ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ເຊັນ​ດຳ​ລັດ ປະ​ທາ​ນາ​ທິ​ບໍ​ດີ ໃນ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ຕໍ່​ສູ້ ​ກັບການ​ຄ້າ​ມະ​ນຸດ


Trump Signs Executive Order in Effort to Combat Human Trafficking
please wait

No media source currently available

0:00 0:03:05 0:00

ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ໃຫ້​ຄວາມສົນ​ໃຈຄັ້ງ​ໃໝ່​ຕໍ່ບັນ​ຫາ​ການ​ຄ້າ​ມະ​ນຸດ​ໃນ ສະ​ຫະ​ລັດ. ທຳ​ນຽບ​ຂາວ​ ໄດ້​ລະ​ນຶກ​ເຖິງວັນ​ຄົບ​ຮອບ 20 ປີ​ຂອງ​ກົດ​ໝາຍ ກ່ຽວ​ກັບ ​ການ​ປົກ​ປ້ອງ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະ​ນຸດ ດ້ວຍ​ການ​ປະ​ກາດ​ມາດ​ຕະ​ການ​ໃໝ່ ​ເພື່ອ​ຂະ​ຫຍາຍ​ການ​ລົງ​ໂທດ​ສຳ​ລັບ​ນັກ​ຄ້າ​ມະ​ນຸດ ແລະ ໜ່ວຍ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ບັນ​ດາ​ຜູ້​ເຄາະ​ຮ້າຍ. ນັກ​ຂ່າວ​ວີ​ໂອ​ເອ ອາ​ດິ​ຕາ ດູ​ແນ​ລ​ລາ​ຣີ ລາຍ​ງານ​ຈາກ​ທຳ​ນຽບ​ຂາວ​ວ່າ ບັນ​ດາ​ນັກ​ເຄື່ອນ​ໄຫວ ແລະ ຜູ້​ລອດ​ຊີ​ວິດ​ຈາກ​ການ​ຄ້າ​ມະ​ນຸດ ມີ​ຄວາມ​ຍິນ​ດີ​ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຕໍ່​ສູ້​ກັບ​ບັນ​ຫາ​ນັ້ນ​ເພີ່ມ​ຂຶ້ນ, ເຖິງ​ແມ່ນ​ວ່າ ຫຼາຍ​ຄົນ​ໃນ​ນັ້ນ​ໄດ້ສະ​ແດງ​ຄວາມ​ຄິດທີ່​ແຕກ​ຕ່າງ ໃນ​ຄຳ​ສັນ​ຍາ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ຈະ​ຕໍ່​ສູ້​ກັບ​ການ​ຄ້າ​ມະ​ນຸດ ແລະ ການ​ປາບ​ປາມ​ພວກ​ຄົນ​ເຂົ້າ​ເມືອງທີ່​ຜິດ​ກົດ​ໝາຍກໍ​ຕາມ. ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃນ​ວັນ​ສຸກ​ອາ​ທິດ​ແລ້ວ ໄດ້​ເຊັນ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີສະ​ບັບ​ໃໝ່ ທີ່​ມອບ​ອຳ​ນາດ​ໃຫ້​ລັດ​ຖະ​ບານ​ກາງ ​ເພື່ອ​ຕໍ່​ສູ້​ກັບ​ການ​ຄ້າ​ມະ​ນຸດ​ໄດ້ຫຼາຍ​ຂຶ້ນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຍັງ​ໃຫ້​ບູ​ລິ​ມະ​ສິດ​ໃນ​ການ​ຂະ​ຫຍາຍ​ທຶນ​ ສຳ​ລັບ​ການ​ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ຄ້​າ​ມະ​ນຸດ​ໃນ​ງົບ​ປະ​ມານ​ປີ 2021 ຂອງ​ຂ້າ​ພະ​ເຈົ້າ, ຈັດ​ເງິນ​ທຶນ 70 ລ້ານ​ໂດ​ລາ ​ໃນ​ການ​ຍົກ​ລະ​ດັບ​ການ​ຟ້ອງ​ຮ້ອງ​ຄະ​ດີ ​ຢູ່​ກະ​ຊວງ​ຍຸ​ຕິ​ທຳ. ພວກ​ເຮົາ​ຈະ​ໃຊ້​ເງິນ 123 ລ້ານ​ໂດ​ລາ​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ການ​ໃນ​ລັດ ແລະ ທ້ອງ​ຖິ່ນ.”

ໜ້າ​ທີ່​ໃໝ່​ຂອງ​ກຸ່ມ​ນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ​ຂອງ​ທຳ​ນຽບ​ຂາວ ຈະ​ເພັ່ງ​ເລັງ​ໃສ່​ການ​ຕໍ່​ສູ້​ກັບ​ການ​ຄ້າ​ມະ​ນຸດ​ຢູ່​ລະ​ດັບ​ລັດ​ຖະ​ບານ​ກາງ. ລັດ​ຖະ​ບານກໍ​ໄດ້​ສັນ​ຍາ​ທີ່​ຈະ​ຮັບ​ມືກັບ​ບັນ​ຫານີ້ ຢູ່​ໃນ​ລະ​ດັບ​ສາ​ກົນ​ເຊັ່ນ​ກັນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ປະ​ກາດ​ໃຊ້​ກົດ​ໝາຍ​ຕ່າງໆ​ເພື່ອ​ຕໍ່​ສູ້​ກັບ​ການ​ລັກ​ລອບ​ການ​ຄ້າ​ທາງ​ເພດ, ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ໃຫ້​ຜູ້​ລອດ​ຊີ​ວິດ ແລະ ຍົກ​ມາດ​ຕະ​ຖານ​ຂຶ້ນ​ດ້ວຍ​ການ​ທີ່​ພວກ​ເຮົາ​ຈະ​ເປັນ​ຜູ້​ຕັດ​ສິນ​ວ່າ ປະ​ເທ​ດ​ອື່​ນໆ​ໄດ້​ບັນ​ລຸ​ພັນ​ທະ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ເພື່ອ​ຕໍ່​ສູ້​ກັບ​ການ​ຄ້າ​ມະ​ນຸດຫຼືບໍ່.”

ອົງ​ການ​ສິດ​ທິ​ມະ​ນຸດຫຼາຍ​ແຫ່ງ​ບໍ່​ໄດ້​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ ການ​ຄ້າ​ມະ​ນຸດ​ຂອງ​ທຳ​ນຽບ​ຂາວ​ໃນ​ວັນ​ສຸກ​ອາ​ທິດ​ແລ້ວ, ໂດຍຕຳ​ໜິ​ວິ​ຈານ​ລັດ​ຖະ​ບານ​ທ່ານ ທ​ຣຳ ສຳ​ລັບ​ການ​ປະ​ຖິ້ມ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ຄ້າ​ມະ​ນຸດ ໃນ​ບັນ​ດາພວກ​ຄົນ​ເຂົ້າ​ເມືອງ.

ນຶ່ງ​ໃນ​ນັ້ນ​ແມ່ນ ອົງ​ການອົບ​ພະ​ຍົບ​ສາ​ກົນ, ທີ່​ເວົ້າ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ນະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ​ຂອງ​ທ່ານ ທ​ຣຳ “ຈະ​ສ້າງ​ອັນ​ຕະ​ລາຍ​ໃຫ້​ຜູ້​ເຄາະ​ຮ້າຍ​ການ​ຄ້າ​ມະ​ນຸດ ແລະ ເສື່ອມ​ຖອຍ​ການ​ປົກ​ປ້ອງ​ຜູ້​ເຄາະ​ຮ້າຍ​ການ​ຄ້າ​ມະ​ນຸດ​ທີ່​ໄດ້​ບັນ​ລຸ​ມາ ເຊິ່ງ​ຖືກ​ອະ​ນຸ​ມັດ​ໂດຍ​ລັດ​ຖະ​ສະ​ພາ ແລະ ໄດ້​ປະ​ຕິ​ບັດ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.”

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ເຊື່ອມ​ຕໍ່​ການ​ຜັກ​ດັນ​ຂອງ​ທ່ານ​ສຳ​ລັບ​ຍະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ​ທີ່​ເຂັ້ມ​ງວດ​ຂຶ້ນກວ່າ​ເກົ່າ ​ກັບ​ສົງ​ຄາມ​ຕໍ່ຕ້ານການ​ຄ້າ​ມະ​ນຸດ, ໂດຍ​ອ້າງວ່າ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຜິດ​ກົດ​ໝາຍ ແມ່ນ​ຜູ້​ກະ​ທຳ​ຜິດ ກ່ຽວ​ກັບ ການ​ລັກ​ພາ​ຕົວ ແລະ ການ​ເອົາ​ລັດ​ເອົາ​ປຽບ​ແມ່​ຍິງ ແລະ ເດັກ​ນ້ອຍ.

ການ​ຄ້າ​ມະ​ນຸດ​ແມ່ນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ທີ່​ສຳ​ຄັນ​ໃນ​ທົ່ວ​ໂລກ, ເຊິ່ງ​ຮູ້​ຈັກ​ກັນໃນ
ຊື່ຂ້າ​ທາດ​ຍຸກ​ໃໝ່​.

ອີງ​ຕາມ​ຕົວ​ເລກ​ຄັ້ງຫຼ້າ​ສຸດ​ທີ່​ອອກ​ໂດຍ​ອົງ​ການ​ແຮງ​ງານ​ສາ​ກົນ​ນັ້ນ, ປະ​ຊາ​ຊົນ 24 ລ້ານ 9 ແສນ​ຄົນໃນທົ່ວ​ໂລກ​ແມ່ນ​ແຮງ​ງານ​ບັງ​ຄັບ ຫຼື ຜູ້​ເຄາະ​ຮ້າຍ​ຂອງ​ການ​ຄ້າ​ມະ​ນຸດ. ເຊິ່ງ​ຖືກ​ພິ​ຈາ​ລະ​ນາ​ຢ່າງ​ຜິດ​ພາດ​ວ່າ​ ເປັນ​ປາ​ກົດ​ການ​ຂອງ​ສັງ​ຄົມ​ທີ່ບໍ່​ໝັ້ນ​ຄົງ​ທີ່​ມີ​ສະ​ຖາ​ບັນ​ອ່ອນ​ແອ, ການ​ຄ້າ​ມະ​ນຸດ​ແມ່ນ​ມີ​ຢູ່​ໃນ​ເກືອບ​ວ່າ​ທຸກ​ບ່ອນ​ຂອງ​ໂລກ.

ທ່ານ​ນາງ ຄາ​ຕາ​ຣີ​ນາ ໂຣ​ເຊັນ​ແບ​ລັດ, ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ລອດ​ຊີ​ວິດ​ຈາກ​ການ​ຄ້າ​ມະ​ນຸດ​ກ່າວ​ວ່າ “ມັນ​ມີ​ປະ​ຊາ​ກອນ​ເດັນ​ນ້ອຍ​ທີ່​ມີ​ຄວາມ​ສ່ຽງ ຜູ້​ຊາຍ​ໜຸ່ມ ແລະ ແມ່​ຍິງ​ໃນ​ທົ່ວ​ໂລກ ຜູ້​ທີ່​ຕົກ​ເປັນ​ເປົ້າ​ໝາຍ​ ແລະ ຖືກ​ຕາມ​ລ່າ​ໂດຍ​ພວກ​ຄ້າ​ມະ​ນຸດ.”

ທ່ານ​ນາງ ຄາ​ຕາ​ຣີ​ນາ ຮູ້​ກ່ຽວ​ກັບຄວາມ​ຈິງ​ທີ່​ວ່າ​ນັ້ນ​ໂດຍ​ກົງ, ຫຼັງ​ຈາກ​ໄດ້​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ຄ້າ​ມະ​ນຸດ​ເມື່ອ​ລາວ​ອາ​ຍຸ 13 ປີ​ໃນ​ລັດ ຟ​ລໍ​ຣິ​ດາ.

ຕອນນີ້​ລາວ​ເຮັດ​ວຽກ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ລອດ​ຊີ​ວິດ ແລະ ມີ​ຄວາມ​ຍິນ​ດີ​ກັບ​ໂຄງ​ການ​ລິ​ເລີ່ມ​ໃໝ່​ຂອງ​ທ່ານ ທ​ຣຳ ນັ້ນ​ວ່າ ​ເປັນ​ໂອ​ກາດ​ທີ່​ຈະສົ່ງ​ເສີມ​ສະ​ຕິ​ລະ​ວັງ​ຕົວ ແລະ ​ມີ​ສ່ວນ​ຮ່ວມ​ໃນ​ການ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດຫຼາຍ​ຂຶ້ນ. ແຕ່​ທ່ານ​ນາງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ບັນ​ດາ​ຜູ້​ລອດ​ຊີ​ວິດ​ແມ່ນ​ບໍ່​ໄດ້​ຮັບ​ບົດ​ບາດ​ທີ່​ເປັນ​ສູນ​ກາງ​ຕື່ມ​ ໃນ​ການ​ທຳ​ການ​ຕັດ​ສິນ​ໃຈ.

ທ່ານ​ນາງ ຄາ​ຕາ​ຣ​ນາ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ໄດ້​ຍິນ​ສຽງ​ຂອງ​ຜູ້​ລອດ​ຊີ​ວິດ​ຕື່ມ​ອີກ ແລະ ລວມ​ທັງ​ທຸກໆ​ອົງ​ການ​ຂອງ​ລັດ​ຖະ​ບານ​ກາງ ເພາະ​ວ່າ ພວກ​ເຮົາ​ກໍ​ມີ​ວຽກ​ທີ່​ໃຫຍ່​ຕ້ອງ​ໃຫ້​ເຮັດ​ຄື​ກັນ.”

ໃນ​ຫົກ​ເດືອນ​ຂ້າງ​ໜ້າ, ບັນ​ດາ​ອົງ​ການຕ່າງ​ໆ​ຂອງ​ລັດ​ຖະ​ບານ​ກາງ ທີ່​ໄດ້​ມີ​ສ່ວນ​ຮ່ວມ ​ໃນປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດນັ້ນ ຈະ​ນຳ​ສະ​ເໜີ​ຂໍ້​ສະ​ເໜີ​ທີ່​ໜັກ​ແໜ້ນ ຕໍ່​ການ​ປະ​ຕິ​ບັດ​ແຜນ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດັ່ງ​ທີ່​ໄດ້​ກ່າວ​ໃນ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານນັ້ນ.

The Trump administration is bringing renewed attention to the issue of human trafficking in the United States. The White House marked the 20th anniversary of the Trafficking Victims Protection Act by announcing new measures to strengthen prosecution for traffickers and support services for victims. VOA's Ardita Dunellari reports from the White House that activists and survivors of human trafficking welcome increased efforts to fight the problem, though many of them see mixed messages in the president's pledge to fight human trafficking and his crackdown on illegal migrants.


President Trump signed Friday a new executive order empowering the federal government to fight more vigorously against human trafficking:

"I've also prioritized increasing funding for anti-trafficking efforts in my 2021 budget, allocating $70 million toward enhanced prosecutions at the Department of Justice.
We are spending $123 million towards supporting state and local efforts."

A new position on the White House domestic policy team will focus on combatting human trafficking at the federal level. The administration pledges to take on this issue on an international scale as well.

"We're enacting bills to fight sex trafficking, increase support for survivors and raise the standards by which we judge whether other countries are meeting their duty to fight human trafficking."

Several human rights organizations boycotted the Friday White House summit on trafficking, criticizing the Trump administration for abandoning victims of trafficking among the immigrant population.

One of them, Refugee International, says in a statement that Trump immigration policies "endanger victims of trafficking and erode hard-won protections for trafficking victims that were authorized by Congress and implemented over the past decade."

President Trump has linked his push for tougher immigration policies with his anti-trafficking crusade, claiming that illegal migrants are perpetrators of kidnapping and exploitation of women and children

Known as modern slavery, human trafficking is a major human rights concern around the world.

According to the most recent figures by the International Labor Organization, 24.9 million people worldwide are in forced labor or victims of sex trafficking. Mistakenly seen as a phenomenon of unstable societies with weak institutions, human trafficking is present in virtually every corner of the globe:

"There are vulnerable populations of children -- young men and women throughout the world who are being targeted and preyed upon by traffickers."

Katariina Rosenblatt knows that reality first-hand, having fallen victim to human trafficking when she was a 13-year old in Florida.

She now works as a survivor advocate and welcomes the new Trump initiatives as opportunities to raise awareness and bring about a bigger engagement against human trafficking. But she expresses concern that survivors were not given a more central role in decision-making:

"I would like to see more survivor voices involved and included in every single federal agency because we have a part to play as well."

In the next six months, federal agencies involved in anti-trafficking efforts are to present concrete proposals to implement the president's plans as laid out in his new executive order.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG