ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທ​ຣຳ ​ປະ​ຕິ​ເສດ​ ຕໍ່ການ​​ກ່າວອ້າງ​ ຂອງ​ຈີນ ທີ່​ວ່າ ໄດ້​ຕົກ​ລົງ​ ​ຈະ​ຍົກ​ເລີກ​ການ​ເກັບ​ພາ​ສີ


ກ່ອງ​​ບັນ​ຈຸ​ເຄື່ອງ ບໍ​ລິ​ສັດ​ຂົນ​ສົ່ງ​ຈີນ ທີ່​ເຫັນ​ຢູ່​ທ່າ​ເຮືອສາ​ກົນ Portsmouth ລັດ​ເວີ​ຈ​ີ​ເນຍ ວັນ​ທີ 10 ພຶດ​ສະ​ພາ 2019.
ກ່ອງ​​ບັນ​ຈຸ​ເຄື່ອງ ບໍ​ລິ​ສັດ​ຂົນ​ສົ່ງ​ຈີນ ທີ່​ເຫັນ​ຢູ່​ທ່າ​ເຮືອສາ​ກົນ Portsmouth ລັດ​ເວີ​ຈ​ີ​ເນຍ ວັນ​ທີ 10 ພຶດ​ສະ​ພາ 2019.

ປ​ະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ຕິ​ເສດ​ການກ່າວອ້າງ​ຂອງ​ຈີນ ທີ່​ວ່າ
​ສະ​ຫະ​ລັດແລະ​ຈີນ ໄດ້​ຕົກ​ລົງ​ທີ່​ຈະ​ຍົກ​ເລີກ​ການ​ເກັບ​ພາ​ສີ​ຈຳ​ນວນນຶ່ງ ທີ່​ແຕ່​ລະ​ຝ່າຍ
​ໄດ້ວາງ​ອອກຕໍ່​ສິນ​ຄ້າຂອງ​ອີກ​ຝ່າຍ​ນຶ່ງ ​ໃນລະ​ຫວ່າງ​ການ​ຜິດ​ຂ້ອງຕ້ອງ​ຖຽງ​ເລື້ອງການ
​ຄ້າ​ທີ່​ກຳ​ລັງ​ດຳ​ເດີນ​ຢູ່.

ປະ​ທານ​າ​ທິບໍ​ດີ​ທ​ຣຳ ກ່າວ​ໃນ​ວັນ​ສຸກວານ​ນີ້​ ໃນ​ຂະ​ນະ​ທີ່​ທ່ານ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ
ຢູ່ນອກ​ທຳ​ນຽວ​ຂາວ​ວ່າ “ເຂົາ​ເຈົ້າ​ຕ້ອງ​ການ​ຢາກ​ໃຫ້​ມີ​ການ​ຍົກ​ເລີກ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​
ຕົກ​ລົງຫຍັງ​ໝົດ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ​ສະ​ເໜີແນະວ່າ ວຽ​ກການ​ສ່ວນ​ໃຫຍ່​ຍັງ​ຄ້າງ​ຄາ​ຢູ່
​ທີ່​ໂຕະເຈ​ລະ​ຈາ​ເພື່ອ​ຈະ​ຍຸ​ຕິ​ສົງ​ຄາມ​ການ​ຄ້າ​ທີ່​ຂົມ​ຂື່ນ​ຊຶ່ງໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​
ທັງ​ສອງ​ປະ​ເທດ​ເສຍ​ຫາຍ.

ກະ​ຊວງ​ການ​ຄ້າ​ຂອງຈີນ​ກ່າວ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມານີ້ວ່າ ສອງເສດ​ຖະ​ກິດ​ທີ່​ໃຫຍ່​
ສຸດຂອ​ງໂລກ ໄດ້ຕົກ​ລົງ​ທີ່​ຈະ​ຍົກ​ເລີກ​ພາ​ສີ​ບາງ​ຢ່າງທີ່​ແຕ່​ລະ​ຝ່າຍ​ໄດ້​ວາງອອກ ຕໍ່​
ສິນ​ຄ້າ​ຂອງ​ອີກ​ຝ່າຍ​ນຶ່ງ ໃນ​ລະ​ຫວ່າງ​ການ​ຂັດ​ແຍ້ງ​ທາງ​ດ້ານ​ການ​ຄ້າ​ທີ່ພວມ​ດຳ​ເນີນ
​ຢູ່​ໃນ​ເວ​ລານີ້.

ທ່ານ​ກາວ​ເຟັ້ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ ຖ້າ​ຄະ​
ນະ​ເຈ​ລະ​ຈາ​ຫາກ​ບັນ​ລຸ​ຂັ້ນ​ທີ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ການ​ຄ້າ​ແລ້ວ ຫລັງ​ຈາກນັ້ນ​ທັງ​ສະ​ຫະ

ລັດ​ແລະ​ຈີນ ກໍ​ຄວນ​ຈະ​ຫຼຸດ​ການ​ເກັ​ບ​ພາ​ສີ​ໃນ​ຈຳ​ນວນ​ເທົ່າໆ​ກັນແລະ​ໃນ​ເວ​ລາ​ດຽວ​ກັນ.

ທ່ານ​ກາວ ກ່າວ​ວ່າ ການ​ຫລຸດ​ການ​ເກັບ​ພາ​ສີ​ທັງ​ໝົດ ຈະ​ຖືກ​ພິ​ຈາ​ລະ​ນາ​ເປັນ​ ​ສ່ວນນຶ່ງ
ຂອງ​ການ​ຕໍໍ່​ລອງ.

ຈີ​ນ ແລະ​ສະ​ຫະ​ລັດ​ໄດ້​ວາງ​ມາດ​ຕະ​ການ​ເກັບ​ພາ​ສີ​ຫຼາຍ​ຮອບ ​ຕໍ່​ສິນ​ຄ້າທີ່​ມີ​ມູ​ນ​ຄ່າ​ຫຼາຍ
​ພັນ​ຕື້​ໂດ​ລ​າ.

ທີ່​ປຶກ​ສາທາງ​ດ້ານ​ການ​ຄ້າ​ຂອງ​ທຳ​ນຽບ​ຂາວ ທ່ານ​ປີ​ເຕີ ນາ​ວາ​ໂຣ ກ່າວ​ຕໍ່ ​ພະ
ແນກພາ​ສາ​ຈີນ​ກາງ​ຂອງວີ​ໂອ​ເອ ວ່າ ​ຂໍ້​ຕົກ​ລົງຂັ້ນ​ທຳ​ອິດຈະກ່າວ​ເຖິງ​ການຕໍ່​ວ່າ​ຈຳ​ນວນ​
ນຶ່ງ​ຂອງ​ສະ​ຫະ​ລັດ ກ່ຽວກັບ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ຈີນ ຮວມ​ທັງ​ການ ການ​ປັບ​ປ່ຽນ​
ເງິນ​ຕາ ​ການບັງ​ຄັບ​ໃຫ້​ໂອນ​ເທັກ​ໂນ​ໂລ​ຈີ ແລະ​ການ​ລັກ​ຂະ​ໂມຍ​ຊັບ​ສິນ​ດ້ານ​ສະ​ຕິ​ປັນ​
ຍາແຕ່​ວ່າ​ຂໍ້​ຕົກ​ລົງການ​ຄ້າທັງ​ໝົດ​ຈະ​ຕ້ອງ​ໃຫ້ເປັນ​ທີ່​ສຳ​ເລັດຫຼາຍກວ່ານັ້​ນ.

ພວກ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ຈີນ​ເຮັດ​ຕາມ​ກົດ​ລ​ະ​ບຽບຂອງ​ຕະ​ຫຼາດ.



U.S. President Donald Trump has rejected China's claim the U.S. and China have agreed to roll back some of the tariffs each side imposed on the other's goods during their ongoing trade dispute.

"They'd like to have a rollback," Trump said Friday as he spoke with reporters outside the White House. "I haven't agreed to anything."

Trump's remarks suggest that much work remains to be done at the bargaining table to end the bitter trade war that has hurt both economies.

China's Commerce Ministry said Thursday the world's two largest economies have agreed to roll back some of the tariffs each side imposed on the other's goods during their ongoing trade dispute.

Ministry spokesman Gao Feng said at a news briefing if negotiators reach a phase one agreement in trade talks, then both the United States and China should reduce the tariffs by the same amount and at the same time.

The overall size of the reductions, Gao said, would be determined as part of the negotiations.

China and the United States imposed multiple rounds of tariffs on billions of dollars worth of goods.

White House trade advisor Peter Navarro told VOA's Mandarin Service a phase one deal would address some U.S. complaints with China's trade policies, including currency manipulation, forced technology transfers and intellectual property theft, but that an overall trade agreement would have to accomplish more.

Chinese officials have said China follows market rules.

XS
SM
MD
LG