ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ດໍໂນລ ທຣຳ ທະວີສົງຄາມ ດ້ານວັດທະນະທຳ ໃນການໂຄສະນາຫາສຽງ


ພວກປະທ້ວງຊາວອາເມຣິກັນອິນເດຍແດງ ພາກັນກີດຂວາງ ທາງທີ່ນຳໄປສູ່ພູເຂົາ ຣັສມອຣ ກ່ອນໜ້າທີ່ປະທານາທິບໍດີ ດໍໂນລ ທຣຳ ຈະໄປຢ້ຽມຢາມອະນຸສອນສະຖານຢູ່ທີ່ນັ້ນ ໃນວັນສຸກ ທີ 3 ກໍລະກົດ 2020, ໃນເມືອງ ຄີສໂຕນ, ລັດດາໂຄຕ້າໃຕ້ (AP Photo/Stephen Groves)
ພວກປະທ້ວງຊາວອາເມຣິກັນອິນເດຍແດງ ພາກັນກີດຂວາງ ທາງທີ່ນຳໄປສູ່ພູເຂົາ ຣັສມອຣ ກ່ອນໜ້າທີ່ປະທານາທິບໍດີ ດໍໂນລ ທຣຳ ຈະໄປຢ້ຽມຢາມອະນຸສອນສະຖານຢູ່ທີ່ນັ້ນ ໃນວັນສຸກ ທີ 3 ກໍລະກົດ 2020, ໃນເມືອງ ຄີສໂຕນ, ລັດດາໂຄຕ້າໃຕ້ (AP Photo/Stephen Groves)

ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ແມ່ນປັກທຸງຂອງທ່ານຢ່າງເດັດດ່ຽວໃສ່ເບື້ອງຂອງສົງຄາມດ້ານວັດທະນະທຳຢູ່ໃນອາເມຣິກາ.

ໃນການກ່າວຄຳປາໄສສອງຄັ້ງ ທີ່ດຶງດູດຄວາມສົນໃຈສູງແລະໃນຄວາມເຫັນຕ່າງໆໃນທວີດເຕີ້ນັ້ນ ທ່ານທຣຳ ປະຕິເສດຕໍ່ຂະບວນການທີ່ໃຫຍ່ຂຶ້ນນັບມື້ ທີ່ຢາກໃຫ້ກຳລັງຕຳຫຼວດ ແກ້ໄຂເລື້ອງຄວາມອະຄະຕິດ້ານເຊື້ອຊາດແລະນຳເອົາ ອານຸສາວະລີ ແລະທຸງຂອງລັດຕ່າງໆໃນເຂດພາກໃຕ້ທີ່ເຄີຍເປັນສະຫະພັນລັດແຍກຕົວຈາກສະຫະລັດນັ້ນ ໄປເກັບໄວ້.

ໂດຍເນັ້ນໜັກເຖິງຄວາມຮັກຊາດແລະໃນຫົວຂໍ້ເລື້ອງປະຫວັດສາດດັ່ງເດີມຂອງອາເມຣິກາ ທ່ານທຣຳ ຮຽກຮ້ອງຕໍ່ຖານສຽງດ້ານການເມືອງຂອງທ່ານ ແລະຮ້ອງພວກຝ່າຍກົງກັນຂ້າມຂອງທ່ານວ່າ ເປັນໄພອັນຕະລາຍ ສຳລັບປະເທດຊາດ.

ໂດຍມີຫົວຂອງສີ່ປະທານາທິບໍດີຂະໜາດໃຫຍ່ ຂວັດຈາກຫີນພູ ເປັນສາກດ້ານຫລັງຂອງທ່ານຢູ່ທີ່ພູເຂົາຣັສມໍ ໃນວັນສຸກຜ່ານມານີ້ ແລະຢູ່ເດີ່ນຫຍ້າ ຂອງທຳ ນຽບຂາວ ເພື່ອເປັນການສະເຫຼີມສະຫຼອງ ວັນຄົບຮອບເອກະລາດໃນມື້ຕໍ່ມານັ້ນ ທ່ານທຣຳ ໄດ້ເຕືອນວ່າ ໄພຂົ່ມຂູ່ພາຍໃນປະເທດຈາກພວກຄົນທີ່ຄຽດແຄ້ນປະ ກອບດ້ວຍພວກນິຍົມອະນາທິປະໄຕ ພວກນິຍົມລັດທິມາກຊິສ ແລະພວກຊ້າຍຈັດນິຍົມຟາຊິສ ຜູ້ທີ່ “ພະຍາຍາມທັບມ້າງຮູບປັ້ນຂອງພວກຜູ້ກໍ່ຕັ້ງປະເທດຂອງພວກເຮົາ ທຳລາຍອານຸສອນສະຖານທີ່ສັກສິດທີ່ສຸດຂອງພວກເຮົາແລະກໍ່ອາຊະຍາກຳທີ່ຮ້າຍແຮງໃນເມືອງຕ່າງໆຂອງພວກເຮົາ.”

ການປະຕິວັດດ້ານວັດທະນະທຳ ຂອງພວກຝ່າຍຊ້າຍ ອີງຕາມທ່ານທຣຳແລ້ວ ແມ່ນຊອກຫາທາງທີ່ຈະ “ລົບລ້າງປະຫວັດສາດຂອງພວກເຮົາ ຢ່າງບໍ່ມີຄວາມເມດຕາ, ໝິ່ນປະໝາດບັນດາວິລະບຸລຸດຂອງພວກເຮົາ, ລົບຄ່ານິຍົມຂອງພວກເຮົາ ແລະປູກຝັງຈິດສຳນຶກພວກລູກເຕົ້າຂອງພວກເຮົາ.”

ການຢັ່ງຫາງສຽງຄວາມຄິດເຫັນຂອງມະຫາຊົນ ສະແດງໃຫ້ເຫັນວ່າ ມີການສະໜັບສະໜຸນພາຍໃນຊາວອາເມຣິກັນຢ່າງກວ້າງຂວາງສຳລັບ ຂະບວນການ Black Lives Matter ຫຼື ຊີວິດຂອງຄົນຜິວດຳສຳຄັນ ໂດຍມີປະມານ ສອງສ່ວນສາມຂອງຊາວອາເມຣິກັນ ກ່າວວ່າ ພວກເຂົາເຈົ້າສະໜັບສະໜຸນຂະບວນການດັ່ງກ່າວ ລວມທັງພວກຊາວອາເມຣິກັນຜິວຂາວໃນຈຳນວນ 60 ເປີເຊັນນຳດ້ວຍ.

ຕະຫຼອດໄລຍະວັນທ້າຍສັບປະດາ ໂຄສົກປະຈຳຄະນະໂຄສະນາຫາສຽງຂອງຜູ້ທີ່ເຊື່ອໝັ້ນວ່າ ຈະຖືກສະເໜີຊື່ໃຫ້ຕາງໜ້າພັກເດໂມແຄຣັດ ທ່ານໂຈ ໄບເດັນ ນັ້ນ ໄດ້ກ່າວວ່າ ສະຫະລັດ ໄດ້ທົນທຸກທໍລະມານຍ້ອນ “ຄວາມຕັດສິນທີ່ເດັດ ຂາດ” ຂອງປະທານາທິບໍດີ ຜູ້ທີ່ “ບໍ່ສົນໃຈກັບສິ່ງໃດເລີຍພຽງແຕ່ຜົນປະໂຫຍດຂອງຕົນເອງ.”

ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນບາງສ່ວນກໍໃຫ້ຄຳຍົກຍ້ອງສຳລັບ ຄວາມເຫັນຕ່າງໆຂອງທ່ານປະທານາທິບໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG