ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ນຳໃຊ້ ການລົງໂທດ ປະຫານຊີວິດ ຄືນ​ໃໝ່ ລຸນຫຼັງທີ່​ໄດ້​ໂຈະ ເກືອບ 2 ທົດສະວັດ


ຮ້ອຍໂທ Sam Robinson ເຈົ້າໜ້າທີ່ດ້ານຂໍ້ມູນສາທາລະນະ ທີ່ຄຸກຂອງລັດ ປະຈຳເມືອງ San Quentin ໃນລະຫວ່າງ
ການນຳພາພວກສື່ມວນຊົນໄປເບິ່ງພວກນັກໂທດ ທີ່ລໍຖ້າການ
ປະຫານຊີວິດ ຢູ່ໃນລັດ ກາລີຟໍເນຍ 29 ທັນວາ 2015.
ຮ້ອຍໂທ Sam Robinson ເຈົ້າໜ້າທີ່ດ້ານຂໍ້ມູນສາທາລະນະ ທີ່ຄຸກຂອງລັດ ປະຈຳເມືອງ San Quentin ໃນລະຫວ່າງ ການນຳພາພວກສື່ມວນຊົນໄປເບິ່ງພວກນັກໂທດ ທີ່ລໍຖ້າການ ປະຫານຊີວິດ ຢູ່ໃນລັດ ກາລີຟໍເນຍ 29 ທັນວາ 2015.

ໃນການຕອບສະໜອງຕໍ່ຄຳຮຽກຮ້ອງຂອງປະທານາທິບໍດີ ດໍໂນລ ທຣໍາ ໃຫ້ທຳການ
ລົງໂທດໜັກກວ່າເກົ່າ ຕໍ່ອາຊະຍາກຳຕ່າງໆທີ່ຮຸນແຮງນັ້ນກະຊວງຍຸຕິທຳສະຫະລັດ
ໃນອາທິດນີ້ ໄດ້ຍົກເລີກຂໍ້ຫ້າມຊົ່ວຄາວການລົງ ໂທດປະຫານຊີວິດໄວ້. Brian
Padden ນັກຂ່າວ ວີໂອເອ ລາຍງານມາ ກ່ຽວກັບການຕັດສິນໃຈທີ່ເປັນ​ບັນ​ຫາ​ໂຕ້
ແຍ້ງກັນນີ້ ​ແມ່ນໄດ້ຖືກປະນາມໂດຍ ພວກຝ່າຍຄ້ານ ວ່າຜິດສິນທຳ ແລະຂາດມະນຸດ
ສະທຳ ແຕ່ພວກເຫັນດີກ່າວວ່າ ການລົງໂທດໜັກທີ່ສຸດ ຕໍ່ອາຊະຍາກຳທີ່ຮ້າຍແຮງທີ່
ສຸດແມ່ນສິ່ງທີ່ຖືກ ຕ້ອງທີ່ຈະກະທຳ ແລະໄດ້ຮັບຄວາມເຫັນດີຈາກຊາວອາເມຣິກັນ
ສ່ວນຫລາຍ ດັ່ງສາລີ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານວິນລຽມ ບາ ລັດຖະມົນຕີກະຊວງຍຸຕິທຳ ໃນສັບປະດານີ້ໄດ້ປະກາດ ວ່າ ລັດຖະ
ບານກາງຈະນຳໃຊ້ຄືນ ການປະຫານຊີວິດ ພວກນັກໂທດ ທີ່ຖືກຕັດ ສິນປະຫານຊີວິດ
ໄປ​ແລ້ວ ເລີ້ມຕົ້ນດ້ວຍ​ພວກ​ນັກ​ໂທດຫ້າຄົນ.

ພວກເຫັນດີນຳການລົງໂທດປະຫານຊີວິດກ່າວວ່າ ພວກນັກໂທດທີ່ລໍຖ້າການປະ ຫານ
ຊີວິດ ໄດ້ສ້າງໂທດກຳ ດ້ານອາຊະຍາກຳທີ່ໂຫດຮ້າຍທີ່ສຸດ ອັນມີລວມທັງ ການກະທຳ
ຊຳເລົາ ແລະການສັງຫານພວກເດັກນ້ອຍ. ແລະພວກເຂົາເຈົ້າກ່າວ ວ່າ ພວກຄອບຄົວ
ຂອງຜູ້ທີ່ໄດ້ຮັບເຄາະສົມຄວນຈະໄດ້ຮັບຄວາມຍຸຕິທຳຊຶ່ງທ່ານ ຄັນລີ ສຕິມຊັນ ຈາກມູນ
ນິທິ Heritage ກ່າວວ່າ:

“ນີ້ເປັນເລື້ອງຮ້າຍກາດ ຂອງເລື້ອງທີ່ຂີ້ຮ້າຍທີ່ສຸດ. ແລະຄວາມຈິງທີ່ວ່າ ພວກ ເຂົາ ຈະ
ຖືກລົງໂທດເຖິງສຸດຂີດ ລຸນຫລັງການອຸທອນມາໄດ້ຫລາຍທົດສະວັດ ແລ້ວ ແລະກໍ
ເຫັນວ່າ ມີຄວາມຜິດແລ້ວມີຄວາມຜິດອີກມັນຈຶ່ງໄດ້ກາຍເປັນການສະແດງອອກເຖິງ
ຄວາມປະສົງຂອງມະຫາຊົນ.”

ການຕັດສິນໃຈດັ່ງກ່າວໄດ້ຕ່າວປີ້ນການໂຈະມາຊົ່ວຄາວເປັນເວລາ 16 ປີຂອງ ການ
ລົງໂທດປະຫານຊີວິດຂອງລັດຖະບານກາງ. ການລົງໂທດດັ່ງກ່າວໄດ້ຖືກ ໂຈະໄວ້
ໃນກໍລະນີຂອງລັດຖະບານກາງ ຍ້ອນຄວາມກັງວົນ ກ່ຽວກັບການສ່ຽງຕໍ່ ການປະຫານ
ຊີວິດ ຜູ້ຄົນທີ່ບໍ່ມີຄວາມຜິດຫຍັງ ບໍ່ວ່າມັນຈະເປັນຄວາມໂຫດຮ້າຍ ແລະການປະຕິບັດ
ແບບໄຮ້ມະນຸດສະທຳແລະ ເພາະວ່າມັນຈະກະທົບກະເທືອນ ທີ່ບໍ່ສົມສ່ວນ ໃນບັນດາ
ພວກຄົນທຸກແລະພວກຊົນຊາດກຸ່ມນ້ອຍກໍຕາມ ຊຶ່ງທ່ານ ຣໍເບີດ ດັນແຮມ ປະຈຳສູນ
ກາງຂໍ້ມູນໂທດປະຫານຊີວິດກ່າວວ່າ:

“ໄດ້ມີການກ່າວກັນວ່າ ການລົງໂທດປະຫານຊີວິດ ເອີ້ນວ່າ capital punish-ment
ກໍຍ້ອນວ່າ ຖ້າເຈົ້າບໍ່ມີ capital ຫລືທຶນຫລືເງິນ ເຈົ້າກໍຈະໄດ້ຮັບໂທດ ທີ່ວ່ານັ້ນ. ແລະ
ນັ້ນ ແມ່ນເປັນທີ່ມາຂອງຜູ້ທີ່ຈະຕົກໄປຢູ່ໃນຖັນແຖວຂອງການ ຕາຍ ຊຶ່ງເກືອບວ່າໝົດ
ທຸກຄົນຜູ້ທີ່ຕົກໄປຢູ່ໃນຖັນແຖວຂອງການຕາຍຈະແມ່ນ ຄົນທຸກ.”

ໃນທຸກມື້ນີ້ ຊາວອາເມຣິກັນເກີນກວ່າ 50% ເລັກນ້ອຍ ສະໜັບສະໜຸນການລົງ ໂທດ
ປະຫານຊີວິດ ຫລຸດລົງມາຈາກ 80% ໃນຊຸມປີ 1990.

ການສະໜັບສະໜຸນ capital punishment ກໍແມ່ນມີການແບ່ງແຍກກັນ ຕາມ ເສັ້ນ
ສາຍຂອງພັກການເມືອງ ຄືພວກຣິພັບບລິກັນເປັນພວກສະໜັບສະໜຸນແລະ ພວກເດ
ໂມແຄຣັດເປັນພວກຝ່າຍຄ້ານ.

ພວກເດໂມແຄຣັດທີ່ ລົງແຂ່ງຂັນເປັນປະທານາທິບໍດີຈຳນວນຫລາຍ ຢາກລົບ ລ້າງ
ການລົງໂທດປະຫານຊີວິດ.

ກົດລະບຽບຂອງລັດຖະບານທຣຳພຽງແຕ່ກະທົບກະເທືອນພວກນັກໂທດ 62 ຄົນ ໃນຈຳນວນຜູ້ທີ່ຢູ່ໃນ ຖັນແຖວການຕາຍ. ຢູ່ໃນລະດັບຂອງລັດແລ້ວ ແມ່ນມີນັກໂທດ
2,500 ຄົນທີ່ລໍຖ້າການປະຫານຊີວິດຢູ່ ແຕ່ວ່າ ຢູ່ໃນ 21 ລັດ ການລົງໂທດປະຫານ
ຊີວິດແມ່ນໄດ້ຖືກລົບລ້າງໄປແລ້ວ.

In response to President Donald Trump's call for tougher penalties on violent crimes, the U.S. Justice Department this week lifted a federal moratorium on the death penalty. VOA's Brian Padden reports this controversial decision has been denounced by opponents as immoral and inhumane, but advocates say imposing the ultimate punishment for the ultimate crime is the right thing to do, and is supported by a majority of Americans.

U.S. Attorney General William Barr this week announced the federal government would resume executions of convicts sentenced to death, starting with five men.

Death penalty advocates say these death row inmates slated for execution were convicted of heinous crimes, including the rape and murder of children. And they say the victims' families deserve justice.

"These are the worst of the worst. And the fact that they're subjected to the ultimate punishment after decades of appeals where they have been found guilty over and over again, is an expression of the people's will."

The decision reverses a 16 year informal federal moratorium of the death penalty. The punishment was halted in federal cases over concerns about the risk of executing innocent people, whether it constitutes cruel and inhumane treatment and because it disproportionally affects the poor and ethnic minorities.

"There's a saying that the death penalty is called capital punishment because if you don't have the capital you get the punishment. And that's borne out by who's on death row. Almost everybody who is on death row is poor."

Today a little over 50 % of Americans support the death penalty, down from 80% in the 1990s.

Support for capital punishment is also divided along political party lines with Republicans in favor and Democrats opposing.

A number of Democratic presidential candidates want to abolish the death penalty.

The Trump administration ruling only affects 62 federal inmates currently on death row. At the state level, there are over 2,500 prisoners awaiting execution. But in 21 states the death penalty has been abolished.
XS
SM
MD
LG