ລັດຖະບານຂອງທ່ານທຣຳ ໄດ້ກ່າວປົກປ້ອງ ການເຊື້ອເຊີນ ບັນດາຜູ້ນຳໃນຂົງເຂດ
ທີ່ເປັນບັນຫາໂຕ້ແຍ້ງ ໃຫ້ມາພົບປະ ທີ່ທຳນຽບຂາວ ຮວມທັງການເຊື້ອເຊີນປະທານາ
ທິບໍດີຟິລິບປີນ ທ່ານ Rodrigo Duterte ແລະ ນາຍົກລັດຖະມົນຕີໄທ ທ່ານປຣະຢຸດ
ຈັນໂອຊາ. ນັກຂ່າວ VOA Zlatica Hoke ຈະພາທ່ານສຳຫຼວດເບິ່ງ ການເຊື້ອເຊີນ
ບັນດາຜູ້ນຳເອເຊຍອາຄະເນຂອງປະທານາທິບໍດີທຣຳໃນຂະນະທີ່ການທູດຂອງວໍຊິງ
ຕັນຢູ່ເຂດເອເຊຍຍັງສືບຕໍ່ທີ່ຈະເພັ່ງເລັງໃສ່ຈີນແລະຄວາມເຄັ່ງຕຶງກັບເກົາຫຼີເໜືອ ຊຶ່ງ
ວັນນະສອນ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນວັນຈັນຜ່ານມານີ້ ທຳນຽບຂາວໄດ້ກ່າວປົກປ້ອງການເອົາບາດກ້າວຂອງທ່ານທຣຳ
ໂດຍເວົ້າວ່າ ສາຍພົວພັນອັນໃກ້ຊິດ ກັບບັນດາຜູ້ນຳໃນຂົງເຂດແມ່ນສຳຄັນ ເພື່ອໃຫ້ມີ
ຄວາມເຫັນສອດຄ່ອງກັນຕື່ມຂຶ້ນ ຕໍ່ຕ້ານຄວາມທະເຍີທະຍານທາງດ້ານອາວຸດນິວເຄີຍ
ຂອງເກົາຫຼີເໜືອ.
ທ່ານ Sean Spicer ໂຄສົກຂອງທຳນຽບຂາວ ກ່າວວ່າ “ຂ້າພະເຈົ້າ ຄິດວ່າ ມັນເປັນ
ໂອກາດສຳຫຼັບພວກເຮົາ ທີ່ຈະເຮັດວຽກກັບບັນດາປະເທດຕ່າງໆຢູ່ໃນຂົງເຂດນັ້ນ
ທີ່ສາມາດຊ່ອຍເອົາບົດບາດທາງດ້ານການທູດແລະ ໂດດດຽວເກົາຫຼີເໜືອທາງ
ດ້ານເສດຖະກິດ ແລະເວົ້າຕາມຕົງແລ້ວ ຜົນປະໂຫຍດແຫ່ງຊາດຂອງສະຫະລັດ ຄວາມປອດໄພຂອງປະຊາຊົນພວກເຮົາ ແລະຄວາມປອດໄພຂອງປະຊາຊົນໃນ
ຂົງເຂດແມ່ນບູລິມມະສິດນ້ຳເບີນຶ່ງ ຂອງປະທານາທິບໍດີ.”
ບັນດາອົງການປົກປ້ອງສິດທິມະນຸດ ໄດ້ກ່າວຕຳນິຕິຕຽນນາຍົກລັດຖະມົນຕີໄທ
ທ່ານ ປຣະຍຸດ ຈັນໂອຊາ ທີ່ເຂົ້າຍຶດອຳນາດ ໃນການເຮັດລັດຖະປະ ຫານ ແລະຕັດຮອນສິດເສລິພາບປະຊາທິປະໄຕໃນຂະນະທີ່ປະທານາທິບໍດີຟິລິບປີນ ທ່ານ
Rodrigo Duterte ຖືກປະນາມ ຍ້ອນການເຮັດສົງຄາມຕໍ່ຕ້ານຢາເສບຕິດ ທີ່ຮ້າຍແຮງຂອງທ່ານ.
ແລະຫວ່າງມໍ່ໆມານີ້ ທ່ານທຣຳ ໄດ້ເອີ້ນ ເກົາຫຼີເໜືອວ່າ “ແມ່ນໄພຄຸກຄາມທີ່ເປັນ
ໄພອັນຕະລາຍ” ທີ່ທ່ານຫວັງວ່າ ຈະກຳຈັດດ້ວຍການຊ່ອຍເຫຼືອຈາກຈີນ.
ແຕ່ເວລາທີ່ທ່ານທຣຳເອີ້ນຜູ້ນຳເກົາຫຼີເໜືອວ່າ “ເປັນຜູ້ສະຫຼາດ,” ນັ້ນ Kim Jong Un ຕ້ອງມີຄວາມດີໃຈທີ່ໄດ້ຍິນຄຳກ່າວເຍີນຍໍແບບນີ້.
ທ່ານ Robert Manning ຈາກສະພາ Atlantic ກ່າວວ່າ “ໃນສື່ສັງຄົມອາເມຣິກັນ,
Kim Jong Un ຖືກມອງກັນເລື້ອຍໆວ່າ ເປັນຕົວກາຕູນຕະຫລົກ ແລະການໃຫ້ກຽດ
ທີ່ທ່ານທຣຳ ໄດ້ສະແດງອອກມານີ້ ອາດພາໃຫ້ລະບອບການປົກຄອງຂອງເກົາຫຼີ
ເໜືອຕື່ນແບບບໍ່ເຊື່ອ. ຂ້າພະເຈົ້າສົນໃຈທີ່ສຸດຢາກຮູ້ວ່າ ພວກເຂົາຈະຮັບເອົາການ
ຍ້ອງຍໍນີ້ ແບບໃດກັນແທ້, ເພາະຂ້າພະເຈົ້າຄິດວ່າ ພວກເຂົາບໍ່ເຄີຍໄດ້ຍິນ ປະທາ
ນາທິບໍດີທ່ານໃດ ກ່າວໃນທາງບວກກ່ຽວກັບເກົາຫຼີເໜືອ ຫຼື ບັນດາຜູ້ນຳຂອງພວກ
ເຂົາເປັນເວລາດົນນານມາແລ້ວ ຖ້າຫາກມີ.”
ທ່ານ Robert Manning ແມ່ນເປັນເຈົ້າໜ້າທີ່ອາວຸໂສໃນສະພາ Atlantic. ທ່ານໄດ້
ໂອ້ລົມກັບ VOA ຜ່ານທາງ Skype. ທ່ານກ່າວວ່າ ທ່ານ Duterte ແມ່ນເປັນຜູ້ທີ່ມີ
ບົດບາດສຳຄັນໃນຂົງເຂດ ແລະນັ້ນແມ່ນຜົນປະໂຫຍດຂອງສະຫະລັດ ທີ່ຈະປົວແປງ
ສາຍພົວພັນລະຫວ່າງກັນ ເຖິງແມ່ນວ່າ ມັນຈະບໍ່ແມ່ນເລື່ອງງ່າຍເລີຍ ກໍຕາມ.
ທ່ານ Manning ຍັງກ່າວຕື່ມວ່າ “ຂ້າພະເຈົ້າຊາບດີ ເວົ້າຕາມຕົງ ກໍແມ່ນວ່າ ສ່ວນຕົວ
ຂອງທ່ານ Duterte ແລ້ວ ແມ່ນບໍ່ມັກສະຫະລັດ. ຂ້າພະເຈົ້າຄິດວ່າ ເລື່ອງບາງເລື່ອງ
ແມ່ນມີສ່ວນທີ່ເກີດຂຶ້ນຍາວນານມາແລ້ວໃນສະໄໝ ທີ່ພວກເຮົາເປັນເຈົ້າອານານິຄົມ
ຢູ່ທີ່ນັ້ນ.”
ແຕ່ວ່າ ທ່ານ Manning ຍັງໃຫ້ຂໍ້ສັງເກດວ່າ ຜູ້ນຳຟິລິບປີນ ຈະບໍ່ຊ່ອຍຫຍັງເລີຍ ໃນເລື່ອງເກົາຫຼີເໜືອ.
ທ່ານ Manning ກ່າວຕື່ມອີກວ່າ “ບັນຫາຂອງເກົາຫຼີເໜືອແມ່ນເປັນບັນຫາລົບກວນ
ສີ່ປະທານາທິບໍດີ. ມັນບໍ່ມີທາງເລືອກທີ່ດີແລະມັນກໍບໍ່ຍັງບໍ່ທັນເປັນ ທີ່ຈະແຈ້ງສຳຫຼັບ
ຂ້າພະເຈົ້າເທື່ອວ່າ ມັນຈະມີການແກ້ໄຂຫຼືບໍ່ ຕາບໃດທີ່ລະ ບອບການປົກຄອງນີ້
ຍັງກຳອຳນາດ ໃນພຽງຢາງ ຢູ່ນັ້ນ.”
ທ່ານ Manning ກ່າວວ່າ ນະໂຍບາຍໄລຍະຍາວຂອງທ່ານທຣຳ ໃນຂົງເຂດເອເຊຍ
ປາຊິຟິກນັ້ນ ຍັງບໍ່ແຈ່ມແຈ້ງເທື່ອ ແລະວ່າການເລີ່ມຕົ້ນກ່ຽວກັບ ບັນດາຜູ້ນຳທີ່ເປັນ
ຂ່າວນອງນັນ ອາດເປັນການກະກຽມເພື່ອຈັດການປະຊຸມສຸດຍອດຢູ່ໃນຂົງເຂດຫຼາຍໆຄັ້ງ ທີ່ທ່ານວາງແຜນການທີ່ຈະເຂົ້າຮ່ວມນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
The Trump administration is defending a raft of invitations to meet
with controversial regional leaders, including invitations to Philippine President Rodrigo Duterte and Thai Prime Minister Prayuth Chan-ocha to visit the White House. VOA's Zlatica Hoke looks into Trump's overtures to Southeast Asian leaders as Washington's diplomacy in Asia continues to focus on China and tensions with North Korea.
((NARRATOR))
The White House on Monday defended Trump's moves, saying close relationships with regional leaders are important in gaining consensus against North Korea's nuclear ambitions.
((SEAN SPICER, WHITE HOUSE PRESS SECRETARY))
"I think it is an opportunity for us to work with countries in that region that can help play a role in diplomatically and economically isolating North Korea. And frankly, the national interests of the United States,
the safety of our people and the safety of people in the region are
the number one priorities of the president."
((NARRATOR))
Human rights groups have criticized Thai Prime Minister Prayuth Chan-ocha for seizing power in a coup and curbing democratic
rights, while Philippine President Rodrigo Duterte is condemned
for his deadly war on drugs.
And, most recently, Trump has called North Korea a "menace"
he hopes to eliminate with the help of China.
So when Trump called the North Korean leader a "smart cookie," Kim Jong Un must have been flattered.
((Mandatory cg: Skype))
((ROBERT MANNING, THE ATLANTIC COUNCIL))
"In American media culture, Kim Jong Un is often portrayed as a kind of cartoon character, and this kind of respectful display from Trump is probably a shock to the system in North Korea. I would be fascinated to know how they are processing it, cause I don't think they've heard any president say positive things about North Korea or their leaders for a long, long, long time, if ever."
((NARRATOR))
Robert Manning is a senior fellow at the Atlantic Council. He spoke to VOA via Skype. He says Duterte is a significant player in the region and it is in the U.S. interest to repair ties, although it may not be easy.
((Mandatory cg: Skype))
((ROBERT MANNING, THE ATLANTIC COUNCIL))
"I know that, frankly, Duterte personalty has a visceral dislike of the United States. I think some of it goes back to our checkered past when we were a colonial power there."
((NARRATOR))
But Manning also notes that the Philippine leader would be no help in checking North Korea.
((Mandatory cg: Skype))
((ROBERT MANNING, THE ATLANTIC COUNCIL))
"North Korea issue has been a vexing issue for four presidents. There's no good options and it's not obvious to me that there's any solutions as long as this regime is in power in Pyongyang."
((NARRATOR))
Manning says Trump's long-term policy in the East Asia-Pacific region is not clear, and that his overtures to some of its controversial leaders may be in preparation for a series of regional summits he is scheduled to attend.
((Zlatica Hoke, VOA News, Washington))