ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ, ໃນວັນອາທິດວານນີ້ ໄດ້ປະກາດກໍານົດອັດຕາພາສີ, ການຈຳກັດວີຊາ ແລະມາດຕະການຕອບໂຕ້ອື່ນໆ ຕໍ່ປະເທດໂຄລອມເບຍ ລຸນຫຼັງປະເທດດັ່ງກ່າວປະຕິເສດຖ້ຽວບິນທະຫານຂອງສະຫະລັດ 2 ລຳ ທີ່ບັນທຸກຊາວຜູ້ອົບພະຍົບກັບຄືນປະເທດ.
ທ່ານ ທຣໍາ ຂຽນຂໍ້ຄວາມລົງໃນເວທີສື່ສັງຄົມ Truth Social ຂອງທ່ານ ວ່າ “ມາດຕະການເຫຼົ່ານີ້ ເປັນພຽງການເລີ້ມຕົ້ນເທົ່ານັ້ນ. ພວກເຮົາຈະບໍ່ອະນຸຍາດໃຫ້ລັດຖະບານ ໂຄລອມເບຍ ລະເມີດພັນທະຜູກພັນທາງກົດໝາຍຂອງຕົນ ກ່ຽວກັບການຍອມຮັບ ແລະການສົ່ງຄືນອາຊະຍາກອນທີ່ພວກເຂົາບັງຄັບໃຫ້ເຂົ້າໄປໃນ ສະຫະລັດ.”
ໃນຕອນເຊົ້າຂອງວັນອາທິດວານນີ້, ປະທານາທິບໍດີ ໂຄລອມເບຍ ທ່ານ ກູສຕາໂວ ເປໂຕຣ (Gustavo Petro) ກ່າວວ່າ ລັດຖະບານຂອງທ່ານ ຈະບໍ່ຮັບເອົາສອງຖ້ຽວບິນທີ່ບັນທຸກຊາວຜູ້ອົບພະຍົບທີ່ຖືກເນລະເທດອອກຈາກ ສະຫະລັດ ເຫຼົ່ານັ້ນ ຈົນກວ່າລັດຖະບານຂອງ ທ່ານ ທຣໍາ ຈະສ້າງຫຼັກການທີ່ປະຕິບັດຕໍ່ພວກເຂົາເຈົ້າຢ່າງມີ “ສັກສີ.”
ທ່ານ ເປໂຕຣ ໄດ້ປະກາດໃນສອງຂໍ້ຄວາມທີ່ໂພສລົງສື່ສັງຄົມ X, ເຊິ່ງນຶ່ງໃນນັ້ນ ລວມມີວິດີໂອຂ່າວກ່ຽວກັບຊາວຜູ້ອົບພະຍົບທີ່ຖືກເນລະເທດໄປຍັງປະເທດ ບຣາຊີລ ທີ່ກໍາລັງຍ່າງຢູ່ເທິງລານຈອດເຮືອບິນ ດ້ວຍການມັດມື ແລະມັດຕີນຂອງພວກເຂົາເຈົ້າ.
ທ່ານ ເປໂຕຣ ກ່າວວ່າ “ບັນດາຜູ້ອົບພະຍົບ ບໍ່ແມ່ນອາຊະຍາກອນ ແລະຕ້ອງໄດ້ຮັບການປະຕິບັດແບບມີກຽດສັກສີ ທີ່ມະນຸດສົມຄວນຈະໄດ້ຮັບ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າໄດ້ສົ່ງເຮືອບິນທະຫານຂອງສະຫະລັດ ເຊິ່ງບັນທຸກຊາວຜູ້ອົບພະຍົບໂຄລອມເບຍ ກັບຄືນ. ໃນເຮືອບິນພົນລະເຮືອນ, ເຊິ່ງບໍ່ມີການປະຕິບັດຄືກັບອາຊະຍາກອນ, ພວກເຮົາຈຶ່ງຈະຮັບເອົາພີ່ນ້ອງຮ່ວມຊາດຂອງພວກເຮົາຄືນ.”
ລຸນຫຼັງການປະກາດຂອງ ທ່ານ ທຣໍາ, ທ່ານ ເປໂຕຣ ໄດ້ອອກມາປະກາດທີ່ໂພສລົງໃນສື່ສັງຄົມ X ວ່າ ທ່ານໄດ້ສັ່ງໃຫ້ “ລັດຖະມົນຕີການຄ້າຕ່າງປະເທດເພີ້ມອັດຕາພາສີນໍາເຂົ້າຈາກ ສະຫະລັດ ຂຶ້ນເປັນ 25 ເປີເຊັນ.
ໃນຕອນແລງຂອງວັນອາທິດວານນີ້, ສະຫະລັດ ໄດ້ໂຈະການດຳເນີນຂໍວີຊາຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງໂບໂກຕ້າ ສໍາລັບການຕອບໂຕ້ໂດຍກົງຕໍ່ການຕັດສິນໃຈຂອງ ທ່ານ ເປໂຕຣ ທີ່ປະຕິເສດໃນການຮັບເອົາຖ້ຽວບິນຂອງການເນລະເທດນັ້ນ, ອີງຕາມການກ່າວຂອງໂຄສົກກະຊວງການຕ່າງປະເທດ.
ທ່ານໂຄສົກກ່າວຕື່ມວ່າ “ກະຊວງການຕ່າງປະເທດ ໄດ້ໂຈະການດໍາເນີນວຽກງານທາງດ້ານວີຊາຢູ່ສະຖານທູດສະຫະລັດໃນນະຄອນຫຼວງໂບໂກຕ້າ ເພື່ອເປັນການຕອບໂຕ້ໂດຍກົງຕໍ່ການຕັດສິນໃຈຂອງປະທານາທິບໍດີ ເປໂຕຣ ທີ່ຈະບໍ່ຍອມຮັບເອົາຖ້ຽວບິນການສົ່ງພົນລະເມືອງຊາວໂຄລອມເບຍກັບຄືນປະເທດ.” ແລະກ່າວຕໍ່ໄປວ່າ “ສະຖານທູດສະຫະລັດໃນນະຄອນຫຼວງໂບໂກຕ້າ ໄດ້ແຈ້ງໃຫ້ຜູ້ສະໝັກທຸກໆຄົນທີ່ໄດ້ຮັບຜົນກະທົບຮັບຮູ້ແລ້ວ. ການບໍລິການພົນລະເມືອງອາເມຣິກາ ຈະບໍ່ໄດ້ຮັບຜົນກະທົບໃດໆ ແລະຈະຍັງຄົງສືບຕໍ່ເປັນປົກກະຕິ.”
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
U.S. President Donald Trump on Sunday announced a series of tariffs, visa restrictions and other retaliatory measures against Colombia after it rejected two U.S. military flights carrying migrants.
“These measures are just the beginning,” Trump wrote on his social media platform Truth Social. “We will not allow the Colombian Government to violate its legal obligations with regard to the acceptance and return of the Criminals they forced into the United States.”
Earlier Sunday, Colombian President Gustavo Petro said his government would not accept flights carrying migrants deported from the U.S. until the Trump administration creates a protocol that treats them with “dignity.”
Petro made the announcement in two X posts, one of which included a news video of migrants reportedly deported to Brazil walking on a tarmac with restraints on their hands and feet.
“A migrant is not a criminal and must be treated with the dignity that a human being deserves,” Petro said. “That is why I returned the U.S. military planes that were carrying Colombian migrants. ... In civilian planes, without being treated like criminals, we will receive our fellow citizens."
After Trump's announcement, Petro announced in a post on X that he had ordered the “foreign trade minister to raise import tariffs from the U.S. by 25%.”
By late Sunday, the United States had suspended visa processing at the U.S. Embassy in Bogota in direct response to Petro's decision not to accept deportation flights, a State Department spokesperson said.
"The Department of State has suspended visa processing at U.S. Embassy Bogota in direct response to President Petro’s decision to not accept repatriation flights of Colombian citizens," the spokesperson said. "Embassy Bogota has notified individual applicants who are affected. American Citizens Services will not be affected and will continue as normal."
ຟໍຣັມສະແດງຄວາມຄິດເຫັນ