ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳປາໄສ ຂອງ ປ. ທຣຳ ຊີ້ໃຫ້ເຫັນ ນະໂຍບາຍ ຕ່າງປະເທດ ທີ່ເບົາບາງລົງ


Light on Foreign Policy, Trump Speech Includes Messages for NATO, China
please wait

No media source currently available

0:00 0:03:05 0:00

ບັນດາຜູ້ນຳໂລກໄດ້ຮັບຟັງຄຳປາໄສຄັ້ງທຳອິດຂອງປະທານາທິ ບໍດີ ດໍໂນລ ທຣຳ ຕໍ່ລັດ ຖະສະພາໃນຕອນຄໍ່າຂອງວັນອັງຄານຜ່ານ​ມານີ້. ປະທານາທິບໍດີ ສະຫະລັດ ໄດ້ກ່າວ
ກ່ຽວກັບ ຄຳໝັ້ນໝາຍຂອງ ອາເມຣິກາ ຕໍ່ອົງການ NATO ແລະ ແຜນການຂອງທ່ານທີ່
ຈະຫຼໍ່ຫຼອມລະບົບການຄ້າໂລກໃໝ່. ນັກຂ່າວວີໂອເອ Henry Ridgwell ລາຍງານຈາກ
ນະຄອນຫຼວງ ລອນດອນ ປະເທດ ອັງກິດ ​ເຊິ່ງພຸດທະ​ສອນ ຈະ​ນຳ​ເອົາ​ລາຍ​ລະອຽດມາ
ສະ​ເໜີ​ທ່ານ.

ຄຳປາໄສຂອງທ່ານ ດໍໂນລ ທຣຳ ອາດຈະມີ​ເປົ້າໝາຍ ​ແນ​ໃສ່ປະຊາຊົນພາຍໃນປະເທດ ເຖິງຄຳສັນຍາຂອງທານາທິບໍດີ ວ່າຈະເຮັດເພື່ອອາເມຣິກາກ່ອນໝູ່ ແຕ່ວ່ານີ້ແມ່ນການ
ປະຕິບັດການທີ່ຖືກເຝົ້າເບິ່ງໃນທົ່ວໂລກ.

ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ “ນີ້ແມ່ນການນຳພາຂອງ ອາເມຣິກາ ອີງຕາມຜົນປະ
ໂຫຍດ້ານຄວາມປອດໄພທີ່ມີຄວາມສຳຄັນ ເຊິ່ງພວກເຮົາມີສ່ວນຮ່ວມນຳກັນກັບ
ບັນດາພັນທະມິດຂອງພວກເຮົາໃນທົ່ວໂລກ. ພວກເຮົາສະໜັບສະໜູນອົງການ
NATO ຢ່າງແຂງແກ່ນ, ເປັນພັນທະມິດທີ່ຖືກຫຼໍ່ຫຼອມຜ່ານຂໍ້ຜູກມັດຂອງສອງສົງ
ຄາມໂລກ ທີ່ໄດ້ໂຄ່ນລົ້ມລັດທິຟາຊິສ, ແລະ ສົງຄາມເຢັນທີ່ໄດ້ເອົາຊະນະລັດທິ
ຄອມມູນິສ. ແຕ່ຄູ່ຮ່ວມຂອງພວກເຮົາ ຕ້ອງປະ​ຕິ​ບັດ​ຕາມພັນທະທາງດ້ານການ
ເງິນຂອງພວກເຂົາເຈົ້າ.”

ທ່ານ Ian Bond ຈາກສູນກາງເພື່ອການປະຕິຮູບ ຢູໂຣບ ທີ່ມີຫ້ອງການຕັ້ງຢູ່ນະຄອນ
ຫຼວງ ລອນດອນ, ແມ່ນຜູ້ທີ່ໄດ້ເວົ້າກັບວີໂອເອຜ່ານທາງ Skype ວ່າ ຄຳເວົ້າທີ່ມີຄວາມ
ອົບອຸ່ນຂຶ້ນແມ່ນໄດ້ຖືກຕ້ອນ ຮັບເປັນຢ່າງດີ.

ທ່ານ Bond ໄດ້ກ່າວວ່າ “ທ່ານບໍ່ໄດ້ກ່າວຢໍ້າຂໍ້ສະເໜີ ທີ່ລ້າສະໄໝແລ້ວ ແລະ ທ່ານ
ໄດ້ກ່າວຢໍ້າເຖິງຄວາມສຳຄັນຂອງອົງການ NATO. ແຕ່ພາຍໃຕ້ສິ່ງດັ່ງກ່າວນັ້ນ
ທ່ານຍັງເວົ້າ ກ່ຽວກັບ ການຈ່າຍເງິນຄ່າທຳນຽມຂອງປະເທດສະມາຊິກອົງການ
NATO ຢູ່, ດັ່ງກັບວ່າ ອາເມຣິກາ ແມ່ນຜູ້ໃຫ້ບໍລິການດ້ານ​ອາລັກຂາ.”

ປະທານາທິບໍດີ ທຣຳ ໄດ້ສັນຍາທີ່ຈະຂະຫຍາຍງົບປະມານດ້ານການປ້ອງກັນປະເທດ
ທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ອາເມຣິກາ.

ທ່ານ Bond ກ່າວຕື່ມວ່າ “ຂ້າພະເຈົ້າຄິດວ່າ ແມ່ນກະທັ້ງສະມາຊິກພັກຣິີພັບບລີກັນ
ຫຼາຍຄົນໄດ້ບອກທ່ານວ່າ ມັນແມ່ນຄວາມຜິດພາດທີ່ຈະຕັດການຊ່ວຍເຫຼືອພັດທະ
ນາຕ່າງປະເທດ ແລະ ງົບປະມານກະຊວງການຕ່າງປະເທດ ເພື່ອເປັນທຶນໃຫ້ແກ່
ການເພີ່ມຄ່າໃຊ້ຈ່າຍທາງທະຫານຂະໜາດໃຫຍ່ນີ້.”

ທ່ານ David Kelly ຜູ້ອຳນວຍການຂອງກຸ່ມຄົ້ນຄວ້ານະໂຍບາຍ ຢູ່ສະຖາບັນນະໂຍ
ບາຍ ຈີນ, ເປັນກຸ່ມນັກຄົ້ນຄວ້າທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ປັກກິ່ງ ໄດ້ກ່າວວ່າ ການຫຼຸດຜ່ອນການມີສ່ວນຮ່ວມຂອງ ສະຫະລັດ ໃນຕ່າງປະເທດແມ່ນເບິ່ງຄືວ່າ ຈະ
ເປັນການເປີດໂອກາດໃຫ້ແກ່ປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກ.

ທ່ານ Kelly ກ່າວວ່າ “ອີກຄັ້ງໜຶ່ງທ່ານ ທຣຳ ກໍໄດ້ເປີດຊ່ອງຫວ່າງຂະໜາດໃຫຍ່
ໃຫ້ ຈີນ ໃນເລື່ອງຂອງຄວາມໄດ້ປຽບທາງການທູດ.”

ປັກກິ່ງ ໄດ້ຖືກລະບຸໂດຍທ່ານ ດໍໂນລ ທຣຳ ໃນຂະນະທີ່ທ່ານໄດ້ກ່າວຫາລະບົບການ
ຄ້າທົ່ວໂລກຊ້ຳແລ້ວຊ້ຳອີກວ່າ ບໍ່ໄດ້ໃຫ້ຜົນປະໂຫຍດຫຍັງຕໍ່ ອາເມຣິກາ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ພວກເຮົາໄດ້ສູນເສຍໂຮງຈັກໂຮງງານ 60,000 ແຫ່ງ
ນັບຕັ້ງແຕ່ ຈີນ ໄດ້ເຂົ້າຮ່ວມອົງການການຄ້າໂລກໃນປີ 2001.”

ທ່ານ ທຣຳ ບໍ່ໄດ້ກ່າວເຖິງການຫ້າມເດີນທາງເຂົ້າປະເທດຕໍ່ປະຊາຊົນຂອງ 7 ປະເທດ
ທີ່ມີປະຊາກອນມຸສລິມສ່ວນຫຼາຍ ເຊິ່ງຖືກສັ່ງ​ໃຫ້​ໂຈະໂດຍສານ.

ນອກເໜືອຈາກຄຳປະຕິຍານຂອງທ່ານ ເພື່ອທຳລາຍກຸ່ມກໍ່ການຮ້າຍລັດອິສລາມແລ້ວ,
ທ່ານ ທຣຳ ກໍບໍ່ໄດ້ກ່າວຫຍັງ ກ່ຽວກັບ ການເພັ່ງເລັງໃສ່ຂົງເຂດ ອາຟຣິກາ ສຳລັບປະທາ
ນາທິບໍດີຄົນກ່ອນ.

ທ່ານ Steven Gruzd ຈາກສະຖາບັນການຕ່າງປະເທດແຫ່ງ ອາຟຣິກາໃຕ້ ກ່າວວ່າ “ພວກເຮົາຍັງບໍ່ໄດ້ເຫັນຫຍັງຫຼາຍຈາກລັດຖະບານນີ້, ໃນເດືອນທຳອິດ ກ່ຽວກັບວ່າ ນະໂຍບາຍຕໍ່ ອາຟຣິກາ ຂອງທ່ານຈະເປັນແນວໃດ. ພວກເຮົາບໍ່ມີຮອງລັດຖະມົນ
ຕີການຕ່າງປະເທດ. ພວກເຮົາມີຫຼາຍຕຳແໜ່ງເອກອັກຄະລັດຖະທູດທີ່ຍັງຫວ່າງຢູ່, ອາຟຣິກາໃຕ້ ກໍແມ່ນໜຶ່ງໃນນັ້ນ.”

ຄຳປາໄສທີ່ຖືກກ່າວດ້ວຍ​ນ້ຳສຽງອັນຮອບຄອບ ແມ່ນໄດ້ຖືກຍອມຮັບໂດຍທົ່ວໄປ. ແຕ່
ນັກວິເຄາະກ່າວວ່າ ບັນດາຜູ້ນຳໂລກຫຼາຍຄົນຢາກຮູ້ ຂໍ້ມູນ ກ່ຽວກັບ ນະໂຍບາຍຂອງ
ທ່ານ ທຣຳ ເພີ່ມເຕີມໃນຄຳສັນຍາທີ່ເພິ່ນກ່າວວ່າ ​ເປັນບົດ​ຕອນໃໝ່ແຫ່ງຄວາມຍິ່ງໃຫຍ່
ຂອງຄົນອາເມຣິກາ.

XS
SM
MD
LG