ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໘ ເມສາ ໒໐໒໕

ທ່ານ ທຣໍາ ກໍານົດອັດຕາພາສີ 25 ເປີເຊັນ ໃນການນໍາເຂົ້າ ເຫຼັກ ແລະ ອະລູມິນຽມ


ທ່ານ ທຣໍາ ກໍານົດອັດຕາພາສີ 25 ເປີເຊັນ ໃນການນໍາເຂົ້າ ເຫຼັກ ແລະ ອະລູມິນຽມ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ, ໃນວັນຈັນແລ້ວນີ້ ໄດ້ອອກມາ ປະກາດຂຶ້ນອັດຕາພາສີ ອະລູມີນຽມ ແລະ ເຫຼັກ 25 ເປີເຊັນ, ທີ່ສາມາດສົ່ງຜົນກະທົບຕໍ່ ການາດາ ແລະ ເມັກຊິໂກ, ເຊິ່ງເປັນ 2 ປະເທດ ຫຼັກໆທີ່ສົ່ງອອກສິນຄ້າດັ່ງກ່າວໄປຍັງ ສະຫະລັດ ຫຼາຍທີ່ສຸດ. ນອກຈາກນີ້ ການຂົ່ມຂູ່ທາງການຄ້າຢ່າງຕໍ່ເນື່ອງຂອງ ທ່ານ ທຣໍາ ຍັງເຮັດໃຫ້ ຈີນ ເຊິ່ງເປັນຄູ່ແຂ່ງອັນດັບນຶ່ງຂອງ ສະຫະລັດ, ອອກມາປະນາມຕໍ່ການກະທໍາ ດັ່ງກ່າວນັ້ນ.

ຄວາມ​ພະ​ຍາ​ຍາມ​ອີກ​ຄັ້ງ​ໃນການ​ເຮັດສົງຄາມການຄ້າຂອງປະທານາທິບໍດີ ດໍໂນລ ທຣໍາ ມີຂຶ້ນໃນວັນຈັນທີ່ຜ່ານມາ, ເຊິ່ງທ່ານໄດ້ປະກາດຂຶ້ນອັດຕາພາສີ 25 ເປີເຊັນຕໍ່ ເຫຼັກ ແລະ ອະລູມິນຽມ.

ທ່ານ ດໍໂນລ ທຣຳ, ປະທານາທິບໍດີສະຫະລັດ ກ່າວວ່າ:

“ມັນແມ່ນເລື້ອງໃຫຍ່, ນີ້ແມ່ນເລື້ອງໃຫຍ່, ນີ້ແມ່ນຈຸດເລີ້ມຕົ້ນຂອງການເຮັດໃຫ້ ອາເມຣິກາ ກັບຄືນມາຮັ່ງມີອີກຄັ້ງ…”

ທ່ານ ຮາເວີດ ລຸດທ໌ນິກ (Howard Lutnick) ຜູ້ທີ່ໄດ້ຮັບການສະເໜີຊື່ຈາກ ທ່ານ ທຣໍາ ໃຫ້ເປັນລັດຖະມົນຕີກະຊວງການຄ້າ.

ທ່ານ ຮາເວີດ ລຸດທ໌ນິກ ກ່າວວ່າ:

“ທ່ານ ທຣໍາ ຄືປະທານາທິບໍດີທີ່ຢືນຂຶ້ນເພື່ອພະນັກງານເຫຼັກຊາວອາເມຣິກາ. ຂ້າພະເຈົ້າປະທັບໃຈ ແລະດີໃຈທີ່ສຸດ ທີ່ຈະຢືນຄຽງຂ້າງ ທ່ານ ທຣໍາ.”

ທີ່ປຶກສາດ້ານການຄ້າຂອງ ທ່ານ ທຣໍາ ກ່າວວ່າ ການເຄື່ອນໄຫວດັ່ງກ່າວນີ້ ຈະເປັນການຊ່ວຍຜູ້ຜະລິດພາຍໃນປະເທດ ພ້ອມທັງສະໜັບສະໜູນເສດຖະກິດ ແລະຄວາມໝັ້ນຄົງແຫ່ງຊາດ.

ຜູ້ສະໜອງເຫຼັກຈາກຕ່າງປະເທດທີ່ໃຫຍ່ທີ່ສຸດແມ່ນ ການາດາ, ບຣາຊິລ, ເມັກຊິໂກ ແລະ ເກົາຫຼີໃຕ້, ມີລັກສະນະທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ໃນ​ຕອນ​ເຊົ້າ​ວັນ​ຈັນແລ້ວນີ້, ການ​ເກັບ​ພາ​ສີ​ເພີ້ມ​ 10 ຫາ 15 ເປີ​ເຊັນ ຂອງ ປັກກິ່ງ ​ຕໍ່​ສິນ​ຄ້າ​ຈາກ ສະຫະລັດ ມີ​ຜົນ​ບັງ​ຄັບ​ໃຊ້​ເນື່ອງຈາກເປັນ​ມາດ​ຕະ​ການ​ຕອບ​ໂຕ້​ຕໍ່​ການ​ເພີ້ມພາສີ​ຂຶ້ນ 10 ເປີເຊັນ ຂອງ​ສິນ​ຄ້າຈາກ​ ຈີນ ​ໃນ​ຕົ້ນ​ເດືອນ​ນີ້.

ທ່ານ ກົວ ເຈຍກຸນ (Guo Jiakun), ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວວ່າ:

“ບໍ່ມີຜູ້ໃດຊະນະໃນສົງຄາມການຄ້າ ແລະສົງຄາມດ້ານພາສີ. ສິ່ງຈໍາເປັນໃນປັດ ຈຸບັນນີ້ ບໍ່ແມ່ນການເພີ້ມອັດຕາພາສີຝ່າຍດຽວ, ແຕ່ຄືການໂອ້ລົມ ແລະການປຶກ ສາຫາລືທີ່ເທົ່າທຽມກັນ ໂດຍອີງໃສ່ພື້ນຖານຂອງການເຄົາລົບເຊິ່ງກັນ ແລະກັນ. ພວກ​ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ໃຫ້​ ສະຫະລັດ ​ແກ້​ໄຂ​ແນວທາງປະຕິບັດທີ່​ຜິດພາດ​ຂອງ​ຕົນ ​ພ້ອມທັງຍຸຕິການ​ນໍາເອົາກໍລະນີ​ທາງການເມືອງ ມາເປັນບັນ ຫາທາງ​ເສດຖະກິດ ແລະ​ການ​ຄ້າ.”

ແຕ່ ​ທ່ານ ທຣໍາ ກ່າວ​ວ່າ ບໍ່​ພຽງ​ແຕ່​ຄູ່​ແຂ່ງ​ເທົ່າ​ນັ້ນ ທີ່ເອົາ​ປຽບ​ ສະຫະລັດ, ​ແຕ່ຍັງ​ລວມບັນດາປະເທດ​ພັນທະ​ມິດນໍາອີກດ້ວຍ​.

ທ່ານດໍໂນລ ທຣຳ, ປະທານາທິບໍດີສະຫະລັດ ກ່າວວ່າ:

“ພວກເຮົາຖືກເອົາປຽບຈາກທັງມິດ ແລະສັດຕູ. ປະເທດຂອງພວກເຮົາຕ້ອງ ການເຫຼັກ ແລະອະລູມິນຽມທີ່ຜະລິດຢູ່ໃນອາເມຣິກາ ທີ່ບໍ່ແມ່ນມາຈາກຕ່າງ ປະເທດ. ພວກເຮົາຈໍາເປັນຕ້ອງມີການສ້າງ ເພື່ອປົກປ້ອງອະນາຄົດຂອງປະ ເທດພວກເຮົາ, ການຟື້ນຄືນຂອງການຜະລິດ ແລະຜະລິດຕະພັນຂອງ ສະຫະລັດ, ມັນເປັນລັກສະນະ ທີ່ບໍ່ໄດ້ເຫັນມາເປັນເວລາຫຼາຍທົດສະວັດແລ້ວ.”

ບັນດານັກເສດຖະສາດຫຼາຍຄົນເຊື່ອວ່າ ອັດຕາພາສີ ຈະເຮັດໃຫ້ລາຄາຜູ້ບໍລິ ໂພກເພີ້ມຂຶ້ນ. ນັກວິຊາການກ່ຽວກັບລະບົບຕ່ອງໂສ້ອຸປະທານ ແລະຍຸດທະ ສາດກ່າວວ່າ ການປະຕິບັດງານຂອງ ທ່ານ ທຣໍາ ຍັງໄດ້ເຮັດໃຫ້ເກີດຄໍາຖາມ ກ່ຽວກັບນະໂຍບາຍທີ່ສໍາຄັນຕ່າງໆໃນທົ່ວໂລກ.

ສາດສະດາຈານ ຊັນເດີເຣສ ເຮຣາກູ (Sunderesh Heragu), ຈາກມະຫາ ວິທະຍາໄລແຫ່ງລັດໂອກລາໂຮມາ ກ່າວຜ່ານ Zoom ວ່າ:

“ຍັງ​ບໍ່ຈະ​ແຈ້ງ​ວ່າ ​ນີ້​ແມ່ນ​ຍຸດ​ທະ​ສາດຂອງ​ການ​ເຈ​ລະ​ຈາ ຫຼື ບໍ່, ແລະ​ຈະ​ເປັນ​ຍຸດທະສາດແບບ​ຖາ​ວອນ ​ຫຼື ​ບໍ່. ຍຸດທະສາດດັ່ງກ່າວນີ້ ຈະຈໍາກັດພຽງແຕ່ ການາດາ, ເມັກຊິໂກ ແລະ ຈີນ ເທົ່ານັ້ນ ຫຼື ບໍ່, ຕົວຢ່າງ ຫຼື ມັນຈະຂະ ຫຍາຍໄປສູ່ສະຫະພາບຢູໂຣບ ນໍາອີກ? ຫຼື ແມ່ນແຕ່ບັນດາປະເທດໃນກຸ່ມ BRICS, ເຊິ່ງທ່ານຮູ້ວ່າມີ ບຣາຊິລ, ຣັດເຊຍ, ອິນເດຍ, ຈີນ, ອາຟຣິກາໃຕ້ ແລະອີກ 12 ຫຼື 14 ປະເທດອື່ນໆ, ທີ່ເປັນສ່ວນນຶ່ງຂອງກຸ່ມ ນໍາບໍ?”

ທ່ານ​ກ່າວ​ວ່າ ຄວາມ​ກັງວົນ​ເຫຼົ່າ​ນີ້ ​ອາດ​ຜັກດັນ​ໃຫ້​ປະ​ເທດ​ຕ່າງໆ​ປັບຄວາມສໍາ ພັນ​ດ້ານ​ການ​ຄ້າ​ຄືນ​ໃໝ່, ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ຜູ້​ຜະ​ລິດມີຄວາມກັງວົນ.

ສາດສະດາຈານ ຊັນເດີເຣສ ເຮຣາກູ, ຈາກມະຫາວິທະຍາໄລແຫ່ງລັດ ໂອກລາໂຮມາ ກ່າວວ່າ:

“ອີກຄັ້ງນຶ່ງ, ຫຼາຍໆທຸລະກິດກຽດຊັງຄວາມບໍ່ແນ່ນອນ. ດັ່ງນັ້ນ, ພວກເຂົາເຈົ້າ ຈະຢຸດທຸກຢ່າງ. ນັ້ນໝາຍຄວາມວ່າ ອາດຈະຫຼຸດກິດຈະກໍາໃນການຜະລິດລົງ, ໃນຂະນະດຽວກັນ ອັດຕາພາສີສາມາດມີຜົນກະທົບເຮັດໃຫ້ເກີດອັດຕາ ເງິນເຟີ້ໄດ້.”

ບາງອຸດສາຫະກໍາລົດຍົນຂອງ ສະຫະລັດ, ເຊິ່ງມີສໍານັກງານໃຫຍ່ໃນນະຄອນ ດີທຣັອຍ, ລັດມິຊິແກນ, ໄດ້ສະທ້ອນໃຫ້ເຫັນເຖິງຄວາມກັງວົນດັ່ງກ່າວມານັ້ນ.

ທ່ານ ເກລັນ ສຕີເວັນສ໌ ຈູເນ່ຍ (Glenn Stevens Jr.) ຜູ້ອໍານວຍການໃຫຍ່ ຂອງ MichAuto, ພ້ອມທັງເປັນຮອງປະທານຝ່າຍລິເລີ້ມດ້ານພາຫະນະລົດຍົນ ແລະການເຄື່ອນທີ່ຂອງຫໍການຄ້າແຫ່ງພາກພື້ນນະຄອນ ດີທຣັອຍ (Detroit Regional Chamber).

ທ່ານ ເກລັນ ສຕີເວັນສ໌ ຈູເນ່ຍ, ຈາກ MichAuto ກ່າວວ່າ:

“ການກໍານົດອັດຕາພາສີແບບກະທັນຫັນຕໍ່ລະບົບ, ມັນບໍ່ມີປະໂຫຍດຫຍັງ ທີ່ຈະຕາມມາຫຼາຍ ຫຼັງຈາກນັ້ນ.”

ທ່ານ ທຣໍາ ດໍາເນີນງານກ່ຽວກັບບັນຫານີ້ແບບຟ້າແມບ ໃນສະໄໝທີສອງຂອງ ທ່ານ.

ທ່ານ ທຣໍາ: “ພວກເຮົາຍັງຈະປະກາດອັດຕາພາສີສໍາລັບເຫຼັກ ໃນວັນຈັນ.”

ນັກຂ່າວ: “ມື້ອື່ນນີ້ບໍ?”

ທ່ານ ທຣໍາ: “ວັນຈັນ. ມື້ອື່ນນີ້."

ພັນທະມິດ​ດ້ານ​ການ​ຄ້າ​ຂອງ ​ສະຫະລັດ ​ອອກມາ​ເຕືອນ​ວ່າ​ ອັດຕາ​ພາສີ​ດັ່ງກ່າວ ​ອາດ​ສົ່ງຜົນກະທົບ​ໃຫ້​ແກ່​ບັນດາ​ບໍລິສັດ​ຜູ້ຜະລິດ​ລົດຍົນ, ຜູ້​ສ້າງ​ເຮືອ ​ແລະ​ອຸດສາຫະກຳດ້ານ​ອື່ນໆ​ຂອງ ​ສະຫະລັດ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

U.S. President Donald Trump on Monday announced a 25% tariff on aluminum and steel tariffs that could hit Canada and Mexico, the top two exporters to the U.S., the hardest. Trump’s ongoing trade offensive also provoked chiding from the U.S.’ top competitor, China. VOA correspondent Anita Powell reports from the White House.

Another shot in President Donald Trump’s trade war. On Monday, he announced 25 percent tariffs on steel and aluminum.

U.S. President Donald Trump:

‘’It’s a big deal. This is a big deal. This is the beginning of making America rich again …”

Howard Lutnick is Trump’s nominee to lead the Commerce Department.

Howard Lutnick, Secretary of Commerce Nominee:

“You are the president who is standing up for the American steelworker. And I am just tremendously impressed and delighted to stand next to you.”

Trump's trade adviser says this move will help domestic producers and support the nation's economic and national security.

The biggest foreign steel suppliers — Canada, Brazil, Mexico and South Korea — are likely to be hit hardest.

Earlier Monday, Beijing's additional 10 to 15 percent tariffs on U.S. goods took effect as a countermeasure to Trump’s 10 percent hike on Chinese goods earlier this month

Guo Jiakun is spokesperson for China’s Ministry of Foreign Affairs

Guo Jiakun, Chinese Foreign Ministry Spokesperson, Mandarin:

“There are no winners in trade wars and tariff wars. // What is needed now is not unilateral tariff increases, but equal dialogue and consultation based on mutual respect. We urge the U.S. to correct its wrong practices and stop politicizing and instrumentalizing economic and trade issues.”

But Trump says not only rivals, but also allies, were taking advantage of the U.S.

US President Donald Trump:

"We were being pummeled by both friend and foe alike. Our nation requires steel and aluminum to be made in America and not in foreign lands. We need to create in order to protect our country's future, a resurgence of US manufacturing and production, the likes of which has not been seen for many decades."

Many economists believe tariffs raise consumer prices. Scholars of supply chains and logistics say Trump’s move also raises major global policy questions.

Professor Sunderesh Heragu of Oklahoma State University.

Sunderesh Heragu, Oklahoma State University, Zoom.

“It's not clear whether this is a negotiating strategy, whether this is going to be permanent. Is this only restricted to Canada, Mexico and China as it is now, or is it going to expand to the European Union, for example, or even the BRICS countries, of which, you know, Brazil, Russia, India, China, South Africa and 12 or 14 other countries, are part of?”

These concerns may prompt countries to realign their trade relationships, he said, which will likely alarm producers.

Sunderesh Heragu, Oklahoma State University:

“Businesses, again, hate uncertainty. So, they're going to put everything on pause. That means there could be a decrease in production activity while, at the same time, the tariffs could have inflationary effects.”

Some in the U.S. automotive industry — headquartered in Detroit, Michigan — echoed that concern.

Glenn Stevens Jr. is executive director of MichAuto and the Detroit Regional Chamber’s vice president of automotive and mobility initiatives.

Glenn Stevens Jr., MichAuto:

"Sudden tariffs to a system, there isn't a lot of good that comes out of that."
Trump has moved lightning-fast on this issue in his second term.

TRUMP: “We’ll also be announcing steel tariffs on Monday.”

REPORTER: “Tomorrow?”

TRUMP: “Monday. Tomorrow."

U.S. trade partners have warned that the tariffs could hurt automakers, shipbuilders and other U.S. industries.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG