ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວວ່າ ທ່ານຕ້ອງການໃຫ້ສະຫະລັດເຂົ້າຄອບຄອງຂົງເຂດກາຊາ ໂດຍຂະຫຍາຍຈາກຄໍາຖະແຫຼງກ່ອນໜ້ານີ້ຂອງທ່ານ ທີ່ບັງຄັບໃຫ້ຊາວປາເລສໄຕນ໌ ຢູ່ໃນເຂດທີ່ປະສົບກັບໄພສົງຄາມ ຍົກຍ້າຍຖີ່ນຖານໄປຢູ່ປະເທດ ຈໍແດັນ ແລະ ອີຈິບ ຊຶ່ງເປັນປະເທດເພື່ອນບ້ານ.
“ ສະຫະລັດຈະເຂົ້າຍຶດຂົງເຂດກາຊາ ແລະ ເຮົາຈະດຳເນີນການກັບມັນເຊັ່ນດຽວກັນ” ທ່ານ ດໍໂນລ ທຣໍາ ກ່າວໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບນາຍົກລັດຖະມົນຕີ ທ່ານ ເບັນຈາມິນ ເນຕັນຢາຮູ ຂອງ ອິສຣາແອລ ທີ່ທຳນຽບຂາວ ເມື່ອຕອນແລງຂອງວັນອັງຄານວານນີ້.
ໃນຊ່ວງບໍ່ພໍເທົ່າໃດມື້ທີ່ຜ່ານມາ ຊາວປາເລສໄຕນ໌ ຫຼາຍແສນຄົນໃນພື້ນທີ່ພາກໃຕ້ຂອງ ຂົງເຂດກາຊາ ເດີນທາງໄປຍັງພາກເໜືອສູ່ບ້ານຂອງພວກເຂົາ ຫຼັງຈາກທີ່ ອິສຣາແອນ ອະນຸຍາດໃຫ້ຜູ້ຄົນກັບປະເທດໄດ້ ຊຶ່ງເປັນສ່ວນນຶ່ງຂອງຂໍ້ຕົກລົງຢຸດຍິງເພື່ອປ່ອຍໂຕປະກັນ ທີ່ໄດ້ເຮັດກັບກຸ່ມຮາມາສ.
ທ່ານ ດໍໂນລ ທຣໍາ ກ່າວວ່າ ທ່ານຕ້ອງການພັດທະນາພື້ນທີ່ດັ່ງກ່າວໃຫ້ກາຍເປັນສິ່ງທີ່ຮ້ອງວ່າ “ ຣິເວຍຣາ ແຫ່ງຕາເວັນອອກກາງ”
“ ທຸກຄົນທີ່ຂ້າພະເຈົ້າໂອ້ລົມນໍາມັກແນວຄິດທີ່ສະຫະລັດອາເມຣິກາ ເປັນເຈົ້າຂອງທີ່ດິນຕອນນັ້ນ. ພັດທະນາແລະສ້າງວຽກນັບພັນຕໍາແໜ່ງໃນພື້ນທີ່ອັນງົດງາມຢ່າງແທ້ຈິງ” ທ່ານ ດໍໂນລ ທຣໍາ ກ່າວ.
ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວວ່າ ເປົ້າໝາຍສົງຄາມຢ່າງນຶ່ງຂອງເຂົາຄືການເຮັດໃຫ້ຮັບປະກັນວ່າ ກຸ່ມຮາມາສ ຈະບໍ່ເປັນໄພຄຸກຄາມຕໍ່ ອິສຣາແອລ ອີກ ແຕ່ ທ່ານ ທຣໍາ ແລະ ທ່ານເນຕັນຢາຮູ ກ່າວວ່າ ກຳລັງ “ ນຳເອົາເລື້ອງນີ້ໄປສູ່ອີກລະດັບນຶ່ງ ທີ່ສູງກ່ວາຫຼາຍ.”
“ຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ສາມາດປ່ຽນແປງປະຫວັດສາດໄດ້ ແລະຄຸ້ມຄ່າທີ່ຈະເດີນໜ້າໃນເສັ້ນທາງນີ້ແທ້ຈິງ” ທ່ານ ກ່າວຕື່ມ.
ທ່ານ ດໍໂນລາ ທຣໍາ ບໍ່ໄດ້ເປີດເຜີຍລາຍລະອຽດວ່າ ທ່ານ ວາງແຜນທີ່ຄວບຄຸມພື້ນທີ່ທີ່ຖືກທຳລາຍຈາກສົງຄາມ 15 ເດືອນຢ່າງໃດ, ແຕ່ ທ່ານ ບໍ່ໄດ້ຕັດຄວາມເປັນໄປໄດ້ ທີ່ຈະສົ່ງກອງກຳລັງສະຫະລັດອອກໄປເຂດດັ່ງກ່າວ.
“ ຖ້າຈຳເປັນເຮົາຈະເຮັດ ເຮົາຈະຍຶດພື້ນທີ່ນັ້ນ ແລະພັດທະນາມັນ” ທ່ານກ່າວ.
ອ່ານຂ່າວເປັນພາສາອັງກິດ
U.S. President Donald Trump said he wants the United States to take ownership of Gaza, moving beyond his earlier statements of forcing Palestinians in the war-torn enclave to relocate to neighboring Jordan and Egypt.
“The U.S. will take over the Gaza Strip, and we will do a job with it, too,” he said during a joint press conference with Israeli Prime Minister Benjamin Netanyahu at the White House Tuesday evening.
In recent days hundreds of thousands of Palestinians in the southern parts of Gaza have marched north toward their homes after Israel allowed people to return as part of the ceasefire for hostage release deal with Hamas.
Trump said he wants to develop the area into what he calls “the Riviera of the Middle East.”
“Everybody I've spoken to loves the idea of the United States owning that piece of land, developing and creating thousands of jobs with something that will be magnificent, in a really magnificent area,” he said.
Netanyahu said one of his war goals is to ensure that Hamas never poses a threat to Israel again. But Trump, Netanyahu said, is “taking it to a much higher level.”
“I think it’s something that could change history, and it’s worthwhile really pursuing this avenue,” he added.
Trump did not share details on how he plans to exert control over the area ravaged by 15 months of war, but he did not rule out sending U.S. troops.
“If it’s necessary, we’ll do that. We’re going to take over that piece, and we’re going to develop it,” he said.
ຟໍຣັມສະແດງຄວາມຄິດເຫັນ