ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເຊື້ອເຊີນ ຜູ້ນຳຂອງໄທ ໂດຍ ປ. ທຣຳ ອາດເປັນສັນຍານ ຍຸກສະໄໝໃໝ່

ນາຍົກລັດຖະມົນຕີ ໄທ ທ່ານ ປຣະຢຸດ ຈັນໂອຊາ ກຳລັງຟັງການຖະແຫລງການເປີດ ໃນລະຫວ່າງ ກອງປະຊຸມສຸດຍອດ ສະມັດຊາໃຫຍ່ກ່ຽວກັບການຮ່ວມມື ດ້ານການເສດຖະກິດ ໃນເຂດເອເຊຍ-ປາຊີຟິກ ຫຼື (APEC) ໃນນະຄອນຫຼວງ ມະນີລາ ຂອງຟີລິບປິນ, ວັນທີ 19 ພະຈິກ 2015.

ສາຍພົວພັນສອງຝ່າຍ ລະຫວ່າງ ສະຫະລັດ ແລະ ໄທ ຫຼັງຈາກອັນທີ່ບັນດານັກວິເຄາະ
ມອງເຫັນວ່າ ເປັນ “ການສູນເສຍໃນໄລຍະ 10 ປີຜ່ານມາ” ໄດ້ເຂົ້າສູ່ “ຍຸກສະໄໝ
ໃໝ່”
ພາຍຫລັງທີ່ມີການຕິດຕໍ່ຫາກັນ ລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ແລະ
ນາຍົກລັດຖະມົນຕີ ໄທ ທ່ານ Prayut Chan-o-cha.

ນາຍົກລັດຖະມົນຕີ ໄທ ທ່ານປຣະຢຸດ ຈັນໂອຊາ, ຊ້າຍ, ຈັບມືກັບປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ, ຂວາ, ກ່ອນໜ້າກອງປະຊຸມ ຫໍກາງໃຫຍ່ປະຊາຊົນ ໃນນະຄອນຫຼວງ ປັກກິ່ງ, ວັນທີ 23 ທັນວາ 2014.
ນາຍົກລັດຖະມົນຕີ ໄທ ທ່ານປຣະຢຸດ ຈັນໂອຊາ, ຊ້າຍ, ຈັບມືກັບປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ, ຂວາ, ກ່ອນໜ້າກອງປະຊຸມ ຫໍກາງໃຫຍ່ປະຊາຊົນ ໃນນະຄອນຫຼວງ ປັກກິ່ງ, ວັນທີ 23 ທັນວາ 2014.

ໃນການສົນທະນາທາງໂທລະສັບຂອງທ່ານທຣຳ ກັບທ່ານ ປຣະຢຸດ, ທຳນຽບຂາວ
ໄດ້ກ່າວວ່າ ທ່ານປະທານາທິບໍດີ ທຣຳ ໄດ້ເນັ້ນໃຫ້ເຫັນເຖິງພັນທະມິດອັນຍາວນານ
ລະຫວ່າງ ສະຫະລັດ ແລະ ໄທ ແລະ ເປັນ “ການມີຜົນ​ປະໂຫຍ​ດນຳກັນ ໃນການ
ເສີມຂະຫຍາຍ ສາຍພົວພັນ ໃນດ້ານການຄ້າ ແລະ ເສດຖະກິດ ລະຫວ່າງ ສອງ
ປະເທດ.”

ທ່ານທຣຳ ໃນການເຊື້ອເຊີນຢ່າງເປັນທາງການ ທ່ານ ປຣະຢຸດ ມາຢ້ຽມຢາມ
ທຳນຽບຂາວ ຍັງໄດ້ “ຢັ້ງຢືນອີກ” ວ່າ ສະຫະລັດ ໝັ້ນໝາຍ ທີ່ຈະ “ເຄື່ອນໄຫວ
ແລະ ມີບົດບາດນຳພາ ເອເຊຍ”
ໃນການເປັນພາຄີທີ່ໃກ້ຊິດຮ່ວມກັນໃນຂົງເຂດ.

ອະດີດນາຍົກລັດຖະມົນຕີ ໄທ ທ່ານທັກສິນ ຊິນນະວັດ ຕອບຄຳຖາມ ໃນລະຫວ່າງ ການໃຫ້ສຳພາດ ໃນລາຍການຂ່າວ ເມື່ອວັນພຸດ ທີ 9 ມີນາ 2016, ໃນນະຄອນນິວຢອກ.
ອະດີດນາຍົກລັດຖະມົນຕີ ໄທ ທ່ານທັກສິນ ຊິນນະວັດ ຕອບຄຳຖາມ ໃນລະຫວ່າງ ການໃຫ້ສຳພາດ ໃນລາຍການຂ່າວ ເມື່ອວັນພຸດ ທີ 9 ມີນາ 2016, ໃນນະຄອນນິວຢອກ.

ການພົວພັນດັ່ງກ່າວ ໄດ້ເປັນຂີດໝາຍອັນສຳຄັນ ທີ່ຜ່ອນຄາຍ ສາຍພົບພັນ
ສອງຝ່າຍ ຫຼັງຈາກໄທໄດ້ປະເຊີນ ກັບການໂດດດ່ຽວດ້ານການທູດ ໃນເລື່ອງ
ການເຂົ້າແຊກແຊງ ໃນການເມືອງ ຕະຫຼອດ 10 ປີຜ່ານມາ ຂອງທະຫານ.

ລັດຖະບານສະຫະລັດ ພາຍໃຕ້ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຕຳນິ ນະໂຍ
ບາຍ ສິດທິມະນຸດຂອງໄທ ໂດຍການປົກຄອງຂອງທະຫານ ນັບຕັ້ງແຕ່ຕົນ ໄດ້ເຂົ້າ
ກຳອຳນາດ ໃນເດືອນພຶດສະພາ 2014 ເປັນຕົ້ນມາ ດ້ວຍການສະກັດກັ້ນ ການອະ
ພິປາຍ ຂອງມະຫາຊົນ ແລະ ການຫ້າມການເຄືອນໄຫວໃດໆດ້ານການເມືອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG