ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖ້າຈີນ ຕັດສິນໃຈ ຈະບໍ່ຊ່ອຍ ແກ້ໄຂບັນຫາ ຂອງເກົາຫຼີເໜືອ “ພວກເຮົາຈະເຮັດເອງ”


ພວກນາຍທະຫານເກົາຫຼີເໜືອ ຫັນຫົວແນມໄປໃນທິດທາງ ຂອງຜູ້ນຳ Kim Jong Un ຂອງພວກເຂົາເຈົ້າ ຈາກພິທີເດີນ
ສວນສະໜາມ ພ້ອມກັບຂະບວນລົດ ທາງດ້ານທະຫານ ໃນຂະ
ນະທີ່ພວກເຂົາເຈົ້າພາຍຖົງທີ່ມີເຄື່ອງໝາຍຂອງນິວເຄລຍ ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 27 ກໍລະກົດ 2013.
ພວກນາຍທະຫານເກົາຫຼີເໜືອ ຫັນຫົວແນມໄປໃນທິດທາງ ຂອງຜູ້ນຳ Kim Jong Un ຂອງພວກເຂົາເຈົ້າ ຈາກພິທີເດີນ ສວນສະໜາມ ພ້ອມກັບຂະບວນລົດ ທາງດ້ານທະຫານ ໃນຂະ ນະທີ່ພວກເຂົາເຈົ້າພາຍຖົງທີ່ມີເຄື່ອງໝາຍຂອງນິວເຄລຍ ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 27 ກໍລະກົດ 2013.

ທ່ານປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ຖ້າຈີນ ຈະບໍ່ແກ້ໄຂບັນຫາຂອງເກົາຫຼີເໜືອ
ແລ້ວ “ພວກເຮົາຈະເຮັດເອງ.”

ທ່ານທຣຳ ໄດ້ບອກວາລະສານ Financial Times ຂອງລອນດອນ ວ່າ “ຈີນມີອິດທິພົນ
ຕໍ່ເກົາຫຼີເໜືອຢ່າງຍິ່ງ ແລະ ຈີນ ຈະຕັດສິນໃຈວ່າ ຈະຊ່ອຍພວກເຮົາ ກ່ຽວກັບເກົາຫຼີເໜືອ
ຫຼືວ່າ ພວກເຂົາເຈົ້າຈະບໍ່ຊ່ອຍ....ແລະຖ້າພວກເຂົາເຈົ້າຈະບໍ່ຊ່ອຍ ມັນກໍບໍ່ມີຫຍັງດີ
ສຳລັບຜູ້ໃດ.”

ທ່ານທຣຳ ຈະເປັນເຈົ້າພາບຕ້ອນຮັບ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ຢູ່ທີ່ບ້ານພັກ
ຣີສອດ Mar-a-Lago ຂອງຜູ້ນຳສະຫະລັດເອງ ຢູ່ທີ່ລັດ ຟລໍຣີດາ ໃນວັນພະຫັດນີ້.

ຮູບພາບ ຂອງທ່ານ ດໍໂນລ ທຣຳ ໃນປີ 2016 ຍັງເປັນປະທານາທິບໍດີ ທີ່ຖືກເລືອກໃໝ່, ຊ້າຍ, ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ. ທ່ານທຣຳ ແລະ ທ່ານສີ ມີກຳນົດ ຈະພົບປະກັນ ໃນສັບປະດານີ້ ຢູ່ທີ່ບ້ານພັກຣີສອດ Mar-a-Lago ຂອງທ່ານທຣຳ ທີ່ ລັດຟລໍຣີດາ ຢູ່ທາງພາກໃຕ້ຂອງສະຫະລັດ.
ຮູບພາບ ຂອງທ່ານ ດໍໂນລ ທຣຳ ໃນປີ 2016 ຍັງເປັນປະທານາທິບໍດີ ທີ່ຖືກເລືອກໃໝ່, ຊ້າຍ, ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ. ທ່ານທຣຳ ແລະ ທ່ານສີ ມີກຳນົດ ຈະພົບປະກັນ ໃນສັບປະດານີ້ ຢູ່ທີ່ບ້ານພັກຣີສອດ Mar-a-Lago ຂອງທ່ານທຣຳ ທີ່ ລັດຟລໍຣີດາ ຢູ່ທາງພາກໃຕ້ຂອງສະຫະລັດ.

ກອງປະຊຸມສຸດຍອດ ໄລຍະສອງມື້ຂອງທັງສອງທ່ານນັ້ນ ເປັນທີ່ແນ່ນອນ ວ່າ ຈະສຸມໃສ່
ເລື່ອງຂອງເກົາຫຼີເໜືອ ແລະ ໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອນັ້ນ. ການຂົ່ມຂູ່
ແລະ ມາດຕະການລົງໂທດທັງຫຼາຍ ຮວມທັງ ການຕັດການນຳເຂົ້າຖ່ານຫີນ ຈາກເກົາຫຼີ
ເໜືອ ຂອງຈີນ ກໍບໍ່ສາມາດຢັບຢັ້ງຄວາມກະຕືລືລົ້ນ ຂອງພຽງຢາງ ທີ່ຢາກກາຍມາເປັນ
ມະຫາອຳນາດດ້ານອາວຸດນິວເຄລຍ.

ບັນດານັກຊ່ຽວຊານ ສະຫະລັດ ເຕືອນວ່າ ເກົາຫຼີເໜືອ ມີແຜນການທີ່ຈະທົດລອງ
ນິວເຄລຍ 6 ເທື່ອ. ໂຕກຽວ ໄດ້ເອີ້ນ ການຍິງທົດລອງລູກສອນໄຟຂີປະນາວຸດ ຂອງ
ເກົາຫຼີເໜືອ ຂ້າມທະເລຂອງຍີ່ປຸ່ນເມື່ອເດືອນກຸມພາຜ່ານມາ ນັ້ນ ວ່າ “ຢອມຮັບບໍ່ໄດ້.”

ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ K.T. McFarland ໄດ້ບອກ
ວາລະສານ Financial Times ວ່າ ມັນເປັນໄປໄດ້ ທີ່ເກົາຫຼີເໜືອ ມີຄວາມອາດສາມາດ
ຈະຍິງລູກສອນໄຟທີ່ບັນຈຸຫົວລະເບີດນິວເຄລຍ ໃສ່ສະຫະລັດໄດ້ ພາຍໃນທ້າຍປີ 2021
ໃນລະຫວ່າງການບໍລິຫານງານ ຂອງ ລັດຖະບານທ່ານທຣຳ.

ໂດຍການປາກົດໂຕ ຢູ່ລາຍການໂທລະພາບ ຂອງເຄືອຂ່າຍ ABC ນັ້ນ ເອກອັກຄະລັດ
ຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki Haley ໄດ້ກ່າວ
ວ່າ ມັນເຖິງເວລາແລ້ວ ທີ່ຈີນຈະຕ້ອງໄດ້ປະຕິບັດ ແລະ ຍຸຕິຍົກເອົາຂຶ້ນມາຊື່ໆ “ຂໍ້ອ້າງທີ່
ວ່າ ພວກເຂົາເຈົ້າກໍກັງວົນ ເຊັ່ນກັນ.”

Trump North Korea
please wait
Embed

No media source currently available

0:00 0:00:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG