ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຫຼັງຈາກ ພິທີຕ້ອນຮັບ ທີ່ໃຫຍ່ໂຕ ມະໂຫລານ ນາຍົກ ເມ ຈັດກອງປະຊຸມ ເຈລະຈາ ກັບ ປ. ທຣຳ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ການຈາກຊ້າຍ, ແລະ ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ, ກາງຈາກຂວາ, ເຂົ້າຮ່ວມກອງປະຊຸມໂຕະມົນ ຢູ່ທີ່ ພະຣາຊະວັງ St. James, ນະຄອນຫຼວງລອນດອນ, ເມື່ອວັນທີອັງຄານ ທີ 4 ມິຖຸນາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ການຈາກຊ້າຍ, ແລະ ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ, ກາງຈາກຂວາ, ເຂົ້າຮ່ວມກອງປະຊຸມໂຕະມົນ ຢູ່ທີ່ ພະຣາຊະວັງ St. James, ນະຄອນຫຼວງລອນດອນ, ເມື່ອວັນທີອັງຄານ ທີ 4 ມິຖຸນາ 2019.

ນາຍົກລັດຖະມົນຕີ ເທີຣີຊາ ເມ ​ແລະປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
​ຕ່າງ​ກໍ​ໃຫ້​ສັນ​ຍານໃນວັນອັງຄານມື້ນີ້​ວ່າ​ ພວກ​ຕົນ​ຈະ​ຂະ​ຫຍາຍ​ການ​ຄ້າລະ​ຫວ່າງ
​ປະ​ເທດ​ທັງ​ສອງ ໃນ​ຂະ​ນະ​ທີ່​ພວກ​ທ່ານ​ເລີ້ມ​ການ​ພົບ​ປະ​ກັນ​ຫຼາຍໆຮອບ ຢູ່ນະຄອນ
ຫຼວງລອນດອນ.

ໃນ​ການ​ຖະ​ແຫຼງ​ຢູ່ກອງ​ປະ​ຊຸມ​ໂຕະ​ມົນ​ທຸ​ລະ​ກິດນັ້ນ ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານຄິດ​ວ່າ
ທັງ​ສອງ​ຝ່າຍ​ຈະ​ສາ​ມາດ​ບັນ​ລຸ “ຂໍ້​ຕົກ​ລົງ​ການ​ຄ້າ​ຂາຍ​ໃນ​ຂອບ​ເຂດ​ທີ່ກວ້າງ​ໃຫຍ່​”
ທີ່ “ເປັນ​ທຳ​ ຫຼາຍ​ທີ່​ສຸດ.”

ທ່ານ​ນາງ​ເມ ກ່າວ​ວ່າ ອັງ​ກິດ​ແລະ​ສະ​ຫະ​ລັດ ສາ​ມາດ​ຂະ​ຫຍາຍ​ການ​ເປັນ​ພາຄີ​ທາງ
​ດ້ານ​ເສດ​ຖະ​ກິດ ດ້ວຍ​ຂໍ້​ຕົກ​ລົງ​ການ​ຄ້າ​ສອງ​ຝ່າຍ ແລະ​ລັດ​ຖະ​ບານ​ຂອງທ່ານ​ນາງ​
ເຊື່ອ​ວ່າ “ຈະ​ຮັກ​ສາ​ໃຫ້​ຕະ​ຫຼາດ​ມີ​ຄວາມເສ​ລີ ເປັນ​ທຳ ແລະ​ເປີດກວ້າງ.”

ທ່ານ​ທຣຳ​ຢາກ​ໃຫ້​ມີ​ຂໍ້​ຕົກ​ລົງ​ການ​ຄ້າ​ໃໝ່​ກັບ​ຄູ່​ການ​ຄ້າ​ທີ່​ສຳ​ຄັນ​ໆ​ຂອງ​ສະ​ຫະ​ລັດ
ຮວມ​ທັງ​ຈີນ ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ໃຫ້​ເງື່ອນ​ໄຂ​ຕ່າງໆ​ ເປັນ​ມິດ​ຫຼາຍ​ຂຶ້ນ​ຕໍ່
ສະ​ຫະ​ລັດ.

ທ່ານທຣຳ ແລະພັນລະຍາທ່ານນາງ ເມີລາເນຍ ຕໍ່ຈາກນັ້ນ ກໍຈະຮ່ວມຮັບປະທານ
ອາຫານຄ່ຳກັບເຈົ້າຟ້າຊາຍ ຊາຣ​ລສ໌ ແລະມະເຫສີ ຄາມີລລາ ແຫ່ງ ໂຄຣວອລ.

ໃນວັນຈັນວານນີ້ ເປັນວັນທີ່ເຕັມໄປດ້ວຍການຕ້ອນຮັບ ທີ່ໃຫຍ່ໂຕມະໂຫລານ ແລະ
ໃນພິທີທີ່ພະລາຊີນີ ເອລີຊາເບັດ ແຫ່ງອັງກິດ ກໍໄດ້ສະເດັດມາຕ້ອນຮັບປະທານາທິບໍດີ
ທຣຳ ແລະທ່ານນາງເມີລາເນຍ ຫຼັງຈາກທີ່ພວກເພິ່ນ ເດີນທາງໄປເຖິງພະຣາຊະວັງ
ບັກກິງແຮມ ໂດຍເຮລີຄັອບເຕີ. ພາຍຫຼັງພິທີຕ້ອນຮັບ ທີ່ປະກອບດ້ວຍ ການຍິງປືນໃຫຍ່
ຄຳນັບ 41 ຄັ້ງແລ້ວ ທ່ານທຣຳ ພ້ອມກັບພັ​ນລະຍາ ໄດ້ຮັບປະທານອາຫານທ່ຽງແບບ
ສ່ວນຕົວ ກັບພະລາຊີນີ ແລະຕໍ່ຈາກນັ້ນ ກໍໄດ້ທ່ຽວຊົມຫ້ອງສະແດງຮູບແຕ້ມຂອງ
ພະຣາຊະວັງ.

ສ່ວນທີ່ເຫຼືອຂອງວັນດຽວກັນນັ້ນ ປະກອບດ້ວຍ ການກວດກອງທະຫານອາລັກຂາ
ກຽດຕິຍົດ ທີ່ປະກອບດ້ວຍໜ່ວຍອາລັກຂາເກຣນາເດຍ ຕໍ່ຈາກນັ້ນການທ່ຽວຊົມໂບດ ແວສມິນສ໌ເຕີ ແອບບີ ທີ່ເປັນສະຖານທີ່ແຫ່ງປະຫວັດສາດ ຕິດຕາມດ້ວຍການດື່ມນ້ຳຊາ
ກັບເຈົ້າຟ້າຊາຍ ຊາຣ​ລສ໌ ຢູ່ພະຣາຊາວັງໃນນະຄອນລອນດອນ ແລະມ້ວນທ້າຍດ້ວຍ
ການໄປທີ່ພັກ ແຄລເຣນສ໌ ຮ້າວສ໌ ຂອງພະຣາຊະວັງ.

ແຕ່ຈຸດສຳຄັນຂອງວັນດັ່ງກ່າວ ແມ່ນງານລ້ຽງຢ່າງເປັນທາງການ ແບບໃສ່ກາລະວັດ
ຂາວແລະໃສ່ມົງກຸດຢູູ່ທີ່ ພະຣາຊະວັງບັກກິງແຮມ. ນອກເໜືອຈາກພະຣາຊີນີ ແລະ
ເຈົ້າ​ຊາຍຟີລິບ ກໍຍັງມີບັນດາຣາຊາວົງອື່ນໆ ມາຮ່ວມໃນພິທີດັ່ງກ່າວ ໂດຍລວມມີ
ເຈົ້າຟ້າຊາຍ ຊາຣ​ລສ໌ ແລະມະເຫສີ ຄາມີລລາ ແລະເຈົ້າຟ້າຊາຍ ວີລລ້ຽມ ແລະມະເຫສີ
ເຄັຕ ແຫ່ງ ເຄມບລິຈ.

ຢູ່ໃນງານລ້ຽງນັ້ນ ກໍຍັງມີພວກລູກຜູ້ໃຫຍ່ຂອງທ່ານທຣຳມາຮ່ວມນຳ ປະກອບດ້ວຍ
ທ່ານດໍໂນລ ທຣຳ ຈູເນຍ ທ່ານນາງອີວັງກາ ທຣຳ ແລະສາມີຂອງທ່ານນາງ ທ່ານຈາເຣດ
ຄຸສເນີ ທ່ານແອຣິກ ທຣຳ ແລະພັນລະຍາ ທ່ານນາງລາຣາ ແລະ ທ່ານນາງ ທິຟຟານີ ທຣຳ.

ທ່ານທຣຳ ໄດ້ກ່າວໃນການຍົກຈອກເພື່ອອວຍໄຊວ່າ ການປົດປ່ອຍຫຼາຍລ້ານຄົນຈາກ
ລະບອບການປົກຄອງແບບຜະເດັດການ ໃນສົງຄາມໂລກ ຄັ້ງທີ 2 ວ່າ “ໄດ້ຖືກຈາລຶກໄວ້
ຕະຫຼອດການ”
ຄວາມຜູກພັນລະຫວ່າງອັງກິດ ແລະສະຫະລັດ.

Amid Pageantry of Buckingham Palace Visit, Trump's Comments Unsettles Host
please wait

No media source currently available

0:00 0:02:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG