ການຮ່ວມມືທາງທະຫານທີ່ເພີ້ມຂຶ້ນ ລະຫວ່າງສະຫະລັດ ແລະຍີ່ປຸ່ນ ທ້າມກາງການມີອິດທິພົນເພີ້ມຂຶ້ນຂອງຈີນ ໄດ້ຮັບການເນັ້ນໜັກໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ສະຫລຸບການຢ້ຽມຢາມ ທີ່ດຳເນີນໄປ ເປັນເວລາສີ່ວັນຂອງທ່ານ ຕໍ່ປະເທດທີ່ເປັນເກາະດອນແຫ່ງນັ້ນ.
ທ່ານ ຊິນໂຊ ອາເບະ (Shinzo Abe), ນາຍົກລັດຖະມົນຕີຂອງຍ່ປຸ່ນ ໄດ້ຕ້ອນຮັບທ່ານ ທຣຳ ຢູ່ເທິງຫລັງຄາດາດຟ້າຂອງກຳປັ່ນ JS Kaga, ຊຶ່ງເປັນກຳປັ່ນບັນທຸກເຮືອບິນເຮລິຄອບເຕີລຳນຶ່ງ ຂອງຍີ່ປຸ່ນ ທີ່ຈະຖືກປ່ຽນໄປບັນທຸກ ເຮືອບິນລົບອາຍພົ່ນ ທີ່ໄວກວ່າສຽງ F-35 ທີ່ຜະລິດໂດຍອາເມຣິກັນທີ່ບິນຂຶ້ນລົງໂດຍທາງຕັ້ງຕົງໆ ໃນຫລາຍລະດັບໄດ້.ຜູ້ນຳທັງສອງທ່ານບໍ່ໄດ້ເອີ່ຍເຖິງຈີນໂດຍກົງຢູ່ໃນການກ່າວຄຳປາໄສຂອງພວກເພິ່ນ ແຕ່ວ່າຄວາມເປັນຫ່ວງຂອງພວກເພິ່ນ ຕໍ່ທ່າທີທາງທະຫານທີ່ມີລັກສະນະຮຸນແຮງຂອງປັກກິ່ງ ຢູ່ໃນຂົງເຂດມະຫາສະໝຸດປາຊີຟິກນັ້ນ ແມ່ນເຫັນໄດ້ຢ່າງຊັດເຈນ.
ທ່ານອາເບະ ໄດ້ເວົ້າເຖິງ "ບັນຍາກາດທາງດ້ານຄວາມໝັ້ນຄົງຢູ່ໃນຂົງເຂດ ມີຄວາມຮ້າຍແຮງເພີ້ມຂຶ້ນນັບມື້."
ເບິ່ງວີດິໂອເພີ້ມກ່ຽວກັບຂ່າວນີ້
ທ່ານ ທຣຳກ່າວວ່າ ການຊື້ເຮືອບິນລົບອາຍພົ່ນ F-35 Lightning II ຈຳນວນ 105 ລຳເພີ້ມ (ຊຶ່ງລຳນຶ່ງມີລາຄາປະມານ 100 ລ້ານໂດລານັ້ນ) " ຈະຊ່ວຍປະເທດຂອງພວກເຮົາ ປ້ອງກັນໄພຂົ່ມຂູ່ ທີ່ສັບສົນ ຢູ່ໃນຂົງເຂດດັ່ງກ່າວ ແລະ ນອກເໜືອນັ້ນ ໄປອີກຕັ້ງຫລາຍ."
ໃນເວລາຕໍ່ມາ, ໃນຂະນະທີ່ກ່າວຄຳປາໄສ ຕໍ່ພວກທະຫານຫລາຍຮ້ອຍຄົນ ຢູ່ທີ່ ກຳປັ່ນ USS Wasp ທີ່ຢູ່ໃກ້ໆນັ້ນ, ທ່ານ ທຣຳເວົ້າວ່າ ເຮືອບິນ F-35 "ສັດຕູມີບັນຫາກັບມັນ. ທ່ານຮູ້ບໍ່ວ່າບັນຫານັ້ນຄືຫຍັງ? ພວກເຂົາບໍ່ສາມາດເຫັນມັນໄດ້."ນັບແຕ່ສົງຄາມໂລກຄັ້ງທີສອງ, ຕອນທີ່ສະຫະລັດ ແລະຍີ່ປຸ່ນເປັນສັດຕູກັນນັ້ນ ສິ້ນສຸດລົງ, ຍີ່ປຸ່ນກໍໄດ້ກາງຕໍ່ອາໄສກຳລັງທະຫານຂອງອາເມຣິກາ ເພື່ອປ້ອງກັນໂຕ.
"ດຽວນີ້ຈີນໄດ້ເບັ່ງກ້າມຂອງຕົນ ໂດຍໝາຍຕາໃສ່ໝູ່ເກາະ ທີ່ຕັ້ງເປັນສາຍຕິດຕໍ່ກັນສອງແຫ່ງຂອງຍີປຸ່ນ," ອີງຕາມຄຳເວົ້າຂອງແຫລ່ງຂ່າວທີ່ເປັນຄົນໃກ້ຊິດກັບນາຍົກລັດຖະມົນຕີອາເບະ (Abe).
ຜູ້ເປັນແຫລ່ງຂ່າວທ່ານນັ້ນ ອະທິບາຍໃຫ້ວີໂອເອຟັງວ່າ "ມີຄວາມຈຳເປັນເພີ້ມຂຶ້ນສຳລັບພວກເຮົາ ຕ້ອງເຮັດສິ່ງໃດສິ່ງນຶ່ງ ຕໍ່ພາກຕາເວັນອອກຂອງໝູ່ເກາະ ດັ່ງກ່າວໂດຍໃຊ້ອຳນາດທາງອາກາດຂອງຍີ່ປຸ່ນ.” ທ່ານກ່າວຕໍ່ໄປອີກວ່າ “ເປັນສິ່ງທີ່ເຫັນໄດ້ຊັດວ່າ ມັນຖືກເອົາໄປເສີມໃຫ້ແກ່ກອງທັບເຮືອທີເຈັດຂອງສະຫະລັດ ແລະບໍ່ແມ່ນຢາກເວົ້າວ່າ ຝຸງກອງທັບເຮືອຂອງສະຫະລັດ ມີພາລະໜ້າທີ່ ຮັບຜິດຊອບໜ້ອຍລົງດອກ."