ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໕ ມີນາ ໒໐໒໔

ທ່ານ ທຣຳ ໜູນຫຼັງ ທ່ານ ຣອຍ ມົວ ໃນການແຂ່ງຂັນ ເອົາຕຳແໜ່ງ ສະມາຊິກ ສະພາສູງ ລັດ ອາລາບາມາ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນເດີນທາງອອກຈາກທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 21 ພະຈິກ, 2017.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນເດີນທາງອອກຈາກທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 21 ພະຈິກ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເຮັດທຸກຢ່າງແຕ່ຍົກເວັ້ນການປະ
ກາດໃຫ້ການສະໜັບສະໜູນຢ່າງເປີດເຜີຍຕໍ່ສະມາຊິກພັກຣີພັບບລີກັນຈາກລັດ
ອາລາບາມາ ທ່ານ ຣອຍ ມົວ ທີ່ກຳລັງຖືກໂຈມຕີໃນເວລານີ້, ໂດຍກ່າວວາ ອະດີດ
ໄອຍະການລັດ “ໄດ້ປະຕິ ເສດຢ່າງສິ້ນເຊີງ” ຕໍ່ການກ່າວຫາວ່າລາວໄດ້ລວນລາມທາງ
ເພດເດັກຍິງເມື່ອຫຼາຍໆປີຜ່ານມາ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວທີ່ທຳນຽບຂາວວ່າ “ຂ້າພະເຈົ້າສາມາດບອກ
ພວກທ່ານສິ່ງນຶ່ງໄດ້ຢ່າງແນ່ນອນ. ພວກເຮົາບໍ່ຕ້ອງການນັກເສລີນິຍົມຢູ່ໃນນັ້ນ. ຄົນ
ພັກເດໂມແຄຣັດ.”

ທ່ານ ທຣຳ ໄດ້ກ່າວວ່າ “ປະຫວັດຄູ່ແຂ່ງຂອງທ່ານ ມົວ ໃນການແຂ່ງຂັນເອົາຕຳ
ແໜ່ງສະມາຊິກສະພາສູງ ຈາກພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ແມ່ນ “ບໍ່ດີ
ກ່ຽວກັບ ເລື່ອງອາຊະຍາກຳ, ມັນບໍ່ດີກ່ຽວ ກັບ ບັນຫາຊາຍແດນ, ມັນບໍ່ດີ ກ່ຽວກັບ
ກອງທັບ.”

ທ່ານ ທຣຳ ຈະປະກາດໃນສັບປະດາໜ້າວ່າ ທ່ານຈະໄປໂຄສະນາຫາສຽງໃຫ້ທ່ານ
ມົວ ຫຼືບໍ່.

ການໂຄສະນາຫາສຽງຂອງທ່ານ ມົວ ໄດ້ປະສົບວຸ້ນວາຍນັບຕັ້ງແຕ່ໜັງສືພິມ
ວໍຊິງຕັນ ໂພສ ໄດ້ເປີດເຜີຍເລື່ອງທີ່ໃຫ້ຂໍ້ມູນກ່ຽວກັບ ການກ່າວຫາຂອງແມ່ຍິງ
ສາມຄົນ ຜູ້ທີ່ໄດ້ອ້າງວ່າ ທ່ານໄດ້ໄລ່ຕາມເຂົາເຈົ້າໃນເວລາທີ່ເຂົາເຈົ້າຍັງເປັນໄວໜຸ່ມ
ແລະ ຕອນນັ້ນທ່ານມີອາຍຸ 30 ປີກວ່າ. ນັບຕັ້ງແຕ່ນັ້ນມາ ພວກແມ່ຍິງທັງສາມ ກໍໄດ້
ອອກມາເວົ້າດ້ວຍການກ່າວຫາຂອງເຂົາເຈົ້າເອງ.

ທ່ານ ມົວ ໄດ້ປະຕິເສດການກ່າວຫາ ກ່ຽວກັບ ການລວນລາມ ທາງເພດຢ່າງເດັດ
ດ່ຽວ, ແຕ່ບັນດາສະມາຊິກພັກຣີພັບບລີກັນຄົນສຳ ຄັນ ລວມມີປະທານສະພາຕໍ່າ, ທ່ານ
ພໍລ໌ ຣາຍອັນ, ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ມິດຊ໌ ແມັກຄັອນໂນ, ແລະ ອະ
ດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະມາຊິກສະພາສູງທ່ານ ຈອນ ແມັກເຄນ
ແລະ ທ່ານ ມິດ ຣັອມນີ ໄດ້ຮຽກຮ້ອງໃຫ້ທ່ານຖອນຕົວ
ຈາກແຂ່ງຂັນ.

ທ່ານ ທຣຳ ເອງກໍໄດ້ຕົກເປັນຜູ້ຖືກກ່າວຫາ ຖານລວນລາມທາງເພດໃນລະຫວ່າງການໂຄສະນາຫາສຽງຂອງທ່ານໃນປີ 2016 ທີ່ທ່ານໄດ້ກ່າວວ່າບໍ່ມີຄວາມຈິງນັ້ນ, ບໍ່ໄດ້ກ່າວ
ຫຍັງຫຼາຍ ກ່ຽວກັບ ການກ່າວຫາຕໍ່ທ່ານ ມົວ ຈົນຮອດທຸກມື້ນີ້. ໂຄສົກທຳນຽບຂາວ
ທ່ານນາງ ເຊຣາ ຮັກຄາບີ ແຊນເດີສ໌ ໄດ້ກ່າວໃນວັນຈັນທີ່ຜ່ານມານີ້ວ່າ ທ່ານ ທຣຳ
ເຊື່ອວ່າ ມັນ “ຂຶ້ນກັບປະຊາຊົນລັດ ອາລາມາບາ ທີ່ຈະຕັດສິນໃຈວ່າ ສະມາຊິກສະພາ
ສູງຄົນຕໍ່ໄປຂອງເຂົາເຈົ້າຈະແມ່ນໃຜ.”

ແຕ່ກ່ອນໜ້ານັ້ນ, ທີ່ປຶກສາຂອງທຳນຽບຂາວ ທ່ານນາງ ແຄັລລີແອນ ຄອນເວ ໄດ້ກ່າວ
ເຖິງຄູ່ແຂ່ງ ຈາກພັກເດໂມແຄຣັດ ຂອງທ່ານ ມົວ, ອະດີດຜູ້ພິພາກສາລັດຖະບານກາງ
ທ່ານ ດັກ ໂຈນສ໌, ວ່າ “ນັກເສລີນິຍົມທີ່ຍຶດຖືແຕ່ຫຼັກການ” ຜູ້ທີ່ຈະລົງຄະແນນສຽງຕໍ່
ຕ້ານການຕັດພາສີ ທີ່ລັດຖະບານທ່ານ ທຣຳ ໄດ້ຜັກດັນໃຫ້ລັດຖະສະພາຮັບຮອງເອົາ.

ເມື່ອຖືກຖາມວ່າ ທຳນຽບຂາວ ໄດ້ຂໍໃຫ້ປະຊາຊົນລົງຄະແນນສຽງເອົາທ່ານ ມົວ ຫຼືບໍ່ນັ້ນ,
ທ່ານນາງ ຄອນເວ ໄດ້ຫຼີກລ່ຽງຄຳຖາມ, ແຕ່ໄດ້ກ່າວວ່າ, “ຂ້າພະເຈົ້າຈະບອກໃຫ້ທ່ານ
ຮູ້ວ່າພວກເຮົາຢາກໄດ້ຄະແນນສຽງໃນສະພາສູງ ເພື່ອໃຫ້ຮ່າງກົດໝາຍພາສີນີ້ຖືກຮັບ
ຜ່ານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG