ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ຈະພົບປະກັບ ປະທານາທິບໍດີ ເກົາຫຼີໃຕ້ ກ່ຽວກັບ ການຮັບມື ກັບທ່ານ ຄິມ ຈອງ ອຶນ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ແລະ ພັນລະຍາທ່ານນາງ ຄິມ ຈຸງ ສຸກ ຍົກມືລາ ກ່ອນເດີນທາງໄປ ສະຫະລັດ ຢູ່ສະໜາມບິນ ກອງທັບໃນເມືອງ ຊອງນາມ, ເກົາຫຼີໃຕ້. 28 ມິຖຸນາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ແລະ ພັນລະຍາທ່ານນາງ ຄິມ ຈຸງ ສຸກ ຍົກມືລາ ກ່ອນເດີນທາງໄປ ສະຫະລັດ ຢູ່ສະໜາມບິນ ກອງທັບໃນເມືອງ ຊອງນາມ, ເກົາຫຼີໃຕ້. 28 ມິຖຸນາ 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ​ໄດ້ຈັດງານລ້ຽງຄັອກແທລ ແລະ ອາຫານ
ຄໍ່າ ເພື່ອຕ້ອນຮັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ໃນຕອນແລງວັນພະ
ຫັດມື້ນີ້, ເປັນການເລີ່ມຕົ້ນໃນການເຈລະຈາໃນວັນຕໍ່ໄປ ກ່ຽວກັບ “ໄພຂົ່ມຂູ່ທີ່ມີຄວາມ
ສຸກເສີນຢ່າງຍິ່ງຂອງ ເກົາຫຼີເໜືອ,” ອີງຕາມຄຳເວົ້າ ຂອງເຂົ້າໜ້າທີ່ອາວຸໂສທຳນຽບຂາວ.

ມັນຈະເປັນຄັ້ງທຳອິດທີ່ຜູ້ນຳທັງສອງທ່ານໄດ້ພົບປະກັນ.

ທ່ານ Moon, ແມ່ນນັກເສລີນິຍົມ, ໄດ້ເຂົ້າດຳລົງຕຳແໜ່ງໃນຕົ້ນເດືອນທີ່ຜ່ານມາ, ສືບ
ທອດໜ້າທີ່ແທນທ່ານນາງ Park Guen-hye ທີ່ຖືກຟ້ອງປົດອອກຈາກຕຳແໜ່ງ, ຜູ້ທີ່
ເປັນທີ່ຮູ້ຈັກກັນດີໃນການຢືນຢັດທີ່ໜັກແໜ້ນຕໍ່ ເກົາຫຼີເໜືອ.

ທ່ານ Gary Samore ຜູ້ອຳນວຍການບໍຫານການຄົ້ນຄວ້າ ທີ່ສູນ Belfer ຂອງມະຫາວິທະຍາໄລ Harvard ກ່າວວ່າ “ມັນຈະເປັນການພົບປະພ້ອມກັບຄວາມບໍ່ແນ່ນອນຢ່າງຫຼວງຫຼາຍ ກ່ຽວກັບວ່າ ປະທານາ ທິບໍດີ ທັງສອງທ່ານຈະສາມາດຕົກລົງກັນ ກ່ຽວກັບ ນະໂຍບາຍທົ່ວໄປຕໍ່ ເກົາຫຼີເໜືອ ໄດ້ຫຼືບໍ່ ໃນເລື່ອງຂອງກົນລະຍຸດສະເພາະເຈາະຈົງ.”

ເຈົ້າໜ້າທີ່ອາວຸໂສ ສະຫະລັດ ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມລາຍງານ ກ່ຽວກັບ ຄວາມເປັນມາວ່າ ສຳລັບການພົບປະລະຫວ່າງທ່ານ ທຣຳ ແລະ ທ່ານ ມູນ ນັ້ນ, “ການ
ສ້າງສາຍສຳພັນ”
ຈະເປັນສິ່ງທີ່ມີຄວາມສຳຄັນກວ່າສິ່ງອື່ນ, ໂດຍພິຈາລະນາເຖິງວິທີທີ່
ພວກເພິ່ນຈະເຮັດວຽກຮ່ວມກັນແນວໃດ.

ທ່ານ Frank Januzzi ປະທານມູນນິທິ Mansfield ໄດ້ກ່າວວ່າ “ຄວາມຫ່ວງທີ່ໃຫຍ່ທີ່
ສຸດຂອງຂ້າພະເຈົ້າກໍແມ່ນວ່າ ປະທານາທິບໍດີ ມູນ ຄົງຢາກຈະເວົ້າເລື່ອງສິ່ງທ້າທາຍ
ຂອງນະໂຍບາຍທີ່ໜັກແໜ້ນ, ຫຼາຍກວ່າເພັ່ງເລັງໃສ່ການສ້າງສາຍສຳພັນ ກັບປະທາ
ນາທິບໍດີ ທຣຳ.”

ທ່ານ Samore, ເຈົ້າໜ້າທີ່ສູນກາງຫ້າມ​ແຜ່ຜາຍອາວຸດນິວເຄລຍແລະ ຄວບຄຸມອາວຸດ
ໃນລັດຖະບານຂອງທ່ານ Clinton ແລະ ໂອບາມາ ໄດ້ກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າ
ເຊື່ອວ່າ ທ່ານ ມູນ ເດີນ ທາງມາ ວໍຊິງຕັນພ້ອມກັບຂໍ້ສະເໜີທີ່ສະເພາະເຈາະຈົງຫຼາຍ,
ຖ້າຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຕົກລົງທີ່ຈະຢຸດການທົດລອງລະເບີດນິວ
ເຄລຍ ແລະ ລູກສອນໄຟ, ມັນໜ້າຈະເປີດໂອກາດໃຫ້ມີການພົວພັນທາງການທູດ, ເຊິ່ງ
ພວກເຂົາເຈົ້າຈະພະຍາຍາມເພື່ອເປີດການເຈລະຈາ ສຳລັບການປົດອາວຸດນິວເຄລຍ
ໃນທີ່ສຸດ. ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ທ່ານ ທຣຳ ຈະຢູ່ໃນຖານະ ທີ່ຈະຮັບເອົາຂໍ້ສະເໜີນັ້ນ
ໄດ້ ຫຼື ບໍ່.”

ທ່ານ ທາໂຣ ໂອ, ຜູ້ຊ່ວຍຮ່ວມງານໃນ ສະພາ ປາຊີຟິກ CSIS ໄດ້ສະແດງຄວາມເຫັນ
ດ້ວຍ, ໂດຍກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ຂໍ້ຄວາມຂອງທ່ານ ມູນ ແລະ ການປະທ້ວງ
ຫຼາຍຄັ້ງໃນ ເກົາຫຼີໃຕ້ ຈະຊ່ວຍໃຫ້ມີການກຳນົດສະຖານະພາບໃນແງ່ບວກ ສຳລັບກອງ
ປະຊຸມໃຫຍ່ນີ້.”

ແຕ່ທ່ານ ໂອ ໄດ້ສະແດງຄວາມຫວັງວ່າ ພັນທະມິດມີທີ່ມີມາຍາວນານ “ຈະມີຜົນໃນ
ການເຮັດໃຫ້ສະບາຍໃຈຂຶ້ນ.”

ບັນດາເຈົ້າໜ້າທີ່ ສະຫະລັດ ກໍໄດ້ມອງຂ້າມ ຄວາມເປັນໄປໄດ້ໃນການບໍ່ເຫັນພ້ອມກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG