ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ທ​ຣຳ ກ່າວ​ວ່າ ບໍ່​ມີ​ວັນ ​ທີ່​ສະ​ເພາະ​ເຈາະ​ຈົງ ສຳ​ລັບ ​ການ​ເກັບ​ພາ​ສີ​ ເພີ່ມ​ເຕີມ​ຕໍ່ ຈີນ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເຂົ້າ​ຮ່ວ​ມ​ພິ​ທີ​ຕ້ອນ​ຮັບ ຢູ່ຫໍ​ປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ ຈີນ ໃນ​ນ​ະ​ຄອນຫຼວງ ປັກ​ກິ່ງ, ຈີນ. 9 ພະ​ຈ​ິກ, 2017.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເຂົ້າ​ຮ່ວ​ມ​ພິ​ທີ​ຕ້ອນ​ຮັບ ຢູ່ຫໍ​ປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ ຈີນ ໃນ​ນ​ະ​ຄອນຫຼວງ ປັກ​ກິ່ງ, ຈີນ. 9 ພະ​ຈ​ິກ, 2017.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ມັນ​ບໍ່​ມີ “ວັນ​ທີທີ່ສະ​ເພາະ​ເຈາະ​ຈົງ” ສຳ​ລັບ​ການ​
ບັນລຸຂໍ້ຕົກລົງການຄ້າກັບ ຈີນ, ໂດຍສະເໜີອີກຄັ້ງນຶ່ງວ່າ ຂີດເສັ້ນຕາຍວັນທີ 1 ມີນາ
ສຳລັບການເກັບພາສີໃໝ່ ອາດຖືກເລື່ອນອອກໄປ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຂ້າ​ພະ​
ເຈົ້າຄິດວ່າການເຈລະຈາຕ່າງໆ ແມ່ນດຳເນີນໄປໄດ້ດີຫຼາຍ. ຂ້າພະເຈົ້າບໍ່ສາມາດບອກ
ທ່ານໄດ້ ກ່ຽວກັບ ເວລາທີ່ແນ່ນອນ. ວັນທີບໍ່ແມ່ນວັນທີ່ສະເພາະເຈາະຈົງ ເພາະວ່າ
ມັນມີຫຼາຍຢ່າງທີ່ກຳລັງເກີດຂຶ້ນ. ແລ້ວພວກເຮົາຈະໄດ້ເຫັນວ່າຈະເກີດຫຍັງຂຶ້ນ.”

ທ່ານ​ໄດ້​ເອີ້ນ​ການ​ເຈ​ລະ​ຈາກ​ານ​ຄ້າ​ວ່າ “ສັບ​ຊ້ອນຫຼາຍ.”

ທ່ານ ທ​ຣຳ ໄດ້​ກ​ຳ​ນົດ​ວັນ​ທີ 1 ມີ​ນາ​ເປັນ​ຂີດ​ເສັ້ນ​ຕາຍ​ ສຳ​ລັບ​ການ​ຂຶ້ນ​ພາ​ສີ 200 ລ້ານ​
ໂດລາໃນສິນຄ້ານຳເຂົ້າຈາກ ຈີນ ຈາກ 10 ຫາ 25 ເປີເຊັນ ຖ້າບໍ່ມີການບັນລຸຂໍ້ຕົກລົງ
ການຄ້ານຳກັນ.

ນັບ​ຕັ້ງ​ແຕ່​ນັ້ນ​ມາທ່ານ​ໄດ້​ກ່າວ​ວ່າ ວັນ​ທີ​ດັ່ງ​ກ່າວ ອາ​ດຖືກ​ຍົກ​ເລີກ​ ຖ້າ​ບັນ​ດາ​ນັກ​ເຈ​ລະ​
ຈາໃກ້ຈະຕົກລົງກັນໄດ້.

ການ​ເຈ​ລະ​ຈະ​ໄດ້​ດຳ​ເນີນ​ຕໍ່​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ລະ​ຫວ່າງ​
ບັນດາເຈົ້າໜ້າທີ່ມີລະດັບຕ່ຳກວ່າ ຈາກແຕ່ລະຝ່າຍ ກ່ອນການເຈລະຈາລະດັບສູງ
ລວມທັງລັດຖະມົນຕີກະຊວງການເງິນທ່ານ ສຕີເວນ ມະນູຊິນ ແລະ ຜູ້ຕາງໜ້າທາງ
ດ້ານການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ຈະເຂົ້າການເຈລະຈາແທນໃນວັນ
ພະຫັດມື້ອື່ນນີ້.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານ ຫຼິວ ເຮ, ນັກ​ເຈ​ລະ​ຈາ​ເສດ​ຖະກິດ ແລະ ການ​ຄ້າ​ລະ​
ດັບສູງຂອງ ປັກກິ່ງ ຈະເປັນຜູ້ນຳໜ້າຝ່າຍ ຈີນ ອີກຄັ້ງນຶ່ງ.

ທຳ​ນຽບ​ຂາວ​ເວົ້າ​ວ່າ ການ​ເຈ​ລ​ະ​ຈາ​ຈະ​ເພັ່ງ​ເລັງ​ໃສ່ “ການ​ບັນ​ລຸ​ການ​ປ່ຽນ​ແປງ​ໂຄງ​ຮ່າງ​
ທີ່ຕ້ອງການໃນ ຈີນ ທີ່ມັນໄດ້ສົ່ງຜົນກະທົບຕໍ່ການຄ້າ” ກັບ ສະຫະລັດ.

ອົງ​ການ​ຂ່າວ ບ​ລູມ​ເບີກ ໄດ້​ລາຍ​ງານ​ວ່າ ບັນ​ດາ​ນັກ​ເຈ​ລ​ະ​ຈາ ສະ​ຫະ​ລັດ ຢາກ​ໃຫ້ ຈີນ
ສັນຍາທີ່ຈະບໍ່ຫຼຸດຄ່າເງິນຕາຂອງເຂົາເຈົ້າລົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG