ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ​ ທ​ຣຳ ບໍ່​ຮູ້​ສຶກ ກະ​ທົບ​ກະ​ເທືອນ ກັບ​ການ​ທົດ​ລອງ ລູກ​ສອນ​ໄຟ ຂອງ ເກົາຫຼີ​ເໜືອ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຂວາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຊິນ​ໂຊ ອາ​ເບະ ຈັບ​ມື​ກັນ ໃນ​ລະ​ຫວ່າງ​ການພົບ​ປະກັບ​ຄອບ​ຄົວຄົນ ຍີ່​ປຸ່ນ ທີ່​ຖືກ ເກົາຫຼີ​ເໜືອ ລັກ​ພາ​ຕົວ. ທຳ​ນຽບ ອາ​ກາ​ຊາ​ກະ. ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ. 27 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຂວາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຊິນ​ໂຊ ອາ​ເບະ ຈັບ​ມື​ກັນ ໃນ​ລະ​ຫວ່າງ​ການພົບ​ປະກັບ​ຄອບ​ຄົວຄົນ ຍີ່​ປຸ່ນ ທີ່​ຖືກ ເກົາຫຼີ​ເໜືອ ລັກ​ພາ​ຕົວ. ທຳ​ນຽບ ອາ​ກາ​ຊາ​ກະ. ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ. 27 ພຶດ​ສະ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ
ຊິນໂຊ ອາເບະ ໄດ້ສະແດງທັດສະນະຄະຕິທີ່ແຕກຕ່າງກັນ ໃນວັນຈັນມື້ນີ້ ກ່ຽວກັບວ່າ
ການທົດລອງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ ໄດ້ລະເມີດ ມະຕິ
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດຫຼືບໍ່, ແຕ່ຍັງຄົງພ້ອມພຽງກັນ ກ່ຽວກັບ
ເປົ້າໝາຍສູງສຸດໃນການບັນລຸການປົດອາວຸດນິວເຄລຍໃນແຫຼມເກົາຫຼີ.

ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ ຫຼັງ​ຈາກ​ການ​ເຈ​ລາ​ຈາ​ໃນ​ນະ
ຄອນຫຼວງ ໂຕກຽວ ນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານໄດ້ພິຈາລະນາການທົດລອງທີ່
ວ່ານັ້ນວ່າເປັນ ການພະຍາຍາມດຶງດູດຄວາມສົນໃຈໂດຍຜູ້ນຳ ເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ ແລະວ່າສ່ວນຕົວຂອງທ່ານແລ້ວ ບໍ່ໄດ້ຮູ້ສຶກຖືກລົບກວນໂດຍ.

ທ່ານ ອາ​ເບະ ກ່າວ​ວ່າ ການ​ທົດ​ລອງ​ດັ່ງ​ກ່າວ​ໄດ້​ລະ​ເມີດ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ.
ທ່ານຍັງໄດ້ກ່າວຢ້ຳຊ້ຳແລ້ວຊ້ຳອີກວ່າ ໃນການເຈລະຈາກັບ ເກົາຫຼີເໜືອ ນັ້ນ ລັດຖະ
ບານຂອງທ່ານມີຄວາມສົນໃຈໃນການແກ້ໄຂບັນຫາການລັກພາຕົວຄົນ ຍີ່ປຸ່ນ ໂດຍ
ເກົາຫຼີເໜືອ ຫຼາຍທີ່ສຸດ.

ຄຳ​ເຫັນ​ຂອງ​ທ່ານ ທ​ຣຳ ໄດ້​ເພັ່ງ​ສ່ວນ​ໃຫຍ່​ໃສ່​ບັນ​ຫາ​ເສດ​ຖະ​ກິດ, ສະ​ແດງ​ຄວາມ​ຄາດ​
ຫວັງຂອງທ່ານ ກ່ຽວກັບ ການບັນລຸຂໍ້ຕົກລົງການຄ້າກັບ ຍີ່ປຸ່ນ ແລະ ຈີນ ທີ່ຈະຫຼຸດການ
ຂາດດຸນການຄ້າ ສະຫະລັດ, ແລະ ໄດ້ໃຫ້ຄວາມສຳຄັນກັບສິ່ງທີ່ທ່ານເຫັນວ່າ “ເປັນ
ໂອກາດດ້ານເສດຖະກິດທີ່ຍິ່ງໃຫຍ່” ທີ່ກຳລັງລໍຖ້າ ເກົາຫຼີເໜືອ ຢູ່ ຖ້າເຂົາເຈົ້າເຮັດຂໍ້
ຕົກລົງທີ່ລວມມີ ການຍອມຈຳນົນອາວຸດນິວເຄລຍຂອງເຂົາເຈົ້າ.

ທ່ານ ອາ​ເບະ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ກັບ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ ​ຄວາມ​ກ້າວ​ໜ້າອັນ​ຄົງ​ທີ່
ກ່ຽວກັບ ການເຈລະຈາດ້ານການຄ້າກັບ ສະຫະລັດ, ໂດຍສະເພາະ ກ່ຽວກັບ ພະລັງ
ງານ, ດ້ານດີຈິຕອລ ແລະ ພື້ນຖານໂຄງລ່າງ. ທ່ານໄດ້ກ່າວວ່າ ທ່ານຫວັງວ່າ ຈະໄດ້
ຮ່ວມມື ແລະ ສະເຫຼີມສະຫຼອງການຢ້ຽມຢາມຂອງທ່ານ ທຣຳ ຕໍ່ໄປ ເພື່ອສະແດງໃຫ້
ໂລກເຫັນ ກ່ຽວກັບ “ສາຍພົວພັນທີ່ບໍ່ສາມາດສັ່ນຄອນໄດ້” ທີ່ທັງສອງປະເທດມີນຳກັນ.

ຄວາມ​ສຳ​ເລັດ​ດ້ານ​ການ​ຄ້າ​ແມ່ນບໍ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ຢ່າງວ່ອງ​ໄວ ເຖິງ​ແມ່ນ​ວ່າ​ຜູ້​ນຳ​
ທັງສອງທ່ານ ຈະໄດ້ສະແດງຄວາມປາຖະໜາສຳລັບຂໍ້ຕົກລົງການຄ້າ ຫຼັງຈາກ ທ່ານ
ທຣຳ ໄດ້ຖອນ ສະຫະລັດ ອອກຈາກພາຄີຂ້າມມະຫາສະໝຸດປາຊີຟິກ ທີ່ມີ 12 ປະ
ເທດສະມາຊິກ, ເຊິ່ງ ໂຕກຽວ ໄດ້ເປັນຜູ້ນຳໜ້າກັບ ວໍຊິງຕັນ ພາຍໃຕ້ຜູ້ທີ່ດຳລົງຕຳ
ແໜ່ງກ່ອນໜ້າທ່ານ ທຣຳ ຄືທ່ານ ບາຣັກ ໂອບາມາ.

ໃນ​ຕອນ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ຂອງ​ພວກ​ເພິ່ນ​ໃນ​ວັນ​ຈັນ​ມື້ນີ້, ທ່ານ ທ​ຣຳ ​ກ່າວ​ວ່າ ທ່ານ​
ບໍ່ມີບັນຫາຫຍັງ ທີ່ຈະໃຫ້ທ່ານ ອາເບະ ເປັນຜູ້ໄກ່ເກ່ຍລະຫວ່າງ ສະຫະລັດ ກັບ ອີຣ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG