded to a request from VOA on whether the president was aware prior to sending the tweets that three of the four are citizens by birth.

The progressives have been squabbling with Democratic House Speaker Nancy Pelosi over immigration policy and other issues. The dispute has attracted Trump's attention in recent days, even prompting him to utter rare public support for Pelosiat least when it comes to her attempt to rein in the newly elected foursome.

Trump's tweets about the minority novice female members of Congress, known as 'the squad,' came about 20 minutes after a segment about them on the Fox News Channel. The president frequently reacts quickly on social media to what he sees on Fox.

XS
SM
MD
LG