ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ດຶງດູດເອົາ ເງິນສະໜັບສະໜຸນ ຈາກພວກສະໜັບສະໜຸນ ໃນລັດເທັກຊັສ ທີ່ເປັນແຫລ່ງຜະລິດນ້ຳມັນ


ປະທານາທິບໍດີ ດໍໂນລ ທຣຳ ໂບກມືໃຫ້ແກ່ພວກສະໜັບສະໜຸນ ຫຼັງຈາກທີ່ດໄດ້ກ່າວໃຫ້ຄຳຄິດເຫັນຂອງທ່ານ ກ່ຽວກັບ ການຜະລິດດ້ານພະລັງງານຂອງອາເມຣິກາ ໃນລະຫວ່າງການຢ້ຽມຢາມບໍລິສັດ Double Eagle Energy Oil Rig, ເມື່ອວັນພຸດທີ 29 ກໍລະກົດ 2020, ໃນເມືອງ ມິດແລນ ລັດເທັກຊັສ. (AP Photo/Tony Gutierrez)
ປະທານາທິບໍດີ ດໍໂນລ ທຣຳ ໂບກມືໃຫ້ແກ່ພວກສະໜັບສະໜຸນ ຫຼັງຈາກທີ່ດໄດ້ກ່າວໃຫ້ຄຳຄິດເຫັນຂອງທ່ານ ກ່ຽວກັບ ການຜະລິດດ້ານພະລັງງານຂອງອາເມຣິກາ ໃນລະຫວ່າງການຢ້ຽມຢາມບໍລິສັດ Double Eagle Energy Oil Rig, ເມື່ອວັນພຸດທີ 29 ກໍລະກົດ 2020, ໃນເມືອງ ມິດແລນ ລັດເທັກຊັສ. (AP Photo/Tony Gutierrez)

ໃນລະຫວ່າງການຢ້ຽມຢາມລັດເທັກຊັສ ທີ່ບໍ່ເຖິງ 100 ວັນ ກ່ອນໜ້າການເລືອກຕັ້ງໃນປີນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ໂຄສະນານະໂຍບາຍດ້ານພະລັງງານຕ່າງໆຂອງທ່ານ ໂດຍກ່າວເຕືອນວ່າອຸດສາຫະກຳນ້ຳມັນແລະນ້ຳມັນເຊື້ອໄຟຂອງລັດນີ້ ຈະຖືກທຳລາຍຖ້າຫາກຄູ່ແຂ່ງຂອງທ່ານ ກໍຄືອະດີດຮອງປະທານາທິບໍດີ ໂຈ ໄບເດັນ ຖືກເລືອກ.

ທ່ານທຣຳ ໄດ້ກ່າວອ້າງໃນວັນພຸດວານນີ້ ວ່າ “ພວກຫົວຮຸນແຮງຝ່າຍຊ້າຍ ກຳລັງຕໍ່ສູ້ເພື່ອທີ່ຈະລົບລ້າງພະລັງງານຂອງອາເມຣິກາ, ທຳລາຍອຸດສາຫະກຳນ້ຳມັນ ແລະນ້ຳມັນເຊື້ອໄຟ ແລະເຮັດໃຫ້ວຽກງານຂອງພວກເຈົ້າໝົດໄປ.”

ລັດເທັກຊັສ ແມ່ນຢູ່ໃນອັນດັບສູງທີ່ສຸດ ພາຍໃນ 50 ລັດທັງໝົດ ທີ່ຢູ່ໃນພາກສ່ວນພະລັງງານໃນແງ່ຂອງການຈ້າງງານ ແລະການຜະລິດໂດຍລວມ. ແຕ່ອຸດສາຫະກຳດັ່ງກ່າວ ໄດ້ຖືກກະທົບຢ່າງໜັກເມື່ອມໍ່ໆມານີ້ ຍ້ອນລາຄານ້ຳມັນດິບທີ່ຕົກຕ່ຳ ແລະການລະບາດລະດັບໂລກຂອງໄວຣັສໂຄໂຣນາ.

ທ່ານປະທານາທິບໍດີ ໄດ້ກ່າວສູ່ຟັງຂໍ້ຄິດເຫັນຕ່າງໆຂອງທ່ານ ແກ່ພວກຄົນງານຂອງບໍລິສັດ Double Eagle Energy ຊຶ່ງເປັນບໍລິສັດນ້ຳມັນດິບ ແລະແກັສທຳມະຊາດ ຂະໜາດກາງ ຢູ່ໃນເມືອງ Midland ຕັ້ງຢູ່ໃນເຂດລຸ່ມແມ່ນ້ຳເພີມຽນ (Permian Basin).

“ມັນມີການທັບຊ້ອນກັນຂະໜາດໃຫຍ່ ລະຫວ່າງພວກຄົນງານ ໃນອຸດສາຫະກຳພະລັງງານ ຢູ່ໃນລັດເທັກຊັສແຫ່ງນີ້ ແລະຖານສຽງສະໜັບສະໜຸນດ້ານການເມືອງຂອງທ່ານ,” ນັ້ນແມ່ນຄໍາເວົ້າຂອງທ່ານ ເບຣນດັນ ສະໄຕນ໌ຮາວເຊີ ຜູ້ໃຫ້ຄຳປຶກສາດ້ານການເມືອງຂອງພັກຣີພັບບລີກັນ ໃນເມືອງອອສຕິນ.

ກ່ອນໜ້າໃນມື້ດຽວກັນນີ້ ຢູ່ທີ່ງານການໂຄສະນາຫາສຽງສອງແຫ່ງໃນເມືອງ ໂອເດສຊາ ທ່ານທຣຳ ລະດົມທຶນໄດ້ 7 ລ້ານໂດລາ ໃນການປຸກລະດົມຂໍການປະກອບສ່ວນໃນເວລາທີ່ການຢັ່ງຫາງສຽງຕ່າງໆ ໄດ້ສະແດງໃຫ້ເຫັນວ່າ ການແຂ່ງຂັນສູ້ກັບ ທ່ານ ໄບເດັນ ຢູ່ໃນລັດ ເທັກຊັສ ນັ້ນ ແມ່ນໄກ້ຄຽງກັນຫຼາຍກວ່າທີ່ໄດ້ຄາດໝາຍເອົາໄວ້ ຈຶ່ງເປັນການຕ້ອງເອົາຊະນະລັດນີ້ໃຫ້ໄດ້ສຳລັບທ່ານປະທານາທິບໍດີ.

“ສະນັ້ນ ທ່ານທຣໍາ ກໍມີວຽກທີ່ຍາກລໍາບາກຢູ່ທີ່ນີ້ ເພື່ອທີ່ຈະໄຈ້ແຍກການນໍາສົ່ງສານ ແລະການນຳສົ່ງນະໂຍບາຍຕ່າງໆ ທີ່ຈະເຮັດໃຫ້ຖານສຽງເພິ່ງພໍໃຈ ແລະຮັກສາເງິນປະກອບສ່ວນນັ້ນໄວ້ ຫຼັງຈາກການໂຄສະນາຫາສຽງຂອງທ່ານ. ແຕ່ໃນເວລາດຽວກັນ ບໍ່ເຮັດໃຫ້ພວກທີ່ມີສິດປ່ອນບັດທັງຫຼາຍເຫຼົ່ານັ້ນທີ່ຢູ່ລະຫວ່າງກາງ ພວກທີ່ເປັນອິດສະຫລະ ແລະພວກທີ່ອາດຈະປ່ຽນຝ່າຍ ຮູ້ສຶກບາດໝາງໃຈ ຜູ້ທີ່ຈະສະໜັບສະໜຸນເລື້ອງຕ່າງໆ ທີ່ພັກຣີພັບບລີກັນສະໜັບສະໜຸນນັ້ນ” ນັ້ນແມ່ນຄຳເວົ້າທີ່ທ່ານສະໄຕນ໌ຮາວເຊີ ໄດ້ກ່າວຕໍ່ວີໂອເອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG