ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທ​ຣຳ ເຫັນ​ພ້ອມ​ກັບ​ຂໍ​້​ຕົກ​ລົ​ງ​ໃຊ້​ຈ່າຍ ເພື່ອສິ້​ນ​ສຸດ​ການ​ປິດ​ພາກ​ສ່ວນ ຂອງລັດ​ຖະ​ບານ


Trump Endorses Spending Deal Ending Partial Government Shutdown
please wait

No media source currently available

0:00 0:02:51 0:00

ການ​ປິດ​ໂຮງ​ການ​ລັດ​ຖະ​ບານ​ທີ່​ຍາວ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ສະ​ຫະ​ລັດ ໄດ້​ສິ້​ນ​ສຸດ​
ລົງ​ໃນ​ວັ​ນ​ສຸກ​ທີ່​ຜ່ານ​ມານີ້ ເ​ມື່ອ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ໄດ້​ໂຈະ​ຄຳ​ຮຽກ​ຮ້ອງ​ຂອງ​
ທ່ານໃນການ​ຂໍ​ທຶນ​ສ້າງ​ກຳ​ແພງຢູ່​ຊາຍ​ແດນ​ສະ​ຫະ​ລັດ ກັບ​ແມັກ​ຊິ​ໂກ, ເຊັນ​ຮ່າງ​ກົດ​
ໝາຍອະ​ນຸ​ມັດ​ງົບ​ປະ​ມານ ​ເພື່ອໃຊ້​ຈ່າຍ​ສຳ​ລັບສາມ​ອາ​ອິດທີ່​ຈະເຮັດ​ໃຫ້​ບັນ​ດາ​ກະ​ຊວງ
ທະ​ບວງ​ກົມ​ຕ່າງໆ​ເປີດຄືນອີກ ແລະ​ຈ່າຍເງິນເດືອນ​ຄືນໃຫ້​ແກ່ພະ​ນັກ​ງານ​ລັດ​ຖະ​ບານ
​ກາງ 800,000 ຄົນ. ແຕ່​ວ່າ ດັ່ງ​ ນັກ​ຂ່າວວີ​ໂອ​ເອປະ​ຈຳ​ລັດ​ຖະສະ​ພາ, ແຄ​ຕ​ເທີ​ຣິນ ຈິບ
​ເສິນ (Katherine Gypson) ​ລາຍ​ງານມານັ້ນ ເງິນງົບ​ປະ​ມານທີ່​ໃຊ້​ໃນ​ໄລ​ຍະ​ສັ້ນໆ ນີ້
ແມ່ນ​ເປັນ​ການ​ຊື້​ເວ​ລາ​ສຳ​ລັບ​ສະ​ມາ​ຊິກລັດ​ຖະ​ສະ​ພາ ເພື່ອແກ້​ໄຂບັນ​ຫາ​ຮັກ​ສາ​ຄວາມ
​ປອດ​ໄພຢູ່ຊາຍ​ແດນ ຊຶ່ງ ​ກິ່ງ​ສະ​ຫວັນຈະ​ນຳ​ລາຍ​ລະ​ອຽດ​ກ່ວ​ກັບ​ເລື້ອງນີ້ມາ​ສ​ະ​ເໜີ​ທ່ານ
ໃນອັນ​ດັບ​ຕໍ່​ໄປ.

ການ​ເດີນ​ທາງ ທາງ​ອາ​ກາດຢູ່​ຕາມ​ຊາຍ​ຝັ່ງ​ທະ​ເລພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ ຖືກ
​ຊັກ​ຊ້າ​ ໃນ​ຂະ​ນະ​ທີ່​ບັນ​ດາພະ​ນັກ​ງານຄວບ​ຄຸມ​ການ​ບິນ ທີ່ບໍ່​ໄດ້​ຮັບ​ເງິນ​ເດືອນ ບໍ່​ໄປ
ເຮັດ​ວຽກ.

ໃນວັນ​ດ​ຽວ​ກັນເຊັກ​ເງິນເດືອນງວດ​ທີ​ສອງຂອງພະ​ນັກ​ງານ​ລັດ​ຖະ​ບານ​ກາງໄດ້​ກາຍ​ເວ​
ລາ​ຈ່າຍ​ໄປ​.

ພາຍຫຼັງ​ທີ່ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມຢູ່​ໃນ​ສະ​ພາ​ສູງ​ສະ​ຫະ​ລັດເພື່ອ​ເປີດ​ໂຮງ​ການ
​ລັດ​ຖະ​ບານ​ຄືນ​ໃໝ່​ສອງ​ຄັ້ງບໍ່​ປະ​ສົບ​ຜົນ​ສຳ​ເລັດ.

ນັ້ນ​ຄືສະ​ພາບຫຍູ້ງ​ຍາກແຮງທີ່​ຈຳ​ເປັນ​ເຮັດ​ໃຫ້ປະ​ທາ​ນາ​ທິ​ດີທ​ຣຳ​ເຄື່ອນ​ໄຫວ​ເປີດ​ລັດ​
ຖະ​ບານ​ຄືນ ໄປຈົນ​ຮອດ​ວັນ​ທີ 15 ​ກຸມ​ພາ ໂດຍ​ທີ່​ບໍ່​ລວມເອົາ​ທຶນ​ເພື່ອສ້າງ​ກຳ​ແພ​ງ.

ປະ​ທາ​ນາ​ທິ​ບໍໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ໃນ​ອີກ 21 ມື້​ຂ້າງ​ໜ້າ​ນີ້ ຂ້າ​ພະ​
ເຈົ້າ​ຄາດ​ວ່າ​ທັງພັກ​ເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິກ​ກັນ ຈະ​ປະ​ຕິ​ບັດງານ​ດ້ວຍ​ຄວາມ
ປາດ​ຖະ​ໜາ​ດີ. ນີ້ເປັນທີ່ທຸກ​ພັກ​ຝ່າຍຈະໄດ້​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຜົນ​ປະ​ໂຫຍດ
ຂອງພວກເຮົາທຸກ​ຄົນ, ເພື່ອ​ປະ​ເທດ​ຊາດ​ທີ່ສວຍງາມ ແລະ​ດີ​ເລີດ​ຂອງ​ພວກ​ເຮົາ.”

21 ມື້​ທີ່​ພະ​ນັກ​ງານ​ລັດ​ຖະ​ບານ​ກາງ​ຈະ​ໄດ້​ຮັບເງິນເດືອນ ແລະ​ໃຫ້​ບັນ​ດາ​ສະ​ມາ​ຊິກລັດ
​ຖະ​ສະ​ພາ​ໄດ້ເຈ​ລະ​ຈາ​ກັນກ່ຽວ​ກັບ​ຂໍ້​ຕົກ​ລົງດ້ານຄວາມ​ປອ​ດ​ໄພ​ຊາ​ຍ​ແດນ ທີ່​ປະ​ທານ​າ​
ທິ​ບໍ​ດີ​ເວົ້າ​ຢ່າງ​ຈະແຈ້ງແລ້ວ​ວ່າຍັງຕ້ອງໄດ້ເອົາ​ກຳ​ແພງລວມ​ເຂົ້ານຳ​ຢູ່.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ອີກວ່າ “ກຳ​ແພງ​ທີ່​ພວກ​ເຮົາ​ກຳ​ລັງ​ຈະ​ສ້າງ ບໍ່​ໄດ້​ຫລ້າສະ​
ໄໝເລີຍ. ມັນເປັນ​ກຳ​ແພງ​ທີ່​ສ​ະ​ຫຼາດ. ພວກ​ເຮົາ​ບໍ່​ຕ້ອງ​ການຝາຄອນ ກ​ຣິດ​ທີ່​ຍາວ
2000ໄມ​ລ໌ ເນັ່ງຈາກ​ທະ​ເລສົ້ນ​ນຶ່ງ ໄປ​ຫາທະ​ເລ​ອີກ​ສົ້ນ​ນຶ່ງຢູ່​ພາກ​ຕາ​ເວັນ​ຕົກ. ພວກ​
ເຮົາ​ບໍ່​ເຄີຍເຮັດ, ພວກ​ເຮົາ​ບໍ່​ເຄີຍ​ສະ​ເໜີ​ໃຫ້​ເຮັດ​ແບບນັ້ນ​ຈັກ​ ເທື່ອ.”

ການ​ຕົກ​ລົງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ຈະ​ເປີດ​ລັດ​ຖະ​ບານ​ຄືນໃໝ່ ເພື່ອ​ຈະສົນ​ທະ​ນາ
ກັນ​ກ່ຽວ​ກັບ​ຄວາມ​ປອດ​ໄພຢູ່​ຊາຍ​ແດນ ​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຢູ່ຕະ
​ຫຼອດເວ​ລາ ທີ່​ມີ​ການ​ປິດ​ລັດ​ຖະ​ບານ​ລົງ 36 ມື້​ ​ຢ່າງ​ເປັນປະ​ຫວັດ​ການ ທີ່ບໍ່​ຕົກ​ລົງ​ກັນ​ໄດ້.

ທ່ານ​ຈ​ຊັກ ຊູ​ເມີ ຜູ້​ນຳ​ສະ​ມາ​ຊິກ​ສະ​ພາ​ສູງ​ສຽງ​ສ່ວນ​ໜ້ອຍ ກ່າວ​ວ່າ “ຊາວ​ອາ​ເມ​ຣິ​ກັນ​ບໍ່​
ມັກ​ເມື່ອ​ທ່ານ​ໂຍນ​ເຄື່ອງ​ມື​ທີ່​ໃຊ້​ບໍ່​ໄດ້ໄປ​ໃສ່ຊີ​ວິດ​ຂອງ​ພະ​ນັກ​ງານ​ລັດ​ຖະ​ບານ ກ່ຽວ​
ກັບ​ເລື້ອງ​ຂັດ​ແຍ້ງກັນ​ທີ່​ບໍ່​ພົວ​ພັນ​ກັບການ​ເມືອງ. ບັດ​ນີ້​ຫວັງ​ວ່າທ່ານ​ປະ​ທາ​ນາ​ທິ​ບໍ​ດີ​
ຮຽນ​ຮູ້​ບົດ​ຮຽນ​ຂອງ​ທ່ານ.”

ຜູ້​ນຳ​ພັກ​ຣີ​ພັບ​ບ​ລິ​ກັນ ​ຮ້ອງ​ຂໍ​ໃຫ້ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈົ່ງໃຫ້​ກຽດ​ຕໍ່​ຄຳ​ຮ​ຽກ​ຮ້ອງ
​ເຫລົ່າ​ນັ້ນ.

ທ່ານ​ມິດ​ຈ ແມັກ​ຄອນແນ​ລ ຜູ້​ນຳສະ​ພາ​ສູງ​ສຽງສ່ວນ​ຫຼາຍ ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ຫວັງ​
ວ່າເພື່ອນ​ພັກ​ເດ​ໂມ​ແຄ​ຣັດ ຈະເຮັດ​ຕາມ​ຄຳ​ໝັ້ນໝາຍທີ່​ເຂົາ​ເຈົ້າ​ເວົ້າມາຕະ​ຫລອດ
ໃນ​ຫລາຍໆມາ​ອາ​ທິດຜ່ານ​ມາວ່າ ເມື່ອໃດ​ລັດ​ຖະ​ບານເປີດ​ຄືນ​ອີກ​ ເຂົາ​ເຈົ້າ​ຍິນ​ດີ​ທີ່​
ສຸດ​ທີ່​ຈະເຈ​ລະ​ຈາ​ດ້ວຍ​ຄວາມ​ຈິງ​ໃຈທີ່​ຈະໃຫ້​ທຶນງົບ​ປະ​ມານແກ່​ລັດ​ຖະ​ບານຢ່າງ​
ເຕັມສ່ວນ​ເປັນ​ເວ​ລາ​ນຶ່ງ​ປີ ທີ່ຈະ​ຮວມເອົາເງິນ​ລົງ​ທຶນ​ຢ່າງ​ຫລວງ​ຫລາຍ ໃສ່​ມາດ​ຕະ
​ການຕ່າງໆໃນ​ການ​ຮັກ​ສາຄວາມ​ປອດ​ໄພຕາມ​ຊາຍ​ແດນ ທີ່​ມີ​ຄວາມ​ຕ້ອງ​ການ​ຢ່າ​ງ​
ຮີບ​ດ່ວນ ຊຶ່ງ​ລວມ​ທັງ​ຮົ້ວ​ປ້ອງກັນ​ທີ່​ເປັນ​ວັດ​ຖຸ​ນຳ.”

ແຕ່​ທ່ານ​ນາງ​ແນນ​ຊີ ເ​ປ​ໂລ​ຊີ ​ປະ​ທານ​ສະ​ພາ​ຕ່ຳ ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງ​ວ່າ ທ່າ​ທີ​ອັນ​ສຳ
​ຄັນ​ທີ່​ສຸດ​ຂອງ​ພັກເດ​ໂມ​ແຄ​ຣັດ ທີ່​ຄັດ​ຄ້ານ​ການ​ໃຫ້​ທຶນ​ສ້າງ​ກຳ​ແພງນັ້ນແມ່ນ ​ບໍ່ມີ​ຫຍັງ
​ປ່ຽນ​ແປງເລີຍ.

ທ່ານ​ນາງກ່າວ​ວ່າ “ຄວາມ​ສາ​ມັກ​ຄີ​ຂອງ​ພວກ​ເຮົາ​ເປັນ​ພະ​ລັງ​ທີ່​ເຂັ້ມ​ແຂງ ແລະ​ນັ້ນ​
ອາດຈະ​ເປັນ​ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຄາດ​ຄະ​ເນ​ຜິດ.”

ທ່ານ​ທ​ຣຳ ໄດ້​ຊັ່ງ​ຊາເບິ່ງວ່າ​ຈະ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດຢູ່ເຂດ​ຊາຍ​ແດນ ​ເພື່ອ
​ໃຫ້​ໄດ້​ທຶນ​ສ້າງ​ກຳ​ແພງຫລືບໍ່. ໃນ​ເວ​ລາຕໍ່​ມາ ​ທ່ານກໍ​ໄດ້​ເຕືອນວ່າ ຍັງ​ມີ​ຄວາມ​ເປັນ​ໄປ​
ໄດ້ ຢູ່ຖ້າ​ຫາກ​ການ​ເຈ​ລະ​ຈາ​ບໍ່​ສຳ​ເລັດຜົນ.

ທ່ານກ່າວດັ່ງ​ນີ້ “ພວກ​ເຮົາ​ຈະ​ເຮັດ​ວຽກັບພວກ​ເດ​ໂມ​ແຄ​ຣັດ ພວກ​ເຮົາ​ຈະລໍ​ຖ້າ​ເບິ່ງ
ແລະຖ້າ​ຫາກ​ພວກ​ເຮົາ​ບໍ່​ສາ​ມາດດັ່ງ​ທີ່​ສະ​ເໜີ​ໄປ​ນັ້ນ​ໄດ້ແລ້ວ​ ພວກ​ເຮົ​າກໍ​ຈະ​ປະ​ກາດ
ແນ່ນອນພວກ​ເຮົ​າ​ຈະປະກາດ​ພາ​ວະ​ສຸກ​ເສີນ ເພາະວ່າ ມັນ​ເປັນ​ເຊັ່ນ​ນັ້ນແທ້. ມັນ
ເປັນສະ
​ພາ​ວະສຸກ​ເສີນ​ແຫ່ງ​ຊາດແທ້​ໆ.”

ຮ່ອງ​ຮອຍສະ​ແດງ​ໃຫ້​ເຫັນ​ຄ​ວາມ​ກ້າວ​ໜ້າໃນການເຈ​ລະ​ຈາ​ກ່ຽວ​ກັບເລື້ອງ​ຄົນ​ເຂົ້າ​ເມືອງ
ທີ່​ກຳ​ລັງດຳ​ເນີນ​ໄປຢູ່ນີ້ ແມ່ນພຽງ​ແຕ່ເປັນ​ເລື້ອງ​ຊົ່ວ​ຄາວ​ເທົ່າ​ນັ້ນ.


The longest government shutdown in U.S. history ended Friday when President Donald Trump delayed his demand for funding for a wall on the U.S.-Mexico border, signing a three-week spending bill that will reopen shuttered agencies and get back pay to 800,000 Federal workers. But as VOA's Congressional Correspondent Katherine Gypson reports, the short-term funding is meant to buy lawmakers time to address border security.

Air travel delayed along the East Coast of the United States, as unpaid air traffic controllers call out from work…

....The same day a second paycheck is missed by federal employees…

….After two failed attempts in the U.S. Senate to reopen the government….

….That was the critical mass needed to move President Trump to reopen the government through February 15th but without border wall funding.

"Over the next 21 days, I expect that both Democrats and Republicans will operate in good faith. This is an opportunity for all parties to work together for the benefit of our whole, beautiful, wonderful nation."

21 days for federal employees to get paid and for lawmakers to negotiate a border security deal the president was clear must still include that wall.

"The walls we are building are not medieval walls. They are smart walls. We do not need 2,000 miles of concrete walls from sea to shining sea. We never did, we never proposed that."

Trump's agreement to reopen the government to discuss border security was the demand from Democrats throughout the history-making 36-day standoff.

"The American people do not like it when you throw a wrench into the lives of government workers over an unrelated political dispute/Hopefully now the president has learned his lesson."
Republican leadership called for Democrats to honor those demands.

"I hope our Democratic friends will stay true to the commitment they've stated constantly over the past weeks that once the government was reopened, they'd be perfectly willing to negotiate in good faith on a full year of government funding that would include a significant investment in urgently needed border security measures including physical barriers."

But House Speaker Nancy Pelosi made it clear Democrats' essential position against funding a wall has not changed.

"Our unity is our power -- and that is maybe what the president underestimated."

Trump weighed declaring a national emergency at the border to obtain the funds for a wall. He later warned that was still a possibility if negotiations don't work out.

"We're going to work with the Democrats, we're going to see and if we can't do that, then we'll do -- obviously we'll do the emergency because that's what it is. It's a national emergency."

A sign progress on the ongoing immigration debate is only temporary.

XS
SM
MD
LG