ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໃຊ້ຄໍາວ່າ “ຂ່າວຂີ້ຕົວະ” ຂອງ ປ. ທຣໍາ ມີຜົນກະທົບ ຕໍ່ເສລີພາບໃນ ດ້ານຂ່າວສານ ຢູ່ທົ່ວໂລກ


ຢູ່ໃນຂໍ້ຄວາມທີ່ທ່ານ ທຣໍາຂຽນລົງໃນທວີດເຕີ ໃນວັນທີ 1 ເມສາ, 2017 ທ່ານໄດ້ເວົ້າວ່າພວກຂ່າວສານທັງຫລາຍພາກັນ ອອກຂ່າວ ທີ່ທ່ານເອີ້ນວ່າ “ຂ່າວຂີ້ຕົວະ” ຫລື "fake news."
ຢູ່ໃນຂໍ້ຄວາມທີ່ທ່ານ ທຣໍາຂຽນລົງໃນທວີດເຕີ ໃນວັນທີ 1 ເມສາ, 2017 ທ່ານໄດ້ເວົ້າວ່າພວກຂ່າວສານທັງຫລາຍພາກັນ ອອກຂ່າວ ທີ່ທ່ານເອີ້ນວ່າ “ຂ່າວຂີ້ຕົວະ” ຫລື "fake news."

ນັບຕັ້ງ​ແຕ່ ​ກ່ອນໜ້າ ທີ່​ທ່ານຈະ​ຂຶ້ນມາກໍາ​ຕໍາ​ແໜ່ງ​ເປັນຕົ້ນມາ ທ່ານ ດໍໂນ​ລ ທຣໍາ ​ມີ​
ຄວາມຜິດຂ້ອງຕ້ອງຖຽງ ກັບ​ສະ​ຖາ​ບັນ​ສື່​ມວນ​ຊົນ ​ທີ່​ມີ​ອິດທິພົນ​ສູງ ​ຫລາຍໆແຫ່ງ
ຂອງ​ອາ​ເມຣິກາ, ​ໂດຍ​ໄດ້​ກ່າວ​ຫາພວກສະ​ຖາ​ບັນ​ດັ່ງກ່າວ​ວ່າ ​ເຜີຍ​ແຜ່​ຂ່າວ​ບໍ່ຈິງ ​ກ່ຽວ
ກັບ​ທ່ານ. ​ສື່​ມວນ​ຊົນທີ່​ທ່ານ​ໃຈ​ຮ້າຍ​ໃຫ້ ​ໃນ​ອາທິດ​ແລ້ວນີ້ ​ແມ່ນໜັງສື​ພິມວອລສະທຣີດ
ເຈີໂນລ (Wall Street Journal), ກ່ຽວກັບ​ຄໍາ​ຖາມ​ທີ່​ວ່າ ທ່ານ​ໄດ້​ມີ​ສາຍ​ສໍາພັນ​ທີ່​ດີ
​ແລ້ວ​ບໍ ຫລື​ຈະ​ມີ​ຄວາມ​ສໍາພັນ​ທີ່​ດີ​ກັບ​ທ່ານກິມຈົງ​ອຶນ ຜູ້​ນໍາ​ເກົາຫຼີ​ເໜືອບໍ່. ທ່ານ​ປະທາ​
ນາ​ທິບໍດີ ມີ​ແຜນ​ທີ່​ຈະ​ສະຫລຸບ​ວັນ​ຄົບຮອບ​ກໍານົດ 1 ປີ ທີ່​ທ່ານ​ໄດ້​ດໍາລົງ​ຕໍາ​ແໜ່ງ​ເປັນ​ປະທານາທິບໍດີ​ມາ ​ດ້ວຍການ​ໃຫ້​ລາງວັນ ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນວ່າ ລາງວັນ​ສໍາລັບ​ຂ່າວ
​ຂີ້ຕົວະ. ຄໍາ​ເຫັນ​ຂອງ​ທ່ານ ​ໄດ້​ເຮັດ​ໃຫ້ມີຄວາມ​ແຕກ​ແຍກ​ກັນ ລະຫວ່າງ​ພັກ​ພວກ​
ຢູ່ໃນ​ປະຊາຊົນ​ອາ​ເມຣິກັນ ກ່ຽວກັບ​ຄວາມໜ້າ​ເຊື່ອ​ຖື​ໄດ້​ຂອງ​ຂ່າວ​ ທີ່​ເຂົາ​ເຈົ້າ​ໄດ້​ຮັບ
​ນັ້ນ​ເລິກຂຶ້ນກວ່າ​ເກົ່າ. ​ແລະ​ມັນ​ມີ ຜົນ​ກະທົບ​ຕໍ່ບັນດາ​ປະ​ເທດ​ທີ່​ມີການ​ສື່ຂ່າວທີ່​ບໍ່
ຄ່ອຍ​ມີເສຣີພາບ​ປານ​ໃດ​ນັ້ນ. Peter Heinlein ນັກ​ຂ່າວ VOA ປະ​ຈໍາ​ທໍານຽບ
ຂາວ ມີລາຍ​ງານກ່ຽວກັບ​ເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ
​ຕໍ່​ໄປ.

ທ່ານ ດໍ​ໂນ​ລ ທຣໍາ,​ ປະທານາທິບໍດີສະຫະລັດ ກ່າວໃນວັນທີ 22 ສິງຫາ 2017 ວ່າ:
"...ຖ້າຫາກທ່ານຢາກຊອກເຫັນແຫລ່ງ ທີ່ພາໃຫ້ມີຄວາມແຕກແຍກກັນຢູ່ໃນປະ
ເທດຂອງພວກເຮົາ, ບໍ່ຕ້ອງໄປເບິ່ງຫຍັງອີກດອກ ເບິ່ງແຕ່ຂ່າວຂີ້ຕົວະ ແລະພວກ
ສື່ມວນຊົນທີ່ເວົ້າຄວາມບໍ່ຈິງ ທີ່ອອກຂ່າວເພື່ອໃຫ້ໄດ້ຮັບຄະແນນນິຍົມ ແລະມີຄົນ
ຄລິກເຂົ້າໄປອ່ານຫລາຍ ໂດຍບໍ່ຕ້ອງສົນກັບຄວາມຈິງວ່າມັນເປັນແນວໃດ ເທົ່ານັ້ນ ກໍພໍແລ້ວ."


ປະທານາທິບໍດີທຣໍາ ມັກຈະຖົກຖຽງຄືນສະເໝີ ຕໍ່ການອອກຂ່າວ ທີ່ທ່ານບໍ່ມັກ.

ທ່ານໄດ້ໃຊ້ຄໍາວ່າ ຂ່າວຂີ້ຕົວະ ຫລື fake news ຢູ່ໃນຂໍ້ຄວາມຂຽນໃນທວີດເຕີຂອງ
ທ່ານ ບໍ່ໜ້ອຍກວ່າ 180 ຄັ້ງ ນັບຕັ້ງແຕ່ມື້ທີ່ທ່ານໄດ້ສາບານໂຕເຂົ້າຮັບຕໍາແໜ່ງເປັນ
ຕົ້ນມາ ແລະກໍໄດ້ໃຊ້ຄໍາເວົ້ານີ້ຢູ່ໃນຄໍາປາໄສ, ຄໍາສໍາພາດ ແລະການໃຫ້ຄໍາເຫັນຂອງ
ທ່ານ ຢ່າງນັບບໍ່ຖ້ວນ.

ພວກນັກເຄື່ອນໄຫວດ້ານເສລີພາບໃນວົງການຂ່າວສານເວົ້າວ່າ ຍຸດທະສາດຂອງທ່ານ
ທຣໍາ ແມ່ນຢາກໃຫ້ມີຜົນກະທົບເກີດຂຶ້ນ.

ທ່ານທອມ ຣັອສເຊັນສທີລ (Tom Rosenstiel) ຈາກສະຖາບັນດ້ານຂ່າວສານອາ
ເມຣິກາໃຫ້ຄໍາເຫັນວ່າ "ທ່ານມີຄວາກະຕືລືລົ້ນ ຢາກຂຽນຂໍ້ຄວາມ ລົງໃນທວີດເຕີ
ຫລາຍຂະໜາດ, ແລ້ວອົງ ການຂ່າວມວນຊົນທົ່ວໄປ ກໍໄປດຶງເອົາຄໍາເວົ້າຂອງທ່ານ
ທີ່ຂຽນຢູ່ໃນທວີດເຕີຫັ້ນ ແລະ ກໍເອົາມາຂະຫຍາຍຄວາມອອກໄປ. ສະນັ້ນ ເບິ່ງໃນ
ແງ່ນຶ່ງ ທ່ານກໍມີຄວາມລະອຽດສະ ຫລັບຊັບຊ້ອນກ່ຽວກັບເລື່ອງນີ້ ຢູ່ບ່ອນວ່າ ທ່ານ
ໃຊ້ຂ່າວສານທີ່ມີຜົນອີ່ຫລີ ເພື່ອທ່ານກໍາລັງເຮັດໃຫ້ມີຜົນເສຍຫາຍ ແລະມີຄວາມ
ຮູ້ສຶກຕື່ນຕົວໄວນັ້ນ ແລະກໍເກີດຄວາມລໍາຄານໃຈໄວ ຕໍ່ສິ່ງໃດທີ່ທ່ານເຫັນຢູ່ໃນ
ຂ່າວທີ່ທ່ານໄດ້ວິພາກວິຈານວ່າເປັນຂ່າວຂີ້ຕົວະໄປແລ້ວນັ້ນ."


ເມື່ອມີການເຈັບໃຈຍ້ອນການໂຈມຕີຕໍ່ນໍ້າໃຈຮັບຜິດຊອບ ຊື່ສັດຕໍ່ໜ້າທີ່ວຽກງານ
ຂອງເຂົາເຈົ້າສໍານັກຂ່າວສານສື່ມວນຊົນໃຫຍ່ຕ່າງໆ ໄດ້ຄິດຫາຄໍາຂວັນໃໝ່ ແລະ ເພີ່ມການໂຄສະນາການປຸກລະດົມຂຶ້ນມາ ເຊັ່ນລາຍການທີ່ເອີ້ນວ່າ "Apple" ຫລື “ໝາກແອັບໂປລ໌ ຂອງອົງການຂ່າວຊີແອັນແອັນ CNN ເພື່ອປ້ອງກັນຕົນເອງ.

ກຸ່ມສິ້ງຊອມດ້ານຂ່າວສານເວົ້າວ່າ ພວກຜູ້ນໍາຜະເດັດການກໍາລັງເຮັດຕາມແບບຢ່າງ
ຂອງທ່ານ ທຣໍາ.

ທ່ານນາງ ຄອດນີ ແຣສຄ໌ (Cortney Radsch) ຄະນະກໍາມະການທີ່ປົກປ້ອງພວກ
ນັກຂ່າວເວົ້າວ່າ “ພວກເຮົາໄດ້ເຫັນຄໍາສັບທີ່ເວົ້າວ່າ ຂ່າວຂີ້ຕົວະ ຫລື fake news ໃຊ້ຢູ່ໃນຟີລິບປິນ, ໃນຣັດເຊຍ, ໃນຈີນ, ໃນອີຈິບ ເພື່ອເປັນຂໍ້ອ້າງ ໃຫ້ຜູ້ຄົນຮັບຮູ້ວ່າ ກົດຂົ່ມຂອງພວກເຂົາເຈົ້າເອງ ຕໍ່ສື່ມວນຊົນ ເພື່ອພະຍາຍາມເຮັດໃຫ້ພວກນັກຂ່າວ
ຖືກເບິ່ງວ່າເວົ້າບໍ່ຖືກ ຕ້ອງນັ້ນ ເປັນເລື່ອງທີ່ສົມເຫດ ສົມຜົນ. ພວກເຮົາຍັງເຫັນຈີນ
ເວົ້າອີກວ່າ 'ເຮີ້ຍ ເບິ່ງແມ໋ ສະຫະລັດໃນທີ່ສຸດກໍຮູ້ສຶກຕື່ນຕົວ ຕໍ່ສິ່ງທີ່ພວກເຮົາໄດ້
ເວົ້າກັນມາຕະຫລອດ ກ່ຽວກັບວ່າ ຂ່າວສານເປັນບັນຫານັ້ນ’ ແລະນັ້ນກໍບໍ່ແມ່ນ
ສິ່ງທີ່ພວກເຮົາຢາກເຫັນຢູ່ໃນທົ່ວໂລກ."


ຫົວໜ້າຝ່າຍຮັກສາຄວາມປອດໄພທາງຄອມພິວເຕີ ເມື່ອມໍ່ໆມານີ້ໄດ້ເວົ້າຄໍາວ່າ ຂ່າວ
ຂີ້ຕົວະ ຫລື fake news ເພື່ອປົກປ້ອງລາຍງານທີ່ໃຫ້ຄະແນນແກ່ຈີນວ່າ ເປັນປະເທດ ທີ່ມີເສລີພາບທາງອິນເຕີແນັດ ຕໍ່າທີ່ສຸດໃນໂລກ.

ທ່ານ ເຣັນ ຊຽນຫລຽງ (Ren Xianliang), ຮອງລັດຖະມົນຕີ ການບໍລິຫານດ້ານ ຄວາມປອດໄພທາງຄອມພິວເຕີຂອງຈີນ ເວົ້າວ່າ "ແມ່ນແຕ່ປະເທດເຊັ່ນ ສະຫະ
ລັດແລະ ຢູໂຣບ ພວກເຂົາເຈົ້າ ....... ທຸກຄົນລ້ວນແລ້ວແຕ່ພາກັນສົນທະນາກັນ ກ່ຽວກັບເລື່ອງທີ່ວ່າເປັນ ຂ່າວສານຂີ້ຕົວະພວກນີ້, ຂ່າວຂີ້ຕົວະເຫລົ່ານີ້, ຂ່າວນອງ
ນັນພວກນີ້, ບັນຫາທີ່ເປັນເລື່ອງໂກດແຄ້ນປະເພດນີ້, ພວກເຮົາຈະຈັດການຈັ່ງໃດ ກັບເລື່ອງນີ້, ພວກເຮົາລ້ວນແຕ່ປະເຊີນກັບບັນຫານີ້ ນໍາກັນທັງນັ້ນ."


ສະພາບການແບບນີ້ໄດ້ແຜ່ລາມອອກໄປ. ປະທານາທິບໍດີ ບາຊາ-ອາລ ອາສຊາດ
(Bashar al-Assad) ໄດ້ປະຕິເສດຕໍ່ການລາຍງານເລື່ອງສິດທິມະນຸດ ກ່ຽວກັບ
ການຕາຍຂອງຄົນຢູ່ໃນຄຸກ ໂດຍເວົ້າວ່າ "ພວກເຮົາແມ່ນດໍາລົງຊີວິດຢູ່ໃນສະໄໝ
ທີ່ເຕັມໄປດ້ວຍຂ່າວຂີ້ຕົວະ ຫລື fake news."


ພວກຜູ້ນໍາຜະເດັດການ ນັບແຕ່ທ່ານ ປຣະຢຸດ ຈັນໂອຊາ ຂອງໄທ ຕະຫລອດເຖິງທ່ານ
ຮຸນເຊນຂອງກໍາປູເຈຍ ແລະນາຍົກລັດຖະມົນຕີ ນາຈິບ ຣາຊັກ (Najib Razak) ຂອງ
ມາເລເຊຍ ຕ່າງກໍສົນທະນາກັນກ່ຽວກັບຂ່າວຂີ້ຕົວະນີ້. ຢູ່ສິງກະໂປນັ້ນ ກໍາລັງມີການ
ພິຈາລະນາສ້າງກົດໝາຍ ກ່ຽວກັບຂ່າວຂີ້ຕົວະອອກມາໃຊ້ໃນປີນີ້.

ທ່ານນາງ ມາກກັອກ ອີເວນ (Margaux Ewen) ຈາກອົງການນັກຂ່າວບໍ່ມີພົມແດນ
ເວົ້າວ່າ "ສິ່ງນັ້ນ ປາກົດວ່າໄດ້ເຮັດພວກຜູ້ນໍາເຫລົ່ານັ້ນ ມີຄວາມແຂັງກ້າຂຶ້ນ ໂດຍຄິດ
ວ່າ ສິ່ງທີ່ພວກເຂົາເຈົ້າກໍາລັງເຮັດຢູ່ນັ້ນ ເປັນເລື່ອງທີ່ຍອມຮັບເອົາໄດ້, ຄິດວ່າ ພວກ
ເຂົາເຈົ້າສາມາດ ທີ່ຈະຫລີກລ່ຽງການຖືກຕໍາໜິໄດ້, ຈະບໍ່ມີການວິພາກວິຈານຢ່າງ
ຮຸນແຮງເລີຍຢູ່ໃນຝ່າຍຂອງລັດຖະບານສະຫະລັດ."


ທ່ານທຣໍາ ໄດ້ຮັບຕ້ອນບັນດາຜູ້ນໍາຜະເດັດການຫລາຍໆທ່ານ ຢູ່ໃນທໍານຽບຂາວ. ທ່ານຍົກຍ້ອງປະທານາທິບໍດີ ເຣເຊັບ ຕາຢິບ ເອີດວານ (Recep Tayyip Erdogan) ຂອງເທີກີວ່າເປັນເພື່ອນຂອງທ່ານ ເຖິງແມ່ນວ່າ ຊື່ສຽງຂອງເທີກີ ແມ່ນເປັນປະເທດ
ນໍາໜ້າໂລກໃນການຈັບພວກນັກຂ່າວເຂົ້າຄຸກ. ຄະນະກໍາມະການເພື່ອປົກປ້ອງນັກ
ຂ່າວເວົ້າວ່າ ຈໍານວນນັກຂ່າວ ທີ່ຖືກຕິດຄຸກໃນປີ 2017 ນັ້ນ ແມ່ນຕິດອັນດັບສູງກວ່າ
ເວລາໃດທັງໝົດ ໄດ້ສອງປີມາແລ້ວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG