ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ກ່າວ​ວ່າ ການ​ນຳ​ເຂົ້າ ​ຍວດ​ຍານ​ພະ​ຫະ​ນະ ບາງ​ຊະ​ນິດ ເປັນໄພ​​​ຂົ່ມ​ຂູ່ ຕໍ່​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ


ລົດ​ສຸ​ບາ​ຣຸ​ ທີ່​ຫາ​ກໍ​ຜະ​ລິດ​ໃໝ່ໆ ພວມ​ລໍ​ຖ້າ​ການ​ສົ່ງ​ອອກ ທີ່​ທ່າ​ກຳ​ປັ່ນ​ໂຢ​ໂກ​ຮາ​ມາ ໃນ​ປະ​ເທດ​ຍີ່​ປຸ່ນ. (ວັນ​ທີ 30 ພຶດ​ສະ​ພາ 2017)
ລົດ​ສຸ​ບາ​ຣຸ​ ທີ່​ຫາ​ກໍ​ຜະ​ລິດ​ໃໝ່ໆ ພວມ​ລໍ​ຖ້າ​ການ​ສົ່ງ​ອອກ ທີ່​ທ່າ​ກຳ​ປັ່ນ​ໂຢ​ໂກ​ຮາ​ມາ ໃນ​ປະ​ເທດ​ຍີ່​ປຸ່ນ. (ວັນ​ທີ 30 ພຶດ​ສະ​ພາ 2017)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ວ່າ ​ການ​ນຳ​ເຂົ້າຍວດ​ຍານ
​ພາ​ຫະ​ນະ​ບາງ​ຊະ​ນິດ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ ແຕ່ກໍ​ໄດ້ເລື່ອນການ
​ຕັດ​ສິນ ໃນ​ການ​ເກັບ​ພາ​ສີ​ອອກ​ໄປເຖິງ 6 ເດືອນຕໍ່​ການ​ນຳ​ເຂົ້າ​ຍວດຍານ​ພາ​ຫະ​ນະ
ຈາກ​ຢູ​ໂຣບ ​ແລະ​ຍີ່​ປຸ່ນ.

ໃນ​ຂະ​ນະ​ທີ່​ການ​ເລື່ອນ​ເວ​ລາ​ອອກ​ໄປ​ດັ່ງ​ກ່າວນີ້ ​ພາ​ໃຫ້​ມີ​ການ​ຫຼີກ​ເວັ້ນ​ຕໍ່​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ທາງການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ ​ກັບຢູ​ໂຣບ​ແລະ​ຍີ່​ປຸ່ນ, ​ຊຶ່ງການ​ ​ກຳ​ນົດ​ໃຫ້ພາ​ຫະ​ນະ​ບາງ​ຊະ​ນິດ​ຂອງ​ຕ່າງ​ປະ​ເທດ ​ເປັນ​ໄພ​ຂົ່​ມ​ຂູ່​ທາງ​ດ້ານ​ຄວາມ​ປອດ​ໄພນັ້ນ ໄດ້​ສ້າງຄວາມໂກດ​ແຄ້ນ​ແກ່​ພວກ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຍົນ​ທັງ​ຫຼາຍ.

ກຸ່​ມ​ຕົວ​ແທນ​ຂອງ​ບໍ​ລິ​ສັດຜະ​ລິດ​ລົດຍົນທີ່​ສຳ​ຄັນໆຂອງ​ເຢຍ​ຣະ​ມັນ​ແລະ​ເອ​ເຊຍ
​ຮວມ​ທັງ Daimler AG, ບໍ​ລິ​ສັດ​ລົດ Toyota, Volkswagen, ບໍ​ລິ​ສັດ​ລົດ Honda ແລະບໍ​ລິ​ສັດ​ລົດ Nissan, ​ຕ່າງ​ກໍເອີ້ນ​ການປະ​ກາດກ່ຽວ​ກັບ​ການ​ນຳ​ເຂົ້າລົດ​ຍົນບາງ​ຊະ​ນິດ​ເປັນ​ການ​ສ່ຽງ​ທາງ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ນັ້ນ​ວ່າ ແບບ "ໄຮ້​ສາ​ລະ."

ສະ​ມາ​ຄົມ​ຜູ້​ຈຳ​ໜ່ວຍ​ຍວດ​ຍານ​ພາ​ຫະ​ນະນາໆ​ຊາດ​ຂອງ​ອາ​ເມ​ຣິ​ກັນ ໄດ້​ກ່າວ​ວ່າ ບໍ​ລິ​ສັດ​ຜະ​ລິດ​ລົດ​ຍົນ​ທັງ​ຫຼາຍ ໄດ້​ລົງ​ທຶນ​ລົງ​ຮອນ​ຈຳ​ນວນ​ຫຼາຍ​ພັນ​ລ້ານ​ໂດ​ລາ​ເຂົ້າ​ໃນບ່ອນຜະ​ລິດ​ຕ່າງໆ ໃນ​ສະ​ຫະ​ລັດ ໃນ​ຮອບ​ຫຼາຍໆ​ປີຜ່ານ​ມາ​ນີ້ ແລະ​ໄດ້​ກ່າວ​ວ່າ “ໃນ​ທີ່​ສຸດ ທ່ານ​ກໍ​ສາ​ມາດ​ທີ່​ຈະເກັບ​ພາ​ສີ ຫຼື​ບໍ່ ກໍ​ການ​ລົງ​ທຶນ, ແຕ່​ວ່າ ທ່ານ​ບໍ່​ສາ​ມາດ​ທີ່​ຈະ​ເຮັດທັງ​ສອງ​ຢ່າງ​ໄດ້.”

ບໍ​ລິ​ສັດ​ລົດ Toyota ໄດ້​ກ່າວ​ວ່າ ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ ​ແມ່ນ​ເປັນ​ການ​ເຕືອນ​ວ່າ “ການ​ລົງ​ທຶນ​ຂອງ​ພວກ​ເຮົາ​ ແມ່ນ​ບໍ່ຍິນ​ດີຕ້ອນ​ຮັບ.”

ໃນ​ການ​ປະ​ກາດ​ດັ່ງ​ກ່າວ​ ໃນວັນ​ສຸກວານນີ້, ທ່ານ​ທ​ຣຳໄດ້​ອະ​ທິ​ບາຍ​ວ່າ ອຸດ​ສາ​ຫະ​ກຳ​ຜະ​ລິດ​ລົດ​ຍົນ​ຂອງສະ​ຫະ​ລັດພວມປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຫຼຸດ​ຖອຍຍ້ອນ​ ແຂ່ງ​ຂັນ​ກັບຕ່າງ​ປະ​ເທດ ທີ່​ບໍ່​ຍຸ​ຕິ​ທຳ​ນັ້ນ.

ທ່ານໄດ້​ກ່າວ​ວ່າ ທ່ານ​ໄດ້​ຕົກ​ລົງ​ເຫັນ​ພ້ອມກັບການ​ສຶກ​ສາ​ຂອງກະ​ຊວງ​ການ​ຄ້າ
ທີ່​ໄດ້​ພົບ​ເຫັນ​ວ່າ ລົດ​ ແລະ​ລົດ​ບັນ​ທຸກ ​ທີີ່ນຳ​ເຂົ້າບາງຊະ​ນິດ​ ເປັນ​ໄພ​ຂົ່ມ​ຂູ່ຕໍ່ ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ, ແຕ່​ວ່າ ທ່ານ​ໄດ້​ຍຸ​ຕິ ບໍ່​ລະ​ບຸ​ເຖິງ​ຊື່​ລົດ ຫຼື ເຄື່ອງອາ​ໄ​ຫລ່​ລົດ​ແບບ​ສະ​ເພາະ​ເຈາະ​ຈົງ.

​ລາຍ​ງານ​ຂອງກະ​ຊວງ​ການ​ຄ້າ ໄດ້ລະ​ບຸ​ວ່າ ຕະ​ຫຼາດ​ລົດ​ຍົນໃນສະ​ຫະ​ລັດ ​ທີ່ມີ​ສ່ວນ​ແບ່ງຫຼຸດ​ນ້ອຍ​ຖອຍ​ລົງນັ້ນ ​ແມ່ນ​ເປັນ​ໄພ​ອັນ​ຕະ​ລາຍ ​ຕໍ່ການຄົ້ນ​ຄວ້າແລະການພັດ​ທະ​ນາ​ລົດ​ຍົນ ຊຶ່ງ​ລາຍ​ງານ​ເວົ້າ​ວ່າ ມີ​ຄວາມສຳ​ຄັນ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ.

ການ​ເລື່ອນ​ເວ​ລາ​ໃນ​ການ​ເກັບ​ພາ​ສີ​ດັ່ງ​ກ່າວ​ ເຮັດ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ
ມີ​ເວ​ລາເພີ້ມ​ຕື່ມ ​ທີ່​ຈະ​ບັນ​ລຸຂໍ້​ຕົກ​ລົງກັບ​ຍີ່​ປຸ່ນ ແລະ​ສະ​ຫະ​ພາບຢູ​ໂຣບ ໃນ​ການ ​ເຈ​ລະ​ຈາ​ການ​ຄ້າ​ນັ້ນ.

U.S. President Donald Trump has declared that some imported vehicles pose a national security threat but delayed a decision for up to six months to impose tariffs on autos from the European Union and Japan.

While the delay averts an escalation in the trade dispute between the United States, Europe and Japan, the designation of some foreign vehicles as a security threat drew anger from automakers.

A group representing major German and Asian automakers including Daimler AG, Toyota Motor Corp, Volkswagen AG, Honda Motor Co and Nissan Motor Co, called the declaration that some auto imports are a national security risk "absurd."

The American International Automobile Dealers Association said automakers have invested billions of dollars in facilities in the United States in recent years and said, "At the end of the day, you can have tariffs or investment, but you can't have both."

Toyota Motor Corp said the move sends a message that "our investments are not welcomed."

In his proclamation on Friday, Trump described the U.S. auto industry as facing a decline due to unfair foreign competition. He said he agreed with a Commerce Department study that found some imported cars and trucks threaten to harm national security, but he stopped short of naming specific vehicles or parts.

The Commerce Department report said that the United States' shrinking share of the auto market jeopardized its research and development of vehicles, which it said was vital to national security.

The delay in imposing tariffs gives the Trump administration more time to reach a deal with Japan and the European Union in ongoing trade talks.

"If agreements are not reached within 180 days, the president will determine whether and what further action needs to be taken,'' White House press secretary Sarah Sanders said in a statement.

XS
SM
MD
LG