ບັນຍາກາດການສະເຫຼີມສະຫຼອງທີ່ມ່ວນຊື່ນຢູ່ດ້ານນອກຂອງຄຸກ Central Detention Facility ໃນນະຄອນຫຼວງວໍຊິງຕັນ ຂອງຕອນແລງວັນຈັນວານນີ້.
ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກເຂົ້າຮັບຕໍາແໜ່ງປະທານາທິບໍດີຂອງສະຫະລັດ, ທ່ານ ດໍໂນລ ທຣໍາ ກໍໄດ້ທໍາການໃຫ້ອະໄພໂທດແກ່ກຸ່ມຄົນປະມານ 1,500 ຄົນ ທີ່ເຂົ້າຮ່ວມໃນການໂຈມຕີຫໍລັດຖະສະພາສະຫະລັດເມື່ອວັນທີ 6 ມັງກອນ ປີ 2021, ເຊິ່ງຜູ້ສະໜັບສະໜູນຂອງ ທ່ານ ທຣໍາ ພະຍາຍາມຕ່າວປີ້ນການເລືອກຕັ້ງໃນປີ 2020.
ຫຼາຍຄົນໄດ້ຖືກກັກຂັງໃນສະຖານທີ່ກັກຂັງໃນຄຸກທີ່ເປັນສູນກັກຂັງ ໃນພາກຕາເວັນອອກສຽງໃຕ້ຂອງນະຄອນຫຼວງວໍຊິງຕັນ. ເຖິງແມ່ນສະພາບອາກາດຈະໜາວເຢັນ, ແຕ່ບັນດາຜູ້ສະໜັບສະໜູນພວກເຂົາ ກໍໄດ້ມາເຕົ້າໂຮມກັນຢູ່ດ້ານນອກຂອງຕຶກ ໂດຍລໍຖ້າໃນສິ່ງທີ່ພວກເຂົາໄດ້ບອກກັບ VOA ໂດຍຫວັງວ່າ ຈະໄດ້ຮັບການປ່ອຍໂດຍໄວ ໃນຂະນະທີ່ເແກະສານການປ່ອຍໂຕຍັງບໍ່ທັນໄດ້ຮັບການຢັ້ງຢືນ.
ເຈົ້າໜ້າທີ່ຕຳຫຼວດປະຈຳການຢູ່ດ້ານນອກຂອງສູນກັກຂັງໝົດຄືນ, ເຊັ່ນດຽວກັບສື່ມວນຊົນຕ່າງໆ. ແລະເຖິງແມ່ນບັນດາຜູ້ສະໜັບສະໜູນຈະແລ່ນເຂົ້າໄປທາງເຂົ້າຂອງຄຸກພຽງໄລຍະສັ້ນ, ແຕ່ກໍຖືກເຈົ້າໜ້າທີ່ຕໍາຫຼວດຂັດຂວາງໄວ້, ແຕ່ພວກເຂົາເຈົ້າກໍຍັງບອກກັບ VOA ວ່າ ການເຕົ້າໂຮມຄັ້ງນີ້ເຕັມໄປດ້ວຍຄວາມສຸກ ແລະຄວາມຮັກຊາດ.
ໃນຂະນະທີ່ມີການແກວ່າງທຸງຊາດໄປມາຢູ່, ເບັນ ໂພລລັອກຄ໌ (Ben Pollock ) ກ່າວຕໍ່ VOA ວ່າ ລູກຂອງລາວສອງຄົນຄື ໂອລິເວຍ ແລະ ໂຈນາທານ ຖືກກັກຂັງເນື່ອງຈາກມີສ່ວນຮ່ວມໃນການໂຈມຕີຫໍລັດຖະສະພາ. ລາວກ່າວວ່າລາວເອງ ກໍ່ຢູ່ບ່ອນນັ້ນໃນມື້ນັ້ນເຊັ່ນກັນ ແຕ່ບໍ່ໄດ້ເຂົ້າໄປໃນອາຄານຫໍລັດຖະສະພາ.
ໂພລລັອກຄ໌ ຈາກ ຟລໍຣີດາ ກ່າວວ່າ ລາວ “ດີໃຈຫຼາຍ ແລະສັນລະເສີນພະເຈົ້າ” ທີ່ລູກໆຂອງລາວຈະໄດ້ຮັບການປ່ອຍອອກມາໃນໄວໆນີ້, ເຊິ່ງ “ມັນເປັນການເດິນທາງດ້ານຈິດວິນຍານ.”
ລາຍງານເປີດເຜີຍວ່າ ໂອລິເວຍ ແລະ ໂຈນາທານ ໂພລລັອກຄ໌, ອະດີດຜູ້ລົບໜີ ຖືກຕັ້ງຂໍ້ກ່າວຫາທຳຮ້າຍຮ່າງກາຍ, ຕໍ່ຕ້ານ ຫຼື ຂັດຂວາງເຈົ້າໜ້າທີ່ຈໍານວນນຶ່ງ ລວມເຖິງລັກຊັບສິນຂອງລັດຖະບານ, ໂດຍ ໂຈນາທານ ໂພລລັອກຄ໌ ຖືກກ່າວຫາວ່າ ດຶງແອວເຈົ້າໜ້າທີ່ ແລະດຶງເຈົ້າໜ້າທີ່ລົງຂັ້ນໃດ ພ້ອມທັງຕີໜ້າເຈົ້າໜ້າທີ່ອີກຄົນນຶ່ງ.
ອ່ານຂ່າວເປັນພາສາອັງກິດໄດ້
The atmosphere was celebratory outside the Central Detention Facility prison in Washington late Monday night.
Just hours after taking the oath of office, U.S. President Donald Trump pardoned about 1,500 people who participated in the Jan. 6, 2021, attack on the U.S. Capitol, during which Trump supporters tried to overturn the results of the 2020 election.
Many of them were held in the Central Detention Facility in southeast Washington. Despite the frigid cold, their supporters gathered outside the building, looking forward to what they told VOA they hoped would be their speedy release. As of publication, that release had not happened yet.
The police presence outside the prison was substantial throughout the night. So, too, was the media presence. And even though supporters at one point briefly rushed the prison entrance, only to be blocked by police, they still told VOA that the gathering was joyous and patriotic.
While brandishing an American flag, Ben Pollock told VOA that two of his children — Olivia and Jonathan — were jailed for taking part in the attack. He said he himself was present that day, too, but that he didn’t enter the Capitol Building.
Pollock, from Florida, said he was “ecstatic, praising God” that his children would be released soon. “It’s been such a spiritual journey.”
Former fugitives Olivia and Jonathan Pollock are charged with assaulting, resisting or impeding certain officers, as well as theft of government property, according to media reports. The latter is accused of grabbing an officer by the waist and pulling the officer down a set of stairs, and punching another officer in the face.
ຟໍຣັມສະແດງຄວາມຄິດເຫັນ