ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ່ານ ທ​ຣຳ ເວົ້າ​ວ່າ ຂໍ້​ຕົກ​ລົງ ການ​ຄ້າ ສະ​ຫະ​ລັດ ແລະ ຈີນ ອາດ​ຕ້ອງ​ໄດ້​ຖ້າ ຈົນ​ຮອດຫຼັງ​ຈາກ​ການ​ເລືອກ​ຕັ້ງ ປີ 2020


ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານ ມິກ ມັ​ລ​ເວ​ນີ ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຫຼັງ​ຈາກການ​ປະ​ຊຸມ​ກັບ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ, ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 3 ທັນ​ວາ, 2019.
ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານ ມິກ ມັ​ລ​ເວ​ນີ ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຫຼັງ​ຈາກການ​ປະ​ຊຸມ​ກັບ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ, ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 3 ທັນ​ວາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຂໍ້​ຕົກ​ລົງ​ການ​ຄ້າ​ສະ​ບັບ​ໃໝ່​ກັບ ຈີນ ອາດ​ຕ້ອງ​ໄດ້​ລໍ​ຖ້າ​ໄປຈົນ​ຮອດຫຼັງ​ຈາກ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເດືອນ​ພະ​ຈິກ 2020, ໂດຍ ວໍ​ຊິງ​ຕັນ ແລະ ປັກ​ກິ່ງ ​ຕົກ​ລົງ​ກັນກັນ​ບໍ່​ໄດ້​ໃນ​ການ​ບັນ​ລຸການ​ເຈ​ລະ​ຈາ ​ເພື່ອ​ສິ້ນ​ສຸດ​ຄວາມ​ຂັດ​ແຂ້ງ​ດ້ານ​ການ​ຄ້າ ແລະ ພາ​ສີ​ດົນ​ສອງ​ປີ​ຂອງ​ເຂົາ​ເຈົ້າ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ນະ​ຄອນຫຼວງ ລອນດອນ, ບ່ອນ​ທີ່​ທ່ານ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມຜູ້​ນຳອົງ​ການ NATO ວ່າ “ຂ້າ​ພະ​ເຈົ້າ​ບໍ່​ມີ​ຂີດ​ເສັ້ນ​ຕາຍ, ບໍ່​ມີ. ໃນ​ແງ່​ໃດ​ນຶ່ງ, ຂ້າ​ພະ​ເຈົ້າ​ມັກ​ຄວາມ​ຄິດ​ຂອງ​ການ​ລໍ​ຖ້າ​ຈົນ​ຮອດຫຼັງ​ຈາກ​ການ​ເລືອກ​ຕັ້ງ ສຳ​ລັບ​ຂໍ້​ຕົກ​ລົງ​ກັບ ຈີນ ນັ້ນ. ແຕ່​ເຂົາ​ເຈົ້າ​ຢາກ​ເຮັດ​ຂໍ້ຕົກ​ລົງ​ດຽວນີ້, ແລະ ພວກ​ເຮົາ​ຈະ​ເບິ່ງວ່າ ຂໍ້​ຕົກ​ລົງ​ນັ້ນ​ຈະ​ດີຫຼືບໍ່, ມັນ​ຈະ​ຕ້ອງ​ດີ.”

ລາ​ຄາ​ຕະຫຼາດ​ຮຸ້ນ ສະ​ຫະ​ລັດ ແລະ ຢູ​ໂຣບ ໄດ້ຫຼຸດ​ລົງຍ້ອນ​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ, ໃນ​ຂະ​ນະ​ທີ່​ເງິນຢວນ​ຂອງ ຈີນ ໄດ້​ຕົກ​ລົງ​ຕ່ຳ​ສຸດ ​ໃນ​ຮອບ​ຫ້າ​ອາ​ທິດ, ເຊິ່ງ​ອາດ​ເປັນ​ການ​ຕັດ​ຄວາມ​ຫວັງ​ສຳ​ລັບ​ການ​ສະ​ຫງົບ​ເສິກ​ການ​ຄ້າ ລະ​ຫວ່າງ ສະ​ຫະ​ລັດ ເຊິ່ງ​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກ ແລະ ຈີນ ອັນ​ດັບ​ສອງ.

ການ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ຄ້າ ຈີນ ຂອງ​ທ່ານ ທ​ຣຳ ໄດ້​ມີ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ​ທ່ານ​ໄດ້​ກ່າວ​ວ່າ ທ່ານ​ຈະ​ເກັບ​ພາ​ສີ​ຕໍ່ ບ​ຣາ​ຊິ​ລ ແລະ ອາ​ເຈັນ​ຕີ​ນາ ສຳ​ລັບ “ການຫຼຸດ​ຄ່າ​ສະ​ກຸນ​ເງິນ​ຂອງ​ເຂົາ​ເຈົ້າ​ງ​ຢ່າງຫຼວງຫຼາຍ.”

ວໍ​ຊິງ​ຕັນ ຍັງ​ໄດ້​ຂົ່ມ​ຂູ່​ເກັບ​ພາ​ສີ​ເຖິງ 100 ເປີ​ເຊັນ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າຂ​ອງ ຝ​ຣັ່ງ, ລວມ​ມີ​ເຫຼົ້າ​ແຊມ​ເປນ ແລະ ກະ​ເປົາ​ລາ​ຄາ​ແພງ, ຍ້ອນ​ການ​ຂັດ​ແຍ້ງ ກ່ຽວ​ກັບ ພາ​ສີ​ການ​ບໍ​ລິ​ການ​ທາງ​ດິ​ຈິ​ຕອ​ລ ທີ່​ ສະ​ຫະ​ລັດ ເວົ້າ​ວ່າ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ບັນ​ດາ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຂອງ​ເຂົາ​ເຈົ້າ.

ຫຼັງ​ຈາກ​ການ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ລອນດອນ ແລ້ວ, ທ່ານ ທ​ຣຳ ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ກໍ​ໄດ້​ສະ​ແດງ​ຄວາມ​ຄິດທີ່​ເປັນ​ແງ່​ບວກວ່າ ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ທັງ​ສອງ​ປະ​ເທດ​ນັ້ນ​ຈະ​ຖືກ​ແກ້​ໄຂ. ທ່ານ ທ​ຣຳ ໄດ້​ເອີ້ນ​ມັນ​ວ່າ ຂໍ້​ຂັດ​ແຍ້ງ “ເລັກ​ນ້ອຍ”, ໃນ​ຂະ​ນະ​ທີ່​ຜູ້​ນຳ ຝ​ຣັ່ງ ເວົ້າ​ວ່າ ທ່ານ​ຄິດ​ວ່າ​ຄວາມ​ຂັດ​ແຍ້ງ​ນັ້ນ​ຈະ​ຖືກ​ແກ້​ໄຂ.

ທ່ານ​ໄດ້​ເວົ້າ​ວ່າ ທ່ານ​ຄິດ​ວ່າ​ສອງ​ປະ​ເທດ​ດັ່ງ​ກ່າວ​ອາດ​ສາ​ມາດ​ທີ່​ຈະ​ຕົກ​ລົງ​ກັນໄດ້ ກ່ຽວ​ກັບ ພາ​ສີ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ສອງ​ປະ​ເທດ”. ຜູ້​ນຳ​ ສະ​ຫະ​ລັດ ໄດ້​ເວົ້າ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ຂາດ​ດຸນ​ການ​ຄ້າ ສະ​ຫະ​ລັດ ກັບ ສະ​ຫະ​ພາບ ຢູ​ໂຣບ ຫຼາຍກວ່າ, ດ້ວຍ​ສິນ​ຄ້າ ຢູ​ໂຣບ ມູນ​ຄ່າຫຼາຍກວ່າ 109 ຕື້​ໂດ​ລາ ໄດ້​ຖືກສົ່ງ​ໄປ ສະ​ຫະ​ລັດ ໃນ​ປີ​ກາຍນີ້ ຫຼາຍກວ່າຜະ​ລິດ​ຕະ​ພັນ ສະ​ຫະ​ລັດ ​ທີ່ຖືກ​ສົ່ງ​ຂ້າ​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ ໄປ ຢູ​ໂຣບ.

ເຄື່ອງ​ໝາຍທີ່​ພົ້ນ​ເດັ່ນອັນ​ນຶ່ງ ໃນການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ທ​ຣຳ ນັ້ນໄດ້​ເປັນ​ສົງ​ຄາມ​ເກັບ​ພາ​ສີ​ຕອບ​ໂຕ້​ກັນ​ກັບ​ປະ​ທາ​ນປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ກ່ຽວ​ກັບ ສິນ​ຄ້າ​ມູນ​ຄ່າຫຼາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ ທີ່ຖືກ​ສົ່ງ​ໄປ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ ແລະ ຄວາມ​ຂັດ​ແຍ້ງ ກ່ຽວ​ກັບ ກົດ​ລະ​ບຽບ​ການ​ເຮັດ​ທຸ​ລະ​ກິດ ສຳ​ລັບບັນ​ດາ​ບໍ​ລິ​ສັດ ອາ​ເມ​ຣິ​ກັນ ແລະ ຈີນ ທີ່​ປະ​ຕິ​ບັດ​ການ​ໃນ​ປະ​ທດ​ຂອງ​ກັນ​ແລະ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG