ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ສັ່ງໃຫ້ທົບທວນ ຂໍ້ຕົກລົງ ນິວເຄລຍ ອີຣ່ານ


ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ກ່າວຄຳປາໄສ ຕໍ່ສື່ມວນຊົນ ໃນລະຫວ່າງ ການຖະແຫຼງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov ລຸນຫຼັງການເຈລະຈາ ທີ່ນະຄອນຫຼວງ ມົສກູ, ປະເທດຣັດເຊຍ. 12 ເມສາ, 2017.
ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ກ່າວຄຳປາໄສ ຕໍ່ສື່ມວນຊົນ ໃນລະຫວ່າງ ການຖະແຫຼງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov ລຸນຫຼັງການເຈລະຈາ ທີ່ນະຄອນຫຼວງ ມົສກູ, ປະເທດຣັດເຊຍ. 12 ເມສາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຊີ້ນຳສະພາຄວາມ ໝັ້ນຄົງແຫ່ງຊາດ ໃຫ້ທົບທວນຂໍ້ຕົກລົງສາກົນ ກ່ຽວກັບ ໂຄງການນິວ ເຄລຍຂອງ ອີຣ່ານ ​ແລະຊັ່ງຊາ​ເບິ່ງ
ວ່າ ການຢຸດມາດຕະການລົງໂທດ “ແມ່ນສຳຄັນຕໍ່ຜົນປະໂຫຍດ ດ້ານຄວາມປອດໄພ
ແຫ່ງຊາດຂອງ ສະຫະລັດ ຫຼື ບໍ່.”

ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ໄດ້ເປີດເຜີຍ ການທົບທວນດັ່ງ
ກ່າວໃນໜັງສືທີ່ຂຽນຫາປະທານສະພາຕ່ໍາທ່ານ Paul Ryan ວັນອັງຄານວານນີ້.

ທ່ານ Tillerson ໄດ້ກ່າວໃນວັນອັງຄານວານນີ້ວ່າ, ອີຣ່ານ ໄດ້ປະຕິ ບັດຕາມຄວາມຮັບ
ຜິດຊອບຂອງພວກເຂົາເຈົ້າ ພາຍໃຕ້ແຜນປະຕິບັດ ການຮ່ວມອັນກວ້າງຂວາງ ຫຼື
JCPOA, ເຊິ່ງພວກເຂົາເຈົ້າໄດ້ຕົກລົງ ເຫັນດີໃນປີ 2015 ຫຼັງຈາກການເຈລະຈາກັບ
ປະເທດ ສະຫະລັດ, ອັງກິດ, ຝຣັ່ງ, ຈີນ, ຣັດເຊຍ ແລະ ເຢຍຣະມັນ.

ທ່ານ Tillerson ໄດ້ຂຽນວ່າ “ຢ່າງໃດກໍຕາມ, ອີຣ່ານ ຍັງຄົງເປັນຜູ້ ນຳໜ້າໃນການ
ສະໜັບສະໜູນການກໍ່ການຮ້າຍໃນຫຼາຍຮູບແບບ ແລະ ຂະບວນການ.”

ແຜນການ JCPOA ໄດ້ເພັ່ງເລັງໃສ່ໂຄງການນິວເຄລຍຂອງ ອີຣ່ານ ແລະການກ່າວຫາ
ວ່າ ພວກເຂົາເຈົ້າໄດ້ເຮັດວຽກເພື່ອພັດທະນາອາວຸດ ນິວເຄລຍ. ລັດຖະບານ ອີຣ່ານ ໄດ້
ປະຕິເສດຕໍ່ການກ່າວຫາດັ່ງກ່າວມາ​ໂດຍ​ຕະຫລອດ.

ອົງການສະຫະປະຊາຊາດ ເຊັ່ນດຽວກັບປະ​ເທດຕ່າງໆ, ລວມທັງ ສະຫະລັດ, ໄດ້ວາງ
ມາດຕະການລົງໂທດຕໍ່ ອີຣ່ານ ໃນຄວາມພະຍາ ຍາມທີ່ຈະເຮັດໃຫ້ປະເທດດັ່ງກ່າວ ຍົກເລີກເປົ້າໝາຍ​ໃນ​ການ​ຢາກ​ມີ​ອາ ວຸດນິວເຄລຍມາ​ຢູ່​ໃນ​ຄວາມ​ຄອບ​ຄອງ. ມາດຕະ
ການເຫຼົ່ານັ້ນໄດ້ສົ່ງຜົນ ກະທົບຕໍ່ເສດຖະກິດຂອງ ອີຣ່ານ ຢ່າງຮ້າຍແຮງ, ໂດຍສະເພາະ
ຈຳກັດຄວາມສາມາດທີ່ຈະຂາຍນໍ້າມັນຂອງພວກເຂົາເຈົ້າໃນຕະຫຼາດໂລກ, ແລະ ນຳໄປ
ສູ່ການເຈລະຈາທີ່ໃຊ້ຄວາມພະຍາຍາມຢ່າງສູງ ເປັນເວລາ ເກືອບສອງປີ ກ່ອນທັງສອງ
ຝ່າຍໄດ້ບັນລຸຂໍ້ຕົກລົງທີ່ວ່ານັ້ນ.

ໃນການແລກປ່ຽນກັບການຊ່ວຍບັນ​ເທົາ​ຕໍ່ມາດຕະການລົງທີ່ໄດ້ແນເປົ້າໃສ່ກິດຈະກຳນິວ
ເຄລຍຂອງພວກເຂົາເຈົ້ານັ້ນ, ອີຣ່ານ ໄດ້ຕົກລົງທີ່ຈະ ຮັບເອົາຫຼາຍບາດກ້າວ, ລວມມີ
ການຢືນຢັນວ່າ ພວກເຂົາເຈົ້າຈະບໍ່ “ພະຍາຍາມຊອກ​ສະ​ແຫວ​ງຫາ ພັດທະນາ ຫຼື ​ໄດ້​
ຮັບອາວຸດນິວເຄລຍມາ​ຢູ່​ໃນ​ຄວາມ​ຄອບ​ຄອງ”
ບໍ່​ວ່າ ພາຍໃຕ້ສະຖານະການໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG