ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ຍຸ​ຕິ​ທຳ ລາຍ​ງານ​ວ່າ ທ່ານ ມອ​ລ​ເລີ ບໍ່​ໄດ້​ພົບ​ເຫັນ​ວ່າມີ ການ​ສົມ​ຮູ້​ຮ່ວມ​ຄິດ ກັບທ່ານ ທ​ຣຳ


ທ່ານ ວິ​ລ​ລຽມ ບາ ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ສູງ ກ່ຽວ​ກັບ ການ​ສະ​ເໜີ​ຊື່​ທ່ານ​ເປັນ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສະ​ຫະ​ລັດ ຢູ່​ຫໍລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ມັງ​ກອນ, 2019.
ທ່ານ ວິ​ລ​ລຽມ ບາ ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ສູງ ກ່ຽວ​ກັບ ການ​ສະ​ເໜີ​ຊື່​ທ່ານ​ເປັນ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສະ​ຫະ​ລັດ ຢູ່​ຫໍລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ມັງ​ກອນ, 2019.

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສະ​ຫະ​ລັດ ທ່ານ ວິ​ລ​ລຽມ ບາ ໄດ້​ກ່າວ​ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ໃນ
ວັນອາທິດວານນີ້ວ່າ ລາຍງານຂອງໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ກ່ຽວກັບ
ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປີ 2016 ບໍ່ໄດ້ພົບຫຼັກຖານວ່າ ປະທາ
ນາທິບໍດີ ດໍໂນລ ທຣຳ ຫຼື ຄົນໃດທີ່ກ່ຽວຂ້ອງກັບການໂຄສະນາຫາສຽງຂອງທ່ານ ໄດ້
ສົມຮູ້ຮ່ວມຄິດ ຫຼື ປະສານງານກັບ ຣັດເຊຍ.

ແຕ່​ກ່ຽວ​ກັບ​ຄຳ​ຖາມ​ທີ່​ວ່າ ທ່ານ ທ​ຣຳ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ
ທຳດ້ວຍການແຊກແຊງ ຫຼື ພະຍາຍາມທີ່ຈະທຳລາຍການສອບສວນຂອງທ່ານ ມອລ
ເລີ ນັ້ນ ຫຼືບໍ່ , ທ່ານ ບາ ໄດ້ເວົ້າວ່າ “ລາຍງານດັ່ງກ່າວບໍ່ໄດ້ສະຫຼຸບວ່າ ທ່ານປະທານາ
ທິບໍດີໄດ້ກະທຳຄວາມຜິດ, ແລະ ມັນກໍບໍ່ໄດ້ເຮັດໃຫ້ທ່ານພົ້ນຈາກຂໍ້ກ່າວຫາ.”

ທ່ານ ບາ ໄດ້​ເປີດ​ເຜີຍ​ບົດ​ສະຫຼຸບ​ຂອງ​ລາຍ​ງານ​ທີ່​ລໍ​ຖ້າ​ມາ​ດົນ​ນານ ກ່ຽວ​ກັບ ການ​ສອບ
ສວນດົນເຖິງ 22 ເດືອນ ໃນການກ່າວຫາວ່າຄະນະໂຄສະນາຫາສຽງຂອງທ່ານ ທຣຳ
ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ເພື່ອແຊກແຊງການເລືອກຕັ້ງໃຫ້ເຂົ້າຂ້າງທ່ານ ທຣຳ.

ທ່ານ ບາ ໄດ້​ສົ່ງ​ບົດ​ສະຫຼົບ​ຂອງ​ທ່ານໄປ​ໃ​ຫ້​ລັດ​ຖະ​ສະພາ ແລະ ໄດ້​ເປີດ​ເຜີຍ​ຕໍ່​ສາ​ທາ​
ລະນະໃນວັນອາທິດວານນີ້. ທ່ານ ມອລເລີ ໄດ້ສົ່ງລາຍງານຂອງທ່ານໃຫ້ກະຊວງຍຸຕິ
ທຳໃນວັນສຸກທີ່ຜ່ານມາ.

ບົດ​ລາຍ​ງານ​ຂອງ​ທ່ານ ບາ ໄດ້​ກ່າວ​ວ່າ “ການ​ສືບ​ສວນ​ສອບ​ສວນ​ຂອງ​ໄອ​ຍະ​ການ​ພິ​
ເສດ ບໍ່ໄດ້ພົບເຫັນວ່າ ການໂຄສະນາຫາສຽງຂອງທ່ານ ທຣຳ ຫຼື ຄົນໃດທີ່ກ່ຽວຂ້ອງ
ກັບທ່ານ ໄດ້ປະສານງານກັບລັດຖະບານ ຣັດເຊຍ ໃນການແຊກແຊງກິດຈະກຳການ
ເລືອກຕັ້ງຂອງເຂົາເຈົ້າ.”

ທ່ານ ບາ ໄດ້​ກ່າວ​ວ່າ ນີ້​ແມ່ນ​ສິ່ງ​ທີ່​ລາຍ​ງານ​ໄດ້​ສະຫຼຸບ​ໄວ້ ເຖິງ​ແມ່ນ​ທ່ານ​ຈະໄດ້​ເວົ້າ​
ວ່າ “ມີຂໍ້ສະເໜີຫຼາຍຢ່າງຈາກບຸກຄົນທີ່ເຊື່ອມໂຍງກັບ ຣັດເຊຍ ເພື່ອຊ່ວຍການໂຄ
ສະນາຫາສຽງຂອງທ່ານ ທຣຳ ກໍຕາມ.”

ທ່ານ ບາ ໄດ້​ຂຽນ​ວ່າ “ການ​ສືບ​ສວນ​ສອບ​ສວນ​ຂອງ​ໄອ​ຍະ​ການ​ພິ​ເສດ ໄດ້​ພິ​ຈາ​ລະ​
ນາວ່າ ມັນມີຄວາມພະຍາຍາມທີ່ສຳຄັນຂອງ ຣັດເຊຍ ສອງຄັ້ງ ເພື່ອແຊກແຊງການ
ເລືອກຕັ້ງປີ 2016. ຄັ້ງທຳອິດປະກອບມີການພະຍາຍາມໂດຍອົງການນຶ່ງຂອງ ຣັດ
ເຊຍ ຊື່ວ່າ ອົງການຄົ້ນຄວ້າ ອິນເຕີແນັດ (IRA), ເພື່ອດຳເນີນການບິດເບືອນຂໍ້ມູນ
ແລະ ການປະຕິບັດການທາງສື່ສັງຄົມໃນ ສະຫະລັດ ທີ່ຖືກອອກແບບມາ ເພື່ອກະ
ຈາຍການຂັດແຍ້ງກັນໃນສັງຄົມ, ໃນທີ່ສຸດດ້ວຍເປົ້າໝາຍຂອງການແຊກແຊງໃນ
ການເລືອກຕັ້ງ. ທ່ານໄດ້ກ່າວຕື່ມວ່າ “ອົງປະກອບທີສອງທີ່ຮວມຢູ່ໃນຄວາມພະຍາ
ຍາມຂອງລັດຖະບານ ຣັດເຊຍ ນັ້ນແມ່ນເພື່ອດຳເນີນປະຕິບັດການລັກເຈາະຂໍ້ມູນ
ທາງຄອມພິວເຕີ ເຊິ່ງຖືກອອກແບບມາເພື່ອຮວບຮວມ ແລະ ກະຈາຍຂໍ້ມູນເພື່ອສ້າງ
ອິດທິພົນໃນການເລືອກຕັ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG