ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຖອນຕົວ ຈາກຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ ແລະ ວາງມາດຕະການລົງໂທດຄືນ


ປະທານາທິບໍດີ ດໍໂນລ ທຣຳ ປະກາດ ກ່ຽວກັບ ການຖອນຕົວ ຂອງສະຫະລັດ ອອກຈາກຂໍ້ຕົກລົງນິວເຄລຍ ກັບອີຣ່ານ ທີ່ ທຳນຽບຂາວ. (ວັນທີ 8 ພຶດສະພາ 2018)
ປະທານາທິບໍດີ ດໍໂນລ ທຣຳ ປະກາດ ກ່ຽວກັບ ການຖອນຕົວ ຂອງສະຫະລັດ ອອກຈາກຂໍ້ຕົກລົງນິວເຄລຍ ກັບອີຣ່ານ ທີ່ ທຳນຽບຂາວ. (ວັນທີ 8 ພຶດສະພາ 2018)

ລັດຖະມົນຕີວ່າການຕ່າງປະເທດຂອງຝຣັ່ງ ທ່ານ ຊັງ-ອີຟ ເລີ ດຣຽນ ໄດ້ກ່າວໃນວັນພຸດ
ມື້ນີ້ ວ່າ ຂໍ້ຕົກລົງນິວເຄລຍ ກັບ 6 ປະເທດມະຫາອຳນາດ ທີ່ໄດ້ບັນ ລຸກັບອີຣ່ານເມື່ອ
ເກືອບ 3 ປີກ່ອນນັ້ນ ແມ່ນ“ຍັງບໍ່ທັນຕາຍ” ເຖິງແມ່ນຫຼັງຈາກ ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໄດ້ປະກາດວ່າ ປະເທດຂອງທ່ານ ໄດ້ຖອນໂຕອອກຈາກສັນຍາດັ່ງ
ກ່າວນັ້ນ ກໍຕາມ.

ໂດຍການຖະແຫລງ ຕໍ່ວິທະຍຸ RTL ນັ້ນ ທ່ານ ເລີ ດຣຽນ ໄດ້ກ່າວວ່າ ປະ ທານາທິບໍດີ
ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ແລະ ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ
ຣູຮານີ ມີກຳນົດທີ່ຈະໂອ້ລົມກັນ ໃນວັນພຸດມື້ນີ້ ແລະ ວ່າ ລັດຖະມົນຕີການຕ່າງປະເທດ
ຂອງຝຣັ່ງ ອັງກິດ ແລະ ເຢຍຣະມັນ ຈະປຶກສາຫາລືກ່ຽວກັບສະຖານະການນີ້ ກັບບັນດາ
ເຈົ້າໜ້າທີ່ຂອງອີຣ່ານ ໃນວັນຈັນຈະມາເຖິງນີ້.

Trump Withdraws US from Iran Nuclear Deal
please wait

No media source currently available

0:00 0:03:10 0:00

ສ່ວນຢູ່ໃນສະພາແຫ່ງຊາດຂອງອີຣ່ານ ການຕັດສິນໃຈຂອງທ່ານທຣຳນັ້ນ ໄດ້ຮັບການ
ຕອບຮັບ ໂດຍບັນດາສະມາຊິກສະພາອີຣ່ານ ດ້ວຍການຈູດແຜ່ນເຈ້ຍຮູບທຸງຊາດ ຂອງ
ອາເມຣິກາ ພ້ອມກັນກັບແຜ່ນເຈ້ຍ ທີ່ເປັນຕົວແທນຂອງຂໍ້ຕົກລົງ.

ປະທານສະພາຂອງອີຣ່ານ ທ່ານ ອາລີ ລາຣີຈານີ ໄດ້ກ່າວວ່າ ກະຊວງນິວເຄລຍ ຂອງ
ອີຣ່ານ ຄວນກຽມພ້ອມທີ່ຈະເລີ້ມ ພາລະກິດທັງໝົດຂອງຕົນຄືນໃໝ່.

ມີການກ່າວຫາ ອີຣ່ານ ວ່າ ກຳລັງເຮັດວຽກເພື່ອພັດທະນາອາວຸດນິເຄລຍ ຈຶ່ງໄດ້ກະຕຸ້ນ
ໃຫ້ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ຊອກຫາທາງເຮັດຂໍ້ຕົກລົງ
ປີ 2015 ເຊິ່ງມັນໄດ້ກຳນົດຂໍ້ຈຳກັດຕ່າງໆຕໍ່ອີຣ່ານເພື່ອຮັບປະກັນວ່າ ຕົນຈະບໍ່ສ້າງ
ອາວຸດນິວເຄລຍ. ເພື່ອເປັນການແລກປ່ຽນ ອີຣ່ານຈະໄດ້ຮັບການຜ່ອນຜັນ ໃນການລົງ
ໂທດ ທາງດ້ານເສດຖະກິດ.

ທ່ານທຣຳ ໄດ້ປະນາມຕໍ່ຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການ ເມື່ອວັນອັງຄານວານນີ້
ດ້ວຍການຕິຕຽນວ່າ “ເປັນຂໍ້ຕົກລົງແຕ່ພຽງຝ່າຍດຽວ ທີ່ບໍ່ດີແທ້ໆ ທີ່ບໍ່ຄວນຈະມີ
ຂຶ້ນເລີຍ.”

ໃນການຖະແຫຼງ ຈາກຫ້ອງການທູດຂອງທຳນຽບຂາວ ທ່ານປະທານາທິບໍດີ ໄດ້ປະ
ກາດວ່າ ສະຫະລັດ ນຳເອົາມາດຕະການລົງໂທດຕ່າງໆທັງໝົດ ທີ່ກ່ຽວຂ້ອງກັບອີຣ່ານ ທີ່ສະຫະລັດ ໄດ້ຍົກເລີກໄປນັ້ນ ອັນເປັນສ່ວນນຶ່ງຂອງແຜນການປະ ຕິບັດງານຮ່ວມ
ຮອບດ້ານ ຫຼື JCPOA ນຳກັບຄືນມາປະຕິບັດ ໃນທັນທີ.

ຕໍ່ຈາກນັ້ນ ທ່ານທຣຳ ກໍໄດ້ລົງນາມ ໃນບົດບັນທຶກ ທີ່ສັ່ງໃຫ້ອົງການຕ່າງໆຂອງ ສະຫະ
ລັດ ຈັດຕັ້ງປະຕິບັດມາດຕະການລົງໂທດ ທາງດ້ານນິວເຄລຍທັງໝົດ ຕໍ່ອີຣ່ານ ທີ່ໄດ້
ຍົກເລີກໄປ ໂດຍທ່ານບາຣັກ ໂອບາມາ ທີ່ເປັນປະທານາທິບໍດີກ່ອນ ທ່ານທຣຳນັ້ນ.

ທ່ານທຣຳໄດ້ກ່າວວ່າ ແຜນການ JCPOA “ບໍ່ໄດ້ນຳມາຊຶ່ງຄວາມສະຫງົບ ມັນ ບໍ່ໄດ້
ນຳມາຊຶ່ງສັນຕິພາບ ແລະ ມັນກໍຈະບໍ່ນຳຫຍັງມາເລີຍ.”

ທ່ານໄດ້ຢືນຢັນວ່າ “ມັນເປັນທີ່ຊັດເຈນສຳລັບຂ້າພະເຈົ້າວ່າ ພວກເຮົາບໍ່ສາມາດ
ປ້ອງກັນ ບໍ່ໃຫ້ອີຣ່ານ ມີລະເບີດນິວເຄລຍໄດ້”
ພາຍໃຕ້ຂໍ້ຕົກລົງດັ່ງກ່າວນີ້ ທ່ານກ່າວ
ຕື່ມວ່າ “ສະຫະລັດ ຈະຖອນໂຕອອກຈາກຂໍ້ຕົກລົງນິວເຄລຍກັບອີຣ່ານ” ກໍຍ້ອນວ່າ
“ອາເມຣິກາ ຈະບໍ່ຍອມຕົກເປັນໂຕປະກັນຕໍ່ການຂົ່ມຂູ່ດ້ວຍນິວເຄລຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG