ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການ​ຕໍ່ສູ້​ກັນ​ ເລີ້ມຂຶ້ນ ໃນການ​ສະ​ເໜີ​ຊື່ ຜູ້​ພິພາກສາ​ ສານ​ສູງ​ສຸດ ຂອງ​ ປ. ທຣໍາ


Battle Lines Form Over Trump's Court Nominee
please wait

No media source currently available

0:00 0:02:57 0:00

ການກະກຽມການ​ຕໍ່ສູ້​ກັນ​ ໄດ້​ເລີ້ມ​ຂຶ້ນ​ ໃນ​ວັນ​ອັງຄານ​ວານ​ນີ້ ​ທີ່​ວໍ​ຊິງ​ຕັນ ​ເພື່ອ ​ການຕໍ່ສູ້
ທີ່ຈະມີຂຶ້ນ ຂອງສະພາ​ສູງ ​ກັບ​ການ​ສະ​ເໜີ​ຊື່​ ຂອງປະທານ​າ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ
ທຣໍາ ໃນການຮັບຮອງເອົາ​ທ່ານ​ ແບຣັຕ ຄາ​ເວ​ນໍ ເປັນຜູ້​ພິພາກສາ​ສານ​ສູງ​ສຸດຂອງ
ລັດຖະບານກາງ. ສະມາຊິກພັກຣີພັບ​ບລິກັນ ຍິນ​ດີ​ກັບການ​ສະ​ເໜີ​ຊື່ຂອງ ​ທ່ານຄາ​ເວ​ນໍ
ຊຶ່ງເປັນ​ຜູ້ທີ່ຈະ​ສາມາດປ່ຽນແປງ​ທິດ​ທາງ​ຂອງສານ​ສູງ​ສຸດ ໄປໃນ​ທາງ​ນິຍົມ​ແນວທາງ​ເດີມ​
ຫຼາຍ​ຂຶ້ນ. ສ່ວນຝ່າຍ​ຄ້ານ ພັກ​ເດ​ໂມ​ແຄຣັດ ​ກໍໄດ້​ປະຕິຍານ​ວ່າ ​ຈະ​ຕໍ່ສູ້ ຍ້ອນຢ້ານວ່າ
ການ​ເພີ້​ມຊື່​ຂອງ​ທ່ານຄາ​ເວ​ນໍ ​ເຂົ້າ​ໃນສານ​ສູງ​ສຸດ ອາດ​ສາມາດຕ່າວ​ປີ້ນ ​ໄຊຊະນະ​ທີ່​ໄດ້
ຕໍ່ສູ້​ມາ​ ຢ່າງ​ຍາກ​ລຳບາກ ກ່ຽວ​ກັບ​ສິດທິ​ໃນການແທ້ງ​ລູກ ​ແລະ​ສິດ​ທິຂອງ​ພວກ​ກະ​ເທີຍ.
ຈິ​ມ ມາ​ໂລ​ນ ນັກຂ່າວແຫ່ງຊາດ​ຂອງ​ວີ​ໂອ​ເອ ມີ​ລາຍ​ງານເລື້ອງນີ້​ ຊຶ່ງວັນນະ​ສອນ ຈະ​ນຳ
​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ຜູ້​ທີ່​ຖືກ​ສະ​ເໜີ​ຊື່ ​ໃຫ້​ເປັນຜູ້ພິພາກສາ​ສານ​ສູງ​ສຸດ ​ທ່ານ​ແບຣັຕ ຄາ​ເວ​ນໍ ​ໄດ້​ໄປ​ຮອດ​
ໄປ​ເຖິງ​ລັດຖະສະພາ ພ້ອມ​ກັບ​ຮອງປະທານ​າ​ທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ ​
ແລະ​ໄປພົບ​ປະ​ກັບຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະພາ​ສູງ ທ່ານ ມິ​ຈ ​ແມັກ​ຄອລແນ​ລ.

ທ່ານ ມິ​ຈ ​ແມັກ​ຄອລແນ​ລ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະພາ​ສູງ ກ່າວ​ວ່າ “ຂ້າພະ​ເຈົ້າ​
ຄິດ​ວ່າ ການເລືອກຂອງທ່ານປະທານ​າ​ທິບໍດີ ແມ່ນດີເດັ່ນ​ຫຼາຍ ​ແລະ​ພວກ​ເຮົາ
ກໍຕັ້ງໜ້າທີ່​ຈະ​ຮັບຮອງ​ເອົາຂັ້ນ​ຕອນ​ການ​ດຳ​ເນີນ​ການ ແລະກໍ​ຈະ​ຖືກ​ເປີດ​ເຜີຍ​
ໃນ​ອີກ 2-3 ສັບປະດາ​ຂ້າງ​ໜ້າ​ນີ້.”

ປະທານ​າ​ທິບໍດີ​ ທຣໍາ ​ໄດ້ປະກາດ ການ​ສະ​ເໜີ​ຊື່ທ່ານ ຄາ​ເວ​ນໍ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້
ທີ່​ທຳນຽບຂາວ.

ປະທານ​າ​ທິບໍດີດໍ​ໂນ​ລ ທຣໍາ ກ່າວ​ວ່າ “ສິ່ງ​ທີ່​ສຳຄັນ​ນັ້ນ ບໍ່​ແມ່ນ​ມູມມອງທາງດ້ານ
ການເມືອງ​ຂອງຜູ້​ພິພາກສາ​ ​ແຕ່​ກັບ​ແມ່ນ ​ການ​ທີ່​ພວກ​ເພິ່ນ ຈະ​ຍົກ​ເອົາມູມມອງ
ດັ່ງກ່າວຂອງພວກເພິ່ນອອກໄວ້​ຕ່າງຫາກ ​ແລ້ວປະຕິບັດ​ຕາມ​ຕົວ​ບົດ​ກົດໝາຍ
ແລະ​ລັດຖະທຳ​ມະນູນ ​ບົ່ງ​ໄວ້ຕ່າງຫາກ.”

ທ່ານຄາ​ເວ​ນໍ ​ແມ່ນເປັນ​ຜູ້​ພິພາກສາ​ສານ​ຂອງລັດຖະບານກາງ ແລະໃນເມື່ອກ່ອນ ​
ໄດ້​ໄປປະຕິ​ບັດ​ໜ້າ​ທີ່​ຢູ່ໃນ​ທຳນຽບຂາວ ​ໃຫ້​ປະທານາທິບໍດີ​ຈອຈ ດັບເບລີຢູ ບຸ​ຊ.

​ທ່ານ​ແບຣັຕ ຄາ​ເວ​ນໍ ຜູ້​ທີ່​ຖືກ​ສະ​ເໜີ​ຊື່ ​ໃຫ້​ເປັນຜູ້ພິພາກສາ​ສານ​ສູງ​ສຸດ ກ່າວ​ວ່າ
“ຜູ້ພິພາກສາ ຕ້ອງ​ເປັນຜູ້ຕີຄວາມໝາຍຂອງ​ກົດໝາຍດັ່ງທີ່ໄດ້​ບັນທຶກ​ໄວ້. ​
ແລະຜູ້ພິພາກສາ ຕ້ອງຕີຄວາມໝາຍໃຫ້ຖືກຕ້ອງ ​ຕາມລັດຖະທຳ​ມະນູດັ່ງທີ່ໄດ້
ບັນທຶກໄວ້ທີ່​ສືບ​ທອດ​ມາ​ຕາມປະຫວັດສາດ ​ແລະ​ຕາມປະ​ເພນີ ​ແລະ​ຕາມ​ທີ່​ເຄີຍ​
ເກີດ​ຂຶ້ນ​ມາ​ກ່ອນ.”

“​ທ່ານ​ພ້ອມ​ແລ້ວ ​ທີ່​ຈະ​ຕໍ່ສູ້​ເບາະ?”

ພວກ​ເດ​ໂມ​ແຄຣັດ ​ໄດ້ໃຫ້​ສັນຍານໂດຍທັນທີ ວ່າຈະ​ຕໍ່​ສູ້​ ກ່ຽວ​ກັບ ການທີ່​ທ່ານ
ຄາ​ເວ​ນໍ ຖືກ​ສະ​ເໜີ​ຊື່ ​ໃຫ້​ເປັນຜູ້ພິພາກສາ​ສານ​ສູງ​ສຸດ ວ່າເປັນການຂາດຕົກບົກພ່ອງ.

​ໃນ​ບັນດາ​ພວກ​ທີ່​ກ່າວ​ຫາ​ນັ້ນ ​ກໍແມ່ນ​ຜູ້ນຳ​ພັກ​ເດ​ໂມ​ແຄຣັດ ທ່ານ ຊັກ ຊູ​ມ​ເມີຣ໌ຜູ່ນຶ່ງ.

​ທ່ານ ຊັກ ຊູ​ມ​ເມີຣ໌ ຜູ້ນຳ​ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ “ສຳ​ລັບ​ຊາວ​ອາ​ເມຣິກັນທຸກໆ
ຄົນ​ຜູ້ທີ່ສົນໃຈນຳ​ສຸຂພາບ​ຂອງ​ພວກ​ແມ່​ຍິງ, ສົນໃຈນຳ​ການ​ປົກ​ປ້ອງ​ພວກ​ຜູ້​ຄົນ
ທີ່​ມີໂຣ​ກພະຍາດມາ​ກ່ອນ, ສົນໃຈນຳ​ສິດ​ທິມະນຸດ, ສິດ​ທິໃນ​ການແທ້ງ​ລູກ,
ສິດ​ຂອງພວກ​ກະເທີຍ ຫຼື LGBTQ, ສິດທິ​ຂອງ​ສະພາບ​ແວດ​ລ້ອມ ​ບັດນີ້ ​ມັນ​ແມ່ນ
ເວລາ​ແລ້ວທີ່ຈະ​ຕໍ່ສູ້.​”

ຖ້າ​ຫາກ​ຖືກຮັບຮອງ​ເອົາ ​ທ່ານຄາ​ເວ​ນໍ ກໍ​ຈະ​ມາ​ແທນ​ທ່ານ​ແອັນ​ໂທ​ນີ ​ເຄັນ​ເນີ​ດີ ຜູ້​ຊຶ່ງ​
ກະສຽນໄປ​ບຳນານ​.

ທ່ານ​ເຄັນ​ເນີ​ດີ ​ແມ່ນ​ຜູ້​ທີ່​ນິຍົມ​ແນວທາງ​ເດີມ ຜູ້​ທີ່​ເຂົ້າ​ຂ້າງ​ກັບພວກ​ເສລີ​ນິຍົມ​ຂອງ​
ຕຸລາ​ການ ​ທີ່​ມີ​ຈຳນວນ​ນ້ອຍ ​ໃນ​ຄະດີ​ສຳຄັນໆ​ ຊຶ່ງ​ຮວມທັງ ສິດ​ໃນ​ການແທ້ງ​ລູກ
​ແລະສິດ​ທິຂອງ​ພວກກະ​ເທີຍ.

ນັກວິ​ໄຈ ທ່ານ ຈອນ ຟໍທີ​ເອີ ຈາກ​ສູນ​ກາງ​ນະ​ໂຍບາຍ​ຂອງ​ທັງ​ສອງ​ພັກ ກ່າວ​ວ່າ
“ທັງ​ສອງ​ຝ່າຍ​ມີ​ຄວາມ​ຮູ້ສຶກ​ວ່າ ​ຫຼາຍສິ່ງຫຼາຍອັນຈະເປັນໄປຕາມເດີມ. ສານ​ສູງ​
ສຸດ ແມ່ນໄດ້​ແບ່ງກັນ ມີ​ປະມານ 5 ຕໍ່ 4 ​ເຂົ້າ​ຂ້າ​ງ​ຝ່າຍນິຍົມ​ແນວທາງ​ເດີມ, ​ແຕ່​ວ່າ ​
ທ່ານ​ແອັນ​ໂທ​ນີ ​ເຄັນ​ເນີ​ດີ ​ແມ່ນ​ຜູ້​ທີ່​ເອນອຽງໄປມາ​ ຫຼາຍ​ທີ່​ສຸດ​ໃນ​ລະບົບ​ສານ ​
ແມ່ນ​ຜູ້​ທີ່​ຍ້າຍ​ຈາກຝ່າຍ​ນິຍົມ​ແນວທາງ​ເດີມ ​ໄປ​ສູ່​ຝ່າຍ​ເສລີ​ນິຍົມ ​ໃນ​ຫຼາຍ​ກໍລະນີ
ກ່ຽວ​ກັບເລື້ອງ​ສຳຄັນ​.”

ພັກ​ເດ​ໂມແຄຣັດ ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ ມີ​ຝ່າຍ​ນິຍົມ​ແນວທາງ​ເດີມ​ຫຼາຍ​ໃນ​ລະບົບ​
ຕຸລາການ ຊຶ່ງຈະ​ສາມາດ​ຕ່າວ​ປີ້ນ​ສິດ​ທິໃນການ​ແທ້ງ​ລູກ ທີ່​ໂດ່​ງດັງ ທີ່​ຮູ້​ກັນ​ວ່າຄະດີ ​
ໂຣ ວີ ​ເວດ ຊຶ່ງ​ນັກ​ຊ່ຽວຊານ​ດ້ານ​ກົດ​ໜາຍ ທ່ານ​ຈອນ​ນາ​ເຕັນ ​ເທີ​ຣ໌ລີ ​ໄດ້​ກ່າວ​ໄວ້.

ທ່ານ​ຈອນ​ນາ​ເຕັນ ​ເທີ​ຣ໌ລີ ນັກ​ຊ່ຽວຊານ​ດ້ານ​ກົດ​ໜາຍ ຈາກ​ມະຫາວິທະຍາ​ໄລ​ຈອຈ
ວໍ​ຊິງ​ຕັນ ກ່າວ​ວ່າ “ມັນ​ເປັນ​ໄປ​ໄດ້ ​ທີ່​ວ່າ ມັນ​ອາດ​ຈະ​ບໍ່​ແມ່ນ​ການ​ຕໍ່ສູ້​ ຊຶ້ງໆ​ໜ້າ​
ຂອງຂໍ້ບັນຍັດ ​ໂຣ ວີ ​ເວດ. ມັນ​ເປັນ​ໄປ​ໄດ້​ທີ່​ວ່າ: ​ແຕ່​ວ່າ​ ມັນ​ເບິ່ງ​ຄື​ວ່າ ສານ​ຈະ​ຕ້ອງ
​ຫັນ​ເຫ​ຈາກຂໍ້ບັນຍັດ ​ໂຣ ວີ ​ເວດ ນີ້ ກໍໄດ້.”

​ພັກຣີພັບ​ບລິກັນ ​ມີ​ສຽງ​ສ່ວນ​ຫຼາຍ​ໃນ​ສະພາ​ສູງ​ພຽງ​ເລັກ​ນ້ອຍ, ​ແຕ່​ວ່າ ພັກ​ເດ​ໂມແຄຣັດ
ແມ່ນ​ຈະ​ພົບກັບ​ຄວາມ​ຍຸ້ງ​ຍາກ​ລຳ​ບາກ​ທີ່​ຈະ​ກີ​ດກັນ ການ​ແຕ່ງ​ຕັ້ງທ່ານຄາ​ເວ​ນໍ, ຊຶ່ງ​ທ່ານ​
ນາງສ​ເຕຊີ ຮໍ​ກິນ​ສ ໄດ້ກ່າວໄປ.

​ທ່ານ​ນາງສ​ເຕຊີ ຮໍ​ກິນ​ສ ຈາກ​ມະຫາວິທະຍາ​ໄລຣັຕ​ເກິສ ກ່າວ​ວ່າ “ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພວກ​
ເຂົາ​ເຈົ້າ​ຫວັງໄວ້ ກໍ​ແມ່ນ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ກະຕຸກ​ບັນຫາ​ນີ້ ບໍ່​ພຽງ​ແຕ່ເພື່ອ​ການ
​ເລືອກ​ຕັ້ງ​ກາງສະ​ໄໝ, ​ແຕ່​ແມ່ນເພື່ອ ການ​ເລືອກ​ຕັ້ງ​ປະທານາທິບໍດີໃນ ປີ 2020
ຕ່າງຫາກ, ​ແລະພັກ​ເດ​ໂມແຄຣັດ ຈະ​ເອົາຈິງເອົາຈັງ​ ໃນ​ເລື້ອງ​ການ​ແຕ່ງ​ຕັ້ງ​ຂອງ​
ລະບົບ​ສານ​ສູງ​ສຸດໃຫ້​ເປັນ​ກຸນ​ແຈ​ສຳຄັນ​ ສຳລັບ​ການ​ລົງ​ຄະ​ແນນ ​ໃນ​ການ​ເລືອກ​ຕັ້ງ​
ຂອງ​ພວກ​ເຮົາ.”

ພວກຣີພັບ​ບລິກັນ ຫວັງ​ວ່າ​ຈະ​ຮັບຮອງ​ເອົາ​ທ່ານ​ເຄວາ​ນໍ ໄດ້ທັນ​ເວລາສຳລັບກອງປະຊຸມ
ສານ​ສູງ​ສຸດ ​ໃນ​ເດືອນ​ຕຸລາ ທີ່​ຈະ​ມາ​ເຖິງ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Battle lines began to form Tuesday in Washington for the upcoming
Senate confirmation fight over President Donald Trump's Supreme
Court nominee, federal Judge Brett Kavanaugh.Republicans have
embraced Kavanaugh as a nominee who could shift the Supreme
Court in a more conservative direction for a generation.Opposition
Democrats have vowed a fight, fearing Kavanaugh's addition to the
high court could roll back hard-fought victories on abortion and gay
rights.VOA National correspondent Jim Malone has more from
Washington.

Supreme Court nominee Brett Kavanaugh arriving at the Capitol with
Vice President Mike Pence and a meeting with Senate Majority Leader
Mitch McConnell.

SEN. MITCH MCCONNELL, MAJORITY LEADER
"I think the president made an outstanding nomination and we look
forward to the confirmation process and it will unfold in the next few
weeks."

President Trump announced Kavanaugh's nomination Monday at the
White House.

PRESIDENT DONALD TRUMP
"What matters is not a judge's political views, but whether they can
set aside those views to do what the law and the Constitution require."

Kavanaugh is a sitting federal judge and previously worked in the
White House for President George W. Bush.

JUDGE BRETT KAVANAUGH, SUPREME COURT NOMINEE
"A judge must interpret statutes as written, and a judge must interpret
the Constitution as written, informed by history and tradition and precedent."

"Are you ready for a fight?"

Democrats immediately signaled a fight over Kavanaugh with the
Supreme Court as a backdrop.

Among those leading the charge was Senate Democratic leader
Chuck Schumer.

SEN. CHUCK SCHUMER, DEMOCRATIC LEADER
"For every American who cares about women's health, about protections
for people with pre-existing conditions, about civil rights, labor rights,
LGBTQ rights, environmental rights, now is the time to fight."

If confirmed, Kavanaugh will replace retiring Justice Anthony Kennedy.

Kennedy was a conservative who sided with the court's liberal minority
in key cases, including abortion and gay rights.

Analyst John Fortier.

JOHN FORTIER, BIPARTISAN POLICY CENTER
"Both sides feel that a lot is at stake.The court has roughly been divided
five to four on the conservative side, but Anthony Kennedy was the most 'swingy' justice, the one who would move from the conservative to the
liberal side on a number of important issues."

Democrats worry that a more conservative court could undo the famous abortion rights decision known as Roe v. Wade, says legal expert
Jonathan Turley.

JONATHAN TURLEY, GEORGE WASHINGTON UNIVERSITY
"It is probably not likely that we will see a frontal assault on Roe v. Wade.
It is possible.But it is much more likely that the court will chip away at
Roe v. Wade."

Republicans have only a slim Senate majority, but Democrats will have
a difficult time blocking Kavanaugh, says Stacy Hawkins.

STACY HAWKINS, RUTGERS UNIVERSITY
"The best that they can hope for is that this will really ignite this issue
for not only the midterm elections, but for the 2020 presidential election,
and that Democrats will be much more energized around the Supreme
Court as a key political voting issue in our elections."

Republicans hope to confirm Kavanaugh in time for the next Supreme
Court session in October.

XS
SM
MD
LG