ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ມາດູໂຣ ແຫ່ງ ເວເນຊູເອລາ ຕັດສາຍພົວພັນທາງການທູດ ກັບ ສຫລ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ຈັບຢູ່
ໃນມື ລັດຖະທຳມະນູນແຫ່ງຊາດສະບັບນຶ່ງ ເວລາທ່ານກ່າວ ຢູ່ໃນກອງປະຊຸມນັກຂ່າວ ທີ່ວັງ Miraflores Palace ໃນນະ
ຄອນຫຼວງ ກາຣາກາສ ເວເນຊູເອລາ ວັນທີ 9 ມັງກອນ ປີ 2019.
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ຈັບຢູ່ ໃນມື ລັດຖະທຳມະນູນແຫ່ງຊາດສະບັບນຶ່ງ ເວລາທ່ານກ່າວ ຢູ່ໃນກອງປະຊຸມນັກຂ່າວ ທີ່ວັງ Miraflores Palace ໃນນະ ຄອນຫຼວງ ກາຣາກາສ ເວເນຊູເອລາ ວັນທີ 9 ມັງກອນ ປີ 2019.

ປະທານາທິບໍດີ Venezuela ທ່ານ ນິໂກລັສ ມາດູໂຣ ພວມຕັດສາຍພົວພັນ ທາງ
ການທູດກັບ ສະຫະລັດ ແລະໃຫ້ເວລາ 72 ຊົ່ວໂມງ ແກ່ພວກພະນັກງານ ສະ​ຖານ
​ທູດ ໜີອອກໄປຈາກປະເທດ. ແຕ່ຫົວໜ້າຝ່າຍການທູດ ສະຫະລັດກ່າວ ວ່າ ບັດນີ້
ທ່ານ ມາດູໂຣ ບໍ່ມີອຳນາດທີ່ຈະເຮັດຈັ່ງຊັ້ນໄດ້ອີກແລ້ວ.

ທ່ານ ມາດູໂຣ ໄດ້ອອກຄຳປະກາດດັ່ງກ່າວ ໃນວັນພຸດວານນີ້ ໃນເວລາຫຼາຍ ຊົ່ວ
ໂມງຕໍ່ມາ ຫຼັງຈາກປະທານາທິບໍດີ ທຣຳ ໄດ້ຮັບຮູ້ທ່ານ ຮວານ ກວາອີໂດ (Juan
Guaido) ວ່າເປັນຜູ້ນຳໄລ​ຍະ​ຂ້າມ​ຜ່ານ​ຂອງ​ເວ​ເນ​ຊູ​ເອ​ລາ ທັງອອກຄຳ ເຕືອນທີ່
ບໍ່ຈົ່ງບໍ່ຢອມຕໍ່ທ່ານມາດູໂຣ ດັ່ງທີ່ທ່ານໄດ້ບອກພວກນັກຂ່າວວ່າ “ພວກເຮົາຈະບໍ່
ພິຈາລະນາອັນໃດ ແຕ່ທາງເລືອກທຸກຢ່າງ ແມ່ນຢູ່ເທິງໂຕະໝົດ” ຖ້າວ່າ ໄລຍະ
ຂ້າມຜ່ານ ບໍ່ເປັນໄປຢ່າງສະຫງົບ.

ຄຳປະກາດຂອງທ່ານ ທຣຳ ໄດ້ມີຂຶ້ນບໍ່ດົນ ຫຼັງຈາກທ່ານ ກວາອີໂດ ນັກການເມືອງ
ຝ່າຍຄ້ານໄດ້ປະກາດຕົນເອງເປັນປະທານາທິບໍດີ ໃນລະຫວ່າງມື້ວັນແຫ່ງ ການປະ
ທ້ວງວຸ້ນວາຍໃນປະເທດອາເມຣິກາໃຕ້ແຫ່ງນັ້ນ ຕ້ານທ່ານມາດູໂຣ.

ທ່ານ ທຣຳ ໄດ້ເວົ້າໃນຖະແຫຼງການສະບັບນຶ່ງວ່າ “ມື້ນີ້ ຂ້າພະເຈົ້າໄດ້ຮັບຮູ້ຢ່າງ
ເປັນທາງການ ປະທານຂອງສະພາແຫ່ງຊາດເວເນຊູແອລລາ ທ່ານຮວານ ກວາ​ອີ
ໂດ ວ່າ ເປັນປະທານາທິບໍດີໄລຍະຂ້າມຜ່ານ.”

ທ່ານ ໄມຄ໌ ພອມພຽວ ລັດຖະມົນຕີຕ່າງປະເທດ ສະຫະລັດ ໄດ້ຕອບໂຕ້ ຕໍ່ຄຳ ປະ
ກາດຂອງທ່ານ ມາດູໂຣວ່າ ການຕັດສາຍພົວພັນທາງການທູດ ຂອງເວເນຊູ ເອລາ
ກັບ ສະຫະລັດ ໂດຍເວົ້າວ່າ ມາດູໂຣ ບໍ່ມີອຳນາດທີ່ຈະເຮັດເຊັ່ນນັ້ນໄດ້ ອີກແລ້ວ.

ທ່ານ ພອມພຽວ ໄດ້ເວົ້າ ຢູ່ໃນຖະແຫຼງການສະບັບນຶ່ງວ່າ “ສະຫະລັດບໍ່ຮັບຮູ້ ລະ
ບອບ ມາດູໂຣ ວ່າເປັນລັດຖະບານຂອງເວເນຊູເອລາ. ໃນທຳນອງດຽວກັນ ສະ
ຫະລັດກໍຈະບໍ່ຖືວ່າ ອະດີດປະທານາທິບໍດີ ນິໂກລັສ ມາດູໂຣ ມີອຳນາດ ທາງກົດ
ໝາຍ ທີ່ຈະຕັດສາຍພົວພັນທາງການທູດກັບ ສະຫະລັດ.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG