ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳປະເທດຕາເວັນຕົກ ມີປະຕິກິລິຍາຕໍ່ ການຂົ່ມຂູ່ ຂອງທ່ານທຣຳ ທີ່ຈະບໍ່ປ້ອງກັນ ເນໂຕ້


ຜູ້ສະໝັກເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຢູ່ທີ່ການໂຮມຊຸມນຸມ ທີ່ເອີ້ນວ່າ ອອກໄປປ່ອນບັດ (Get Out The Vote) ຢູ່ທີ່ມະຫາວິທະຍາໄລແຄມຝັ່ງໂຄໂຣໄລນາ ໃນເມືອງຄອນເວ, ລັດຄາໂຣໄລນາໃຕ້, ວັນທີ 10 ກຸມພາ 2024.
ຜູ້ສະໝັກເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຢູ່ທີ່ການໂຮມຊຸມນຸມ ທີ່ເອີ້ນວ່າ ອອກໄປປ່ອນບັດ (Get Out The Vote) ຢູ່ທີ່ມະຫາວິທະຍາໄລແຄມຝັ່ງໂຄໂຣໄລນາ ໃນເມືອງຄອນເວ, ລັດຄາໂຣໄລນາໃຕ້, ວັນທີ 10 ກຸມພາ 2024.

ເຈົ້າໜ້າທີ່ຂັ້ນສູງຂອງປະເທດຕາເວັນຕົກ ໃນວັນອາທິດວານນີ້ ໄດ້ຕ້ອງຕິອະດີດປະທານາທິບໍດີ ສະຫະລັດ ແລະຜູ້ນຳໜ້າຂອງພັກຣີພັບບລີກັນ ທ່ານດໍໂນລ ທຣຳ ກ່ຽວກັບຄວາມເຫັນຂອງທ່ານທີ່ວ່າ ສະຫະລັດອາດ​ຈະບໍ່ປົກປ້ອງບັນດາພັນທະມິດຂອງອົງການເນໂຕ້ ຜູ້ທີ່ທ່ານກ່າວວ່າ ບໍ່ຈ່າຍເງິນພຽງພໍຕໍ່ການປ້ອງກັນປະເທດ ຖ້າຫາກມີການ​ບຸກ​ລຸກຂອງຣັດເຊຍ​ທີ່​ອາດ​ເປັນ​ໄປ​ໄດ້.

“ການສະເໜີແນະໃດໆທີ່ວ່າ ບັນດາພັນທະມິດຈະບໍ່ປ້ອງກັນຊຶ່ງກັນແລະກັນນັ້ນ ເປັນ​ການບ່ອນທຳລາຍຄວາມໝັ້ນຄົງຂອງພວກເຮົາທັງໝົດ, ລວມທັງສະຫະລັດນຳດ້ວຍ, ແລະເຮັດໃຫ້ພວກທະຫານຂອງອາເມຣິກາ ແລະບັນດາປະເທດໃນຢູໂຣບ ມີຄວາມສ່ຽງເພີ້ມຂຶ້ນ” ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕເທັນເບີກ ກ່າວໃນຖະແຫລງການທີ່ຂຽນດ້ວຍຕົນເອງ. ທ່ານກ່າວຕື່ມວ່າ “ການໂຈມຕີໃດໆຕໍ່ອົງການເນໂຕ້ ຈະຖືກພົບກັບການຕອບໂຕ້ ຢ່າງເປັນເອກະພາບ ແລະເຂັ້ມແຂງ.”

ລັດຖະມົນຕີປ້ອງກັນປະເທດຂອງໂປແລນ ທ່ານວລາດີສລໍ ໂກຊີນີອາກຄ໌-ຄາມິສ (Wladyslaw Kosiniak-Kamysz) ຍັງໄດ້ອອກຄວາມເຫັນ ໂດຍກ່າວວ່າ “ຄຳຂວັນຂອງເນໂຕ້ ‘ນຶ່ງເພື່ອທັງໝົດ, ທັງໝົດເພື່ອນຶ່ງ’ ເປັນຄຳໝັ້ນໝາຍທີ່ຢຶດໝັ້ນ ຂອງພັນທະມິດສົນທິສັນຍາແອນແລນຕິກເໜືອ. ການບ່ອນທຳ ລາຍຕໍ່ຄວາມເຊື່ອຖື ຂອງບັນດາປະເທດພັນທະມິດທັງຫຼາຍ ໝາຍຄວາມວ່າ ການເຮັດໃຫ້ອົງການເນໂຕ້ທັງໝົດອ່ອນແອລົງ” ທ່ານສໂຕເທັນເບີກ ໄດ້ຂຽນລົງໃນສື່ສັງຄົມ X.

ສ່ວນລັດຖະມົນຕີການຕ່າງປະເທດຂອງເຢຍຣະມັນ ກໍໄດ້ນຳເອົາຂໍ້ຄວາມທີ່ວ່າ “ນຶ່ງເພື່ອທັງໝົດ, ທັງໝົດເພື່ອນຶ່ງ” ພ້ອມດ້ວຍຂໍ້ຄວາມ #StrongerTogether ລົງໃນບັນຊີ X ໃນພາສາອັງກິດຂອງຕົນ ເຊັ່ນກັນ. ປະທານສະພາຂອງສະຫະພາບຢູໂຣບ ທ່ານຊອລສ໌ ມິແຊລ ກໍໄດ້ກ່າວວ່າ “ຖະແຫລງການທີ່ເລີນເລີ້ ກ່ຽວກັບ #NATO’s security and Art ຊຶ່ງເປັນ 5 ຂໍ້ຂອງຄວາມສາມັກຄີ ທີ່ຮັບໃຊ້ພຽງແຕ່ຜົນປະໂຫຍດຂອງປູຕິນເທົ່ານັ້ນ.”

ມາດຕາທີ 5 ຂອງສົນທິສັນຍາອົງການເນໂຕ້ ກ່າວວ່າ ການໂຈມຕີດ້ວຍກຳລັງທະຫານຕໍ່ສະມາຊິກຂອງກຸ່ມພັນທະມິດ ຈະຖືວ່າ ເປັນການໂຈມຕີຕໍ່ສະມາຊິກທັງໝົດ ໂດຍກະຕຸ້ນໃຫ້ເກີດການປ້ອງກັນຕົນເອງໂດຍລວມ.

Top western officials Sunday criticized former U.S. President and Republican front-runner Donald Trump over his comments that the United States might not protect NATO allies — whom he says are not spending enough on their defense — against a potential Russian invasion.

"Any suggestion that allies will not defend each other undermines all of our security, including that of the U.S., and puts American and European soldiers at increased risk," said NATO Secretary-General Jens Stoltenberg in a written statement. He added, "Any attack on NATO will be met with a united and forceful response."

Polish Defense Minister Wladyslaw Kosiniak-Kamysz also commented, saying, “NATO’s motto 'one for all, all for one' is a concrete commitment of the North Atlantic alliance. Undermining the credibility of allied countries means weakening the entire NATO,” he wrote on social media platform X.

Germany's foreign ministry posted the message, “One for all and all for one” with the hashtag #StrongerTogether on its English language X account. EU Council President Charles Michel said, "Reckless statements on #NATO’s security and Art 5 solidarity serve only (Russian President Vladimir) Putin’s interest."

Article 5 of the NATO treaty says that an armed attack against an alliance member will be considered an attack against them all, triggering collective self-defense.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG