ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ແນເປົ້າໃສ່ ການນຳເຂົ້າຕີນລົດ ເອເຊຍ ໃນເດືອນສຸດທ້າຍຂອງທ່ານ


ພະນັກງານຄົນນຶ່ງຍົກຕີນລົດອອກ ໃນລະຫວ່າງການຜະລິດຢູ່ໂຮງງານ Goodyear, ເມືອງ ໂບກໍ, ແຂວງ ຈາວາຕາເວັນຕົກ ຂອງ ອິນໂດເນເຊຍ. 29 ເມສາ, 2010.
ພະນັກງານຄົນນຶ່ງຍົກຕີນລົດອອກ ໃນລະຫວ່າງການຜະລິດຢູ່ໂຮງງານ Goodyear, ເມືອງ ໂບກໍ, ແຂວງ ຈາວາຕາເວັນຕົກ ຂອງ ອິນໂດເນເຊຍ. 29 ເມສາ, 2010.

ການຕັດສິນໃຈໃນເບື້ອງຕົ້ນ ທີ່ຈະກຳນົດພາສີສິນຄ້ານຳເຂົ້າຕໍ່ຕີນລົດໃນສູນກາງການຜະລິດ ສີ່ແຫ່ງໃນ ເອເຊຍ ຈະເຮັດໃຫ້ອຸດສາຫະກຳ ພາຍໃນປະເທດມີຄວາມວຸ້ນວາຍ ໃນເວລາທີ່ການຢືນຢັດຕໍ່ການຄ້າຕ່າງປະເທດທີ່ຮຸນແຮງຂອງປະທານາທິບໍດີດໍໂນລ ທຣຳ ມີຄວາມເຄັ່ງຄັດຂຶ້ນ ໃນບໍ່ເທົ່າໃດວັນສຸດທ້າຍຂອງການດຳລົງຕຳແໜ່ງຂອງທ່ານ, ອີງຕາມການກ່າວຂອງບັນດານັກວິເຄາະ. ນັກຂ່າວ ວີໂອເອ ຣາລຟ ເຈັນນິງສ໌ (Ralph Jennings) ມີລາຍງານນີ້ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ກະຊວງການຄ້າ ສະຫະລັດ ໄດ້ກ່າວໃນວັນທີ 30 ທັນວາທີ່ຜ່ານມາວ່າເຂົາເຈົ້າທຳ “ການພິຈາລະ ນາໃນເບື້ອງຕົ້ນ” ເພື່ອທີ່ຈະເກັບພາສີຕີນລົດທີ່ເຮັດສຳລັບລົດຜູ້ໂດຍສານ ແລະ ລົດບັນທຸກເບົາ. ພາສີຕ່າງໆຈະມີຜົນກະທົບຕໍ່ຜູ້ສົ່ງອອກໃນ ເກົາຫຼີໃຕ້, ໄຕ້ຫວັນ, ໄທ ແລະ ຫວຽດນາມ ຖ້າການຕັດສິນໃຈດັ່ງກ່າວໄດ້ກາຍເປັນຂັ້ນສຸດໃນວັນທີ 14 ພຶດສະພາ ຫຼັງການສືບສວນສອບສວນຕິດ ຕາມ, ອີງຕາມການກ່າວຂອງກະຊວງໃນເວັບໄຊ້ຂອງເຂົາເຈົ້າ.

ທ່ານ ແດນນີ ໂຮ, ຜູ້ບໍລິຫານໃຫຍ່ຂອງບໍລິສັດທີ່ປຶກສາເປໂຕຣເຄມີ DMI ໄດ້ ກ່າວວ່າ “ຜົນກະທົບຈາກບັນຫານີ້ແມ່ນໃຫຍ່ຫຼາຍໆສຳລັບ ໄຕ້ຫວັນ.”

ໃນຄຳສັບການຄ້າ, ການທຸ້ມຕະຫຼາດ ໝາຍເຖິງການກະທຳໂດຍປະເທດຕ່າງໆ ຫຼືຜູ້ຜະລິດສິນຄ້າທີ່ຕັ້ງລາຄາໃນຕະຫຼາດຕ່າງປະເທດຖືກວ່າທີ່ລູກຄ້າພາຍໃນປະເທດຈ່າຍໃນປະເທດແຫຼ່ງທີ່ມານັ້ນ, ບັນດາເຈົ້າໜ້າທີ່ກະຊວງການຄ້າ ສະຫະລັດ ໄດ້ຄົ້ນພົບຢ່າງບໍ່ແນ່ນອນວ່າ ບັນດາຜູ້ສົ່ງອອກ “ໄດ້ທຸ້ມຕະຫຼາດຕີນລົດໃນ ສະຫະລັດ,” ອີງຕາມການກ່າວຂອງເວັບໄຊ້.

ການຄົບພົບຕ່າງໆໄດ້ຕອບການຮ້ອງຮຽນຈາກພັນທະມິດອຸສາຫະກຳເຫຼັກ, ເຈ້ຍ ແລະ ປ່າໄມ້, ຢາ, ການຜະລິດ, ພະລັງງານ ແລະ ສະຫະພັນການບໍລິການກຳມະກອນສາກົນ.

ປະເທດ ໄທ ແມ່ນຄາດວ່າຈະຖືກຜົນກະທົບຍ້ອນອຸດສາຫະກຳຜະລິດຕີນລົດທີ່ໃຫຍ່ຢ່າງບໍ່ທຳມະ ດາຂອງເຂົາເຈົ້າ. ການນຳເຂົ້າ ສະຫະລັດ ຈາກຝ່າຍການຜະລິດລົດຍົນທີ່ນຳໜ້າໂດຍຜູ້ລົງທຶນ ອາເມຣິກັນ ແລະ ຍີ່ປຸ່ນ ແມ່ນມີມູນຄ່າ ນຶ່ງພັນເກົ້າຮ້ອຍຫົກສິບຕື້ໂດລາໃນປີ 2019, ອີງຕາມການກ່າວຂອງກະຊວງ ການຄ້າ ສະຫະລັດ.

ອຸດສະຫະກຳລົດຍົນແແມ່ນນຶ່ງໃນຫ້າຜູ້ຈ້າງງານທີ່ໃຫຍ່ທີ່ສຸດຂອງ ໄທ ແລະ ຜະລິດໄດ້ເຖິງ 2 ລ້ານຄັນຕໍ່ປີ, ອີງຕາມການກ່າວຂອງທ່ານ ຣິເຈີດ ໂດເນີ, ອາຈານສອນພາກວິຊາລັດຖະສາດທີ່ອອກບຳນານແລ້ວ ຢູ່ມະຫະວິທະຍາໄລ ເອມໍຣີ (Emory University) ໃນ ສະຫະລັດ.

ທ່ານ ໂດເນີ ກ່າວວ່າພາສີ “ອາດສົ່ງຜົນກະທົບຢ່າງຮຸນແຮງ ຕໍ່ອຸດສາຫະກຳ ນັ້ນ”, ເຖິງແມ່ນວ່າສິນ ຄ້າທີ່ຜະລິດແລ້ວສ່ວນຫຼາຍແມ່ນບໍ່ໄດ້ຖືກສົ່ງມາ ສະຫະ ລັດ ກໍຕາມ. ທ່ານເວົ້າວ່າມັນບໍ່ແມ່ນວ່າ ໄທ ເພິ່ງພາອາໄສ ສະຫະລັດ ຢ່າງສິ້ນເຊີງ, ແຕ່ມັນຄົງຈະມີຄວາມສຳຄັນ ແລະ ຍ້ອນຄວາມສຳຄັນຂອງອຸດສາຫະກຳລົດຍົນໃນ ໄທ ນັ້ນ, ມັນຄົງຈະເປັນເລື່ອງສຳຄັນ.”

ບໍລິສັດຕີນລົດ ເຈັງ ຊິນ ແລະ ນານກັງ, ແມ່ນຜູ້ສະໜອງຕີນລົດລາຍໃຫຍ່ຂອງ ໄຕ້ຫວັນ, ອີງຕາມການກ່າວຂອງທ່ານ ຫຼຽງ ໂຄວ ຢວນ, ປະທານຂອງ ສະຖາບັນຄົ້ນຄວ້າ ໂພລາຣິສ (Polaris Research Institute), ເຊິ່ງແມ່ນກຸ່ມນະໂຍບາຍໃນນະຄອນຫຼວງ ໄທເປ. ທ່ານຄາດວ່າບໍລິສັດ ນານກັງ ມີລາຍ ໄດ້ 37 ເປີເຊັນຈາກສິນຄ້າສົ່ງອອກໄປ ສະຫະລັດ ແລະ ຢ້ານວ່າຈະຖືກເກັບ ພາສີສູງຍ້ອນໂຮງງານຂອງເຂົາເຈົ້າແມ່ນເພັ່ງເລັງໃສ່ ໄຕ້ຫວັນ ແທນທີ່ຈະເປັນສະຖານທີ່ນອກປະເທດ ທີ່ສາມາດຫຼີກລ່ຽງພາສີໄດ້.

ບໍລິສັດ ນານກັງ ບໍ່ໄດ້ຕອບຕໍ່ການຂໍໃຫ້ຄວາມເຫັນ.

ຜູ້ສົ່ງອອກຕີນລົດ ໄຕ້ຫວັນ ອາດຕັ້ງໃຈຫຼຸດລາຄາສຳລັບຕະຫຼາດ ສະຫະລັດ ເພື່ອຊົດເຊີຍສຳລັບການຂາດແຮງກະຕຸ້ນພາສີຕໍ່າໃດໆຈາກວໍຊິງຕັນ, ອີງຕາມ ທ່ານ ໂຮ. ຄູ່ແຂ່ງການສົ່ງອອກ ເກົາຫຼີໃຕ້ ໄດ້ເຂົ້າຮ່ວມຂໍ້ຕົກລົງການຄ້າເສລີກັບ ສະຫະລັດ ໃນປີ 2012.

ທ່ານ ຫຼຽງ ໄດ້ກ່າວວ່າ “ສະຫຼຸບແລ້ວກໍແມ່ນວ່າ ມັນບໍ່ມີຜົນກະທົບໃນທັນທີ, ແຕ່ຈາກທັດສະນະຄະ ຕິຂອງຄົນ ໄຕ້ຫວັນ, ຖ້າເຂົາເຈົ້າຖືກພົບວ່າໄດ້ທຳ. ການທຸ້ມຕະຫຼາດ, ແລ້ວມັນກໍຈະເປັນຄວາມເສຍປຽບຕໍ່ທຸລະກິດທຸກປະເພດຂອງ ໄຕ້ຫວັນ ທີ່ໄດ້ກັບຄືນປະເທດ.”

ຜູ້ຜະລິດຊາວ ຫວຽດນາມ ແລະ ນັກທຸລະກິດ ອາເມຣິກັນ ໃນປະເທດໄດ້ຄັດຄ້ານພາສີ ສະຫະລັດ, ອີງຕາມການກ່າວຂອງທ່ານ ຫງວຽນ ແທ່ງ ຈຸ່ງ, ຜູ້ອຳນວຍການການສຶກສາສາກົນ ຢູ່ມະຫາວິທະ ຍາໄລວິທະຍາສາດສັງຄົມ ແລະ ມະນຸດຊາດ ໃນນະຄອນ ໂຮຈິມິ່ງ.

ທ່ານ ຫງວຽນ ຜູ້ທີ່ໄດ້ລົມກັບຜູ້ຄັດຄ້ານບາງຄົນໄດ້ກ່າວວ່າ “ເຂົາເຈົ້າບໍ່ພໍໃຈກັບ ສິ່ງທີ່ກະຊວງດັ່ງກ່າວ ກຳລັງເປົ້າໃສ່ໃນອຸດສະຫະກຳຜະລິດຕີນລົດໃນ ຫວຽດນາມ. ເຂົາເຈົ້າຄິດວ່າ ຂ້ອຍໄດ້ເຮັດວຽກໃຫ້ບໍລິສັດພວກນີ້ເປັນເວລາຍາວນານ ແລະ ຂ້ອຍຮູ້ວ່າເຂົາເຈົ້າມີສິດທິຕາມກົດໝາຍຊໍ່າໃດ ແລະ ມັນດີຊໍ່າໃດ, ສະນັ້ນ ມັນບໍ່ມີເຫດຜົນທີ່ຈະກຳນົດພາສີຕໍ່ອຸດສາຫະກຳດັ່ງກ່າວ.”

ການນຳເຂົ້າຕີນລົດຂອງ ເກົາຫຼີໃຕ້ ໃນ ສະຫະລັດ ໄດ້ເພີ່ມຂຶ້ນເຖິງ ນຶ່ງພັນນຶ່ງຮ້ອຍເຈັດສິບລ້ານໂດລາໃນປີ 2019, ຕາມດ້ວຍ ຫວຽດນາມ 469.6 ລ້ານໂດ ລາ ແລະ ໄຕ້ຫວັນ 373 ລ້ານໂດລາ, ອີງຕາມການກ່າວຂອງກະຊວງ.

“ການບັງຄັບໃຊ້ກົດໝາຍການຄ້າ ສະຫະລັດ ທີ່ເຂັ້ມງວດ” ໄດ້ເປັນຂີດໝາຍ “ຈຸດເພັ່ງເລັງຕົ້ນຕໍ” ຂອງລັດຖະບານທ່ານ ທຣຳ, ອີງຕາມການກ່າວໃນເວັບໄຊ້ຂອງກະຊວງການຄ້າເມື່ອອາທິດທີ່ຜ່ານມາ. ໃນລະຫວ່າງການດຳລົງຕຳແໜ່ງ ຂອງທ່ານນັ້ນ, ກະຊວງດັ່ງກ່າວໄດ້ໄຂການສືບສວນສອບສວນຕໍ່ຕ້ານການທຸ້ມຕະຫຼາດ ແລະ ພາສີຊົດເຊີຍໃໝ່ 306 ຄັ້ງ, ເຊິ່ງເພີ່ມຂຶ້ນ 278 ເປີເຊັນ “ໃນ ໄລຍະດຽວກັນ” ຂອງການດຳລົງຕຳແໜ່ງຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ.

ໃນສີ່ປີທີ່ຜ່ານມາທ່ານ ທຣຳ ໄດ້ຖອນ ສະຫະລັດ ອອກຈາກຂໍ້ຕົກລົງການຄ້າ ເສລີ ອາເມຣິກາເໜືອ ກັບ ການາດາ ແລະ ເມັກຊິໂກ ພ້ອມກັບຈາກການຄ້າ ເສລີພາກພື້ນແຄມມະຫາສະໝຸດ ປາຊີຟິກ. ທີ່ຕອນນີ້ມີ ​11 ປະເທດ. ນະໂຍບາຍການຄ້າທີ່ກວ້າງກວ່າຂອງທ່ານ ທຣຳ “ແນ່ນອນ“ ແມ່ນກຳລັງມຸ່ງໜ້າເຮັດ ຂໍ້ສະເໜີເພື່ອກຳນົດພາສີຕໍ່ອຸດສາຫະກຳລົດຍົນ, ອີງຕາມການກ່າວຂອງທ່ານ ໂຮ.

ທ່ານ ຫງວຽນ ກ່າວວ່າ ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ອາດຕ່າວປີ້ນການຕັດສິນໃຈເກັບພາສີຕີນລົດ. ທ່ານ ໄບເດັນ ແມ່ນມີກຳນົດທີ່ຈະເຂົ້າດຳລົງຕຳແໜ່ງໃນວັນທີ 20 ມັງກອນນີ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG