ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິບໍດີ​ທ​ຣຳ ຈະ​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້​າ ໃນ​ທະ​ວີບອາ​ເມ​ຣິ​ກາ​ເໜືອ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣໍ​າ ແລະນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານຈັ​ສ​ຕິນ ທ​ຣູ​ໂດ ແລ​ະ​ເວ​ລາ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີເມັກ​ຊິ​ໂກ ທ່ານ​ເອັນ​ຣິກ​ເກ ປີ​ນານິ​ເອ​ໂຕ ​ເຂົ້າຮ່ວມ​ໃນ​ພິ​ທີ​ລົງ​ນາມ​ ເມື່ອວັນ​ທີ 30 ພະ​ຈິກ 2018 ທີ່​ປະ​ເທດ​ອາ​ເຈັນ​ຕີ​ນາ.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣໍ​າ ແລະນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານຈັ​ສ​ຕິນ ທ​ຣູ​ໂດ ແລ​ະ​ເວ​ລາ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີເມັກ​ຊິ​ໂກ ທ່ານ​ເອັນ​ຣິກ​ເກ ປີ​ນານິ​ເອ​ໂຕ ​ເຂົ້າຮ່ວມ​ໃນ​ພິ​ທີ​ລົງ​ນາມ​ ເມື່ອວັນ​ທີ 30 ພະ​ຈິກ 2018 ທີ່​ປະ​ເທດ​ອາ​ເຈັນ​ຕີ​ນາ.

ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ມີ​ກຳ​ນົດ​ທີ່​ຈະ​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້າສະ​ບັບໃໝ່​ກັບ​ເມັກ​ຊິ​ໂກແລະ​ກາ​ນາ​ດາ ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ໄດ້​ແກ້​ໄຂ​ເລື້ອງ​ຕ່າງໆ​ທີ່​ທ່ານ​ໄດ້​ຖະ​ແຫຼງໃນ​ລະ​ຫວ່າງ​ການໂຄ​ສະ​ນາ​ຫາ​ສຽງ​ທີ່​ສຳ​ຄັນ ໃນ​ການ​ເລືອກ​ຕັ້ງ​ທີ່ໄດ້​ນຳ​ພາ​ທ່ານ​ເຂົ້າ​ມ​າ​ກຳ​ອຳ​ນາດ​ເມື່ອ​ສາມ​ປີ​ກ່ອນ.

ພິ​ທີ​ຢູ່​ທຳ​ນຽບ​ຂາວ​ຈະ​ບໍ່ຮວມ​ບັນ​ດາ​ສະ​ມາ​ຊິກພັກ​ເດ​ໂມ​ແຄ​ຣັດ​ທີ່​ສຳ​ຄັນໆຈາກ​ສະ​ພາ​ຕ່ຳ ຜູ້​ທີ່​ໄດ້​ຊ່ວຍ​ໃຫ້ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ການ​ອະ​ນຸ​ມັດຢູ່​ໃນ​ສະ​ພາ.

ຂໍ້​ຕົກ​ລົງ​ສະ​ຫະ​ລັດ ກັບ ເມັກ​ຊິ​ໂກ ກາ​ນາ​ດາ ຈະ​ໃຊ້​ແທນ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ໃນອາ​ເມ​ຣິ​ກາ​ເໜືອ ເມື່ອ 26 ປີ​ກ່ອນ ທີ່​ຮູ້​ກັນໃນ​ຊື່ ນັ​ຟ​ຕາ (NAFTA). ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຕຳ​ນິ ​NAFTA ຊ້ຳ​ແລ້ວໍ​ຊ້ຳອີກ ຮວມຢູ່​ການ​ໂຮມ​ຊຸມ​ໃນ​ວັນ​ອັງ​ຄານ​ ບ່ອນ​ທີ່​ທ່ານ​ຮ້ອງວ່າ “ເປັນ​ນຶ່ງ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າທີ່​ຂີ້​ຮ້າຍ​ສຸດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ.”

ກົດ​ໝາຍສະ​ບັບ​ນີ້ ​ແມ່ນຮວ​ມ​ທັງ​ບັນ​ດາ​ກົດ​ລະ​ບຽບ ​ທີ່​ເຄັ່ງ​ຄັດ​ສຳ​ລັບ​ອຸດ​ສາ​ຫະ​ກຳ​ລົດ​ຍົນ ການ​ຄ້າ​ຂາຍທາງ​ອິນ​ເຕີ​ແນັດ ແລະ​ກົດ​ລະ​ບຽບ​ແຮງ​ງານ ແຕ່​ໄດ້​ປ່ອຍໃຫ້ ​ສ່ວນໃຫຍ່​ຂອງ​ການ​ຄ້າ​ທີ່ຫຼັ່ງ​ໄຫຼ​ເຂົ້າ​ມາ​ລະ​ຫວ່າງ​ບັ​ນ​ດາ​ປະ​ເທດໃນ​ອາ​ເມ​ຣິ​ກາ​ເໜືອ ທີ່​ມີ​ມູນ​ຄ່າ​ເຖິງ 1 ພັນ 2 ​ຕື້​ໂດ​ລານັ້ນ ບໍ່​ມີ​ການ​ປ່ຽນ​ແປງ.

ຂໍ້​ຕົກ​ລົງຈະ​ບໍ່ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຕັມ​ທີ່ ​ຈົນ​ກວ່າໄດ້​ຮັບສັດ​ຕະ​ຍາບັນຈາກ​ກາ​ນາ​ດາ. ​ຮ່າງ​ກົດ​ໝາຍທີ່​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ ໄດ້​ຖືກ​ສະ​ເໜີ​ຢູ່​ໃນ​ສະ​ພາ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ໂດຍນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັ​ສ​ຕິນ ທ​ຣູ​ໂດແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆຮຽ​ກ​ຮ້ອງ​ໃຫ້​ອະນຸ​ມັດ​ຢ່າງ​ຮີບ​ດ່ວນ. ເມັກ​ຊິ​ໂກ​ໄດ້​ເສັດ​ສິ້ນ​ການ​ໃຫ້ສັດ​ຕະ​ຍາ​ບັນ​ຂອງ​ຕົນ​ໃນ​ປີ​ກາຍ​ນີ້.

U.S. President Donald Trump is set to sign a new trade agreement with Mexico and Canada on Wednesday, addressing a topic he made a major campaign issue in the election that brought him to power three years ago.

The White House ceremony will not include key Democrats from the House of Representatives who helped get bipartisan approval of the measure in Congress.

The U.S.-Mexico-Canada Agreement replaces the 26-year-old North American Free Trade agreement, known as NAFTA. Trump repeatedly criticized NAFTA, including at a rally Tuesday where he called it “one of the worst trade deals ever in history.”

The legislation includes more stringent rules on auto manufacturing, e-commerce and labor provisions, but leaves largely unchanged the trade flows between the North American countries valued at $1.2 trillion.

The deal will not be fully implemented until it is ratified by Canada. A ratification bill was introduced in the House of Commons on Monday with Prime Minister Justin Trudeau and other officials urging swift approval.

Mexico completed its ratification last year.

XS
SM
MD
LG