ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຜ່າຍແພ້ ໃນຄວາມພະຍາຍາມ ຂໍ້ໃຫ້ຍົກຟ້ອງຄະດີ ກ່ຽວກັບ 'ເອກະສານບັກທຶກສ່ວນຕົວ'


ຮູບນີ້ເປັນສ່ວນນຶ່ງຂອງຄຳຟ້ອງຮ້ອງຄະດີອະດີດປະທານາທິບໍດີຂອງສະຫະລັດ ທ່ານ ດໍໂນລ ທຣຳ ທີ່ສະແດງໃຫ້ເຫັນກ່ອງບັນທຶກ ທີ່ເກັບມ້ຽນໄວ້ໃນບ້ານພັກ Mar-a-Lago ໃນຟາມບີດຈ໌, ລັດຟລໍຣີດາ. ຜູ້ພິພາກສາຂອງລັດຖະບານກາງ ໃນວັນທີ 4 ເມສາ 2024 ປະຕິເສດຂໍ້ໂຕ້ແຍ້ງຂອງທຣຳ ທີ່ວ່າເອກະສານດັ່ງກ່າວເປັນບັນທຶກສ່ວນຕົວຂອງທ່ານ.
ຮູບນີ້ເປັນສ່ວນນຶ່ງຂອງຄຳຟ້ອງຮ້ອງຄະດີອະດີດປະທານາທິບໍດີຂອງສະຫະລັດ ທ່ານ ດໍໂນລ ທຣຳ ທີ່ສະແດງໃຫ້ເຫັນກ່ອງບັນທຶກ ທີ່ເກັບມ້ຽນໄວ້ໃນບ້ານພັກ Mar-a-Lago ໃນຟາມບີດຈ໌, ລັດຟລໍຣີດາ. ຜູ້ພິພາກສາຂອງລັດຖະບານກາງ ໃນວັນທີ 4 ເມສາ 2024 ປະຕິເສດຂໍ້ໂຕ້ແຍ້ງຂອງທຣຳ ທີ່ວ່າເອກະສານດັ່ງກ່າວເປັນບັນທຶກສ່ວນຕົວຂອງທ່ານ.

ຜູ້ພິພາກສາຂອງລັດຖະບານກາງ ໃນວັນພະຫັດວານນີ້ ໄດ້ປະຕິເສດການໂຕ້ແຍ້ງຂອງທ່ານ ດໍໂນລ ທຣຳ ທີ່ວ່າ ຄະດີຄວາມທີ່ກ່າວຫາອະດີດປະທານາທິບໍດີສະຫະລັດ ວ່າເກັບເອກະສານລັບໄວ້ຢ່າງຜິດກົດຫມາຍ ຄວນຖືກໂຍນອອກໄປ ໂດຍອີງໃສ່ການໂຕ້ແຍ້ງຂອງທ່ານ ທີ່ວ່າພວກມັນເປັນບັນທຶກເອກະສານສ່ວນຕົວຂອງທ່ານ ແທນທີ່ຈະເປັນຊັບສິນຂອງລັດຖະບານ.

ທ່ານ ນາງ ໄອລິນ ແຄນນອນ (Aileen Cannon) ຜູ້​ພິພາກສາ​ເຂດເມືອງຂອງສະຫະລັດ ຢູ່ໃນ​ລັດຟລໍຣີດາ ​ໄດ້​ຕັດສິນ​ຄັດຄ້ານຄໍາ​ຮ້ອງຂອງ​ທະ​ນາຍ​ຄວາມ​ ​ທ່ານ ທຣຳ ​ທີ່ຂໍໃຫ້ຍົກ​ຟ້ອງຄະດີນີ້ ໃນການ​ຕັດສິນ​ຄັ້ງ​ຫລ້າ​ສຸດ​ຂອງ​ທ່ານ​ນາງ ທີ່ອະນຸຍາດໃຫ້ຄະດີນີ້, ເຊິ່ງ​ເປັນນຶ່ງ​ໃນ​ສີ່ຄະດີຂອງ​ຂໍ້​ກ່າວ​ຫາ​ທາງ​ອາຍາ​ຕໍ່​ທ່ານທຣຳ, ​ດຳ​ເນີນ​ຕໍ່ໄປ.

ທ່ານ ທຣຳ ໄດ້ໂຕ້ແຍ້ງວ່າ ການເກັບຮັກສາເອກະສານ ທີ່ມີຄວາມລະອຽດອ່ອນສູງຂອງທ່ານ ຢູ່ໃນບ້ານພັກ Mar-a-Lago ໃນລັດ ຟລໍຣີດາ ຫຼັງຈາກອອກຈາກຕໍາແຫນ່ງໃນປີ 2021 ໄດ້ຮັບອະນຸຍາດພາຍໃຕ້ກົດຫມາຍຂອງສະຫະລັດ ທີ່ອະນຸຍາດໃຫ້ອະດີດປະທານາທິບໍດີ ເກັບຮັກສາບັນທຶກເອກະສານສ່ວນຕົວທີ່ບໍ່ກ່ຽວຂ້ອງກັບຄວາມຮັບຜິດຊອບ ທີ່ເປັນທາງການຂອງພວກເຂົາເຈົ້າ.

ບັນດາໄອຍະການໃນຄະດີທີ່ນຳມາໂດຍໄອຍະການພິເສດ ທ່ານ ແຈັກ ສມິທ (Jack Smith) ໄດ້ກ່າວວ່າ ເອກະສານດັ່ງກ່າວ ກ່ຽວຂ້ອງກັບເລື່ອງການທະຫານ ແລະການສືບລັບຂອງສະຫະລັດ, ລວມທັງລາຍລະອຽດກ່ຽວກັບໂຄງການນິວເຄລຍຂອງອາເມຣິກັນ, ແລະບໍ່ສາມາດຕີຄວາມໝາຍໄດ້ວ່າ ເປັນເລື້ອງສ່ວນຕົວ.

ທ່ານນາງ ແຄນນອນ (Cannon) ໄດ້ສະແດງຄວາມສົງໄສ ຢູ່ໃນການໄຕ່ສວນຂອງສານ ໃນວັນທີ 14 ມີນານີ້ ວ່າ ຄະດີນີ້ ຄວນຈະໄດ້ຮັບການຍົກຟ້ອງໂດຍອີງໃສ່ການໂຕ້ຖຽງຂອງທ່ານ ທຣຳ ຫຼືບໍ່ ແຕ່ໄດ້ກ່າວໃນເວລານັ້ນ ວ່າ ຄະດີນີ້ ອາດຈະມີ "ແຮງຜັກດັນບາງຢ່າງ" ໃນການຕໍ່ສູ້ຄະດີ. ຜູ້ພິພາກສາ ໃນວັນທີ 18 ມີນາ ຕໍ່ມາໄດ້ສັ່ງໃຫ້ຝ່າຍຮ້ອງຟ້ອງ (ໂຈດ) ແລະ ຝ່າຍຈຳເລີຍ ໃຫ້ສະເໜີຄຳແນະນຳສຳລັບຄະນະຕຸລາການ ໂດຍອີງໃສ່ສອງສະຖານະການທາງກົດໝາຍ ໂດຍສົມມຸດວ່າ ການໂຕ້ແຍ້ງຂອງທ່ານ ທຣຳ ຈະມີບົດບາດຢູ່ໃນການພິຈາລະນາຄະດີ.

ທ່ານ ສມິທ ໄດ້ຕອບໂຕ້ຕໍ່ຄຳສັ່ງນັ້ນ ຊຶ່ງບັນດາໄອຍະການ ໄດ້ໂຕ້ແຍ້ງເປັນການອ້າງອີງໃນຫຼັກຖານທີ່ມີຂໍ້ບົກຜ່ອງທີ່ວ່າ ກົດໝາຍເອກະສານບັນທຶກຂອງປະທານາທິບໍດີ ນັ້ນ ແມ່ນມີຄວາມກ່ຽວຂ້ອງກັບການທີ່ທ່ານທຣຳ ໄດ້ຮັບອະນຸຍາດໃຫ້ເກັບຮັກສາເອກະສານລັບທັງຫຼາຍນັ້ນ ຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG