ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທ​ຣຳ ປົດ​ທີ່​ປຶກ​ສາ ​ດ້ານ​ຄວາມ​ປອດ​ໄພ ​ແຫ່ງ​ຊາດ ອອກ​ຈາກ​ຕຳ​ແໜ່ງ


ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ ຈອນ ໂບ​ລ​ຕັນ.
ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ ຈອນ ໂບ​ລ​ຕັນ.

ໂຄ​ສົກ​ຂອງ​ລັດ​ຖະ​ບານ​ອີ​ຣ່ານ​ກ່າວ​ວ່າ ການ​ຈາກ​ໄປ​ຂອງ​ທ່ານ​ຈອນ ໂບ​ລ​ຕັນ ທີ່​ປຶກ​ສາ
​ດ້ານ​ຄວາມ​ໝົ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດອາດ​ສາ​ມາດ​ອຳ​ນວຍ​ໃຫ້​ລັດ​ຖະ​ບານ​ປະ​
ທານາທິບໍດີ ດໍໂນລ ທຣຳ ຮັບມືກັບອີຣ່ານ “ແບບມີອະຄະຕິ ໜ້ອຍລົງກວ່າເກົ່າ.

ທ່ານ​ອາ​ລີ ຣາ​ບາຍ​ອີ ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ ທ່ານ​ໂບ​ລ​ຕັນ ແມ່ນ “ສັນ​ຍາ​ລັກໃນ​ນະ​ໂຍ
ບາຍການໃຊ້ກຳລັງຂອງອາເມຣິກາ” ແລະມີຄວາມກຽດຊັງ ຕໍ່ອີຣ່ານ. ພວກ​ເຈົ້າ​ໜ້າ​ທີ່
ຮວມທັງ ລັດຖະມົນຕີການຕ່າງປະເທດ ທ່ານຈາວາດ ຊາຣິຟ ໄດ້​ຊີ້​ໃຫ້​ເຫັນ​ຊ້ຳ​ແລ້ວ​ຊ້ຳ​
ອີກວ່າ ທ່ານໂບລຕັນ ເປັນບຸກຄົນທີ່ຄັດຄ້ານຕໍ່ການເຈລະ​ຈາ ເພື່ອ​ແກ້​ໄຂ​ບັນ​ຫາ​ຄວາມ
ເຄັ່ງຕຶງລະຫວ່າງສະຫະລັດ ກັບອີຣ່ານ.

ການ​ປົດ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ຈອນ ໂບ​ລ​ຕັນ ອອ​ກ​ຈາກ​ຕຳ​ແໜ່ງ
ໂດຍປະທານາທິບໍດີ ດໍໂນລ ທຣຳ ຈະບໍ່ປ່ຽນແປງນະໂຍບາຍການຕ່າງປະເທດຂອງທ່ານ
ທຣຳ, ອີງຕາມການກ່າວຂອງລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ.

ທ່ານ ພອມ​ພຽວ ໄດ້​ກ່າວບໍ່​ເຖິງ​ສອງ​ຊົ່ວ​ໂມງ ຫຼັງ​ຈາກ​ທ່ານ ທ​ຣຳ ໄດ້​ປະ​ກາດ​ໃນ​ທວິດ​ເຕີ
ວ່າ ທ່ານໄດ້ຂັບໄລ່ທ່ານ ໂບລຕັນ ອອກຈາກຕຳແໜ່ງວ່າ “ຂ້າພະເຈົ້າບໍ່ຄິດວ່າ ຜູ້ນຳໃນ
ທົ່ວໂລກຄວນເດົາວ່າ ຍ້ອນນຶ່ງໃນພວກເຮົາໄດ້ອອກໄປ ມັນຈະເຮັດໃຫ້ນະໂຍບາຍການ
ຕ່າງປະເທດຂອງປະທານາທິບໍດີ ທຣຳ ປ່ຽນແປງຢ່າງຫຼວງຫຼາຍ.”

ທ່ານ ພອມ​ພຽວ ໄດ້​ປາ​ກົດ​ຕົວ​ຢູ່​ແທ່ນ​ກ່າວ​ຄຳ​ປາ​ໄສ​ຂອງ ທຳ​ນຽບ​ຂາວ ພ້ອມ​ກັບ​ລັດ​ຖະ​
ມົນຕີກະຊວງການເງິນ ສະຫະລັດ ທ່ານ ສຕີເວັນ ມະນູຊິນ ເພື່ອປຶກສາຫາລືດຳລັດ
ປະທານາທິບໍດີ ເພື່ອຂະຫຍາຍມາດຕະການລົງໂທດຕ່າງໆ ໃນການຕໍ່ສູ້ກັບລັດທິກໍ່ການ
ຮ້າຍ.

ທ່ານ ໂບ​ລ​ຕັນ ຄວນ​ທີ່​ຈະ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຖະ​ແຫຼງ​ຂ່າວດັ່ງ​ກ່າວ, ທີ່​ຖືກ​ປະ​ກາດ​ພຽງ
ນຶ່ງຊົ່ວໂມງ ກ່ອນໜ້ານັ້ນ, ເຊິ່ງມັນລະບຸໃຫ້ເຫັນການອອກໄປຢ່າງກະທັນ​ຫັນ​ຂອງ​ທ່ານ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ທວິດ​ເຕີເມື່ອ​ຕອນ​ບ່າຍ​ວັນ​ອັງ​ຄານ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ໄດ້​
ແຈ້ງໃຫ້ທ່ານ ຈອນ ໂບລຕັນ ຮູ້ມື້ຄືນນີ້ວ່າ ການເຮັດວຽກຂອງທ່ານແມ່ນບໍ່ເປັນທີ່ຕ້ອງ
ການໃນທຳນຽບຂາວອີກຕໍ່ໄປ. ຂ້າພະເຈົ້າບໍ່ເຫັນດີຢ່າງແຮງ ກ່ຽວກັບ ການແນະນຳ
ຕ່າງໆຂອງລາວ, ຄືກັບຄົນອື່ນໆໃນລັດຖະບານ, ແລະ ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຂໍໃຫ້
ທ່ານ ຈອນ ລາອອກຈາກຕຳແໜ່ງຂອງລາວ, ເຊິ່ງຖືກຍື່ນໃຫ້ຂ້າພະເຈົ້າຕອນເຊົ້າມື້ນີ້.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຂອບ​ໃຈ​ທ່ານ ໂບ​ລ​ຕັນ ສຳ​ລັບ​ການ​ເຮັດ​ວຽກ​ຂອງ​ທ່ານ ແລະ​ໄດ້​
ກ່າວວ່າ ທ່ານຈະແຕ່ງຕັ້ງຄົນໃໝ່ແທນ ໃນອາທິດໜ້າ.

ຮອງ​ຂອງ​ທ່ານ ໂບ​ລ​ຕັນ, ທ່ານ ຊາ​ລີ ແຊັບ​ແມນ, ຈະ​ເປັນ​ວ່າ​ການ​ແທນ​ທີ່​ປຶກ​ສາ​ດ້ານ​
ຄວາມປອດໄພແຫ່ງຊາດ.

ທ່ານ ໂບ​ລ​ຕັນ, ໄດ້​ຂຽນ​ຕອບ​ໃນ​ທວິດ​ເຕີ​ຢ່າງວ່ອງ​ໄວ ແລະ ໃນ​ທັນ​ທີ​ວ່າ “ຂ້າ​ພະ​ເຈົ້າ​
ໄດ້ລາອອກຈາກຕຳແໜ່ງມື້ຄືນນີ້ ແລະ ປະທານາທິບໍດີ ທຣຳ ໄດ້ກ່າວວ່າ, ແລ້ວຈຶ່ງ
ລົມກັນ ກ່ຽວກັບ ມັນມື້ອື່ນ.”

ທຳ​ນຽບ​ຂາວ ໄດ້​ປະ​ຕິ​ເສດ​ ກ່ຽວ​ກັບ ບັນ​ຫາ​ໃດ​ນຶ່ງ​ທີ່​ໄດ້​ເຮັດ​ໃຫ້​ເກີດ​ການ​ແຕກ​ແຍກ​ກັນ
ລະຫວ່າງທ່ານ ໂບລຕັນ ກັບ ທ່ານ ທຣຳ.

ໂຄ​ສົກ​ ທ່ານ ໂຮ​ແກນ ກິດ​ລີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເພິ່ນ​ພຽ​ງ​ແຕ່ບໍ່​ເຫັນ
ພ້ອມນຳກັນໃນຫຼາຍບັນຫາ,” ໃນຂະນະທີ່ທ່ານ ພອມພຽວ ໄດ້ກ່າວວ່າ “ມັນມີຫຼາຍຄັ້ງ
ທີ່ເອກອັກຄະລັດຖະທູດ ໂບລຕັນ ກັບຂ້າພະເຈົ້າບໍ່ເຫັນດີນຳກັນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG