ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຂົ່ມຂູ່ວ່າ ຈະປິດລັດຖະບານ ຖ້າບໍ່ໄດ້ ທຶນການກໍ່ສ້າງກຳແພງກັ້ນ ລະຫວ່າງ ສຫລ ກັບ ເມັກຊິໂກ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂບກມືໃຫ້ແກ່
ພວກສະໜັບສະໜຸນ ໃນການໂຮມຊຸມນຸມ ໂຄສະນາຫາສຽງ ໃນເມືອງ ວໍຊິງຕັນ ຂອງລັດ ມິຊິກແກັນ , ວັນທີ 28 ເມສາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂບກມືໃຫ້ແກ່ ພວກສະໜັບສະໜຸນ ໃນການໂຮມຊຸມນຸມ ໂຄສະນາຫາສຽງ ໃນເມືອງ ວໍຊິງຕັນ ຂອງລັດ ມິຊິກແກັນ , ວັນທີ 28 ເມສາ 2018.

ປະທານາທິບໍດີ ສຫລ ທ່ານ ດໍໂນລ ທຣຳ ໄດ້ຂູ່ວ່າຈະປິດກິດຈະການຂອງລັດຖະບານ
ລົງ ໃນທ້າຍປີນີ້ ຖ້າສະພາບໍ່ເຫັນດີອະນຸມັດໃຫ້ເງິນພໍ ສຳລັບການຮັກສາຄວາມປອດໄພ
ໃນຊາຍແດນ ອັນລວມທັງເງິນ ສຳລັບກໍ່ສ້າງກຳແພງກັ້ນ ລະຫວ່າງ ສຫລ ກັບ ເມັກຊິໂກ
ນັ້ນນຳ.

ໃນເດືອນແລ້ວນີ້ ທ່ານ ທຣຳ ໄດ້ລົງນາມໃນຮ່າງງົບປະມານໃຊ້ຈ່າຍເປັນເງິນ 1 ພັນ 3
ຮ້ອຍຕື້ ເພື່ອເປີດໃຫ້ລັດຖະບານ ໄດ້ດຳເນີນກິດຈະການຕໍ່ໄປ ຈົນເຖິງເດືອນກັນຍາ.

ໃນການກ່າວຄຳປາໄສ ຢູ່ທີ່ຊຸມນຸມ ເພື່ອໂຄສະນາຫາສຽງ ໃນວັນເສົາວານນີ້ ທີ່ເມືອງ
ວໍຊິງຕັນ ລັດ ມິຊິກກັນ ນັ້ນ ປະທານາທິບໍດີ ທຣຳ ກ່າວວ່າ ຈະໄດ້ມີການລົງຄະແນນສຽງ
ຂອງສະພາອີກ ໃນວັນທີ 28 ກັນຍານີ້ ແຕ່ວ່າ ຖ້າສະພາບໍ່ລວມເອົາເງິນ ສຳລັບສ້າງ
ກຳແພງໃສ່ນຳ ທ່ານກໍຈະບໍ່ເຊັນຮ່າງກົດໝາຍດັ່ງກ່າວ.

ທ່ານໄດ້ກ່າວຕໍ່ຝູງຊົນທັງຫຼາຍວ່າ “ພວກເຮົາຕ້ອງການກຳແພງນິີ້. ພວກເຮົາຈະຕ້ອງ
ໄດ້ເງິນມາທັງໝົດ. ແລະກຳແພງດັ່ງກ່າວ ແມ່ນໄດ້ເລີ້ມມາແລ້ວ. ພວກເຮົາໄດ້ເງິນມາ
1 ພັນກັບ 6 ຮ້ອຍລ້ານແລ້ວ. ພວກເຮົາຈະລົງຄະແຄນສຽງອີກໃນວັນທີ 28 ກັນຍານີ້
ແຕ່ຖ້າພວກເຮົາບໍ່ໄດ້ຮັບຄວາມໝັ້ນຄົງ ໃນການປ້ອງກັນຊາຍແດນ ພວກເຮົາກໍຈະບໍ່
ມີທາງເລຶອກແນວອື່ນ. ພວກເຮົາຈະຕ້ອງໄດ້ປິດກິດຈະການຂອງປະເທດຊາດລົງ
ເພາະວ່າ ພວກເຮົາຕ້ອງການຄວາມປອດໄພ ໃຫ້ແກ່ຊາຍແດນ.”

ຄຳໝັ້ນສັນຍາເພື່ອສ້າງກຳແພງກັ້ນຊາຍແດນ ແມ່ນເປັນພາກສ່ວນ ທີ່ສຳຄັນອັນໃຫຍ່
ຫຼວງ ໃນການໂຄສະນາຫາສຽງ ເປັນປະທານາທິບໍດີຂອງທ່ານ ທຣຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG