ປະທານາທິບໍດີມີສິດທີ່ຈະປົດໄອຍະການພິເສດ ທີ່ຖືກແຕ່ງຕັ້ງໃຫ້ຮັບຜິດຊອບ
ກວດເບິ່ງການພົວພັນລະຫວ່າງຄະນະໂຄສະນາຫາສຽງຂອງທ່ານ ກັບຣັດເຊຍ
ນັ້ນ ອອກຈາກຕໍາແໜ່ງ, ອີງຕາມການຢືນຢັນຂອງທໍານຽບຂາວໃນວັນອັງຄານ
ວານນີ້.
ເມື່ອນັກຂ່າວຖາມກ່ຽວກັບວ່າປະທານາທິບໍດີ ດໍໂນລ ທຣໍາ ມີສິດອໍານາດທີ່ຈະປົດ
ໄອຍະການພິເສດ ໂຣເບີດ ມອລເລີ ອອກຈາກໜ້າທີ່ບໍ່ ທ່ານນາງ ຊາຣາ ຮັກກາບີ
ແຊນເດີສ ໂຄສົກປະຈໍາທໍານຽບຂາວ ເວົ້າວ່າ "ພວກເຮົາໄດ້ຮັບການແນະນໍາວ່າ ທ່ານປະທານາທິບໍດີ ແນ່ນອນແມ່ນມີສິດອໍານາດ ໃນການຕັດສິນໃຈທີ່ຈະເຮັດເຊັ່ນ
ນັ້ນໄດ້."
ພວກນັກຊ່ຽວຊານທາງກົດໝາຍຫລາຍຄົນເວົ້າວ່າ ທ່ານປະທານາທິບໍດີຕ້ອງໄດ້ກະ
ທໍາການເຊັ່ນນັ້ນ ໂດຍຜ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຣອດ ໂຣເຊັນ ສຕາຍນ໌
(Rod Rosenstein) ຜູ້ທີ່ສາມາດຈະປະຕິເສດເຮັດຕາມຄໍາສັ່ງຂອງທ່ານໄດ້.
ສະມາຊິກລັດຖະສະພາຈາກພັກເດໂມແຄຣັດຫລາຍຄົນ ແລະຈາກພັກຣີພັບບລິກັນ
ຈໍານວນນຶ່ງໃນລັດຖະສະພາ ໄດ້ເຕືອນວ່າ ການເຄື່ອນໄຫວຢ່າງຮຸນແຮງເຊັ່ນນັ້ນຈະ
ເຮັດໃຫ້ການເປັນປະທານາທິບໍດີຂອງທຣໍາຕົກຢູ່ໃນສະພາບທີ່ເປັນອັນຕະລາຍແລະ
ອາດເຮັດໃຫ້ເກີດວິກິດການທາງດ້ານລັດຖະທໍາມະນູນກໍເປັນໄດ້.
ທ່ານຈັກຄ໌ ແກຣສລີ (Chuck Grassley), ປະທານຄະນະກໍາມະການດ້ານຕຸລາການຂອງສະພາສູງ ກ່າວຕໍ່ນັກຂ່າວໂທລະພາບ CNN ໃນວັນອັງຄານວານນີ້ວ່າ "ຂ້າພະເຈົ້າຄິດວ່າ ການເຮັດແນວນັ້ນ ຈະເປັນການຂ້າໂຕຕາຍສໍາລັບ ທ່ານປະທານາທິບໍດີ" ຖ້າຫາກທ່ານປົດທ່ານມອລເລີອອກຈາກຕໍາແໜ່ງ. ທ່ານ ແກຣສລີຮຽກຮ້ອງໃຫ້ທ່ານທຣໍາປ່ອຍໃຫ້ການສືບສວນຂອງໄອຍະການພິເສດ ດໍາເນີນຕໍ່ໄປ.
ທ່ານ ທອມ ທີລລິສ (Thom Tillis) ແລະທ່ານລິນເຊ ແກຣມ (Lindsey Graham)
ສະມາຊິກສະພາສູງຈາກພັກຣີພັບບລິກັນພ້ອມກັບສະມາຊິກສະພາສູງຄຣິສ ຄູນສ໌ (Chris Coons) ແລະ ຄໍຣີ ບຣຸກເກີ (Cory Booker) ທີ່ສັງກັດພັກເດໂມແຄຣັດ ໄດ້
ສະໜັບສະໜຸນຕໍ່ການອອກຮ່າງກົດໝາຍໃຫ້ເພີ້ມການປົກປ້ອງວຽກງານຕ່າງໆຂອງພວກໄອຍະການພິເສດ.
ໜັງສືພິມນີວຢອກທາມສ໌ (New York Times) ລາຍງານໃນວັນອັງຄານວານນີ້ວ່າ
ທ່ານທຣໍາໄດ້ຮຽກຮ້ອງໃຫ້ປົດທ່ານມອລເລີ ອອກຈາກຕໍາແໜ່ງ ໃນເດືອນທັນວາທີ່
ຜ່ານມາ ແລະໃຫ້ປິດການສືບສວນຂອງທ່ານລົງ.
ລາຍງານຂ່າວຂອງໜັງສືພິມນີວຢອກທາມສ໌ ແມ່ນອີງໃສ່ການສໍາພາດພະນັກງານ
ໃນທໍານຽບຂາວຈໍານວນນຶ່ງ. ໜັງສືພິມດັ່ງກ່າວຍັງເວົ້າອີກວ່າ ທ່ານທຣໍາມີຄວາມບໍ່ພໍ
ໃຈ ທີ່ມີລາຍງານວ່າ ຫ້ອງການຂອງທ່ານມອລເລີໄດ້ອອກຄໍາສັ່ງຮຽກຮ້ອງເອົາເອກະ
ສານຕ່າງໆ ກ່ຽວກັບການເຮັດທຸລະກິດຂອງບໍລິສັດທ່ານກັບທະນາຄານດອຍສ໌
(Deutsche).
ລາຍງານດັ່ງກ່າວກັບກາຍວ່າເປັນເລື່ອງທີ່ບໍ່ຖືກຕ້ອງ. ແຕ່ວ່າ ເລື່ອງຢູ່ໃນໜັງສືພິມ
ນີວຢອກທາມສ໌ ໄດ້ສະແດງໃຫ້ເຫັນເຖິງສະພາບຄວາມຄິດຂອງທ່ານທຣໍາ ເມື່ອເວົ້າ
ເຖິງຄວາມເປັນໄປໄດ້ທີ່ທ່ານມອລເລີຈະຂະຫຍາຍການສືບສວນຂອງທ່ານຈາກ
ການກວດເບິ່ງການແຊກແຊງເຂົ້າໃນການເລືອກຕັ້ງຂອງຣັດເຊຍ ໄປກວມເອົາບັນ
ຫາອື່ນໆອີກ ທີ່ກ່ຽວຂ້ອງກັບທ່ານປະທານາທິບໍດີ.
ຮອງລັດຖະມົນຕີກະຊວງຍຸຕິທໍາ ຣອດ ໂຣເຊັນສຕາຍນ໌ (Rod Rosenstein) ເຫັນ
ວ່າຕົນເອງເປັນຄົນທີ່ຢູ່ໃນເປົ້າໝາຍເພາະວ່າທ່ານແຈຟ ແຊສສັນ (Jeff Sessions)
ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຖອນຕົວ ຈາກການເປັນຜູ້ຮັບຜິດ ຊອບໃນການສືບ
ສວນເລື່ອງຣັດເຊຍ.