ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທຣຳ ປະກາດ ຈະຖອນໂຕ ອອກຈາກ ພາຄີ ​ຂ້າມ​​ປາຊິຟິກ ໃນມື້ທຳອິດ ຂອງການ ເຮັດວຽກ


ບັນດາລົດແລ່ນຜ່ານຕຶກ Trump Tower ໃນນະຄອນ New York.
ບັນດາລົດແລ່ນຜ່ານຕຶກ Trump Tower ໃນນະຄອນ New York.

ປະທານາທິບໍດີທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ກ່າວ​ວ່າ ມື້​ທຳ​ອິດ​ຢູ່​ໃນ​ໜ້າ​ທີ່ ຈະ​ຮວມທັງ​ການ​ອອກ​ຖະ​ແຫລ​ງການເຕືອນຢ່າງ​ເປັນ​ທາງ​ການທີ່ສະຫະລັດ​ຈະ​ຖອນ​ໂຕ​ອອກ​ຈາກພາຄີ​ຂ້າມ​ມະຫາ​ສະມຸດ​ປາຊິຟິກ​ຫຼື TPP ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນການ​ເຄື່ອນ​ໄຫວທີ່​ອີງ​ຕາ​ມການ​ເນັ້ນ​ໜັກຂອງ​ທ່ານຕໍ່​ການ “​ໃຫ້​ຄວາມ​ສຳຄັນ​ແກ່ອາ​ເມຣິກາ​ກ່ອນອື່ນ​ໝົດ.”

ຢູ່​ໃນ​ການ​ຖະ​ແຫຼງທາງ​ວີ​ດີໂອ​ທີ່​ອອກທາງ YouTube ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Trump ຮ້ອງຂໍ້​ຕົກລົງ TPP ວ່າ “​ເປັນ​ໂອກາດແຫ່ງ​ຄວາມ​ພິນາດ” ໃຫ້ແກ່​ສະຫະລັດ.

ທ່ານ​ກ່າວ​ວ່າ “​ແທນ​ທີ່ ພວກ​ເຮົາ​ຈະ​ເຈລະ​ຈາ​ແບ​ບຍຸຕິທຳ ຂໍ້​ຕົກລົງ​ການ​ຄ້າ​ສອງ​ຝ່າຍ ເພື່ອ​ນຳ​ເອົາ​ວຽກເຮັດງານທຳ ​ແລະ​ອຸດສາຫະກໍາ​ ກັບ​ຄືນ​ມາສູ່​ດິນ​ແດນສະຫະລັດ.

ຕະຫລອດ​ການ​ໂຄສະນາ​ຫາ​ສຽງເປັນ​ປະທານາທິບໍດີນັ້ນ ​ທ່ານ Trump ​ໄດ້​ຄັດຄ້ານຕໍ່​ຂໍ້​ຕົກລົງ TPP ທີ່​ມີ​ສ່ວນ​ພົວພັນ​ກັບ 12 ປະ​ເທດໃນ​ເຂດເອ​ເຊຍປາ ຊີ​ຟິກ ພ້ອມ​ທັງ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ໃນອາ​ເມຣິກາ​ເໜືອ ​ກັບ​ກາ​ນາ​ດາ ​ແລະເມັກ​ຊິ​ໂກ. ທ່ານ​ໄດ້ກ່າວ​ຢໍ້າ​ເຖີງ ຄວາມ​ສາມາດໃນການ​ເຈລະຈາ​ຂອງ​ທ່ານ ​ແລະ​ກ່າວ​ວ່າ​ ທ່າ​ນຈະ​ບັນລຸຂໍ້​ຕົກລົງ​ໃໝ່ ​ທີ່​ຈະເປັນ​ຜົນ​ປະ​ໂຫຍດ​ສຳລັບສະຫະລັດ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ພົບປະກັບ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກຄົນໃໝ່ ທ່ານ Donald Trump.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ພົບປະກັບ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກຄົນໃໝ່ ທ່ານ Donald Trump.

ບັນດາ​ລັດຖະມົນຕີ​ຈາກປະ​ເທດໃນ​ກຸ່ມ TPP ​ທີ່ໄດ້​ເຊັນ​ຂໍ້​ຕົກລົງ​ໃນ​ເດືອນ​ກຸມ ພາ​ປີ 2016 ກ່າວ​ວ່າ​ ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ ແມ່ນ​ເສີມ​ຂະຫຍາຍ ໃນ​ການ“ແບ່ງປັນ​ຄວາມ
​ຮັ່ງມີ ສ້າງວຽກ​ເຮັດ​ງານ​ທຳ ​ແລະ​ສົ່ງ​ເສີມ​ຊຸກຍູ້ການ​ພັດທະນາ ເສດຖະກິດແບບ​ຍືນ​ຍົງ ໃຫ້​ແກ່​ທຸກໆປະ​ເທດຂອງເຮົາ​.”

ພວກປະທ້ວງເຕົ້າໂຮມກັນ ປະທ້ວງການຄ້າທີ່ບໍ່ທ່ຽງທຳ ຢູ່ຕໍ່ໜ້ລັດຖະສະພາ ສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ.
ພວກປະທ້ວງເຕົ້າໂຮມກັນ ປະທ້ວງການຄ້າທີ່ບໍ່ທ່ຽງທຳ ຢູ່ຕໍ່ໜ້ລັດຖະສະພາ ສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ.

ປະທານ​າທິບໍດີ Barack Obama ​ໄດ້​ສະ​ໜັບ​ສະ​ໜູນ​ຂໍ້​ຕົກລົງນີ້ ​ແຕ່​ວ່າ​ສະພາ​ບໍ່ເຄີຍ​ໃຫ້ການອະນຸມັດ ​ເພື່ອ​ໃຫ້​ສະຫະລັດເຂົ້າ​ຮ່ວມ​ຢ່າງ​ເປັນ​ທາງ​ການ​ເທື່ອ.

ຈາກຊ້າຍ ທ່ານນາງ Mary Fallin ອະດີດຜູ້ປົກຄອງລັດ Oklahoma ແລະທ່ານ Rick Perry ອະດີດຜູ້ປົຄອງລັດ Texas ມາເຖິງຕຶກ Trump Tower ທີ່ນະຄອນ New York.
ຈາກຊ້າຍ ທ່ານນາງ Mary Fallin ອະດີດຜູ້ປົກຄອງລັດ Oklahoma ແລະທ່ານ Rick Perry ອະດີດຜູ້ປົຄອງລັດ Texas ມາເຖິງຕຶກ Trump Tower ທີ່ນະຄອນ New York.

ຖ້າປາດ​ສະ​ຈາກສະຫະລັດ​ແລ້ວ ຂໍ້​ຕົກລົງ TPP ​ແມ່ນບໍ່​ສາມາດ​ທີ່​ຈະມີ​ຜົນ​ບັງ​ຄັບ​ໃຊ້​ໄດ້. ນັ້ນ​ກໍ​ເພາະວ່າ ​ກົດ​ລະບຽບ​ກ່າວ​ວ່າ ​ຕ້ອງໄດ້​ຮັບ​ການ​ອະນຸຍາດ​ຈາກ​ ທັງ 12 ທີ່​ໄດ້​ລົງ​ນາມ ຫລື​ໂດຍ​ຢ່າງ​ໜ້ອຍ​ຫົກ​ປະ​ເທດ ຖ້າ​ຫາກ​ຍອດ​ຜະລິດຕະ ພັນ​ຮວມປະກອບ​ເປັນ 85 ​ເປີ​ເຊັນ​ຂອງ​ກຸ່ມ​ດັ່ງກ່າວ. ສະຫະລັດ ​ແມ່ນ​ຕາງໜ້າ ​ໃຫ້ 60 ​ເປີ​ເຊັນ​ຂອງ​ຍອດ​ຜະລິດ​ຕະພັນ​ຮວມຫລື GDP ທັງ​ໝົດ ​ເພາະສະ​ນັ້ນ ​ຈຶ່ງບໍ່​ມີ​ທາງທີ່​ຈະ​ບັນລຸເປົ້າ​ໝາຍ 85 ​ເປີ​ເຊັນ​ໄດ້ ຖ້າປາດ​ສະ​ຈາກການ​ປະກອບ ສ່ວນຂອງ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Transition TPP
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG