ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ສຸດຍອດ ທ່ານ ທຣຳ ກັບ ທ່ານ ກິມ ກໍ່ໃຫ້ເກີດ ການໂຕ້ແຍ້ງ ໃນສະພາ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຍ່າງອອກຈາກ ການຮັບປະທານອາຫານທ່ຽງ ຂອງພວກເພິ່ນ ຢູ່ບ້ານພັກຕາກອາກາດ ກາແປລລາ, ເກາະ ເຊັນໂຕຊາ, ປະເທດ ສິງກະໂປ. 12 ມິຖຸນາ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຍ່າງອອກຈາກ ການຮັບປະທານອາຫານທ່ຽງ ຂອງພວກເພິ່ນ ຢູ່ບ້ານພັກຕາກອາກາດ ກາແປລລາ, ເກາະ ເຊັນໂຕຊາ, ປະເທດ ສິງກະໂປ. 12 ມິຖຸນາ, 2018.

ບັນດາສະມາຊິກສະພາ ອາເມຣິກັນ ໄດ້ມີຄວາມເຫັນບໍ່ຕົງກັນຢ່າງຍິ່ງ ໃນການຕອບ
ສະໜອງຕໍ່ການພົບປະເຊິ່ງໜ້າຄັ້ງທຳອິດໃນປະຫວັດສາດ ລະຫວ່າງປະທານທິບໍ
ດີ ສະຫະລັດ ທີ່ຍັງກຳຕຳແໜ່ງກັບຜູ້ນຳ ເກົາຫຼີເໜືອ.

ປະທານາທິບໍດີ ດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ສ້າງປະ
ຫວັດສາດດ້ວຍການພົບປະກັນ ທີ່ປະເທດ ສິງກະໂປ ເມື່ອວັນອັງຄານວານນີ້, ເຊິ່ງ
ໄດ້ສິ້ນສຸດລົງດ້ວຍການໃຫ້ຄຳໝັ້ນສັນຍາຂອງ ພຽງຢາງ “ທີ່ຈະປົດອາວຸດນິວເຄລຍ
ໃນແຫຼມ ເກົາຫຼີ ໃຫ້ສຳເລັດ” ແລະ ການປະກາດທີ່ບໍ່ຄາດຄິດວ່າ ສະຫະລັດ ຈະຢຸດ
ການເຝິກຊ້ອມທາງທະຫານກັບ ເກົາຫຼີໃຕ້.

ໃນ ວໍຊິງຕັນ, ບັນດາສະມາຊິກສະພາຫຼາຍທ່ານໄດ້ພິຈາລະນາການເຄື່ອນໄຫວນັ້ນ
ວ່າ ເປັນ “ບາດກ້າວ” ທຳອິດ.

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ ໄມຄ໌ ຣາວສ ກ່າວຄຳປາໄສ ທີ່ລັດຖະສະພາ ແຄັບປີຕອລ ຮິລ. 17 ພຶດສະພາ 2018.
ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ ໄມຄ໌ ຣາວສ ກ່າວຄຳປາໄສ ທີ່ລັດຖະສະພາ ແຄັບປີຕອລ ຮິລ. 17 ພຶດສະພາ 2018.

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ ໄມຄ໌ ຣາວສ (Mike Rounds) ໄດ້ກ່າວ
ວ່າ “ມັນແມ່ນບາດກ້າວທຳອິດໃນທິດທາງທີ່ດີ, ແລະ ຂ້າພະເຈົ້າຄິດວ່າ ມື້ນີ້ໂລກໄດ້
ມີຄວາມປອດໄພກວ່າມື້ວານນີ້ໜ້ອຍນຶ່ງ.”

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທີ່ສັງກັດພັກຣີພັບບລີກັນ ທ່ານມິຈ ແມັກຄອລແນລ
ໄດ້ສະແດງຄວາມດີໃຈກັບປະທານາທິບໍດີ ທຣຳ ທີ່ໄດ້ເອົາ “ບາດກ້າວສຳຄັນ ເຊິ່ງຈະ
ນຳໄປສູ່ການມີສັນຕິພາບທີ່ເປັນປະ ຫວັດສາດ.”

ແຕ່ໃນຂະນະທີ່ພັກຣີພັບບລີກັນໄດ້ມີແນວຄິດໃນແງ່ບວກນັ້ນ, ພັກເດໂມແຄຣັດ ໄດ້
ແລເຫັນວ່າເປັນກັບດັກ ໃນສິ່ງທີ່ຖືກອະທິບາຍໂດຍຖະແຫຼງການຈາກທັງສອງຝ່າຍ
ວ່າ ບໍ່ມີການກຳນົດເວລາ ແລະ ໃຈຄວາມທີ່ສຳຄັນກໍບໍ່ໄດ້ມີການກ່າວເຖິງຢ່າງຈະແຈ້ງ.

ຖະແຫຼງການດັ່ງກ່າວໄດ້ຮຽກຮ້ອງໃຫ້ທັງສອງປະເທດ ເຮັດວຽກຮ່ວມກັນ ໃນຄວາມ
ພະຍາຍາມທີ່ຈະສ້າງສັນຕິພາບຖາວອນໃນແຫຼມ ເກົາຫຼີ, ສ້າງສາຍພົວພັນຄັ້ງໃໝ່
ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ, ແລະ ການເກັບກູ້ຊາກກະດູກຂອງພວກຊະ
ເລີຍເສິກ ແລະ ພວກທະຫານ ອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ. ທັງສອງ
ຝ່າຍຍັງໄດ້ສັນຍາທີ່ຈະຈັດການເຈລະຈາຕິດຕາມອີກດ້ວຍ.

ແຕ່ເອກະສານດັ່ງກ່າວບໍ່ໄດ້ກຳນົດຂໍ້ມູນສະເພາະເຈາະຈົງໃດໆ ກ່ຽວກັບ ການປົດອາ
ວຸດນິວເຄລຍຂອງ ເກົາຫຼີເໜືອ.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ ບອບ ເມເນັນເດັສ ໄດ້ກ່າວວ່າ “ນີ້ແມ່ນ
ຖະແຫຼງການທີ່ອ່ອນແອທີ່ສຸດເທົ່າທີ່ຂ້າພະເຈົ້າໄດ້ເຫັນມາ ຈາກທຸກໆການພົວພັນກັບ
ເກົາຫຼີເໜືອ. ສະນັ້ນ, ພວກເຮົາຈຶ່ງຫວັງຢາກໃຫ້ລັດຖະບານບອກພວກເຮົາ ກ່ຽວກັບ
ວ່າ ອັນໃດແມ່ນແຜນການໄປໜ້າ ແລະ ແມ່ນຫຍັງຄືແຜນຍຸດທະສາດ.”

ພັກເດໂມແຄຣັດເວົ້າວ່າ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ໄດ້ຮັບໄຊຊະນະຄັ້ງໃຫຍ່ຈາກ
ການພົບປະກັບທ່ານ ທຣຳ ພຽງເທົ່ານັ້ນ, ໂດຍບໍ່ຕ້ອງໄດ້ເຮັດຄຳໝັ້ນສັນຍາຕາຍຕົວ
ໃດໆ.

ລຸນຫຼັງການພົບປະກັນ, ທ່ານ ທຣຳ ໄດ້ລົມກັບນັກຂ່າວວີໂອເອ ນາງ ເກຣຕ້າ ແວນ
ຊັສເຕີເຣັນ ໃນການສຳພາດ ທີ່ປະເທດ ສິງກະໂປ, ດ້ວຍການອາທິບາຍວ່າ ທ່ານ
ກິມ “ເປັນຈອມຜະເດັດການທີ່ຍາກຈະຕົກລົງນຳໄດ້” ແຕ່ໃນຂະນະດຽວກັນລາວກໍ
ແມ່ນຜູ້ນຳ “ທີ່ຮັກປະຊາຊົນຂອງລາວ,” ເຖິງແມ່ນຜູ້ນຳ ເກົາຫຼີເໜືອ ຈະມີປະຫວັດ
ດ້ານສິດທິມະ ນຸດທີ່ໜ້າເປັນຫ່ວງກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump-Kim Summit Sparks Diverging Reactions on Capitol Hill
please wait

No media source currently available

0:00 0:02:43 0:00

XS
SM
MD
LG